ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຈໍແດນ ກ່າວວ່າ ທ່ານຍັງຄົງແຂ່ງເອົາຕຳແໜ່ງປະທານສະພາຕໍ່າ ດ້ວຍຕົນເອງ, ແຕ່ວາງແຜນ ໃຫ້ມີປະທານສະພາຕໍ່າຊົ່ວຄາວ


ແຟ້ມຮູບ-ປະທານ ຈິມ ຈໍແດນ ໂຕແທນພັກຣີພັບບຣິກັນຈາກລັດໂອໄຮໂອ, ຊ້າຍ, ກ່າວປາໄສລະຫວ່າງການພິຈາລະນາຄະດີຂອງອະນຸກໍາມະການຕຸລາການ ຢູ່ຫໍລັດຖະສະພາ, ວັນທີ 9 ກຸມພາ 2023.
ແຟ້ມຮູບ-ປະທານ ຈິມ ຈໍແດນ ໂຕແທນພັກຣີພັບບຣິກັນຈາກລັດໂອໄຮໂອ, ຊ້າຍ, ກ່າວປາໄສລະຫວ່າງການພິຈາລະນາຄະດີຂອງອະນຸກໍາມະການຕຸລາການ ຢູ່ຫໍລັດຖະສະພາ, ວັນທີ 9 ກຸມພາ 2023.

ໂດຍປະຕິເສດທີ່ຈະລາອອກ, ສະມາຊິກສະພາຕ່ຳຈາກພັກຣີພັບບລີກັນ ທ່ານຈິມ ຈໍແດນ (Jim Jordan) ກໍາລັງບອກກັບເພື່ອນຮ່ວມງານຂອງຄະນະກຳມະການຣີພັບບລີກັນແຫ່ງຊາດ ຫຼື GOP ວ່າ ທ່ານຍັງຄົງດໍາເນີນງານ ເພື່ອແຂ່ງຂັນເອົາຕໍາແໜ່ງປະທານສະພາຕໍ່າ, ແຕ່​ທ່ານ​ກ່າວ​ວ່າ ທ່ານ​ຈະ​ສະໜັບສະໜຸນ ປະທານສະພາຕໍ່າ​ຊົ່ວຄາວ ໃນໄລຍະເວລາຫຼາຍເດືອນຈົນຮອດ​ເດືອນ​ມັງກອນ ​ໃນ​ລະຫວ່າງ​ທີ່​ທ່ານ​ດໍາເນີນງານ​ເພື່ອ​ລະດົມການສະໜັບສະໜູນ​ເພື່ອຈະໄຊ​ຊະນະຕຳແໜ່ງ​ດ້ວຍ​ຕົນ​ເອງ, ອີງຕາມລາຍງານຂອງອົງການຂ່າວ AP.

​ແນວ​ໃດ​ກໍ​ຕາມ, ​ແຜນການ​ທັງ​ສອງ​ເບິ່ງ​ຄື​ວ່າ​ ເປັນ​ໄປບໍ່​ໄດ້​ໃນ​ຂະນະ​ນີ້ ລຸນຫລັງ​ ທ່ານຈໍແດນ ລົ້ມ​ເຫລວ​ໃນ​ການ​ປ່ອນ​ບັດ​ສອງ​ຄັ້ງ, ​ແລະ​ຍັງບໍ່​ມີແຜນ​ການ​ລົງ​ຄະ​ແນນ​ສຽງຄັ້ງ​ທີ​ສາມ​ໃນ​ທັນທີເທື່ອ.

ທ່ານຈໍແດນ ໄດ້ກ່າວເຖິງເຈດຕະນາຂອງທ່ານ ໃນວັນພະຫັດວານນີ້ ຢູ່ທີ່ກອງປະຊຸມປິດລັບຂອງພັກຣີພັບບລີກັນ ທີ່ຫໍລັດຖະສະພາ, ອີງຕາມສະມາຊິກພັກຣີພັບບລີກັນ ທີ່ລື້ງເຄີຍກັບກອງປະຊຸມ ແລະຮຽກຮ້ອງໃຫ້ບໍ່ເປີດເຜີຍຊື່ຂອງຕົນ ໃນການສົນທະນາກ່ຽວກັບສິ່ງທີ່ເກີດຂຶ້ນ.

WASHINGTON (AP) — Refusing to drop out, Republican Rep. Jim Jordan is telling GOP colleagues he is still running for House speaker. But he says he would back a temporary speaker for several months until January as he works to shore up support to win the gavel himself. However, neither plan seems viable at the moment after Jordan failed on two ballots, and no immediate third vote is planned. Jordan delivered his message Thursday at a closed door meeting of Republicans at the Capitol, according Republicans familiar with the meeting and insisting on anonymity to discuss it.

XS
SM
MD
LG