ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ກັບກຸ່ມ G-7 ຂອງທ່ານ Tillerson ຈະສຸມໃສ່ ບັນຫາຂັດແຍ້ງ ທີ່ຍັງແກ້ໄຂບໍ່ໄດ້ເທື່ອ


ພະນັກງານສາມຄົນ ກຳລັງຈັດແຈງທຸງຊາດ ຂອງບັນດາ
ປະເທດກຸ່ມ G-7 ທີ່ຈະພົບປະກັນ ໃນນະຄອນຫຼວງ
Brussels ຂອງ Belgium, ເມື່ອວັນທີ 5 ມິທຸນາ 2014.
ພະນັກງານສາມຄົນ ກຳລັງຈັດແຈງທຸງຊາດ ຂອງບັນດາ ປະເທດກຸ່ມ G-7 ທີ່ຈະພົບປະກັນ ໃນນະຄອນຫຼວງ Brussels ຂອງ Belgium, ເມື່ອວັນທີ 5 ມິທຸນາ 2014.

ບັນດານັກການທູດ ຈາກປະເທດມະຫາອຳນາດຂອງໂລກ ໄດ້ໃຊ້ເວລາຫຼາຍປີທີ່ຜ່ານມາ
ເພື່ອພະຍາຍາມຫາວິທີທາງ ຮັບມືກັບ ບັນຫາຂັດແຍ້ງ ໃນຊີເຣຍ ຄວາມທະເຍີທະຍານ
ຢາກມີອາວຸດນິວເຄລຍ ຂອງເກົາຫຼີເໜືອ ແລະ ການກະທຳທັງຫຼາຍຂອງຣັດເຊຍ ຢູ່ໃນ
ປະເທດເພື່ອນບ້ານ ຂອງຕົນ ແລະ ຢູ່ຕ່າງປະເທດ. ບັນຫາເຫຼົ່ານັ້ນ ຍັງຄົງເປັນຈຸດເພັ່ງ
ເລັງທີ່ສຳຄັນ ໃນສັບປະດານີ້ ບາງຢ່າງມີຄວາມຮູ້ສຶກອັນຮີບດ່ວນ ຄືນໃໝ່ ໃນຄະນະທີ່
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຈະພົບປະປຶກສາຫາລື
ກັບ ຄູ່ຮ່ວມຕຳແໜ່ງຂອງທ່ານ ຈາກ ກຸ່ມ G-7 ໃນປະເທດອີຕາລີ ກ່ອນໜ້າການເດີນທາງ
ໄປເຈລະຈາ ກັບຣັດເຊຍ ໃນມົສກູ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ສະໜາມບິນ ສາກົນ ຂອງເມືອງ Palm Beach ໃນນະຄອນ West Palm Beach, ລັດ Florida, ວັນທີ 6 ເມສາ 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ສະໜາມບິນ ສາກົນ ຂອງເມືອງ Palm Beach ໃນນະຄອນ West Palm Beach, ລັດ Florida, ວັນທີ 6 ເມສາ 2017.

ເປັນໄປໄດ້ສູງວ່າ ໃນທ້າຍເດືອນພຶດສະພາ ເວລາບັນດາຜູ້ນຳຂອງປະເທດດັ່ງກ່າວ
ເຫຼົ່ານັ້ນ ຈະເຕົ້າໂຮມກັນ ເພື່ອກອງປະຊຸມສຸດຍອດໃນປະເທດອີຕາລີ ຈະເກີດຜົນອອກ ມາຢ່າງຊັດແຈ້ງຫຼາຍຂຶ້ນ. ແຕ່ກອງປະຊຸມ ບັນດາລັດຖະມົນຕີການຕ່າງປະເທດ ໃນວັນ
ຈັນ ແລະ ວັນອັງຄານ ນີ້ ແມ່ນເປັນການວາງພື້ນຖານໂຄງຮ່າງການທຳງານ ສຳລັບ
ການເຈລະຈາທັງຫຼາຍເຫຼົ່ານັ້ນ ໂດຍຈະເອົາບູລິມະສິດ ຂອງສ່ວນລວມ ໃນຄວາມພະ
ຍາຍາມທີ່ຈະກຳຈັດ ກຸ່ມລັດອິສລາມ ອອກຈາກຊີເຣຍ ແລະ ອີຣັກ.

ປະທານາທິບໍດີ ຂອງຊີເຣຍ Bashar al-Assad ໄດ້ໃຫ້ສຳພາດ ໃນຊີເຣຍ ເມື່ອວັນທີ 10 ກຸມພາ 2017.
ປະທານາທິບໍດີ ຂອງຊີເຣຍ Bashar al-Assad ໄດ້ໃຫ້ສຳພາດ ໃນຊີເຣຍ ເມື່ອວັນທີ 10 ກຸມພາ 2017.

ທ່ານ Tillerson ໄດ້ກ່າວໃນວັນອາທິດວານນີ້ ວ່າ ສະຫະລັດ ຍັງຄົງໝັ້ນໝາຍຈະ
ປະຕິບັດຕາມ ແບບແຜນສາກົນ ທີ່ໄດ້ຈັດຕັ້ງຂຶ້ນໃນນະຄອນ ເຈນີວາ ເມື່ອປີ 2012
ສຳລັບການຍຸຕິບັນຫາຂັດແຍ້ງໃນຊີເຣຍ ຊຶ່ງໃນຕໍ່ຈາກນັ້ນ ມີອາຍຸພຽງປີດຽວເທົ່ານັ້ນ
ແລະ ນັບຕັ້ງແຕ່ນັ້ນມາ ໄດ້ກາຍເປັນຄວາມຫາຍະນະດ້ານມະນຸດສະທຳຢ່າງຍິ່ງໃຫຍ່.

ຊາຍຄົນນຶ່ງຢືນຊົມລາຍງານຂ່າວ ສະແດງໃຫ້ເຫັນ ພາບຂ່າວ ຂອງຜູ້ນຳເກົາຫຼີເນືອ Kim Jong Un, ຢູ່ສະຖານີລົດໄຟໃຕ້ດິນ ໃນນະຄອນ Seoul ຂອງເກົາຫຼີໃຕ້, ເມື່ອວັນພຸດ ທີ 5 ເມສາ 2017.
ຊາຍຄົນນຶ່ງຢືນຊົມລາຍງານຂ່າວ ສະແດງໃຫ້ເຫັນ ພາບຂ່າວ ຂອງຜູ້ນຳເກົາຫຼີເນືອ Kim Jong Un, ຢູ່ສະຖານີລົດໄຟໃຕ້ດິນ ໃນນະຄອນ Seoul ຂອງເກົາຫຼີໃຕ້, ເມື່ອວັນພຸດ ທີ 5 ເມສາ 2017.

ຖະແຫລງການ ເຈນີວາ ຮຽກຮ້ອງໃຫ້ຊີເຣຍ ມີ ລັດຖະທຳມະນູນ ແລະການເລືອກຕັ້ງ
ໃໝ່ ແຕ່ບໍ່ໄດ້ລະບຸ ຊະຕາກຳຂອງ ປະທານາທິບໍດີ Basha al-Asssad. ບັນດາເຈົ້າ
ໜ້າທີ່ສະຫະລັດ ໃນສອງສາມມື້ທີ່ຜ່ານມານີ້ ໄດ້ຖະແຫລງອອກມາແຕກຕ່າງກັນ ກ່ຽວ
ກັບນະໂຍບາຍອັນຍາວນານ ຂອງສະຫະລັດ ທີ່ວ່າ ທ່ານ Assad ຄວນອອກຈາກ
ຕຳແໜ່ງ. ທ່ານ Tillerson ໄດ້ກ່າວວ່າ ລັດອິສລາມ ເປັນຈຸດເພັ່ງເລັງ ໃນເວລານີ້
ແລະ ອະນາຄົດຂອງທ່ານ Assad ແມ່ນຂຶ້ນຢູ່ກັບ ຊາວຊີເຣຍເອງ.

ທ່ານ Tillerson ໄດ້ບອກ ລາຍການຂ່າວຂອງໂທລະພາ ABC ວ່າ “ຂ້າພະເຈົ້າຄິດ
ວ່າ ອັນທີ່ສະຫະລັດ ແລະ ບັນດາພັນທະມິດຂອງພວກເຮົາ ຢາກຈະເຮັດ ກໍແມ່ນວ່າ
ອຳນວຍ ໃຫ້ປະຊາຊົນຊີເຣຍ ຕັດສິນໃຈເອົາເອງ. ພວກເຮົາໄດ້ເຫັນຄວາມຮຸນແຮງ
ອອກມາຄືແນວໃດ ໃນການປ່ຽນແປງລະບອບ ຢູ່ໃນ ລີເບຍ ແລະ ປະເພດຂອງ
ຄວາມວຸ້ນວາຍ ທີ່ສາມາດກະຈາຍອອກມາ.”

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG