ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມທີ່ຢູ່ເບື້ອງຫຼັງ ການໂຈມຕີ ຮຽກຄ່າໄຖ່ ທາງ ຄອມພິວເຕີ ພ້ອມແລ້ວ ທີ່ຈະຂາຍ ລະຫັດຕື່ມ


ຮູບໜ້າຈໍຂອງຕຳເຕືອນ ຈາກການໂຈມຕີ ທີ່ອ້າງວ່າເປັນການ ຮຽກຄ່າໄຖ່. 13 ພຶດສະພາ, 2017.
ຮູບໜ້າຈໍຂອງຕຳເຕືອນ ຈາກການໂຈມຕີ ທີ່ອ້າງວ່າເປັນການ ຮຽກຄ່າໄຖ່. 13 ພຶດສະພາ, 2017.

ກຸ່ມນັກເຈາະຂໍ້ມູນທີ່ຢູ່ເບື້ອງຫຼັງການຮົ່ວໄຫຼຂອງອຸປະກອນສອດແນມ ທາງຄອມພິວເຕີ
ຈາກອົງການຮັກສາຄວາມປອດໄພ ສະຫະລັດ, ເຊິ່ງ ໄດ້ຖືກໃຊ້ໃນການໂຈມຕີ "ຮຽກຄ່າ
ໄຖ່”
ທາງຄອມພິວເຕີຂອງສັບປະດາທີ່ຜ່ານມາ ກ່າວວ່າ ມັນມີລະຫັດຫຼາຍກວ່າ ທີ່ພວກ ເຂົາເຈົ້າໄດ້ວາງແຜນຂາຍຜ່ານການບໍລິການລົງຊື່ເປັນສະມາຊິກເຊິ່ງຈະຖືກເປີດໃຊ້ໃນ
ເດືອນໜ້າ.

ກຸ່ມທີ່ຮູ້ຈັກກັນ​ໃນ​ຊື່ Shadow Brokers ໄດ້ລົງຂໍ້ຄວາມ ທາງອອນລາຍເມື່ອວັນອັງຄານ
ວານນີ້ວ່າ ການ​ເປີດ​ເຜີຍຂໍ້ມູນຄັ້ງໃໝ່ອາດລວມມີການສວຍ​ໃຊ້ລະບົບປະຕິບັດການ
Window 10 ຂອງບໍລິສັດໄມໂຄຣ ຊອຟ, ແລະຊອ​ຟ​ແວ​ຊອກ​ຫາ​ເວັບ​ໄຊ ແລະໂທລະ
ສັບມືຖື, ພ້ອມກັບ "ຄວາມບົກຜ່ອງຂອງເຄືອຂ່າຍອິນເຕີແນັດຈາກຣັດເຊຍ, ຈີນ, ໂຄງ
ການນິວເຄລຍ ແລະ ລູກສອນໄຟຂອງ ອີຣ່ານ ຫຼື ເກົາຫຼີເໜືອ.”

ກຸ່ມ Shadow Brokers ໄດ້ພະຍາຍາມ ​ແຕ່​ບໍ່​ປະສົບ​ຜົນສຳ​ເລັດ ທີ່ຈະປະມູນຂາຍເຄື່ອງ
ມືທາງຄອມພິວເຕີ ທີ່ພວກເຂົາເວົ້າວ່າລັກຂະ​ໂມ​ຍ ມາຈາກອົງການຄວາມ​ໝັ້ນຄົງ​ແຫ່ງ
​ຊາດ​ຫຼື NSA.

ໄວຣັສ ຮຽກຄ່າໄຖ່ Wannacry ໄດ້ສ້າງຄວາມເສຍຫາຍໃນຄວາມບົກຜ່ອງຂອງລະບົບ
ປະຕິບັດການ Window XP ທີ່ມີອາຍຸເກົ່າຂອງບໍລິ ສັດ ໄມໂຄຣຊອຟ. ບໍລິສັດດັ່ງກ່າວ
ໄດ້ຢຸດສະໜອງເຄື່ອງມືເຊັ່ນ ການ ປັບປຸງລະບົບຄວາມປອດໄພ ສຳລັບ Window XP, ແຕ່ໄດ້ວາງຈຳ ໜ່າຍໂປຣແກຣມແກ້ໄຂ ເພື່ອປ້ອງກັນຜູ້ໃຊ້ຈາກການໂຈມຕີທີ່ຮຽກຮ້ອງ ໃຫ້ປະຊາຊົນຈ່າຍເງິນເພື່ອຫຼີກລ່ຽງ ການສູນເສຍຂໍ້ມູນຂອງພວກເຂົາ ເຈົ້າ.

ມັນຍັງບໍ່ມີຫຼັກຖານທີ່ແນ່ນອນເທື່ອ ກ່ຽວກັບ ຜູ້ທີ່ໃຊ້ເຄື່ອງມືຂອງອົງ ການ NSA ເພື່ອ
ສ້າງໄວຣັສ Wannacry ນີ້.

ບັນດາຜູ້ຊ່ຽວຊານດ້ານຄວາມປອດໄພທາງຄອມພິວເຕີ ກ່າວວ່າ ຫຼັກ ຖານທາງເຕັກນິກ
ທີ່ເຊື່ອມໂຍງ ເກົາຫຼີເໜືອ ໃສ່ການໂຈມຕີທາງຄອມ ພິວເຕີແມ່ນຍັງ​ມີ​ຄວາມໜັກ​ແໜ້ນ,
ແຕ່ ພຽງຢາງ ໄດ້ມີຄວາມກ້າວໜ້າດ້ານຄວາມສາມາດທາງຄອມພິວເຕີ, ແລະ ເຫດຈູງ
ໃຈທີ່ຈະຕອບແທນສຳລັບການສູນເສຍລາຍໄດ້ ຍ້ອນມາດຕະການລົງໂທດທາງເສດຖະ ກິດນັ້ນ, ຈຶ່ງຖືກພິຈາລະນາວ່າ ມີ​ທ່າ​ທາງ​ຈະເປັນຜູ້ຕ້ອງສົງໄສ.

ນັບຕັ້ງແຕ່ວັນສຸກທີ່ຜ່ານມາ, ໄວຣັສ Wannacry ໄດ້ແຜ່ລະບາດໃສ່ ຄອມພິວເຕີຫຼາຍ
ກວ່າ 300,000 ໜ່ວຍໃນ 150 ປະເທດ, ໄດ້ເຮັດ ໃຫ້ບັນດາໂຮງຈັກໂຮງງານ, ທະນາ
ຄານ, ອົງການລັດຖະບານ, ໂຮງໝໍ ແລະ ລະບົບການຄົມມະນາຄົມໄດ້ຢຸກສະງັກຢ່າງ
ໜ້ອຍເປັນການຊົ່ວຄາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG