ທີ່ເມືອງ Kanpur ຊຶ່ງເປັນເມືອງອຸດສາຫະກຳທີ່ຄັບຄັ່ງຢູ່ໃນພາກຕາເວັນອອກຂອງອິນເດຍ ນັກເຄື່ອນໄຫວດ້ານສະພາບແວດລ້ອມ ທ່ານ Rakesh Jaiswat ໄດ້ທຳການປຸກ ລະດົມຕໍ່ສູ້ມາເປັນເວລາ 25 ປີແລ້ວ ເພື່ອຍຸຕິບໍ່ໃຫ້ປ່ອຍສານຜິດເຄມີທີ່ໃຊ້ແລ້ວ ຈາກໂຮງງານອຸດສາຫະກຳຜະລິດໜັງທີ່ຈະເລີນງອກງາມຂອງຂົງເຂດ ລົງໃສ່ແມ່ນ້ຳຄົງຄາ.
ກຸ່ມອາສາມະໝັກ ເພື່ອນມິດຕໍ່ລະບົບນິເວດ ທີ່ທ່ານເປັນຜູ້ນຳພາໄດ້ເລີ້ມຂຶ້ນຫຼັງ ຈາກນ້ຳໃນແມ່ນ້ຳທີ່ໃຫຍ່ທີ່ສຸດສາຍນຶ່ງຂອງໂລກໄດ້ກາຍເປັນນ້ຳປະສົມສານຜິດ ໃນຂະນະທີ່ຫົວເມືອງຕ່າງໆທີ່ແອອັດໄປດ້ວຍຜູ້ຄົນ ຊຶ່ງຕັ້ງຢູ່ແຄມແມ່ນ້ຳສາຍນີ້ ໄດ້ພາກັນປ່ອຍນ້ຳຂີ້ສີກທີ່ບໍ່ໄດ້ມີການປົວແປງ ເຄື່ອງເສດເຫລືອທາງອຸດສາຫະ ກຳ ພ້ອມທັງຊາກສົບມະນຸດແລະສັດ ແລະຂອງເສຍຕ່າງໆລົງໃສ່ແມ່ນ້ຳສາຍນີ້.
ທ່ານ Jaiswat ກ່າວວ່າ ນ້ຳແມ່ນມີກິ່ນເໝັນ ເປັນສີດຳ ເປັນສີຕົມ ໂດຍສະເພາະໃນບໍລິເວນໂຮງງານຟອກໜັງຕັ້ງຢູ່. ແມ່ນ້ຳສາຍນີ້ໄດ້ຕາຍແລ້ວຢູ່ທີ່ນັ້ນ.
ໃນຂະນະທີ່ລັດຖະບານໄດ້ລິເລີ້ມໂຄງການມູນຄ່າ 3 ພັນລ້ານໂດລາ ທີ່ຈະເຮັດໃຫ້ແມ່ນ້ຳຄົງຄາທີ່ມີລວງຍາວ 2,500 ກິໂລແມັດ ມີຊີວິດຊີວາຄືນໃໝ່ນັ້ນ ພວກນັກປຸກລະດົມສີຂຽວ ແມ່ນໄດ້ມີຄວາມເຫັນປ່ຽນໄປລະຫວ່າງຄວາມຫວັງໃນແງ່ດີແລະຄວາມໝົດຫວັງ.
ທ່ານເວົ້າວ່າ ເວລານີ້ຄວາມຫວັງໃໝ່ໄດ້ເລີ້ມຂຶ້ນແລ້ວໂດຍລັດຖະບານຊຸດນີ້. ແຕ່ຖ້າເວົ້າຕາມປະສົບພະການແລ້ວ ຂ້າພະເຈົ້າແມ່ນໝົດຫວັງ.