ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຣິສ ຍັງຢູ່ລອດ ໃນເຂດສະກຸນເງິນຢູໂຣ ແຕ່ກໍຈະປະສົບ ບັນຫາທ້າທາຍ ຫຼາຍຢ່າງ


Greek Debt Deal
please wait
Embed

No media source currently available

0:00 0:02:16 0:00
ລິງໂດຍກົງ

ຊົມວິດີໂອ ກ່ຽວກັບຂ່າວນີ້

ຫຼັງ​ຈາ​ກການ​ເຈລະຈາແບບ ມາລາ​ທອນ ຫຼາຍ​ມື້, ບັນດາ​ຜູ້ນຳ ຢູ​ໂຣບ ​ໄດ້​ປະກາດ​ຂໍ້​ຕົກລົງ​ຊົ່ວຄາວ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ນີ້ ​ເພື່ອ​ສະໜອງ​ການ​ຊ່ວຍ​ກອບ​ກູ້​ເສດຖະກິດອີ​ກ​ຄັ້ງ​ໜຶ່ງ​ໃຫ້​ແກ່ ກຣິສ, ​ເຊິ່ງ​ເປັນ​ຄັ້ງ​ທີ​ສາ​ມ​ໃນ​ຫ້າ​ປີ ​ແລະ ​ເປັນ​ການ​ຮັບປະກັນ​ວ່າ ກຣິສ ຍັງ​ຄົງ​ເປັນ​ສະມາຊິກ​ຂອງກຸ່ມ 19 ປະ​ເທດ​ທີ່ໃຊ້​ສະກຸນ​ເງິນ ຢູ​ໂຣ. ​ແຕ່​ເຖິງ​ແມ່ນ​ວ່າ​ຈະເປັນ​ການ​ລ່ວງ​ອົກ​ລວ່ງ​ໃຈ​ໃນ ຢູ​ໂຣບ ​ແລະ ຕະຫຼາດ​ການ​ເງິນ​ກໍ​ຕາ​ມ, ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ພາກສ່ວນ​ທີ່​ຫຍຸ້ງຍາກ​ແມ່ນ​ໄດ້​ເລີ່​ມຂຶ້ນ​ແລ້ວ.
Mil Arcega ມີ​ລາຍ​ງານເລື່ອງນີ້ ​ເຊິ່ງ ພຸ​ດທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ເມື່ອພິຈາລະນາ​ຈາກ​ການສະໜອງຕອບຂອງ​ບັນດາຕະຫຼາດການ​ເງິນ​ຕ່າງໆ ຂໍ້​ຕົກລົງ​ແມ່ນ​ໄດ້​ບັນລຸ​ໄປແລ້ວ. ການ​ຊ່ວຍ​ກອບ​ກູ້​ເສດຖະ ກິດ​ຄັ້ງ​ທີ​ສາມ​ສຳລັບ ກຣິສ ມີມູນ​ຄ່າເກືອບ 90 ຕື້​ຢູ​ໂຣ. ​ແຕ່​ວ່າ​ບັນດາ​ສະມາຊິກ​ສະພາ​ນິຕິບັນ​ຍັດ​ກຣີສ ຍັງ​ບໍ່​ໄດ້​ໃຫ້​ສັດຕະຍາບັນ​ຕໍ່​ເງື່ອນໄຂ​ຕ່າ​ງໆ ​ເຊິ່ງລວມມີ​ການ​ຕັດ​ການໃຊ້​ຈ່າຍ​ຕ່າງໆ, ຂຶ້ນພາສີ​ ​ແລະ ການ​ໂອນກິດຈະການ​ຕ່າງໆຂອງ​ລັດ​ໄປ​ໃຫ້​ເອກະ​ຊົນ.

ສາ​ດສະ​ດາ​ຈານ ວິຊາເສດ​ຖະ​ສາດນາໆຊາດ ຂອງມະຫາວິທະຍາ​ໄລ Johns Hopkins ທ່ານ Cristino Arroyo ກ່າວ​ຕໍ່ວີ​ໂອ​ເອຜ່ານ​ທາງ Skype ວ່າ ນັ້ນ​ແມ່ນ​ພາກສ່ວນ​ທີ່​ຍັງ​ງ່າຍ​ຢູ່.

ທ່ານ Arroyo ​ເວົ້າ​ວ່າ “ພາກ​ສ່ວນ​ທີ່​ຍາກ​ແທ້ໆ​ ແມ່ນພວກ​ເຂົາ​ຈະ ຕ້ອງເຮັດ, ນອກຈາກ​ບັງຄັບ​ໃຫ້ປະຕິ​ຮູບແລ້ວ, ​ພວກ​ເຂົາ​ກໍຈະ​ຕ້ອງ​ຊອກ​ຫາ​ວິທີໃຫ້ມີ​ການ​ເຕີບ​ໂຕຕໍ່ໄປ ​ແລະ ນັ້ນກໍແມ່ນ​ສິ່ງ​ທ້າ​ທາຍ​ຕົວ​ຈິງ.”

​ເຖິງ​ແມ່ນ​ວ່າ​ ສະພາ​ແຫ່ງ​ຊາດ​ຂອງ ກຣິສ ​ໃຫ້​ສັດຕະຍາບັນ​ຕໍ່​ຂໍ້​ຕົກລົງ ດັ່ງກ່າວ, ມັນ​ກໍ​ຍັງຈະ​ເປັນ​ການ​ປີນ​ພູ​ເຂົາອັນສູງ​ຊັນ ສຳລັບ​ປະ​ເທດ​ທີ່​ຍັງ​ພະຍາຍາມ​ສູ້ຊົນເພື່ອໃຫ້ຕົນເອງ​ຫຼຸດອອກຈາກ ສະພາບເສດຖະກິດ ຕົກຕ່ຳອັນເລິກ​ເຊິ່ງ. ນັກ​ວິ​ເຄາະ​ຕະຫຼາດ​ຫຼັກ​ຊັບ ທ່ານ Mike Ingram ຈາກບໍ​ລິ​ສັດ BGC ກ່າວ​ວ່າ ການ​ຕັດ​ລາຍ​ຈ່າຍ​ເພີ່ມ​ຂຶ້ນ ​ແມ່ນ​ບໍ່ໜ້າ​ເປັນ​ໄປ​ໄດ້​ວ່າ ການ​ຜະລິດ​ຈະ​ພຽງພໍຕໍ່​ການ​ເຕີບ​ໂຕ ​ເພື່ອ​ຫຼຸດຜ່ອນ​ໜີ້​ສິນ​ທີ່​ຂະຫຍາຍ​ຕົວ​ອອກ​ຢ່າງ​ໄວ​ວາ​ຂອງ ກຣິສ.

ທ່ານ Ingram ​ເວົ້າ​ວ່າ “ພວກ​ເຮົາ​ຈະ​ໄດ້​ເຫັນ​ການ​ຕັດ​ການໃຊ້​ຈ່າຍ​ລົງຕື່ມອີກໃນ​ພາກສ່ວນ​ສາທາລະນະ. ​ແລະ ການປະຢັດມັດທະຍັດ ໂດຍທົ່ວໄປທີ່ຂາດລາຍລະອຽດຕື່ມອີກ ຊຶ່ງບາງທີອາດຄົງ​ຈະໄດ້​ເຫັນ ກັນ​ຕະຫຼອດ​ໄປນັ້ນ.”

ຖ້າ​ປາສະຈາ​ກການວາງ​ແຜນ​ເພື່ອ​ພັດທະນາ​ເສດຖະກິດ​ທີ່​ຂາດ​ແຄ​ນ​ເງິນ​ຂອງ ກຣິສ ໃຫ້ ເຕີບໂຕນັ້ນ, ທ່ານ Robert Kahn ນັກ​ເສດຖະສາດ ທີ່​ສະພາ​ການ​ພົວພັນ​ສາກົນ ກ່າວ​ວ່າ ການ​ຊ່ວຍ​ກອບ​ກູ້​ເສດຖະກິດ​ຄັ້ງ​ຫຼ້າ​ສຸດ​ນີ້ແມ່ນ​ເປັນ​ພຽງ​ຜ້າພັນ​ບາດ​ຊື່ໆ.

ທ່ານ Kahn ກ່າວ​ວ່າ “​ເຖິງ​ແມ່ນ​ວ່າ​ ພວກ​ເຮົາ​ຈະ​ໄດ້ບັນລຸ​ຂໍ້ຕົກລົງ ກັນແລ້ວກໍຕາມ, ແຕ່ຄວາມ​ຢ້ານ​ກົວ​ຂອງ​ຂ້າພະ​ເຈົ້າກໍ​ແມ່ນ​ວ່າ ​ມັນ​ຈະ​ເປັນຄວາມ​ພະຍາຍາມ​ຫຼາຍ​ຂຶ້ນ​ແທ້​ໆ​ເພື່ອປະເຊີນ​ໜ້າ​ກັບ​ບັນຫາ​ທີ່​ຫຍຸ້ງ ຍາກຕາມພາຍຫຼັງ ​ແລ​ະເລື່ອນເວລາເປັນການຊົ່ວຄາວ, ​ແທນ​ທີ່​ຈະ​ຕັ້ງ​ ນະ​ໂຍບາຍ​ເພື່ອ​ເຮັດ​ໃຫ້ການເຕີບ​ໂຕ​ກັບ​ຄືນ​ມາສູ່ ກຣິສ.”

ຜູ້​ໃຫ້ກູ້​ຢືມ​ເງິນ​ລາຍ​ໃຫຍ່​ທີ່​ສຸດ​ໃຫ້​ແກ່ ກຣິສ,ປະ​ເທດ ເຢຍຣະ​ມັນ ​ເຊິ່ງຖືກວິພາກ​ວິຈານ​ຍ້ອນໄດ້ສະ​ເໜີ​ໃຫ້​ຕັດ​ການໃຊ້ຈ່າຍ​ລົງຕື່ມອີກເພື່ອ
​ແລກ​ປ່ຽນ​ກັບ​ການ​ຊ່ວຍ​ກອບ​ກູ້​ເສດຖະກິດ ກ່າວ​ວ່າ ​ເງື່ອນ​ໄຂ​ນັ້ນ​ອາດ​ມີ​ຊ່ອງ​ທາງ​ສຳລັບ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວໄດ້.

ທ່ານ ນາງ Angela Merkel ​ເວົ້າ​ວ່າ “ກຸ່ມ​ປະ​ເທດ​ສະກຸນ​ເງິນ​ຢູ​ໂຣ​ແມ່ນ​ກຽມພ້ອ​ມ​ແລ້ວ ຖ້າ​ຈຳ​ເປັນ​ ຈະຕໍ່ເວລາ ໃນການບໍ່ໃຫ້ຈ່າຍດອກ ເບ້ຍແລະເງິນຕົ້ນ ​ອອກໄປຕື່ມ ​ແລະ ກຳນົດ​ການ​ຊຳລະ​ເງິນ​ກູ້​ທີ່​ຍາວ ຂຶ້ນອີກ. ພວກ​ເຮົາ​ໄດ້​ປຶກ​ກັນ​ກ່ຽວ​ກັບ​ບັນຫາ​ນີ້ແລ້ວ ຫຼັງ​ຈາກປະສົບ​ຜົນສຳ​ເລັດ​ໃນການ​ທົບ​ທວນ​ໂຄງການໃໝ່​ຂອງ​ ກຣິສ ຄັ້ງ​ທຳ​ອິ​ດ.”

​ໃນ​ຂະ​ນະ​ທີ່​ບັນດາ​ທະນາຄານ​ຂອງ ກຣິສ ຍັງ​ປິດ​ຢູ່​ໃນ​ອາທິດ​ນີ້, ລັດ​ຖະມົນຕີ​ການ​ເງິ​ນບາງ​ຄົນ​ກໍ​ໄດ້​ສະ​ແດງ​ຄວາມ​ຜ່ອນຄາຍ​ອອກວ່າ ການ​ເຈ​ລະ​ຈາ​ຫຼາຍ​ຄັ້ງ​ໄດ້​ປ້ອງກັນ​ບໍ່ໃຫ້ ກຣິສ ເຊິ່ງມີ​ໂອກາດ​ອອກ​ຈາກການ​ເປັນ​ສະມາຊິກ​ເຂດ​ໃຊ້ເງິນສະກຸນ​ຢູ​ໂຣ ​ໃນ​ຕອນ​ນີ້. ບາງ​ຄົນ​ກ່າວ​ວ່າ ສິ່ງ​ທ້າ​ທາຍໃຫຍ່​ທີ່​ຈະມາ​ໃນ​ສອງ​ສາມ​ທິດ​ນີ້ ​ແມ່ນ​ວິທີ​ທີ່​ຈະ​ສ້າງ​ຄືນ​ຄວາມ​ເຊື່ອ​ຖື ລະຫວ່າງ Athens ​ແລະ 18 ປະ​ເທດ​ອື່ນໆ​ທີ່​ໄດ້​ສ້າງ​ຕັ້ງ​ເຂດ​ສະກຸນ​ເງິນ​ຢູ​ໂຣ ຂຶ້ນ​ມາ.​ ​

XS
SM
MD
LG