ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຮງໝໍລັດຖະບານລາວ ສາມາດຮັບຄົນປ່ວຍຈາກໂຄວິດ-19 ໄດ້ພຽງແຕ່ 180 ຄົນ


ຫ້ອງການພະແນກຊຶມເຊື້ອ ແລະ ພະຍາດເຂດຮ້ອນ ໃນ ສປປ ລາວ.
ຫ້ອງການພະແນກຊຶມເຊື້ອ ແລະ ພະຍາດເຂດຮ້ອນ ໃນ ສປປ ລາວ.

ໂຮງໝໍຂອງລັດຖະບານໃນນະຄອນວຽງຈັນ ສາມາດຮອງຮັບຜູ້ປ່ວຍທີ່ຕິດເຊື້ອ ໄວຣັສໂຄ
ວິດ-19 ໄດ້ພຽງ 180 ຄົນ ສ່ວນຜູ້ປ່ວຍທີ່ເກີນກວ່າຈຳນວນດັ່ງກ່າວ ຈະຖືກສົງໂຕ ໄປຮັກ
ສາຢູໂຮງໝໍສະໜາມ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຢືນຢັນວ່າ ການລະບາດ
ຂອງພະຍາດໄວຣັສໂຄວິດ-19 ຢູ່ໃນລາວໃນປັດຈຸບັນນີ້ ເປັນການລະບາດໃນຊຸມຊົນທີີ່ມີ
ການຕິດຕໍ່ກັນຢ່າງໄວວາ ແລະຢ່າງກວ້າງຂວາງ ຊຶ່ງເຮັດໃຫ້ຕ້ອງດຳເນີນການສ້າງຕັ້ງໂຮງ
ໝໍສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອ ທີ່ເພີ້ມຂຶ້ນດັ່ງກ່າວໃນທົ່ວປະເທດ ເພາະວ່າໂຮງໝໍ
ຂອງລັດຖະບານບໍ່ສາມາດ ຮອງຮັບໄດ້ຢ່າງພຽງພໍໂດຍສະເພາະແມ່ນໃນເຂດນະຄອນ
ຫຼວງວຽງຈັນທີ່ໂຮງ ໝໍຂອງລັດ 3 ແຫ່ງກໍຄືໂຮງໝໍມິດຕະພາບ ໂຮງໝໍເສດຖາທິລາດ
ແລະໂຮງໝໍ 103 ນັ້ນ ສາມາດຮອງຮັບຜູ້ປ່ວຍໂຄວິດ-19 ໄດ້ລວມກັນພຽງ 180 ຄົນ ທີີ່ມີ
ອາການປານກາງ ໄປຫາອາການໜັກ ສ່ວນນອກນັ້ນຈະບໍ່ມີທາງເລືອກອື່ນ ໃດ ນອກຈາກ
ການສົ່ງໄປຮັກສາປີ່ນປົວ ທີ່ໂຮງໝໍສະໜາມເທົ່ານັ້ນ ເພາະວ່າ ທາງການລາວ ຍັງບໍ່ພ້ອມ
ທີ່ຈະຈັດໃຫ້ມີການຮັກສາຜູ້ປ່ວຍຢູ່ທີ່ເຮືອນພັກນັ້ນເອງ ດັ່ງທີ່ທ່ານລັດຕະນະໄຊ ໄດ້ໃຫ້
ການຢືນຢັນວ່າ:

“ຕໍ່ສະພາບການດັ່ງກ່າວ ທາງກະຊວງສາທາລະນະສຸກ ກໍຄືສາທາລະນະສຸກ ໃນແຕ່ລະ
ແຂວງ ກໍແມ່ນໄດ້ຮີບຮ້ອນ ຄົ້ນຄວ້າ ແລະຈັດສັນໂຮງໝໍພາກສະໜາມຂຶ້ນຢູ່ຫຼາຍແຫ່ງແຕ່
ຍັງບໍ່ສາມາດຕອບສະໜອງໄດ້ຕໍ່ຄວາມຮຽກຮ້ອງຕ້ອງ ການຂອງສັງຄົມ ເຊັ່ນການມາຮັບ
ຄົນເຈັບໄວ ການຈັດຫາຕຽງນອນໃຫ້ແກ່ຄົນ ເຈັບ ໃນໄລຍະຮີບດ່ວນ ກ່ຽວກັບການຈຳກັດ
ບໍລິເວນຢູ່ເຮືອນແລະການປີ່ນປົວ ຢູ່ກັບເຮືອນ ແມ່ນຍັງບໍ່ທັນໄດ້ຖືກຈັດຕັ້ງ ໃນປະເທດ
ຂອງພວກເຮົາເທື່ອເນື່ອງ ຈາກວ່າໂຮງໝໍສູນກາງ ໂຮງໝໍແຂວງແມ່ນຍັງບໍ່ທັນມີຄວາມສາ
ມາດທີ່ຈະຮອງ ຮັບຄົນເຈັບໄດ້ເທື່ອ.

ໂດຍຄວາມບໍ່ພ້ອມທາງດ້ານສາທາລະນະສຸກຂອງລາວດັ່ງກ່າວ ມີສາເຫດສຳຄັນມາຈາກ
ສະພາວະການຂາດແຄນທາງດ້ານງົບປະມານຈຶ່ງເຮັດໃຫ້ຕ້ອງເພີ່ງ ພາການຊ່ວຍເຫຼືອ
ຈາກຕ່າງປະເທດເປັນດ້ານຫລັກ ຊຶ່ງໃນຊ່ວງເດືອນກຸມພາ 2020 ຫາເດືອນສິງຫາ ປີ
2021 ລັດຖະບານລາວກໍໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ ທີ່ປະກອບສ່ວນເຂົ້າ
ໃນການສະກັດກັ້ນການລະບາດຂອງ ພະຍາດໂຄວິດ-19 ຄິດເປັນມູນຄ່າເກີນກວ່າ 88
ຕື້ກີບແລະໄດ້ຮັບເງິນບໍ ລິຈາກສົມທົບພາຍໃນປະເທດອີກກວ່າ 20 ຕຶື້ກີບ ໂດຍໃນນີ້ກໍ
ໄດ້ມີການໃຊ້ ຈ່າຍໄປແລ້ວກວ່າ 6 ຕື້ກີບ ຈຶ່ງຍັງເຫຼືອ 14 ກວ່າຕື້ກີບ ທີ່ສາມາດນໍາໃຊ້
ໄດ້ ໃນໄລຍະຕໍ່ໄປນີ້ ດັ່ງທີ່ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີໄດ້ ໃຫ້
ການຢືນຢັນວ່າ:

“ມາຮອດເຖິງວັນທີ 6 ສິງຫາ 2021 ໄດ້ຮັບການຊ່ວຍເຫຼືອຈາກພາຍໃນ ແລະຕ່າງປ
ະເທດທີ່ມີຢາປິ່ນປົວ ແລະເງິນສົດລວມເປັນມູນຄ່າປະມານ 88.34 ຕື້ກີບ 76.25
ລ້ານໂດລາ23.71 ລ້ານບາດ 13.45 ລ້ານຢວນ 248.67 ລ້ານເຢນ 431.33 ລ້ານ
ດົງ ສ່ວນເງິນຊ່ວຍເຫຼືອຈາກສັງຄົມຈຳນວນ 20 ຕື້ 50 ລ້ານກີບແລະນຳໃຊ້ແລ້ວ 6
ຕື້ກີບຍັງເຫຼືອ 14 ຕື້ ກັບ 50 ລ້ານກີບ 5.85 ລ້ານໂດລາ 8.1 ລ້ານບາດ."

ທັງນີ້ລັດຖະບານລາວໄດ້ວາງເປົ້າໜາຍການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້
ໄດ້ໃນອັດຕາ 50 ເປີເຊັນ ຂອງຈຳນວນປະຊາກອນລາວທັງໝົດໃນທ້າຍປີ 2021 ນີ້
ໂດຍນານາຊາດ ແລະອົງການອານະໄມໂລກ (WHO) ໄດ້ຕົກລົງ ໃຫ້ໃຫ້ການຊ່ວຍ
ເຫຼືອແກ່ລັດຖະບານລາວ ດ້ານຢາວັກຊີນກັນໂຄວິດ-19 ສະ ເພາະໃນ ປີ 2021 ຄິດ
ເປັນຈຳນວນຮວມກັນ 7.5 ກວ່າລ້ານໂດສ ທີ່ພຽງພໍ ສຳລັບການສັກໃຫ້ປະຊາຊົນລາວ
3.7 ລ້່ານຄົນ ຫຼື 50 ເປີເຊັນ ຂອງປະຊາ ກອນ ລາວທັງໝົດ ຫາກແຕ່ສຳລັບເປົ້າໝາຍ
ທີ່ຈະສັກຢາວັກຊີນດັ່ງກ່າວ ໃຫ້ ເພີ້ມຂຶ້ນເປັນ 70 ເປີເຊັນ ຂອງປະຊາກອນທັງໝົດ ໃນ
ປີ 2022 ນັ້ນລັດຖະ ບານລາວຈະຕ້ອງ ຈັດຫາດ້ວຍຕົນເອງເພາະຈະບໍ່ມີການຊ່ວຍ
ເຫຼືອລ້າຈາກຕ່າງ ປະເທດເພີິ້ມຕື່ມຂຶ້ນອີກ ໃນປີ 2022ນັ້ນເອງ.

ທັງນີ້ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອດ້ານຢາວັກຊີນກັນໂວຣັສ COVID-19 ແກ່
ລັດຖະບານລາວແລ້ວ 6 ຄັ້ງ ມີຈຳນວນລວມເຖິງ 2,902,00 ໂດສ ສ່ວນອົງການອະນະ
ໄມໂລກ (WHO) ໃຫ້ການຊ່ວຍເຫຼືອ 232,620 ໂດສ ແລະລັດຖະບານສະຫະລັດ ກໍ
ໃຫການຊ່ວຍເຫຼືອວັກຊີນ Johnson & Johnson ກວ່າ 1 ລ່້ານໂດສ ກັບ 1.43 ກວ່າ
ລ່້ານໂດສນັ້ນເປັນການຊ່ວຍ ເຫຼືອຈາກອອສເຕຣເລຍ ອັງກິດ ຍີ່ປຸ່ນ ທັງຍັງຈະໄດ້ຮັບ
ການຊ່ວຍເຫຼືອຈາກ ອົງການອະນາໄມໂລກ (WHO) ແລະຈີນອີກກວ່າ 1 ລ້ານໂດສ
ໃນໄວໆນີ້ ໂດຍນັບຈາກຕົ້ນເດືອນເມສາ ຫາຕົ້ນເດືອນຕຸລາ ປີ 2021 ໃນລາວມີຄົນຕິດ
ໄວຣັສໂຄວິດ-19 ເກີນກວ່າ27,600 ຄົນ ສ່ວນຜູ້ທີ່ໄດ້ສັກຢາວັກຊີນເຂັມທີ 1 ກັບເຂັມ
ທີ 2 ແລ້ວນັ້ນມີເກີນກວ່າ 3 ລ້ານ ແລະ 2 ລ້່ານ ກວ່າຄົນຕາມລຳດັບ.

XS
SM
MD
LG