ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອົງການວິເຄາະ ອິດສະຫຼະ ສະຫະລັດ ກ່າວວ່າ ການຕັດພາສີ ຈະເຮັດໃຫ້ ມີການຂາດດຸນ ເພີ້ມຂຶ້ນ


ປະທານາທິບໍດີດໍໂນລ ທຣໍາ ສະແດງລາຍເຊັນ ໃນການພາສີ 1 ພັນ 500 ຕຶ້ໂດລາ ວັນທີ 22 ທັນວາ 2017.
ປະທານາທິບໍດີດໍໂນລ ທຣໍາ ສະແດງລາຍເຊັນ ໃນການພາສີ 1 ພັນ 500 ຕຶ້ໂດລາ ວັນທີ 22 ທັນວາ 2017.

ໂດຍການຮັບຜ່ານ​ການ​ຕັດ​ພາສີ​ຂະໜາດໃຫຍ່ ​ໃນ​ທ້າ​ຍປີແລ້ວນີ້ ການຂາດດຸນ ງົບ
ປະມານ​ປະຈຳ​ປີຂອງ​ສະຫະລັດ ຄາດ​ວ່າ ​ຈະ​ເພີ້​ມຂຶ້ນ ​ໃນ​ທົດສະວັດໜ້ານີ້ອີງຕາມ
ຫ້ອງການ​ງົບປະມານຂອງລັດຖະສະພາຫຼື COB ຊຶ່ງເປັນອົງການ ທີ່ບໍ່ໄດ້ຂຶ້ນກັບພັກ
ໃດພັກນຶ່ງ ທີ່ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້.

ອົງການເກັບກຳໂຕເລກທາງດ້ານການເງິນທີ່ເປັນອິດສະຫຼະ ກ່າວ​ວ່າ ໜີ້​ສິນ​ຂອງ​ສະ
ຫະລັດ​ໃນ​ໄລຍະ​ຍາວ ປັດ​ຈຸ​ບັນ​ນີ້​ກາຍ​ກວ່າ 21 ພັນ​ຕື້ໂດ​ລາ ແລະອາດ​ຈະ​ຂຶ້ນ​ເປັນ​
ຫຼາຍ​ກວ່າ 33 ພັນ​ຕື້​ໂດ​ລາ​ໃນ​ປີ 2028 ດ້ວຍການ​ເພີ້​ມການ​ຂາດ​ດຸ​ນປະຈຳ​ປີ ທີ່​ໂດດ
ຂຶ້ນຈາກ 804 ພັນ​ລ້ານ​ໂດ​ລາປີ​ນີ້​ຫາ 1 ພັນ​ 500 ​ລ້ານ​ໃນ​ນຶ່ງ​ທົດສະວັດ. ​ໃນ​ສົກງົບ
ປະມານ​ປີ​ແລ້ວ​ນີ້ ​ທີ່​ສິ້ນ​ສຸດ​ລົງ​ໃນ​ເດືອນ​ກັນ ຍາ ການ​ຂາດ​ດຸ​ນ​ແມ່ນ​ມີ​ຢູ່ 665 ພັນລ້ານ
​ໂດ​ລາ.

ການ​ເພີ້​ມຂຶ້ນໃນການ​ຂາດດຸນ​ ​ດົນໄປແລ້ວ ອາດຈະ​ເຮັດ​ໃຫ້​ຍາກ​ຂຶ້ນ​ແກ່​ລັດຖະບານ
ສະຫະລັດ ​ເພື່ອ​ໃຫ້​ທຶນ​ເພີ້​ມຂຶ້ນພາຍ​ໃນ​ປະ​ເທດ ​ແລະໂຄງການ​ປ້ອງ​ກັນ​ປະ​ເທດ​ຕ່າງໆ.
ສ່ວນ​ແບ່ງປັນ​ທີ່​ໃຫຍ່​ກວ່າຂອງ​ງົບປະມານ​ລັດຖະບານ ບັດນີ້​ປະມານ 4 ພັນຕື້​ໂດ​ລາ
ທີ່​ຈະ​ຕ້ອງ​ໄດ້​ຈ່າຍ​ຄ່າ​ດອກ​ເບ້ຍສຳລັບ​ໜີ້​ທີ່​ເພີ້​ມຂຶ້ນ ​ແລະ​ອາດ​ຈະ​ເຮັດໃຫ້​ດອກເບ້ຍ
ສູງ​ຂຶ້ນ ສຳລັບບັນດາ​ທຸລະ​ກິດສະຫະລັດ ​ແລະ​ຜູ້​ບໍລິ​ໂພ​ກ.

ຫ້ອງ​ການ COB ທຳນາຍ​ວ່າ ເສດຖະກິດສະຫະລັດ ໃນປີນີ້ ຈະເຕີບໂຕ 3.3 ​ເປີ​ເຊັນ ຊຶ່ງເປັນເສດຖະກິດທີ່​ໃຫຍ່​ສຸດ​ໃນ​ໂລກ ​ແຕ່ຈະ​ຫລຸດ​ລົງ 2.4 ​ເປີ​ເຊັນໃນ​ປີ 2019.

ສະມາຊິກ​ພັກຣີພັບ​ບລິ​ກັນ​ຫຼາຍທ່ານເທົ່າ​ທີ່​ຜ່າ​ນມາ ມັກ​ຈະຕ້ອງຕິຕໍ່ການ​ເພີ້​ມໜີ້​ສິນ
ຂອງ​ສະຫະລັດ. ​ແຕ່​ໃນ​ການ​ຊອກ​ຫາ​ການຮັບ​ຜ່ານ​ຮ່າງ​ກົດໝາຍ​ກ່ອນການ​ໂຄສະນາ​
ຫາ​ສຽງ​ເລືອ​ກຕັ້ງ​ໃນ​ທ້າຍ​ປີ​ນີ້ ສະພາ​ຕໍ່າ​ພັກຣີພັບ​ບລິ​ກັນ ດ້ວຍການ ສະໜັບສະໜູນ
ຂອງ​ປະທານາທິບໍດີດໍ​ໂນ​ລ ​ທຣໍາ ​ໄດ້​ຮັບຜ່ານມາດ​ຕະການ​ຕັດ​ພາສີ 1.5 ພັນ​ຕື້ໂດ​ລາ
ທີ່​ໄດ້​ເອົາ​ເງິນໃສ່ໃນເຊັກ​ເບີກ​ເງິນຂອງສ່ວນໃຫຍ່​ຂອງ​ພວກ​ແຮງ​ງານ​ອາ​ເມຣິກັນ.

ບັນດາ​ສະມາຊິກ​ພັກ​ເດ​ໂມ​ແຄຣັດກ່າວ​ວ່າ ມາດ​ຕະການ​ເກັບ​ພາສີ ຊຶ່ງສ່ວນ​ໃຫຍ່​ໃຫ້
​ຜົນ​ປະໂຫຍ​ດແກ່ບັນດາຜູ້​ເສຍ​ພາສີ​ທີ່ຮັ່ງມີແລະ​ບໍລິສັດ​ຕ່າງໆ. ບໍ່​ມີ​ສະມາຊິກ ​ພັກ​ເດ
​ໂມ​ແຄຣັດຄົນ​ໃດ ​ລົງຄະ​ແນນ​ສຽງ​ສະໜັບສະໜຸນເອົາຮ່າງ​ກົດໝາຍນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG