ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດ​ຖະ​ບານ​ ລາວ​ ຈະ​ໄດ້​ຮັບ​ສ່ວນ​ແ​ບ່ງ​ພຽງ​ແຕ່ 10 ເປີ​ເຊັນ​ ​ຈາກ​ການ​ຮ່ວມ​ລົງທຶນ​ກັບ​ວິ​ສາ​ຫະ​ກິດ ຈີນ


ສະຖານີໄຟຟ້າ ຜາອຸດົມ ແຂວງບໍ່ແກ້ວ ຂອງລັດວິສາຫະກິດໄຟຟ້າລາວ ຫຼື EDL
ສະຖານີໄຟຟ້າ ຜາອຸດົມ ແຂວງບໍ່ແກ້ວ ຂອງລັດວິສາຫະກິດໄຟຟ້າລາວ ຫຼື EDL

ລັດ​ຖະ​ບານ​ລາວ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ພຽງ​ແຕ່ 10 ເປີ​ເຊັນ​ເທົ່າ​ນັ້ນ​ຈາກ​ການ​ຮ່ວມ​ລົງ​ທຶນ​ກັບ​ວິ​ສາ​ຫະ​ກິດ ຈີນ ໃນ​ການ​ຈັດ​ຕັ້ງ​ວິ​ສາ​ຫະ​ກິດ​ສາຍ​ສົ່ງ​ໄຟ​ຟ້າ​ແຫ່ງ​ຊາດ​ລາວ (EDL-T) ທີ່​ມີ​ອາ​ຍຸ​ສຳ​ປະ​ທານ​ຍາວ​ເຖິງ 40 ປີ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ (EDL) ເປີດ​ເຜີຍ​ວ່າ​ການ​ຈັດ​ຕັ້ງ​ບໍ​ລິ​ສັດ​ສາຍ​ສົ່ງ​ໄຟ​ຟ້າ​ແຫ່ງ​ຊາດ​ລາວ (EDL-T) ທີ່​ເປັນ​ການ​ຮ່ວ​ມ​ທຶນ​ລະ​ຫວ່າງ EDL ກັບ​ບໍ​ລິ​ສັດຕາ​ໜ່​າງ​ໄຟ​ຟ້າ​ພາກ​ໃຕ້​ຂອງ ຈີນ ພາຍ​ໃຕ້​ເປົ້າ​ໝາຍ​ທີ່​ຈະ​ພັດ​ທະ​ນາ​ໂຄງ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ທີ່​ທັນ​ສະ​ໄໝ​ໃນ ລາວ ໂດຍ​ອາ​ໄສ​ເງິນ​ທຶນ ແລະ ເທັກ​ນິ​ກ​ທັນ​ສະ​ໄໝ​ຈາກ ຈີນ ເປັນຫຼັກ​ຊຶ່ງ​ເລີ່ມ​ຈາກ​ການ​ລົງ​ທຶນ 2,000 ລ້ານ​ໂດ​ລາ​ເພື່ອ​ວາງ​ໂຄງ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ຂະ​ໜາດ 500 ກິ​ໂລ​ວັດ​ເຊື່ອມ​ຕໍ່​ລາວ​ກັບ​ແຂວງ​ຢຸ່ນ​ໜານ​ຂອງ ຈີນ ແລະ ເຊື່ອມ​ຕໍ່​ເພື່ອ​ສົ່ງ​ໄຟ​ຟ້າ 1,700 ເມ​ກະ​ວັດ​ຂາຍ​ໃຫ້​ກຳ​ປູ​ເຈຍ​ກັບ 5,000 ເມ​ກະ​ວັດ​ສົ່ງ​ໃຫ້​ ຫວຽດ​ນາມ ລວມ​ເຖິງ​ການ​ສົ່ງ​ໄຟ​ຟ້າ 10,500 ເມ​ກະ​ວັດ​ໃຫ້​ໄທ​ພາຍ​ໃນ​ປີ 2030 ນັ້ນ​ລ້ວນ​ແລ້ວ​ແຕ່​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຝ່າຍ ຈີນ ທັງ​ໝົດ​ເພາະ​ຝ່າຍ​ຈີນ​ຖື​ຫຸ້ນ​ເຖິງ 90 ເປີ​ເຊັນ​ໃນ​ຂະ​ນະ​ທີ່ EDL ຖື​ຫຸ້ນ​ພຽງ 10 ເປີ​ເຊັນ​ຂອງ​ການ​ຮ່ວມ​ລົງ​ທຶນ​ດັ່ງ​ກ່າວ​ທີ່​ມີ​ອາ​ຍຸ​ສຳ​ປະ​ທານ​ເຖິງ 40 ປີ ແລະ ໃນ​ໄລ​ຍະ​ທີ່​ຜ່ານ​ມາ EDL ກໍ​ໄດ້​ໂອນ​ໂຄງ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ຂະ​ໜາດ 230 ກິ​ໂລ​ໂວນ ຂຶ້ນ​ໄປ​ໃຫ້​ກັບ​ບໍ​ລິ​ສັດ​ຈີນ​ທັງ​ໝົດ​ແລ້ວ ໂດຍ​ບໍ​ລິ​ສັດ ຈີນ ກໍ​ໄດ້​ຊຳ​ລະ​ເງິນ​ໃຫ້​ກັບ EDL ໃນ​ມູນ​ຄ່າ 625 ລ້ານ​ໂດ​ລາ​ເພື່ອ​ເປັນ​ຄ່າ​ໂອນ​ໂຄງ​ຂ່າຍ​ສາຍ​ໄຟ​ຟ້າ​ດັ່ງ​ກ່າວ​ໝາຍ​ຄວາມ​ວ່າ​ນັບ​ຈາກ​ປັດ​ຈຸ​ບັນ​ໄປ​ຈົນ​ຄົບ​ອາ​ຍຸ​ສຳ​ປະ​ທານ 40 ປີ​ນັ້ນ EDL ຍັງ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ຈາກ EDL-T ໃນ​ສັດ​ສ່ວນ 10 ເປີ​ເຊັນ​ຂອງ​ລາຍ​ໄດ້​ທັງ​ໝົດ​ໃນ​ແຕ່​ລະ​ປີ ແລະ ເມື່ອ​ຄົບ​ອາ​ຍຸ​ສຳ​ປະ​ທານ 40 ປີ​ແລ້ວ​ນັ້ນ ຈຶ່ງ​ຈະ​ໂອນ​ກິດ​ຈະ​ການ​ທັງ​ໝົດ​ຄືນ​ມາ​ໃຫ້ EDL ເປັນ​ເຈົ້າ​ຂອງ​ພຽງ​ຜູ້​ດຽວ ດັ່ງ​ເຈົ້າ​ໜ້າ​ທີ່ EDL ຢືນ​ຢັນ​ວ່າ

“ຫຼັກ​ການ​ໃຫຍ່ໆ​ທີ່​ເຮົາ​ໄດ້​ມີ​ກາ​ນ​ຕົກ​ລົງ​ຮ່ວມ​ກັນ​ແລ້ວ​ກໍ​ມີ​ການ​ເຊັນ​ກັບ ຈີນ ກໍ​ຄື​ນຶ່ງ Ownership ຍັງ​ເປັນ​ຂອງ​ລັດ​ຖະ​ບານ ອັນ​ນີ້​ເປັນ​ການ​ມາ​ສຳ​ປະ​ທານ​ສາຍ​ສົ່ງ 40 ປີ​ເທັ່າ​ນັ້ນ ສອງ​ກໍ​ຄື​ເຂົາ​ຈະ​ຕ້ອງ​ໄດ້​ນຳ​ທຶນ​ເຂົ້າ​ມາ​ລົງ​ທຶນແລ້ວ​ກໍ​ປັບ​ປຸງ​ລະ​ບົບ​ສາຍ​ສົ່ງ​ຕ່າງໆ ລວມ​ໄປ​ເຖິງ​ການ​ເຊື່ອມ​ໄປ​ເຖິງ ຈີນ ໃນ​ອະ​ນາ​ຄົດ.”

ແຕ່​ຢ່າງ​ໃດ​ກໍ່​ຕາມ EDL ກໍ​ຍັງ​ຕ້ອງ​ໄດ້​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ສະ​ພາບ​ຄ່ອງ​ທາງ​ການ​ເງິນ​ຢ່າງ​ຮຸນ​ແຮງ​ໃນ​ປັດ​ຈຸ​ບັນ​ນີ້ ໂດຍ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ມີ​ໜີ້​ສິນຫຼາຍ​ທີ່​ສົມ​ທົບ​ດ້ວຍ​ການ​ຂາດ​ທຶນ​ຈາກ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຕໍ່​ເນື່ອງ ເພາະ​ການ​ບໍ​ລິ​ຫານ​ງານ​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ຈຶ່ງ​ເຮັດ​ໃຫ້ EDL ມີ​ໜີ້​ສິນ​ສະ​ສົມ​ເກີນກວ່າ 2,500 ລ້ານ​ໂດ​ລາ ຊຶ່ງ​ຈະ​ຕ້ອງ​ມີ​ການ​ປັບ​ຂຶ້ນ​ຄ່າ​ຊົມ​ໃຊ້​ໄຟ​ຟ້າ​ໃນ​ປະ​ເທດ​ເທົ່າ​ນັ້ນ ຈຶ່ງ​ຈະຫຼຸດ​ຜ່ອນ​ບັນ​ຫາ​ຂາດ​ທຶນ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ລວມ​ເຖິງ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ຜູ້​ລົງ​ທຶນ​ໃນ​ໂຄງ​ການ​ເຂື່ອນ​ຕ່າງໆ​ເພື່ອ​ຂໍ​ໃຫ້​ຍອມ​ຮັບ​ການ​ຊຳ​ລະ​ລາ​ຄາ​ໄຟ​ຟ້າ​ດ້ວຍ​ເງິນ​ກີບ​ໃນ​ສັດ​ສ່ວນບໍ່​ນ້ອຍກວ່າ 30 ເປີ​ເຊັນ​ຂອງ​ມູນ​ຄ່າ​ໄຟ​ຟ້າ​ທັງ​ໝົດ​ທີ່ EDL ຊື້​ຈາກ​ທຸກ​ໂຄງ​ການ​ໃນ​ລາວ​ຫາກບໍ່​ສະ​ນັ້ນ​ແລ້ວ EDL ກໍ​ຈະ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂ​າດ​ທຶນ​ຕໍ່​ໄປ.

ແຕ່​ຢ່າ​ງ​ໃດ​ກໍ່​ຕາມ​ທາງ​ການ​ລາວ​ກໍ​ຄາດ​ຫວັງ​ວ່າ​ການ​ມີ​ໂຄງ​ຂ່າຍ​ສາຍ​ສົ່ງ​ທີ່​ທັນ​ສະ​ໄໝ​ທີ່​ເຊື່ອມ​ຕໍ່​ກັນ​ໄດ້​ທົ່ວ​ປະ​ເທດ​ນັ້ນ ກໍ​ຍ່ອມ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ລາວ ທັງ​ການ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້​ພາຍ​ໃນ ແລະ ການ​ສົ່ງ​ອອກ​ໄຟ​ຟ້າ​ໄປ​ຕ່າງ​ປະ​ເທດ ອັນ​ຈະ​ເຮັດ​ໃຫ້​ລາວ​ມີ​ລາຍ​ຮັບ​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ນັບ​ມື້​ດ້ວຍ ດັ່ງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ຄື​ໄລ​ຍະ​ຜ່ານ​ມານີ້​ແຫຼ່ງ​ຜ​ະ​ລິດ​ຂອງ​ລາວນີ້​ມັນ​ຍັງ​ຢາຍ​ຢູ່​ທາງ​ພາກ​ເໜືອ​, ພາກ​ກາງ, ພາກ​ໃຕ້. ແຕ່​ວ່າ​ການ​ລຳ​ລຽງ​ມັນ​ຍັງ​ພົບ​ຂໍ້​ຫຍຸ້ງ​ຍາກນີ້​ກໍ​ຍ້ອນ​ວ່າ​ເຮົາ​ຍັງ​ບໍ່​ທັນ​ມີ​ທຶນ​ພຽງ​ພໍ​ທີ່​ຈະ​ໄປ​ສ້າງ​ສາຍ​ສົ່ງ​ແຫ່ງ​ຊາດ ສະ​ນັ້ນ​ເພື່ອ​ເຮັດ​ໃຫ້​ການ​ຕອບ​ສະ​ໜອງ​ໄຟ​ຟ້າ​ຢູ່​ໃນ​ພາກ​ເໜືອ​ຫາ​ພາກ​ໃຕ້, ພາກ​ໃຕ້​ຫາ​ພາກ​ກາງ, ພາກ​ໃດ​ກໍ​ແລ້ວ​ແຕ່ ຫຼື ໄປ​ຕ່າງ​ປະ​ເທດ​ກໍ​ແລ້ວ​ແຕ່ ແລະ ເພື່ອ​ໂຮມ​ເອົາ​ແຫຼ່ງ​ຜະ​ລິດ​ຕ່າງໆ​ທີ່​ມີ​ຢູ່​ໃນ ລາວ ເອົາ​ມາ​ນຳ​ໃຊ້​ທາງ​ລັດ​ຖະ​ບານ​ຈຶ່ງ​ໄດ້​ມີ​ນະ​ໂຍ​ບາຍ​ໃຫ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ສາຍ​ສົ່ງ​ແຫ່ງ​ຊາດນີ້​ຂຶ້ນ ແລະ ເມື່ອ​ໃດ​ເຮົ​າ​ສຳ​ເລັດ​ໂຄງ​ການນີ້​ແລ້ວ ຄວາມ​ສົມ​ດຸນ​ໃນ​ການ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ຢູ່​ໃນ​ລາວ​ເອງ​ແລ້ວ​ກໍ​ຢູ່​ໃນ​ພາກ​ພື້ນນີ້​ຈະ​ໝັ້ນ​ທ່ຽງ​ຂຶ້ນ​ອີກ.”

ນອກ​ຈາກນີ້ EDL ຍັງ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ຜະ​ລິດ​ໄຟ​ຟ້າ​ລາວ (ມະ​ຫາ​ຊົນ) ຈຳ​ກັດ (EDL-Gen) ຂຶ້ນ​ມາ​ເພື່ອ​ລະ​ດົມ​ເງິນ​ທຶນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເມື່ອ​ທ້າຍ​ປີ 2010 ຊຶ່ງ​ກໍ​ເປັນ​ແນວ​ທາງ​ນຶ່ງ​ຂອງ​ການ​ແກ້​ບັນ​ຫາ​ດ້ານ​ໜີ້​ສິນ​ດັ່ງ​ກ່າວ ລວມ​ເຖິງ​ການ​ປັບ​ປຸງ​ບໍ​ລິ​ຫານ​ງານ​ໃຫ້​ຄ່ອງ​ຕົວຫຼາຍ​ຂຶ້ນ ຊຶ່ງ​ຜ່ານ​ມາ EDL-Gen ໄດ້​ລະ​ດົມ​ທຶນ​ຈາກ​ຕະຫຼາດ​ຫຸ້ນ​ໃນ​ປະ​ເທດ ໄທ ແລ້ວ​ເກືອບ​ເຖິງ 70,000 ລ້ານ​ບາດ.

XS
SM
MD
LG