ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນຫຍັງ ບັນດານັກຄົ້ນຄວ້າ ດ້ານຄື້ນແຮງ ຖ່ວງຂອງໂລກ ຈຶ່ງຊະນະ ລາງວັນໂນແບລ

ນັກວິທະຍາສາດ Barry Barish, ຊ້າຍ, ແລະ ທ່ານ Kip Thorne, ທັງສອງທ່ານ ມາຈາກ ສະຖາບັນເທັກໂນໂລຈີ ຂອງ ລັດກາລີຟໍເນຍ ຫຼື California Institute of Technology, ຮ່ວມກັນຍົກຈອກສະເຫຼີມສະຫຼອງ ໄຊຊະນະ ທີ່ໄດ້ຮັບລາງວັນ Nobel ຂະແໜງຟີສິກ ໃນເມືອງ Pasadena, ລັດ California, ວັນທີ 3 ຕຸລາ 2017.

ນັກວິທະຍາສາດ Rainer Weiss, Barry Barish ແລະ Kip Thorne ເປັນຜູ້ຊະນະ
ລາງວັນໂນແບລ ຂະແໜງຟິສິກ ໃນວຽກງານຂອງພວກທ່ານ ກ່ຽວກັບ ການພົບເຫັນຄື້ນ
ແຮງຖ່ວງຂອງໂລກ.

ສະຖາບັນວິທະຍາສາດ ແຫ່ງຣາຊະອານາຈັກສະວີເດັນ ໄດ້ປະກາດກ່ຽວກັບ ລາງວັນ
ດັ່ງກ່າວ ພ້ອມດ້ວຍເງິນ 1 ລ້ານ 1 ແສນໂດລາ​ ໃນວັນອັງຄານວານນີ້.

ທ່ານ Rainer Weiss, ນຶ່ງໃນສາມ ຄົນ ທີ່ໄດ້ຮັບລາງວັນ Nobel ຂະແໜງຟີສິກ ຂອງປີນີ້, ກຳລັງຕັ້ງທ່າໃຫ້ຖ່າຍຮູບ ຢູ່ທີ່ບ້ານພັກຂອງທ່ານ ໃນເມືອງ Newton ລັດ Massachusette, ວັນທີ 3 ຕຸລາ 2017.
ທ່ານ Rainer Weiss, ນຶ່ງໃນສາມ ຄົນ ທີ່ໄດ້ຮັບລາງວັນ Nobel ຂະແໜງຟີສິກ ຂອງປີນີ້, ກຳລັງຕັ້ງທ່າໃຫ້ຖ່າຍຮູບ ຢູ່ທີ່ບ້ານພັກຂອງທ່ານ ໃນເມືອງ Newton ລັດ Massachusette, ວັນທີ 3 ຕຸລາ 2017.

​ທິດສະດາຄວາມສຳພັນໂດຍທົ່ວໄປຂອງທ່ານ Albert Einstein ໄດ້ທຳນາຍ ກ່ຽວກັບ
ແຮງຖ່ວງຂອງໂລກ ຊຶ່ງເກີດຂຶ້ນໄດ້ທຸກເມື່ອ ເວລາມວນສານເຄື່ອນທີ່ ດ້ວຍຄວາມໄວ​
ແຕ່ຈົນເທົ່າເມື່ອໄວໆມານີ້ ຈຶ່ງໄດ້ມີການສັງເກດເຫັນຄື້ນຂອງແຮງຖ່ວງດັ່ງກ່າວ ໄດ້
ຢ່າງແທ້ຈິງ.

ທ່ານ Rainer ທ່ານ Weiss ແລະ ທ່ານ Thorne ແມ່ນບຸກຄົນສຳຄັນ ກ່ຽວກັບວຽກງານ
ທີ່ໄດ້ມີຂຶ້ນຢູ່ທີ່ສູນກາງ Laser Interferometer Gravitational-Wave Observatory
ທີ່ເອີ້ນຫຍ້ໍວ່າ LIGO ຊຶ່ງມີໜ້າທີ່ໃນວັດແທກຄື້ນການລົບກວນນ້ອຍໆ ຢູ່ໃນອາກາດ
ແລະ ເວລາໃນຂະນະທີ່ ເຄື່ອນທີ່ຜ່ານໂລກ.

ສູນກາງ LIGO ແມ່ນເປັນຜູ້ຄົ້ນພົບຄືນແຮງຖ່ວງຂອງໂລກເປັນຜູ້ທຳອິດໃນປີ 2015.
ພວກນັກວິທະຍາສາດກ່າວວ່າ ຄືນເຫລົ່ານັ້ນ ແມ່ນຜົນຜະລິດ ຂອງຮູສີດຳ ສອງອັນທີ່ຕຳ
ແລະ ຮວມຕົວເຂົ້າເປັນນຶ່ງດຽວ​ ກາຍເປັນຮູດຳຂະໜາດໃຫຍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG