ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ ບຣູໂນ ມາຣສ໌ ໄດ້ຮັບລາງວັນ ແກຣມມີ ປະຈຳປີ ຄັ້ງທີ 60 ຫຼາຍທີ່ສຸດ


ທ້າວ ບຣູໂນ ມາຣສ໌ (Bruno Mars) ຕັ້ງທ່າ ໃນຫ້ອງ
ຖະແຫລງຂ່າວ ພ້ອມກັບຖືລາງວັນ ແກຣມມີຕ່າງໆ ຢູ່ທີ່
ງານມອບລາງວັນແກຣມມີ ປະຈຳປີ ຄັ້ງທີ 60 ທີ່ສະໜາມ
ກິລາ Madison Square Garden ເມື່ອວັນອາທິດ ທີ 28 ມັງກອນ 2018, ໃນນະຄອນ ນິວ ຢອກ.
ທ້າວ ບຣູໂນ ມາຣສ໌ (Bruno Mars) ຕັ້ງທ່າ ໃນຫ້ອງ ຖະແຫລງຂ່າວ ພ້ອມກັບຖືລາງວັນ ແກຣມມີຕ່າງໆ ຢູ່ທີ່ ງານມອບລາງວັນແກຣມມີ ປະຈຳປີ ຄັ້ງທີ 60 ທີ່ສະໜາມ ກິລາ Madison Square Garden ເມື່ອວັນອາທິດ ທີ 28 ມັງກອນ 2018, ໃນນະຄອນ ນິວ ຢອກ.

ທ້າວ ບຣູໂນ ມາຣສ໌ ໄດ້ເປັນຜູ້ ຊະນະເລີດ ໃນຄໍ່າຄືນວັນອາທິດວານນີ້ ຢູ່ທີ່ ງານມອບ
ລາງວັນ ແກຣມມີ ປະຈຳປີ ຄັ້ງທີ 60 ໃນນະຄອນ ນິວຢອກ ໂດຍຊະນະລາງວັນ ໃນ
ຂະແໜງ ອາລບ້ຳ ແຜ່ນສຽງ ແລະ ເພງ ປະຈຳປີ. ທ້າວ ມາຣສ໌ ຍັງໄດ້ຮັບລາງວັນ
ແກຣມມີ ສຳລັບ ອາລບ້ຳປະເພດ R&B ທີ່ດີເດັ່ນ ໃນການສະແດງ ປະເພດ R&B
ທີ່ດີເດັ່ນ ແລະ ເພງປະເພດ R&B ທີ່ດີເດັ່ນ ນຳດ້ວຍ.

ທ້າວ ເຄນດຣິກ ລາມາຣ (Kendrick Lamar) ຢູ່ກາງ, ຜູ້ທີ່ກຳລັງສະແດງ ຢູ່ງານມອບລາງວັນ ແກຣມມີ ປະຈຳປີ ຄັ້ງທີ 60 ທີ່ສະໜາມແຂ່ງຂັນກິລາ Madison Square Garden ເມື່ອວັນອາທິດ ທີ 28 ມັງກອນ 2018, ໃນນະຄອນ ນິວ ຢອກ.
ທ້າວ ເຄນດຣິກ ລາມາຣ (Kendrick Lamar) ຢູ່ກາງ, ຜູ້ທີ່ກຳລັງສະແດງ ຢູ່ງານມອບລາງວັນ ແກຣມມີ ປະຈຳປີ ຄັ້ງທີ 60 ທີ່ສະໜາມແຂ່ງຂັນກິລາ Madison Square Garden ເມື່ອວັນອາທິດ ທີ 28 ມັງກອນ 2018, ໃນນະຄອນ ນິວ ຢອກ.

ໃນການຮັບລາງວັນສຸດຍອດ ຂອງອາລບ້ຳ ປະຈຳປີ ສຳລັບ ອາລບ້ຳ “24K Magic”
ນັ້ນ ທ້າວມາຣສ໌ ກ່າວວ່າ ເພງທັງຫຼາຍ ຢູ່ໃນອາລບ້ຳ ແມ່ນ “ປະພັນດ້ວຍຄວາມຮັກ”
ແລະ ລາວພຽງ “ຢາກໃຫ້ໝົດທຸກຄົນເຕັ້ນລຳ” ໃນຈັງວະເພງຂອງອາລບ້ຳນີ້.

ທ້າວມາຣສ໌ ຍັງໄດ້ຮ່ວມກັບ ນັກແຣັບເປີ ນາງຄາລດີ ບີ ຜູ້ທີ່ມີສີສັນ ຢູ່ເທິງເວທີ ໃນການ
ສະແດງເພງຍອດນິຍົມ ຊື່ວ່າ “Finesse” ຂອງພວກເຂົາເຈົ້າ ໃນວັນອາທິດວານນີ້.

ໃນທາງກົງກັນຂ້າມ ຈາກນາງຄາລດີ ບີ ກໍມີນາງພິ້ງ ຜູ້ທີ່ໄດ້ຢືນຢູ່ພຽງຄົນດຽວຢູ່ເທິງເວທີ
ໂດຍໃສ່ສົ້ງຈີນສ໌ ແລະ ເສື້ອຢືດ ຮ້ອງເພງໃໝ່ຂອງນາງ ຊື່ວ່າ “Wild Hearts Can’t
Be Broken.”

ນາງພິ້ງ ໄດ້ຖືກນຳສະເໜີຊື່ ໃຫ້ເປັນ ນັກສະແດງດ່ຽວປະເພດປ໋ອບ ທີ່ດີເດັ່ນ ສຳລັບເພງ
“What About Us” ແຕ່ລາງວັນນີ້ ໄດ້ຕົກເປັນຂອງ ທ້າວ ແອດ ເຊຍແຣນ (Ed
Sheeran) ສຳລັບເພງ “Shape of You” ໃນວັນອາທິດວານນີ້.

ງານສະແດງສຳລັບປີນີ້ ໄດ້ຖືກດຳເນີນລາຍການໂດຍ ໂຄສົກຂອງລາຍການສົນທະນາ
ໃນຕອນເດີກ ແລະ ນັກດົນຕີ ທ່ານ ເຈມສ໌ ໂຄຣເດນ.

ສ່ວນນັກແຣັບເປີ ທ້າວ ເຄນດຣິກ ລາມາຣ (Kendrick Lamar) ໄດ້ຮັບລາງວັນ
ແກຣມມີ ກັບບ້ານ ສຳລັບປະເພດ ອາລບ້ຳແຣັບ ເພງແຣັບ ແລະ ການສະແດງແຣັບ
ທີ່ດີເດັ່ນ.

ອາລບ້ຳຂອງທ່ານ ຄຣູນເນີ ໂທນີ ເບັນເນັດ ຊື່ວ່າ “Tony Bennett Celebrates
90”
ໄດ້ຊະນະລາງວັນແກຣມມີ ສຳລັບ ອາລບ້ຳດີເດັນ ປະເພດການຮ້ອງເພງປອບ
ແບບດັ້ງເດີມ.

ສ່ວນປະເພດນັກຕະຫລົກ ທ່ານເດບວ໌ ຊາແພ້ລ ເອົາຊະນະຄູ່ແຂ່ງ ທ່ານເຈີຣີ ໄຊແຟລ
ທ່ານແຄບວິນ ຮາຣຕ໌ ທ່ານນາງແຊຣາ ຊີລເວີແມັນ ແລະ ທ່ານຈິມ ກາຟີແກນ ໂດຍໄດ້
ຮັບລາງວັນອາລບ້ຳທີ່ດີເດັນ ປະເພດຕະຫລົກ ສຳລັບ ເລື່ອງພິເສດໃນ Netflix ສອງ
ອາລບ້ຳ ຂອງລາວ ໃນເລື່ອງຊື່ວ່າ “The Age of Spin” ແລະ “Deep in the Heart of Texas.”

Grammy Awards
please wait
Embed

No media source currently available

0:00 0:01:50 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG