ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໄບເດັນ ວ່າ ຄວາມເຫັນຂອງທ່ານ ກ່ຽວກັບ ທ່ານປູຕິນ ແມ່ນເລື້ອງ 'ຄວາມສະເທືອນໃຈທາງດ້ານສິນທຳ'


ທະຫານຢູເຄຣນ ຢືນຍາມຢູ່ໃກ້ຊາກລົດຖັງຂອງຣັດເຊຍ ທີ່ຖືກທຳລາຍ ຢູ່ເຂດແນວໜ້າ ໃນພາກພື້ນຂອງກີຢິບ, ປະເທດຢູເຄຣນ, ວັນທີ 28 ມີນາ 2022. (Reuters)
ທະຫານຢູເຄຣນ ຢືນຍາມຢູ່ໃກ້ຊາກລົດຖັງຂອງຣັດເຊຍ ທີ່ຖືກທຳລາຍ ຢູ່ເຂດແນວໜ້າ ໃນພາກພື້ນຂອງກີຢິບ, ປະເທດຢູເຄຣນ, ວັນທີ 28 ມີນາ 2022. (Reuters)

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ກ່າວໃນວັນຈັນວານນີ້ ວ່າ ທ່ານຈະ “ບໍ່ຂໍໂທດໃດໆ” ຫຼັງຈາກທີ່ທ່ານໄດ້ໃຫ້ຄຳເຫັນເມື່ອມໍ່ໆມານີ້ ທີ່ວ່າ ປະທາ ນາທິບໍດີຂອງຣັດເຊຍ ວລາດີເມຍ ປູຕິນ “ບໍ່ສາມາດກຳອຳນາດໄດ້​ຕໍ່​ໄປ” ໂດຍເນັ້ນຢ້ຳວ່າ ທ່ານໄດ້ “ສະແດງຄວາມຮູ້ສຶກສະເທືອນໃຈທາງດ້ານສິນທຳ” ແລະແທ້ຈິງແລ້ວ ບໍ່ໄດ້ຮຽກຮ້ອງໃຫ້ປ່ຽນລະບອບການປົກຄອງຢູ່ໃນມົສກູ.

“ພວກຄົນຄືແບບນີ້ ບໍ່ຄວນປົກຄອງປະເທດໃດໆ ແຕ່ພວກເຂົາກໍໄດ້ປົກຄອງ. ຄວາມ​ຈິງພວກເຂົາກໍໄດ້ປົກຄອງ ກໍບໍ່ໝາຍຄວາມວ່າ ຂ້າພະເຈົ້າບໍ່ສະມາດສະແດງຄວາມຮູ້ສຶກບໍ່ພໍໃຈຂອງຂ້າພະເຈົ້າກ່ຽວກັບມັນ” ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາວໃນວັນຈັນວານນີ້.

ທ່ານເວົ້າອີກວ່າ “ຂ້າພະເຈົ້າບໍ່ໄດ້ເວົ້າເຖິງການປ່ຽນນະໂຍບາຍເລີຍ.”

ປະທານາທິບໍດີ ໂຈ ໄບເດັນ ກ່າວຖະແຫລງ ກ່ຽວກັບປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ແລະການບຸກລຸກຢູເຄຣນຂອງຣັດເຊຍ ຢູ່ໃນຫ້ອງຮັບປະທານອາຫານ ຂອງທຳນຽບຂາວ, ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມີນາ 2022.
ປະທານາທິບໍດີ ໂຈ ໄບເດັນ ກ່າວຖະແຫລງ ກ່ຽວກັບປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ແລະການບຸກລຸກຢູເຄຣນຂອງຣັດເຊຍ ຢູ່ໃນຫ້ອງຮັບປະທານອາຫານ ຂອງທຳນຽບຂາວ, ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມີນາ 2022.

ຄຳເວົ້າທີ່ບໍ່ໄດ້ຖືກຂຽນເປັນລາຍລັກອັກສອນຂອງທ່ານປະທານາທິບໍດີ ກ່ຽວກັບທ່ານປູຕິນ ໃນຂະນະທີ່ກ່າວຖະແຫລງຕໍ່ພວກອົບພະຍົບຊາວຢູເຄຣນ ແລະບັນດາອາສາສະໝັກນາໆຊາດຢູ່ໃນປະເທດໂປແລນ ເມື່ອວັນເສົາແລ້ວນີ້ ໄດ້ກໍ່ໃຫ້ເກີດເລື້ອງຖົກຖຽງກັນໃນສະຫະລັດ ແລະໄດ້ເຮັດໃຫ້ບັນດາພັນທະມິດບາງສ່ວນໃນຢູໂຣບຕາເວັນຕົກ ຮູ້ສຶກແປກໃຈ.

“ສິ່ງສຸດທ້າຍ ທີ່ຂ້າພະເຈົ້າຢາກເຮັດ ແມ່ນການເຂົ້າຮ່ວມສົງຄາມທາງພາກພື້ນດິນ ຫຼືສົງຄາມນິວເຄລຍ ກັບຣັດເຊຍ” ທ່ານໄບເດັນ ໄດ້ກ່າວໄປ ໃນຂະນະທີ່ປະຕິເສດຕໍ່ແນວຄິດທີ່ວ່າ ຄວາມເຫັນຂອງທ່ານນັ້ນ ອາດເຮັດໃຫ້ຄວາມເຄັ່ງຕຶງກ່ຽວກັບສົງຄາມໃນຢູເຄຣນ ຈະທະວີຄວາມ​ຮ້າຍ​ແຮງຂຶ້ນຕື່ມອີກ.

ໃນຂະນະດຽວກັນ ພວກທະຫານຂອງຣັດເຊຍ ໄດ້ຢຸດເຊົາການເຄື່ອນກຳລັງທາງພາກພື້ນດິນໄປຍັງນະຄອນຫຼວງກີຢິບຂອງຢູເຄຣນ ຊຶ່ງປາກົດວ່າ ພວກເຂົາໄດ້ຫັນໄປເພັ່ງເລັງໃສ່ຂົງເຂດໃນພາກຕາເວັນອອກຂອງຢູເຄຣນ ອີງຕາມເຈົ້າໜ້າທີ່ອະວຸໂສທ່ານນຶ່ງຈາກກະຊວງປ້ອງກັນປະເທດສະຫະລັດ.

“ເປັນທີ່ຈະແຈ້ງແລ້ວວ່າ ພວກເຂົາບໍ່ໄດ້ເຄື່ອນກຳລັງເຂົ້າໄປກີຢິບອີກຕໍ່ໄປ” ນັ້ນແມ່ນຄຳເວົ້າຂອງເຈົ້າໜ້າທີ່ດັ່ງກ່າວ ຜູ້ທີ່ໄດ້ແຈ້ງໃຫ້ບັນດານັກຂ່າວຊາບກ່ຽວກັບຄວາມເປັນມາໃນວັນຈັນວານນີ້. ທ່ານກ່າວອີກວ່າ “ສິ່ງທີ່ພວກເຮົາກຳລັງເຫັນຢູ່ນີ້ ກໍແມ່ນການສືບຕໍ່ກຳນົດບູລິມະສິດຄືນໃໝ່ໃສ່ເຂດດອນບັສ.”

ການຫັນປ່ຽນດ້ານການທະຫານຂອງມົສກູ ປາກົດວ່າຈະເປັນຄວາມພະຍາຍາມຕັດກອງກຳລັງຂອງຢູເຄຣນ ໃນຂົງເຂດພາກຕາເວັນອອກນັ້ນ ອອກຈາກພູມິພາກ ອີງຕາມເຈົ້າໜ້າທີ່ດັ່ງກ່າວ ຊຶ່ງທ່ານກ່າວຕື່ມວ່າ ການເຄື່ອນໄຫວນີ້ “ອາດເປັນຄວາມພະຍາຍາມຂອງຣັດເຊຍ ເພື່ອທີ່ຈະໄດ້ຮັບອຳນາດການຕໍ່ລອງ” ໃນການເຈລະຈາສັນຕິພາບ ກັບບັນດາຜູ້ຕາງໜ້າຂອງຢູເຄຣນ ທີ່ກຳລັງພະຍາຍາມຈະຍຸຕິສົງຄາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG