ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ແຂວງໆຜົ້ງ​ສາ​ລີ ຍອມ​ຮັບ​ວ່າ ບັນ​ຫາ​ຄວາມ​ຍາກ​ຈົນ ຂອງ​ ປຊ​ຊ ​ໃນ​ແຂວງ ຈະ​ບໍ່​ ສາ​ມາດ​ລົບ​ລ້າງ ໃຫ້​ໝົດ​ໄດ້


ເດັກ​ນ້ອຍ​​​ຊົນ​ເຜົ່າ​ລາວ​ສູງ ຢູ່​ໃນ​ແຂວງ​ຜົ້ງ​ສາ​ລີ
ເດັກ​ນ້ອຍ​​​ຊົນ​ເຜົ່າ​ລາວ​ສູງ ຢູ່​ໃນ​ແຂວງ​ຜົ້ງ​ສາ​ລີ

ເຈົ້າ​ແຂວງຍອມ​ຮັບ​ວ່າ ບັນ​ຫາ​ຍາກ​ຈົນ​ຂອງ​ປະ​ຊ​າ​ຊົນ​ລາວ​ບັນ​ດາ​ເຜົ່າ​ໃນ​ເຂດ​ແຂວງ​ຜົ້ງ​ສາ​ລີ ໃນ​ລະ​ດັບ​ປັດ​ຈຸ​ບັນ​ນີ້ ຍັງ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ຈະ​ລົບ​ລ້າງ​ໃຫ້​ໝົດ​ໄປ​ໄດ້​ຢ່າງ​ສິ້ນ​ເຊີງ​ໃນ​ປີ 2020.


ທ່ານ​ຄຳ​ພອຍ ວັນ​ນະ​ສານ ເຈົ້າ​ແຂວງ​ຜົ້ງ​ສາ​ລີ ຖະ​ແຫລງວ່າ ບັນ​ຫາ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ລາວ ໃນ​ແຂວງ​ຜົ້ງ​ສາ​ລີ ໃນ​ປັດ​ຈຸ​ບັນ​ນີ້ ຍັງ​ກວມ​ເອົາ​ເກີນກວ່າ 70 ເປີ​ເຊັນ ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ ແລະ​ຈຳ​ນວນ​ຄອບ​ຄົວ​ທີ່​ທຸກ​ຍາກນັ້ນ ກໍ​ຄິດ​ເປັນ​ອັດ​ຕາ​ສ່ວນ​ທີ່​ເກີນກວ່າ 27 ເປີ​ເຊັນ ສ່ວນ​ຈຳ​ນວນ​ເມືອງ​ທີ່​ທຸກ​ຍາກນັ້ນ ກໍ​ປາ​ກົດ​ວ່າ ຍັງ​ບໍ່​ມີ​ເມືອງ​ໃດໃນ​ແຂວງ​ຜົ້ງ​ສາ​ລີ ທີ່​ສາ​ມາດ​ຫລຸດ​ພົ້ນ​ຈາກ​ຄວາມ​ຍາກ​ຈົນ​ໄດ້​ເລີຍ.

ໂດຍ​ເຖິງ​ແມ່ນ​ວ່າ ທາງ​ການ​ແຂວງ​ຜົ້ງ​ສາ​ລີ ຈະ​ໄດ້​ວາງ​ແຜນ​ການ​ພັດ​ທະ​ນາ​ໃນ 23 ຈຸດ​ສຸມ ເພື່ອ​ຈະ​ແກ້​ໄຂ​ບັນ​ຫາ​ຍາກ​ຈົນ​ໃຫ້​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ຂຶ້ນ ດ້ວຍ​ການ​ນຳ​ໃຊ້​ຈຸດ​ພິ​ເສດ ຂອງ​ແຂວງ​ທີ່​ມີ​ເຂດ​ທີ່​ຕັ້ງ​ ທີ່ຕິດ​ຕໍ່​ຊາຍ​ແດນ​ກັບ​ຈີນ ແລະ​ຫວຽດ​ນາມ ໃຫ້​ເປັນ​ປະ​ໂຫຍດ​ຕໍ່​ການ​ເພີ້ມ​ມູນ​ຄ່​ການ​ສົ່ງ​ສິນ​ຄ້​າໄປ​ຈີນ ແລະ​ຫວຽດ​ນາມ​ໃຫ້​ຫລາຍ​ຂຶ້ນ​ກໍ​ຕາມ ແຕ່​ດ້ວຍ​ພື້ນ​ທີີ່​ສ່ວນ​ໃຫຍ່​ໃນ​ແຂວງ​ຜົ້ງ​ສາ​ລີ ເປັນ​ພູ​ດອຍ ທັງ​ຍັງ​ມີ​ງົບ​ປະ​ມານ ແລະ​ການ​ລົງ​ທຶນ​ຢ່າງ​ຈຳ​ກັດ ຈຶ່ງ​ເຮັດ​ໃຫ້​ການ​ຈັດ​ຕັງ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ບໍ່​ສາ​ມາດ​ບັນ​ລ​ບຸ​ເປົ້າ​ໝາຍ​ໄດ້​ເລີຍ ​ດັ່​ງ​ທີ່ ທ່ານ​ຄຳ​ພອຍ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ພວກ​ເຮົາ​ມີ 5 ດ້ານ​ທີ່​ຫຍຸ້ງ​ຍາກ ອັນ​ທີ 1 ນີ້​ແມ່ນ​ທີ່​ຕັ້ງ​ຂອງ​ແຂວງ ເປັນ​ພູ​ດອຍ ຄ້ອຍ​ຊັນ​ເຫວ​ລຶກ ເຮັດ​ຫຍັງ​ກໍ​ຍາກ ເຮັດ​ທາງ​ໄນີ້ ທາງ​ເທິງ​ກະ​ເຈື່ອນ​ມາ ທາງ​ລຸ່ມ​ເຈື່ອນ​ໄປ ເຮັດ​ໃຫ້​ການ​ແກ້​ໄຂ​ຄວາມ​ທຸກ​ຍາກນີ້ ຍາກ​ແທ້ໆ​ ອັນ​ໃດ​ກະ​ໄດ້​ແຕ່ 50-60 ເປີ​ເຊັນ ນັກ​ລົງ​ທຶນບໍ່​ເຂົ້າ​ໄປ ອັນ​ເນື່ອງ​ມາ​ຈາກ​ໂຄງ​ລ່າງ ທີ່​ຕັ້ງ ລະ​ດັບ​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ ທີ່​ໄປ​ນຳ​ພາ​ປະ​ຊາ​ຊົນ​ເຮັດ​ຕົວ​ຈິງ ຄວາມ​ສາ​ມາດ​ຍັງ​ຕ່ຳ ຄວາມ​ບຸກ​ບືນບໍ່​ສູງ ທຶນ​ຮອນ ແຫລ່ງ​ທຶນຈຳ​ກັດ ແຕ່​ຄວາມ​ຕ້ອງ​ການ​ພັດ​ທະ​ນາຂອງ​ປະ​ຊາ​ຊົນ​ສູງ.”

​ແຜນ​ທີ່​ຂົງ​ເຂດ​ແຂວງ​ຜົ້ງ​ສາ​ລີ ສະ​ແດງ​ໃຫ້​ເຫັນ​ຫົວ​ເມື່ອງ​ຕ່າງໆ
​ແຜນ​ທີ່​ຂົງ​ເຂດ​ແຂວງ​ຜົ້ງ​ສາ​ລີ ສະ​ແດງ​ໃຫ້​ເຫັນ​ຫົວ​ເມື່ອງ​ຕ່າງໆ

ກ່ອນ​ໜ້ານີ້ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ແຂວງ​ຜົ້​ງ​ສາ​ລີ ເປີດ​ເຜີຍ​ວ່າ ປະ​ຊາ​ຊົນ​ລາວ ໃນ​ແຂວງ​ຜົ້ງ​ສາ​ລີ ຍັງ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ຍົກ​ຍ້າຍ​ເທດ​ສະ​ບານ​ແຂວງ ຈ​າກ​ເມືອງ​ຜົ້ງ​ສາ​ລີ ມາ​ຕັ້ງ​ໃໝ່​ຢູ່​ເຂດ​ເມືອງ​ບຸນ​ເໜືອ​ອີກ​ດ້ວຍ ຊຶ່ງ​ເປັນ​ການ​ປະ​ຕິ​ບັດ​ຕາມ​ການ​ອະ​ນຸ​ມັດ​ຂອງ​ລັດ​ຖະ​ບານ​ລາວ ນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ ກໍ​ຍັງ​ມີ​ບັນ​ຫາ​ຄົງ​ຄ້າງ​ທີ່ບໍ່​ສາ​ມາດ​ປະ​ຕິ​ບັດ​ໃຫ້​ສຳ​ເລັດ​ໄດ້​ເລີຍ ກໍ​ຄື​ການ​ຈ່າຍ​ເງິນ​ຊົດ​ເຊີຍ​ຄ່າ​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງ​ຂອງ​ປະ​ຊາ​ຊົນ​ທີ່​ຖືກ​ເວນ​ຄືນ ທີ່​ມີ​ມູນ​ຄ່າ​ລ​ວມກວ່າ 60 ຕື້​ກີບ ແຕ່​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ຜົ້ງ​ສາ​ລີ ມີ​ງົບ​ປະ​ມານ​ພຽງ 3 ຕື້​ກີບ ຈຶ່ງບໍ່​ສາ​ມາດ​ຈ່າຍ​ເງິນ​ຊົດເຊີຍ ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ໄດ້​ເລີຍ ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້.

ບ້ານ​ອາ​ຂາ ​ຂອງ​ຊົນ​ເຜົາ​ລາວ​ສູງ ໃນ​ແຂວງ​ຜົ້ງ​ສາ​ລີ
ບ້ານ​ອາ​ຂາ ​ຂອງ​ຊົນ​ເຜົາ​ລາວ​ສູງ ໃນ​ແຂວງ​ຜົ້ງ​ສາ​ລີ

ໂດຍ​ບັນ​ຫາ​ດຽວ​ກັນ ຍັງ​ໄດ້​ເກີດ​ຂຶ້ນ​ກັບ​ປະ​ຊາ​ຊົນ​ລາວ ໃນ​ແຂວງ​ຜົ້ງ​ສາ​ລີ ທີ່​ໄດ້​ຮັບ​ຜົນ​ກະ​ທົບ ຈາກ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ອູ 4 ແລະ 7 ດ້ວຍ​ເຊັ່ນ​ກັນ ໂດຍ​ເຖິງ​ແມ່ນ​ວ່າ ພວກ​ເຂົາ​ເຈົ້າ ຈະ​ໄດ້​ຮັບ​ການ​ຈັດ​ສັນ​ທີ່​ຢູ່​ອາ​ໄສ ແລະ​ທີ່​ທຳ​ກິນ ຈາກ​ກຸ່ມ​ຜູ້​ລົງ​ທຶນ​ໃນ​ໂຄງ​ການ​ແລ້ວ​ກໍ​ຕາມ ຫາກ​ແຕ່​ວ່າ ພວກ​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ມີ​ຄວາມ​ໝັ້ນ​ຄົງ​ໃນ​ຊີ​ວິດ​ແຕ່​ຢ່າງ​ໃດ ເພາະ​ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ມີ​ເງື່ອນ​ໄຂສະ​ດວກ ໃນ​ການ​ຜະ​ລິດ​ໃນ​ທີ່​ດິນ​ທີ່​ໄດ້​ຮັບ​ການ​ຈັດ​ສັນ ໂດຍ​ສະ​ເພາະ ແມ່ນ​ການບໍ່​ມີ​ຖະ​ໜົນ​ທີ່​ເຊື່ອມ​ຕໍ່​ໄປ​ເຖິງ​ຕະຫຼາດນັ້ນ.

ສ່ວນ ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ຍອມ​ຮັບ​ວ່າ ການ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ປະ​ຊາ​ຊົນ​ລາວ ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ເຂື່ອນ​ນ້ຳ​ອູ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ຍັງ​ເຮັດ​ໄດ້​ບໍ່​ດີ ໂດຍ​ສະ​ເພາະ​ແມ່ນ​ການ​ປະ​ເມີນ​ຄ່າ​ເສຍ​ຫາຍ ທີ່​ຕ້ອງ​ຊົດ​ເຊີຍ​ໃຫ້​ປະ​ຊາ​ຊົນ​ທີ່​ຖືກ​ເວນ​ຄື​ຮ​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງນັ້ນ ຍັງ​ຈະ​ຕ້ອງ​ເກັບ​ກຳ​ຂໍ້​ມູນ​ຢ່າງ​ລະ​ອຽດ​ເພີ້ມ​ອີກ ເພາະ​ຍັງ​ມີ​ຫາງ​ສຽງ​ຈາກ​ປະ​ຊາ​ຊົນ ທີ່​ຖືກ​ກະ​ທົບ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ຮັບ​ການ​ຊົດ​ເຊີຍ​ທີ່​ເປັນ​ທຳ ຊຶ່ງ​ພ​າກ​ສ່ວນ​ທີ່​ກ່ຽວ​ຂ້ອງ ຈະ​ຕ້ອງ​ປະ​ເມີນ​ຄ່າ​ຊົດ​ເຊີຍ​ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ​ຕໍ່​ໄປ.

ໂດຍ​ບໍ​ລິ​ສັດ Power China ລາຍ​ງານ​ວ່າ ມີ​ປະ​ຊາ​ຊົນ​ລາວ 10,000 ກວ່າ​ຄົນ ໃນ 28 ບ້ນ ທີ່​ຖືກ​ກະ​ທົບ​ຈາກ​ເຂື່ອນ​ໄຟ​ຟ້າ​ນ້ຳ​ອູ​ທັງ 7 ໂຄງ​ການ ຊຶ່ງ​ບໍ​ລິ​ສັດ​ດັ່ງ​ກ່າວ ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ກັບ​ປະ​ຊາ​ຊົນ​ລາວ ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ເຂື່ອນ​ນ້ຳ​ອູ 2, 5 ແລະ 6 ແລ້ວ ແຕ່​ວ່າ ຈາກ​ການ​ເກັບ​ກຳ​ຂໍ້​ມູນ​ໂດຍ​ອົງ​ການ International Rivers ພົບ​ວ່າ ມີ​ປະ​ຊາ​ຊົນ​ຫລາຍກວ່າ 20,000 ຄົນ ຢູ່​ໃນ 89 ບ້ານ ທັງ​ໃນ​ແຂວງ​ຜົ້​ງ​ສາ​ລີ ອຸ​ດົມ​ໄຊ ແລະ​ຫລວງ​ພະ​ບາງ ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເຂື່ອນ​ນ້ຳ​ອູ 7 ໂຄງ​ການ​ຂອງ​ກຸ່ມ​ລົງ​ທຶນ​ຈາກ​ຈີນ ແລະ​ສ່ວນ​ໃຫຍ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຊົດ​ເຊີຍ​ຜົນ​ເສຍ​ຫາຍ​ແຕ່​ຢ່າງ​ໃດ.

XS
SM
MD
LG