ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈັດສັນທີ່ດິນ ເນື້ອທີ່ລວມຫຼາຍກວ່າ 537,000 ເຮັກຕ້າ ໄປຕາມແລວທາງລົດໄຟ ລາວ-ຈີນ ແກ່ບັນດາບໍລິສັດຈີນ


ຮູບພາບບາງເນື້ອທີ່ຈັດສັນ ຢູ່ຕາມແລວທາງຂອງເສັນທາງລົດໄຟ ລາວ-ຈີນ.
ຮູບພາບບາງເນື້ອທີ່ຈັດສັນ ຢູ່ຕາມແລວທາງຂອງເສັນທາງລົດໄຟ ລາວ-ຈີນ.

ລັດຖະບານລາວ ຈັດສັນທີ່ດິນເນື້ອທີ່ລວມຫຼາຍກວ່າ 537,000 ເຮັກຕ້າ ໄປຕາມແລວທາງລົດໄຟ ລາວ-ຈີນ ໃນລາວ ແກ່ບັນດາບໍລິສັດຈີນ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາ ແລະໂຄງການພັດທະນາຕ່າງໆຢ່າງຮອບດ້ານ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ຜູ້ປະສານງານເຄືອຂ່າຍອະນຸລັກສິ່ງແວດລ້ອມທໍາມະຊາດ ໃນລຸ່ມແມ່ນໍ້າຂອງເປີດ ເຜີຍວ່າ ກະຊວງກະສິກໍາ ແລະປ່າໄມ້ຂອງລາວ ໄດ້ສໍາເລັດການຈັດສັນທີ່ດິນຕາມແລວທາງລົດໄຟ ລາວ-ຈີນ ທັງໝົດເພື່ອຈະສົ່ງມອບໃຫ້ແກ່ບໍລິສັດຈີນທີ່ໄດ້ຮັບສໍາ ປະທານການຜະລິດສິນຄ້າກະສິກໍາ ສໍາລັບສົ່ງອອກໄປຕ່າງປະເທດ ແລະການລົງ ທຶນໃນໂຄງການພັດທະນາຕ່າງໆ ຢ່າງຮອບດ້ານ ຕາມເສັ້ນທາງລົດໄຟ ລາວ-ຈີນ ໃນລາວນັ້ນ ແຕ່ຍັງບໍ່ທັນແຈ່ມແຈ້ງວ່າບັນດາບໍລິສັດຈີນຈະນໍາໃຊ້ທີ່ດິນເພື່ອປູກພືດຊະນິດໃດເປັນຫຼັກ ສ່ວນການລົງທຶນໃນໂຄງການພັດທະນາຢ່າງຮອບດ້ານນັ້ນຈະ ລວມເອົາການຂຸດຄົ້ນແຮ່ທາດດ້ວຍ ຫຼືບໍ່ ຈຶ່ງໄດ້ແຕ່ຫວັງວ່າ ບໍລິສັດຈີນຈະໃຫ້ຄວາມສໍາຄັນກັບໂຄງການພັດທະນາທີ່ເປັນມິດກັບສິ່ງແວດລ້ອມ ແລະນໍາໃຊ້ປະ ໂຫຍດຈາກຊັບພະຍາກອນທໍາມະຊາດຢ່າງຍືນຍົງ, ດັ່ງທີ່ຜູ້ປະສານງານໄດ້ຄາດຫວັງວ່າ:

“ແນວຄວາມຄິດການພັດທະນາສີຂຽວ ແລະຍືນຍົງນີ້ ເປັນແນວຄິດບໍ່ແມ່ນແຕ່ຂອງສະເພາະ ສ.ປ. ຈີນ ຫຼືວ່າລາວເຮົາເນາະ ເພາະມັນເປັນແນວຄວາມຄິດ ຂອງສາ ກົນ ຈັງຊັ້ນແລ້ວ ການພັດທະນາລົດໄຟ ລາວ-ຈີນນີ້ ພວກເຮົາເຂົ້າໃຈວ່າ ຈະມີການລົງທຶນຕາມແລວເສັ້ນທາງຫຼາຍຂຶ້ນ, ຈັງຊັ້ນ ການລົງທຶນນີ້ ພວກເຮົາຢາກໃຫ້ຮັບປະກັນເຖິງການຮັກສາສິ່ງແວດລ້ອມ ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ແລ້ວກໍຊຸມຊົນເນາະ.”

ທັງນີ້ ໂດຍທາງການລາວໄດ້ຈັດສັນທີ່ດິນໃນບໍລິເວນແລວທາງລົດໄຟ ລາວ-ຈີນ ໃນລາວທັງ 2 ເບື້ອງຂອງເສັ້ນທາງ ເພື່ອຮອງຮັບການລົງທຶນຂອງບັນດາບໍລິສັດຈີນ ຄິດເປັນພື້ນທີ່ລວມຫຼາຍກວ່າ 537,000 ເຮັກຕ້າໃນແຂວງຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ແລະວຽງຈັນ, ພ້ອມກັນນີ້ ກໍຍັງໄດ້ຈັດສັນທີ່ດິນເກືອບ 2 ລ້ານເຮັກຕ້າ ເພື່ອຮອງຮັບການລົງທຶນຕາມແລວທາງເສດຖະກິດ ຕາເວັນຕົກ-ຕາເວັນອອກ ໃນພື້ນທີ່ 13 ແຂວງອີກດ້ວຍ, ດັ່ງທີ່ທ່ານເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ຖະແຫຼງຢືນຢັນວ່າ:

“ໄດ້ສໍາເລັດການກໍານົດເຂດເນື້ອທີ່ປູກພືດຕາມແລວທາງລົດໄຟ ລາວ-ຈີນ ຫຼາຍກວ່າ 537,000 ເຮັກຕ້າ ກວມເອົາ 4 ແຂວງແລະແລວທາງເສດຖະກິດຕາເວັນ ຕົກ-ຕາເວັນອອກໃນເນື້ອທີ່ 1.96 ລ້ານເຮັກຕ້າ ເຊິ່ງກວມເອົາ 13 ແຂວງ, ນອກ ຈາກນີ້ ຍັງມີບັນດາແຂວງທີ່ໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດເພື່ອນບ້ານ ສະໜັບສະໜຸນໃນການສໍາຫຼວດ ແລະຈັດສັນດິນກະສິກໍາ ຢູ່ຫົວພັນ ແລະແຂວງຊຽງຂວາງ ອີກດ້ວຍ.”

ໃນນີ້, ທາງລົດໄຟ ລາວ-ຈີນ ໃນລາວ ຖືເປັນສ່ວນນຶ່ງໃນແຜນການນຶ່ງແລວທາງ ນນຶ່ງເສັ້ນທາງຂອງຈີນ ໂດຍການສ້າງຕັ້ງບໍລິສັດຮ່ວມທຶນລົດໄຟ ລາວ-ຈີນ ຈໍາກັດ ຂຶ້ນມາຮັບຜິດຊອບບໍລິຫານໂຄງການທັງໝົດ ໂດຍຝ່າຍລາວກັບຈີນຮ່ວມທຶນໃນສັດສ່ວນ 30 ເປີເຊັນຕໍ່ 70 ເປີເຊັນ ຂອງມູນຄ່າລົງທຶນລວມ 37,450 ລ້ານ ຢວນ ໃນນີ້ແບ່ງເປັນທຶນເລີ້ມຕົ້ນ 40 ເປີເຊັນ ທີ່ລັດວິສາຫະກິດລົດໄຟ ລາວ-ຈີນ ຮັບຜິດຊອບຮ່ວມກັນ, ສ່ວນ 60 ເປີເຊັນນັ້ນ ຮັບຜິດຊອບໂດຍບໍລິສັດຮ່ວມທຶນທາງລົດໄຟ ລາວ9ຈີນ ເຊິ່ງລັດວິສາຫະກິດລົດໄຟລາວ ໄດ້ກູ້ຢືມຈາກທະນາຄານຈີນ ເພື່ອປະກອບສ່ວນເປັນທຶນເລີ້ມຕົ້ນຮ່ວມກັບຝ່າຍຈີນໃນມູນຄ່າ 4,494 ລ້ານ ຢວນ ກັບ 10,486 ລ້ານຢວນຕາມລໍາດັບ, ສ່ວນບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ກໍຮັບຜິດຊອບເງິນທຶນ 22,470 ລ້ານຢວນ ໂດຍປະກອບມີ 4 ຂາຫຮຸ້ນນໍາກັນກໍຄື ບໍລິສັດລົງທຶນລົດໄຟ ບໍ່ຫານ-ວຽງຈັນ 40 ເປີເຊັນ ລັດວິສາຫະກິດລົດໄຟແຫ່ງຊາດລາວ 30 ເປີເຊັນ ກຸ່ມບໍລິສັດລົງທຶນແຫ່ງຊາດຈີນ 20 ເປີເຊັນ ແລະກຸ່ມບໍລິສັດລົງທຶນແຂວງຢຸນນານ 10 ເປີເຊັນຕາມລໍາດັບ ໂດຍບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ຈໍາກັດ ຍັງໄດ້ສິດໃນການເວນຄືນທີ່ດິນທີ່ຕໍ່ເນື່ອງກັບສະຖານີນະຄອນຫຼວງວຽງຈັນ 1,000 ເຮັກຕ້າ, ສະຖານີເມືອງໄຊ 1,000 ເຮັກຕ້າ, ສະຖານີວັງວຽງ 500 ເຮັກຕ້າ ແລະສະຖານີຫຼວງພະບາງ 500 ເຮັກຕ້າອີກດ້ວຍ.

ນອກຈາກນີ້ ບັນດາບໍລິສັດຈາກຈີນກໍຍັງເປັນກຸ່ມລົງທຶນລາຍໃຫຍ່ທີ່ຄຸມສໍາປະທານໂຄງການຕ່າງໆໃນຕະຫຼອດໄລຍະເສັ້ນທາງລົດໄຟ ລາວ-ຈີນ ໃນລາວຫຼາຍທີ່ສຸດ ນັບແຕ່ດ່ານບໍ່ເຕັນແຂວງຫຼວງນໍ້າທາ ມາເຖິງນະຄອນຫຼວງວຽງຈັນເຊັ່ນ ໂຄງການພັດທະນາເມືອງໃໝ່ວັງວຽງ ແຂວງວຽງຈັນທີ່ລົງທຶນລວມເຖິງ 5,000 ລ້ານໂດລາ ເພື່ອພັດທະນາເຂດ ເມືອງໃໝ່-ວັງວຽງ ທີ່ມີເນື້ອທີ່ສໍາປະທານກວ້າງຫຼາຍກວ່າ 7,000 ເຮັກຕ້າ ໃຫ້ເປັນເຂດບໍລິການຄົບວົງຈອນ ດ້ວຍເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຈີນໃຫ້ໄດ້ເຖິງ 9 ລ້ານຄົນຕໍ່ປີ, ສ່ວນຢູ່ແຂວງອຸດົມໄຊນັ້ນ ບໍລິ ສັດຈີນກໍໄດ້ພາກັນເຂົ້າມາລົງທຶນໃນພາກບໍລິການ ແລະ Logistics ເພາະວ່າເລັງເຫັນຜົນປະໂຫຍດທີ່ຈະໄດ້ຈາກການຂົນສົ່ງທາງລົດໄຟ ລາວ-ຈີນ ນັ້ນ.

XS
SM
MD
LG