ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ແລະ ບັນດາບໍລິສັດ ເພສັດຊະກຳ ຫັນມາຮ່ວມມືກັນ ຊອກຫາຢາປ້ອງກັນ ອີໂບລາ


Governments, Competitors Cooperate to Produce Ebola Vaccine
please wait

No media source currently available

0:00 0:02:56 0:00

ເບິ່ງວີດີໂອ ລາຍງານ ກ່ຽວກັບເລື້ອງນີ້

ການລະບາດຂອງພະຍາດອີໂບລາ ທີ່ຮ້າຍແຮງທີ່ສຸດ ໃນ
ປະຫວັດສາດ ແມ່ນຢູ່ໃນປີທີ 2 ​ແລ້ວ ແລະ ບັນດານັກວິທະ
ຍາສາດ ທົ່ວໂລກພວມທຳງານ ເພື່ອຄົ້ນຄວ້າຜະລິດຢາວັກຊີນ
ຕໍ່ຕ້ານເຊື້ອໄວຣັສນີ້. ຕັ້ງແຕ່ເດືອນທັນວາ ປີ 2013 ເປັນຕົ້ນມາ
ໃນເວລາພະຍາດອີໂບລາໄດ້ເລີ້ມລະບາດຂຶ້ນ ຢູ່ໃນອາຟຣິກາ
ຕາເວັນຕົກ ຊຶ່ງອົງການອານາໄມໂລກ ຫຼື WHO ລາຍງານ ວ່າ
ຫຼາຍກວ່າ 20,000 ຄົນ ໄດ້ຕິດເຊື້ອໄວຣັສດັ່ງ ກ່າວ ແລະໃນ
ຈຳນວນນັ້ນ ຫຼາຍກວ່າ 8,000 ຄົນ ໄດ້ເສຍຊີວິດ​ໄປແລ້ວ. ຜູ້ສື່
ຂ່າວວີໂອເອ Carol Pearson ມີລາຍງານ ກ່ຽວກັບຢາວັກຊີນ
2 ປະເພດ ທີ່ໄດ້ຜະລິດຂຶ້ນມາ ຊຶ່ງໄຊຈະເລີນສຸກ ຈະນຳມາສະ
ເໜີທ່ານໃນອັນດັບຕໍ່ໄປ.

ບັນດານັກຄົ້ນຄວ້າເຫຼົ່ານີ້ກຳລັງທຳງານ ເພື່ອຊອກຫາຢາວັກຊີນ ຊຶ່ງອາດຈະລວມຢູ່ໃນ
ຢາວັກຊີນຊະນິດທຳອິດ ທີ່ນຳໄປໃຊ້ກັບ ພະຍາດອີໂບລາ ທີ່ລະບາດ ຢູ່ໃນອາຟຣິກາ
ຕາເວັນຕົກ. ຫ້ອງທົດລອງ​ແຫ່ງ​ນີ້ ຊຶ່ງຢູ່ໃກ້ໆກັບ ນະຄອນ Rome ​ແມ່ນບໍລິສັດ ເພສັດ
ຊະກຳຍັກໃຫຍ່ GlaxoSmithKline ຫຼື GSK ເປັນເຈົ້າຂອງ.

ຫຼາຍໆທິມດ້ວຍກັນ ກຳລັງເຮັດວຽກ ຫາຢາວັກຊີນ ກັນພະຍາດອີໂບລາ. ໝົດທຸກຄົນ
ກ່າວວ່າ ພວກເຂົາເຈົ້າ ໄດ້ເລັ່ງຂະບວນການຜະລິດຂຶ້ນ ເພາະມີຄວາມຕ້ອງການນຳໃຊ້
ອັນຮີບດ່ວນ ແລະຈຳນວນ ຊີວິດພວກ​ຄົນ ທີ່ມີຄວາມສ່ຽງ ຕໍ່ການ​ເສຍ​ຊີວິດນັ້ນ. ໃນເດືອນ ພະຈິກ ປີກາຍນີ້ GSK ກ່າວວ່າການທົດລອງເທື່ອທຳອິດ ຂອງຢາວັກຊີນ ດັ່ງກ່າວນີ້ ແມ່ນ
ມີການທົນທານໄດ້ດີ ແລະໄດ້ມີການຕອບສະໜອງ ຜະລິດພູມຕ້ານທານ ໃນບັນດາ
ຜູ້ໃຫຍ່ ອາສາສະໝັກ ທີ່ມີສຸຂະພາບສົມບູນ ຈຳນວນ 20 ຄົນ ຜູ້ທີ່ໄດ້ຮັບຢາວັກຊີນ
ດັ່ງກ່າວນັ້ນ.

ຢາວັກຊີນ ຂອງບໍລິສັດ GSK ສົ່ງເສີມໃຫ້ຜະລິດ ພູມຕ້ານທານຕ່າງໆ ແລະ ຍັງກະຕຸ້ນ
ໃຫ້ມີການຕອບສະໜອງ ການສ້າງພູມຕ້ານທານ ໃນແຊລບາງຊະນິດ ທີ່ໄປທຳລາຍ
ພວກແຊລທີ່ຕິດເຊື້ອໄວຣັສ.

ດຣ. Riccardo Cortese ເປັນຫົວໜ້າຫ້ອງທົດລອງດັ່ງກ່າວ​ນັ້ນ.

ດຣ. Cortese ເວົ້າວ່າ “ເຊື້ອໄວຣັສອີໂບລາ ​ແມ່ນບໍ່ສາມາດຄວບຄຸມໄດ້ ໂດຍຢາ
ວັກຊີນ ທີ່ກະຕຸ້ນພຽງແຕ່ ສ້າງພູມຕ້ານທານເທົ່ານັ້ນ. ມີຫລັກຖານອັນໜັກແໜ້ນ
ວ່າ ຢາວັກຊີນຕ່າງໆ ແບບດັ່ງເດີມ ແມ່ນບໍ່ພຽງພໍ. ຢາວັກຊີນຂອງພວກເຮົາ.
ແທນທີ່ ຈະເປັນເຊັ່ນນັ້ນ ມັນຍັງກະຕຸ້ນອີກຂະແໜງໜຶ່ງ ທີ່​ສຳຄັນ​ ຂອງລະບົບ
ພູມຕ້ານທານ ອັນທີ່ກະຕຸ້ນພວກແຊລເພັດຊະຄາດ ຫຼື T cells ຊຶ່ງມັນສາມາດ
ບົ່ງຕົວ ພວກແຊລທີ່ຕິດເຊື້ອໄວຣັສໄດ້. ການປະສົມປະສານ ລະຫວ່າງ ທັງສອງ
ຍຸດທະສາດດັ່ງກ່າວ ແມ່ນມີປະສິດທິຜົນ ຕໍ່ຕ້ານພະຍາດອີໂບລາ.”

GSK ກ່າວວ່າ ການທົດລອງ ແມ່ນຍັງຈະຕ້ອງໄດ້ມີຫຼາຍຂຶ້ນຕື່ມ ກ່ອນທີ່ຢາວັກຊີນດັ່ງກ່າວ ຈະພ້ອມພຽງສຳຫລັບ ການນຳໃຊ້ຢ່າງກວ້າງຂວາງ.

Merck ​ແມ່ນບໍລິສັດເພສັດຊະກຳຍັກໃຫຍ່ ອີກ​ບໍລິສັດ​ໜຶ່ງ ປະກາດ​ວ່າ ຕົນ​ເລີ້ມ​ການ​ທົດ​
ລອງຄືນ​ອີກ ​ຢາ​ວັກ​ຊີ​ນ ທີ່​ຮູ້​ກັນ​ໂດຍ​ຊື່​ລະຫັດ VSV-ZEBOV ນັ້ນ. ການ​ທົດ​ລອງ​ຢາ​ວັກ​
ຊີ​ນນີ້ ​ໄດ້​ຖືກ​ໂຈະ​ໄວ້ ​ເມື່ອ​ວັນ​ທີ 11 ທັນວາ ປີ​ກາຍ​ນີ້ ຫຼັງຈາກ​ພວກ​ອາສາ​ສະໝັກຈຳນວນ​
ໜຶ່ງ ​ໄດ້​ລາຍ​ງານ​ວ່າ ມີ​ອາການ​ເຈັບປວດໜ້ອຍ​ໜຶ່ງ ​ໃນຂໍ້​ຕໍ່ກະດູກ. ການ​ທົດ​ລອງ​ຕ່າງໆ
​ແມ່ນ​ສືບຕໍ່​ໄປ​ ດ້ວຍ​ປະລິ​ມານລົດ​ລົງ ຂອງ​ຢາ​ວັກ​ຊີ​ນທີ່ມີ​ທ່າ​ແຮງ​ນີ້.

ສະຖານະ​ການ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ກໍ່​ໃຫ້​ເກີດ ມີ​ພາຄີ​ຕ່າງໆ​ທີ່​ຜິດ​ປົກກະຕິຂຶ້ນ.
ຢູ່​ທີ່​ກອງ​ປະ​ຊຸມ​ ໃນນະຄອນຫລວງ​ວໍ​ຊິງ​ຕັນ ​ເມື່ອ​ບໍ່​ດົນ​ມາ​ນີ້ ດຣ. Julie Gerberding
ປະທານ​ບໍລິສັດ Merck ກ່າວ​ວ່າ ​ແມ່ນ​ກະ​ທັງ​ບໍລິສັດເພສັດຊະກຳຕ່າງ​ໆ ທີ່ເປັນ​ຄູ່​ແຂ່ງ​
ກັນນັ້ນ ​ແມ່ນ​ຫັນ​ມາ​ເຮັດ​ວຽກ​ຮ່ວມ​ກັນ.

ດຣ. Gerberding ​ເວົ້າວ່າ “ມີ​ພາຄີ​ແບບ​ພິ​ເສດ​ໃນ​ບາງ​ສ່ວນ ທີ່​ເກີດ​ຂຶ້ນ​ຢູ່ນະ​ທີ່​ນີ້. ​
ແລະ ​ໜຶ່ງ​ໃນ​ນັ້ນ ​ແມ່ນ​ພາຄີ ລະຫວ່າງ​ພວກ​ຄົນ​ຜູ້​ທີ່ ​ເຄີຍ​ເປັນ​ຄູ່​ແຂ່ງ​ກັນ​ມາ
ຕັ້ງ​ແຕ່​ດັ່ງ​ເດີມ.”

ຢາ​ວັກ​ຊີ​ນທີ່​ມີ​ທ່າ​ແຮງຫຼາຍໆ​ຊະນິດ ​ແມ່ນກຳລັງຜະລິດ​ຂຶ້ນມາ ​ແລະ ດຽວ​ນີ້​ກຳລັງ​ຢູ່​ໃນ​
ຂັ້ນການ​ທົດ​ລອງຕາມ​ຫລັກການ​ແພດ. ດັ່ງ​ນີ້ ມັນອາດ​ເພີ້​ມຄວາມ​ເປັນ​ໄປ​ໄດ້​ສູງ ຂອງ​
ການ​ຜະລິດ​ຢາວັກ​ຊີ​ນ ຢ່າງ​ນ້ອຍ​ຊະນິດ​ໜຶ່ງ ທີ່​ມີ​ປະສິດທິພາບ ​ຕໍ່ຕ້ານ​ພະຍາດ​ອີ​ໂບລາ​
ໄດ້. ​ແລະ​ຖ້າ​ຫາກ​ວ່າ ມີ​ຢາ​ວັກ​ຊີ​ນ ທີ່​ມີ​ປະສິດທິພາບ ຫຼາຍກວ່າ​ໜຶ່ງ​ຊະນິດ ມັນ​ຍິ່ງ​ເປັນ​
ການ​ດີ. ມັນ​ອາດ​ເພີ້​ມ​ໂອກາດຫຼາຍ ສຳ​ຫລັບ​ຈຳນວນ​ຄົນ​ສ່ວນ​ໃຫຍ່ ​ທີ່​ອາດ​ໄດ້​ຮັບ​ການ
​ສັກ​ຢາປ້ອງ​ກັນ​ພະຍາດດັ່ງ​ກ່າວ ​ແລະຍຸດຕິການລະບາດ​ ໃຫ້​ສິ້ນສຸດ​ລົງ. ມັນ​ຍັງ​ອາດ
​ໝາ​ຍຄວາມ​ວ່າ ຈະ​ບໍ່​ມີ​ການລະບາດ​ຂອງ​ອີ​ໂບລາ​ ທີ່​ຮ້າຍ​ແຮງ​ກວ່າ​ຄັ້ງນີ້ ​ອີກ​ຕໍ່​ໄປ.

XS
SM
MD
LG