ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາຂອງ ກຣີສ ໄດ້ຫາລືກັບ ທ່ານໄບເດັນ ກ່ຽວກັບບັນຫາດ້ານພະລັງງານ ແລະປະເທດເທີກີ


ແຟ້ມຮູບ-ນາຍົກລັດຖະມົນຕີຂອງກຣີສ ທ່ານກິເຣຍໂກສ ມິຕໂຊຕາກິສ ໄປຢ້ຽມຢາມສະຖານີຜະລິດແກັສທໍາມະຊາດແຫຼວ DESFA, ຢູ່ເທິງເກາະນ້ອຍໆໃນຂົງເຂດຂອງ ເຣວີທຸສຊາ (Revithoussa), ປະເທດກຣີສ, ເມື່ອວັນທີ 19 ເມສາ 2022. (Dimitris Papamitsos/Greek Prime Minister's Office/Handout via Reuters)
ແຟ້ມຮູບ-ນາຍົກລັດຖະມົນຕີຂອງກຣີສ ທ່ານກິເຣຍໂກສ ມິຕໂຊຕາກິສ ໄປຢ້ຽມຢາມສະຖານີຜະລິດແກັສທໍາມະຊາດແຫຼວ DESFA, ຢູ່ເທິງເກາະນ້ອຍໆໃນຂົງເຂດຂອງ ເຣວີທຸສຊາ (Revithoussa), ປະເທດກຣີສ, ເມື່ອວັນທີ 19 ເມສາ 2022. (Dimitris Papamitsos/Greek Prime Minister's Office/Handout via Reuters)

ນາຍົກລັດຖະມົນຕີກຣີສ ທ່ານກີເຣຍໂກສ ມິຕໂຊຕາກິສ (Kyriakos Mitsotakis) ເດີນ​ທາງ​ມາວໍຊິງຕັນເພື່ອປຶກສາຫາລືກັບປະທານາທິບໍດີໂຈ ໄບເດັນ ໃນມື້ວັນຈັນວານນີ້, ເຊິ່ງເປັນການພົບປະກັນຄັ້ງທໍາອິດນັບຕັ້ງແຕ່ທ່ານໄບເດັນ ເຂົ້າຮັບຕໍາແໜ່ງເປັນປະທານາທິບໍດີສະຫະລັດ. ທ່ານມິຕໂຊຕາກິສ ຄາດວ່າຈະຫາລືກ່ຽວກັບເລື້ອງເທີກີ ພ້ອມທັງຄວາມພະຍາຍາມ ​ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ລະຫວ່າງສອງປະເທດ ແລະພັນທະມິດອົງການ NATO. ແອນທີ ຄາ ຣາສຊາວາ (Anthee Carassava) ມີລາຍງານ, ​ເຊິ່ງທິບສຸດາ ​ຈະ​ນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຈົ້າໜ້າທີ່ຂອງກຣີສກ່າວວ່າ ຊ່ວງເວລາໃນການມາຢ້ຽມຢາມນະຄອນຫຼວງວໍຊິງຕັນຂອງທ່ານກີເຣຍໂກສ ມິຕໂຊຕາກິສ ແມ່ນສໍາຄັນຫຼາຍ.

ຄວາມສໍາພັນລະຫວ່າງເທີກີ ແລະກຣີສ ແມ່ນເຄັ່ງຕຶງ, ແລະທ່ານມິຕໂຊຕາກິສ ຈະເສຍເວລາບໍ່ໄດ້ເລີຍ, ຜູ້ຊ່ວຍຂອງທ່ານກ່າວໂດຍອ້າງເຖິງສິ່ງທີ່ພວກເຂົາເຈົ້າຮ້ອງວ່າ “ເປັນການເກາະຜິດຊໍ້າແລ້ວຊໍ້າອີກ” ທີ່ເທີກີ ໄດ້ດໍາເນີນການໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ, ​ໂດຍໄດ້ສັ່ງການໃຫ້ເຮືອບິນລົບ ບິນ​ລ່ວງ​ລ້ຳຫຼາຍເປັນປະຫວັດການ ​ແບບອັນຕະລາຍ ເຂົ້າ​ໃນ​ເຂດນ່ານຟ້າຂອງກຣີສ, ການລະເມີດທີ່ສາມາດກໍ່ໃຫ້ເກີດຄວາມຂັດແຍ້ງລະຫວ່າງທັງສອງຝ່າຍ ແລະ​ການ​ບໍ່​ມີ​ສະ​ຖຽນ
ລະ​ພາບ​ຕື່​ມາ​ຂຶ້ນ ໃນ​ຢູໂຣບທີ່ມີ​ບັນ​ຫາ​ຢູ່ແລ້ວ.

ແຕ່ ແທນທີ່ຊິຮ້ອງທຸກ, ເຈົ້າໜ້າທີ່ທາງການຂອງລັດຖະບານກຣີສຄື ທ່ານໂກສຕິສ ຮາດຊີດາກິສ (Kostis Hadzidakis,) ກ່າວວ່າ ທ່ານມິຕໂຊດາກິສ ມີຂໍ້ສະເໜີທີ່​ເຊິ່ງ​ເປັນ​ທີ່​ໜ້າ​ສົນ​ໃຈກັບສະຫະລັດ.

ລັດຖະມົນຕີກະຊວງການຕ່າງປະເທດເທີກີ ທ່ານເມວລຸດທ໌ ຄາວູໂຊກລູ (ຊ້າຍ), ຍ່າງອອກຈາກຕຶກອາຄານ ໃນລະຫວ່າງການປະຊຸມລັດຖະມົນຕີການຕ່າງປະເທດ ຢ່າງບໍ່ເປັນທາງການຂອງສະມາຊິກອົງການ NATO ກ່ຽວກັບຄວາມຂັດແຍ້ງຂອງ ຢູເຄຣນ, ເມື່ອວັນທີ 15 ພຶດສະພາ 2022, ໃນນະຄອນຫຼວງເບີລິນ.
ລັດຖະມົນຕີກະຊວງການຕ່າງປະເທດເທີກີ ທ່ານເມວລຸດທ໌ ຄາວູໂຊກລູ (ຊ້າຍ), ຍ່າງອອກຈາກຕຶກອາຄານ ໃນລະຫວ່າງການປະຊຸມລັດຖະມົນຕີການຕ່າງປະເທດ ຢ່າງບໍ່ເປັນທາງການຂອງສະມາຊິກອົງການ NATO ກ່ຽວກັບຄວາມຂັດແຍ້ງຂອງ ຢູເຄຣນ, ເມື່ອວັນທີ 15 ພຶດສະພາ 2022, ໃນນະຄອນຫຼວງເບີລິນ.

ທ່ານໂກສຕິສ ຮາດຊີດາກິສ ກ່າວວ່າ:

“ພວກເຮົາບໍ່ຕ້ອງການໄປຮ້ອງຄວນຄາງຢູ່ທີ່ນັ້ນ, ການຮ້ອງທຸກແລະການຂໍຮ້ອງເພື່ອສິ່ງທີ່ພວກເຮົາຕ້ອງການ,” ທ່ານກ່າວ. “ພວກເຮົາຕ້ອງການ ສະແດງໃຫ້ ໃຫ້ເຫັນ​ວ່າ ກ​ຣິ​ສ​ເປັນພັນທະມິດທີ່ໜ້າເຊື່ອຖື ແລະໄວ້ວາງໃຈ.”

ໃນດ້ານການ​ປ້ອງ​ກັນ​ປະ​ເທດນັ້ນ, ທ່ານ/ມິຕໂຊຕາກິສວາງແຜນທີ່ຈະໃຫ້ການ​ສະ​ໜັບ​ສະ​ໜຸນໃນການສ້າງເຮືອບິນລົບ F-35, ເຊິ່ງເປັນໂຄງການທີ່​ເທີ​ກີ​ເຊິ່ງ
ເປັນປະເທດ​ຄູ່​ແຂ່ງ​ເພື່ອນ​ບ້ານ ເຄີຍມີສ່ວນ​ຮ່ວມຢູ່ໃນນັ້ນ. ຢ່າງໃດກໍຕາມ, ໃນປີ 2019, ລັດຖະບານອັງກາຣາແມ່ນ​ໝົ​ດ​ສິດ ລຸນຫຼັງທີ່ໄດ້ເຊັນຂໍ້ຕົກລົງໃນການຊື້ລະບົບລູກສອນໄຟ ທີ່ຍິງຈາກພື້ນ​ດິນ ສູ່​ອາກາດຂອງມົສກູ, ເຊິ່ງເປັນການລະ ເມີດຕໍ່ກົດລະບຽບຂອງອົງການ NATO ຢ່າງຮ້າຍແຮງ.

ຜູ້ຊ່ຽວຊານໃນນະຄອນຫຼວງເອເທັນກ່າວວ່າ ໂດຍ​ທີ່ເທີກີ ຍັງຄົງຄັດຄ້ານຕໍ່ການເຂົ້າເປັນສະມາຊິກ​ອົງການ NATO ຂອງຟິນແລນແລະສະວີເດັນ ນັ້ນ​ແມ່ນ​ຈະ​ເປັນ​ຜົນ​ດີ, ອີງ​ຕາມ​ນັກ​ຊ່ຽວ​ຊານ​ແລ້ວ ຕໍ່ຜົນປະໂຫຍດຂອງສະຫະລັດ.

ມັນຍັງບໍ່ເປັນທີ່ຈະແຈ້ງ ວ່າຈະເດີນໜ້າຕໍ່ໄປຫຼືບໍ.

ລັດຖະມົນຕີກະຊວງການຕ່າງປະເທດ​ຂອງເທີກີ ທ່ານເມວລຸດທ໌ ຄາວູໂຊກລູ (Mevlut Cavusoglu) ຈະເດີນທາງ​ມາເຖິງນະຄອນຫຼວງວໍຊິງຕັນ ນຶ່ງມື້ລຸນຫຼັງທ່ານມິຕໂຊຕາກິສ, ແລະໃນຖານະທີ່ຜູ້ນໍາຂອງກຣີສ ຈະກ່າວຄໍາປາໄສຕໍ່ລັດຖະສະພາສະຫະລັດເປັນຄັ້ງທໍາອິດ, ເຈົ້າໜ້າທີ່ຂອງເທີກີຈະປະຊຸມກັບຄູ່ຮ່ວມສະຫະລັດ ເພື່ອດໍາເນີນງານກ່ຽວກັບລາຍລະອຽດໃນການປະມູນຊື້ເຮືອ ບິນໃໝ່ F-16 ເປັນຈໍານວນ 40 ລໍາ.

ກ່ອນການປະຊຸມທີ່ທໍານຽບຂາວຂອງທ່ານ ມິຕໂຊຕາກິສ, ໃນວັນອາທິດແລ້ວນີ້ ລັດຖະບານທ່ານໄບເດັນໄດ້ຮຽກຮ້ອງໃຫ້ລັດຖະສະພາອະນຸມັດການຂາຍອາວຸດຕ່າງໆ ແລະອຸປະກອນທີ່ໄດ້ຮັບການຍົກລະດັບ ໃຫ້ກັບກອງກໍາລັງເຮືອບິນລົບ F-16 ທີ່ຜະລິດໂດຍອາເມຣິກັນຂອງເທີກີ, ເຊິ່ງເປັນສັນຍານຂອງຄວາມສໍາພັນທີ່ອົບ​ອຸ່ນ​ຂຶ້ນລົງລະຫວ່າງພັນທະມິດອົງການ NATO ໃນຂະ​ນະ​ທີ່ສົງຄາມຂອງ ຣັດເຊຍຢູ່ໃນຢູເຄຣນ ຍັງຄົງດໍາເນີນຢູ່ຕໍ່ໄປ.

ນັກຊ່ຽວຊານກ່າວວ່າ ການເຄື່ອນ​ໄຫວນີ້ເຮັດໃຫ້ກຣີສ​ນຳ​ໃຊ້​ໄພ້ ທີ່​ຈະ​ໃຫ້ຜົນປະ ໂຫຍດແກ່ສະຫະລັດ ​ພາຍ​ໃຕ້​ບັນ​ຍາ​ກາດ​ທີ່ ນັກການທູດ ເຊັ່ນຈອສຈ໌ ຄູມຸຕຊາໂກສ (George Koumoutsakos) ຮ້ອງ​ວ່າ ການປ່ຽນແປງຢ່າງວ່ອງ​ໄວທາງດ້ານພູມສາດການເມືອງ ໃນຂະນະທີ່ບັນ​ຫາຂັດແຍ້ງໃນຢູເຄຣນ ຍັງຄົງດໍາເນີນຢູ່ຕໍ່ໄປ.

ທ່ານ ຈອສຈ໌ ຄູມຸຕຊາໂກສ ກ່າວວ່າ:

“ທຸກໆຢ່າງຢູ່ໃນພູມິພາກຂອງພວກເຮົາກໍາລັງມີການປ່ຽນແປງໄປ,” ທ່ານກ່າວ. “ຄວາມກ້ຳ​ເກິ່ງຂອງອໍານາດໃໝ່ ຈະສະແດງອອກມາໃຫ້ເຫັນຢ່າງຊັດເຈນເມື່ອຄວາມຂັດແຍ້ງຢູ່ໃນຢູເຄຣນຫາກສິ້ນສຸດລົງ, ແລະດ້ວຍຄໍາຖາມທີ່ກຣີສ ຕ້ອງ ການທີ່ຈະເປັນ ຢູ່​ໃນ​ຝ່າຍ​ຂອງ​ຜູ້​ມີ​ອິດ​ທິພົນ ແລະດ້ວຍການຍົກລະດັບໃຫ້ດີຂຶ້ນກວ່າເກົ່າຢູ່ໃນພູມິພາກແຫ່ງນັ້ນ?”

ແຟ້ມຮູບ-ພະນັກງານຄົນນຶ່ງ ຍ່າງຢູ່ສະຖານີເຄື່ອງອັດແກັສ ບູລກາຣ໌ທຣານສແກັສ (Bulgartransgaz) ໃກ້ກັບເທດສະບານເມືອງໂພຣວາເດຍ (Provadia), ປະມານ 410 ກິໂລແມັດໄທທາງທິດເໜືອຂອງ ໂຊເຟຍ (Sofia), ເມື່ອວັນທີ 30 ກັນຍາ 2012.
ແຟ້ມຮູບ-ພະນັກງານຄົນນຶ່ງ ຍ່າງຢູ່ສະຖານີເຄື່ອງອັດແກັສ ບູລກາຣ໌ທຣານສແກັສ (Bulgartransgaz) ໃກ້ກັບເທດສະບານເມືອງໂພຣວາເດຍ (Provadia), ປະມານ 410 ກິໂລແມັດໄທທາງທິດເໜືອຂອງ ໂຊເຟຍ (Sofia), ເມື່ອວັນທີ 30 ກັນຍາ 2012.

ໃນໂຄງການທີ່ສ້າງກໍາໄລນັ້ນ, ກຣີສວາງແຜນທີ່ຈະສໍາເລັດການສ້າງທໍ່ສົ່ງແກັສ ໄປປະເທດບຸລກາເຣຍ ເຊິ່ງຈະເປັນການສິ້ນສຸດການຜູກຂາດແກັສແຕ່ພຽງຜູ້ດຽວຂອງຣັດເຊຍ ຢູ່ນະທີ່ນັ້ນ ແລະສໍາລັບສ່ວນທີ່ເຫຼືອຂອງຢູໂຣບຕາເວັນອອກ ສຽງໃຕ້.

ຄວາມສໍາຄັນຂອງສິ່ງທີ່ຮ້ອງວ່າ ການເຊື່ອມກັນລະຫວ່າງ ກຣີສ-ບຸລກາເຣຍ, ຫຼື IGB ແມ່ນວ່າ ໃນອີກບໍ່ດົນມັນສາມາດກາຍມາເປັນທໍ່ສົ່ງແກັສທີ່ສໍາຄັນ ແທນທີ່ທໍ່ສົ່ງແກັສຂອງຣັດເຊຍ, ໃນທົ່ວຂົງເຂດ​ແຫຼມບອລການສ໌ (Balkans), ດ້ວຍແກັສທໍາມະຊາດແຫຼວ ເຊິ່ງຮູ້ໃນອີກຊື່ນຶ່ງວ່າ LNG ຈາກສະຫະລັດ, ກາຕ້າ, ອີຈິບ ແລະບ່ອນອື່ນໆອີກ.

ສະຖານທີ່ ທີ່ເປັນໂຮງເກັບ LNG ລອຍນໍ້າ ກໍຍັງຖືກສ້າງຂຶ້ນ ຢູ່ໃນຂົງເຂດອາເລັກຊານດຣູໂປລິສ (Alexandroupolis) ທາງທິດເໜືອຂອງກຣີສ, ເຊິ່ງອາດຈະເຮັດໃຫ້ກຣີສ ມີໂອກາດປ່ຽນປະເທດ ເປັນປະຕູຂອງ LNG ທີ່ສໍາຄັນໄປສູ່ ຢູໂຣບຕາເວັນອອກສຽງໃຕ້ແລະອື່ນໆ.

ເມື່ອສໍາເລັດແລ້ວ, ໂຄງການພະລັງງານສາມາດຫຼຸດການເພິ່ງພາອາໄສພະລັງ ງານ ແລະການອອກແບບຂອງຣັດເຊຍ ໂດຍປະທານາທິບໍດີ ຂອງຣັດເຊຍ ທ່ານວລາດິເມຍ ປູຕິນ ເພື່ອການນໍາໃຊ້ພະລັງງານໃນອັນທີ່ນັກວິເຄາະຮ້ອງວ່າ “ເກມທີ່ມີຄວາມສ່ຽງທາງດ້ານພູມສາດການເມືອງ.”

ອ່ານບົດລາຍງານເປັນພາສາອັງກິດ

XS
SM
MD
LG