ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ພະ​ນັກ​ງານ ບໍ​ລິ​ສັດ​ກູ​ເກີ​ລ ຢູ່​ທົ່ວ​ໂລກ ​ພາ​ກັນ​ປະ​ທ້ວງ ກ່ຽວ​ກັບ ​ການ​ຮັບ​ມື​ ການ​ລວນ​ລາມ ທາງ​ເພດ


​ພວກ​ພະ​ນັກ​ງານ​ກູ​ເກີລ​ຢູ່​ຕຶກ ແຮ​ຣ​ຣິ ບ​ຣິ​ສ ພ​ລາ​ຊາ ລະ​ຫວ່າ​ງ​ການ​ຢ່າງ​ອອກ​ຈາກ​ຫ້ອງ​ການ ວັນ​ທີ 1 ພະ​ຈ​ິກ 2018 ໃນ​ນ​ະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກ.
​ພວກ​ພະ​ນັກ​ງານ​ກູ​ເກີລ​ຢູ່​ຕຶກ ແຮ​ຣ​ຣິ ບ​ຣິ​ສ ພ​ລາ​ຊາ ລະ​ຫວ່າ​ງ​ການ​ຢ່າງ​ອອກ​ຈາກ​ຫ້ອງ​ການ ວັນ​ທີ 1 ພະ​ຈ​ິກ 2018 ໃນ​ນ​ະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກ.

ມັນ​ເປັນ​ການ​ປະ​ທ້ວງ ​ຢູ່ໃນ​ທົ່ວ​ໂລກ.

ຈາກ​ສິງ​ກະ​ໂປ ໄປ​ຫາ ​ດັບບ​ລິນ ຊາວພາວໂລ ​ປະ​ເທດບ​ຣາ​ຊິ​ລ ແລະເມືອງພ​ຣາຍ​ເອີ​ຣ
ລັດໂອກ​ລາ​ໂຮ​ມາ ພວກ​ພະ​ນັກ​ງານ​ບໍ​ລິ​ສັດ​ກູ​ເກີ​ລ​ພາ​ກັນ​ຢ່າງ​ອອກຈາກຫ້ອງ​ການ​ເຂົາ
​ເຈົ້າ ເພື່ອ​ປະ​ທ້ວງ​ບໍ​ລິ​ສັດ​ຍັກ​ໃຫຍ່​ໃນການ​ຊອ​ກ​ຄົ້ນ​ຫາ​ຂໍ້​ມູນ​ທາງອິນ​ເຕີ​ແນັດ ໃນ​ການ
​ຮັບ​ມື​ກັບຄະ​ດີ​ລຳ​ອຽງ​ທາງ​ເພດ ແລະການ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈຂອງ​ພວກເຂົາ​ເຈົ້າ
​ຕໍ່​ປະ​ເພ​ນີ​ຂອງບ່ອນ​ເຮັດ​ວຽກ​ບໍ​ລິ​ສັດ.

ຢູ່​ທີ່ນະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກ ບ່ອນ​ທີ່​ມີ​ຫ້ອງ​ການ​ກູ​ໂກ​ລ​ຢູ່​ຫຼາຍ​ແຫ່ງ ພວກ​ພະ​ນັກ
​ງານ​ຫຼາຍ​ຮ້ອຍ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຕຶກ ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ ແລະ​ພາ​ກັນ​ຖື​ປ້າຍ.
ປ້າຍ​ນຶ່ງ​ອ່ານ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ລາຍ​ງານແລະ​ລາວ​ໄດ້​ຖືກ​ເລື່ອນ​ຊັ້ນ.”

ການ​ປະ​ທ້ວງ​ທີ່​ບໍ່​ຄ່ອຍ​ມີ ​ຢູ່ບັນ​ດາ​ບໍ​ລິ​ສັດ​ເທັກໂລ​ຈີ ​ທີ່ບໍ່ມີ​ສະ​ຫະ​ພັນ​ແຮງ​ງານ ແລະ
​ມັກ​ຈະເກັບ​ບັນຫາຂັດ​ແຍ້ງ​ສ່ວນ​ໂຕ ​ໄວ້​ແບບ​ປິດ​ລັບ ການ​ປົວ​ແປງ​ຢູ່​ຊີ​ລີ​ຄອນ​ວາ​ລເລ
ທີ່​ໄດ້​ດິ້ນ​ລົນ​ຫວ່າງ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້ກ່ຽວ​ກັບ​ການ​ປະ​ຕິ​ບັດ ຕໍ່ພວກ​ແມ່​ຍິງ ​ຢູ່​ໃນ​
ອຸດ​ສາ​ຫະ​ກຳ.

Google Silicon Valley Employees Join a Worldwide Protest
please wait

No media source currently available

0:00 0:02:12 0:00

ການ​ປະ​ທ້ວງ​ບໍ​ລິ​ສັດ​ກູ​ເກີ​ລ ໄດ້​ເກີດ​ຈາກລາຍ​ງານຂອງໜັງ​ສື​ພິມ​ນິວຢອກ​ໄທ໌​ມ ທີ່ແຈ້ງ​
ໃຫ້​ຮູ້​ເຖິງ​ການ​ກ່າວ​ຫາ​ຕໍ່​ບັນ​ດາ​ຜູ້​ນຳ​ຂັ້ນ​ສູງຢູ່​ບໍ​ລິ​ສັດ ຮວມ​ທັງ​ທ່ານ​ແອນ​ດີ ຣູ​ບິນ ທີ່​ຮູ​ກັນ
​ວ່າ “ບິ​ດາ​ຂອງ​ແອນດ​ຣອຍ” ຜູ້​ທີ່​ມີ​ລ​າຍ​ງານ​ວ່າ ​ຖືກ​ຈ່າຍ​ຄ່າ​ປ່ວຍ​ການໃຫ້ 90 ລ້ານ​ໂດ​
ລາ​. ທ່ານ​ຣູ​ບິນໄດ້​ປະ​ຕິ​ເສດ​ຕໍ່​ກ່າວ​ຫາ​ຢູ່​ໃນ​ລາຍ​ງານພ້ອ​ມ​ທັງ​ລາຍ​ງານຈຳ​ນວນ​ເງິນ
ປ່ວຍ​ການ​ຂອງ​ທ່ານ.

ທ່ານ​ຣິ​ເຈີຣດ ເດີວອ​ລ ຫົວ​ໜ້າໜ່ວຍ​ງານ​ X ທີ່​ເປັນ​ຕົ້ນ​ຕໍ​ ຂອງ​ບໍ​ລິ​ສັດ​ກູ​ເກີ​ລ ອາ​ລ​ຟາ
​ເບັຕ ໄດ້​ລາ​ອອກ​ຈາກ​ບໍ​ລິ​ສັດ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ. ທ່ານ​ໄດ້​ຖືກ​ກ່າວ​ຫາ​ວ່າ ລວນ
​ລາມ​ທາງ​ເພດ​ແບບ​ທີ່​ບໍ່​ຕ້ອງ​ການ​ຕໍ່ແມ່​ຍິງ​ຄົນ​ນຶ່ງທີ່​ສະ​ໝັກ​ການຢູ່​ບໍ​ລິ​ສັດ.

ພວກ​ພະ​ນັກ​ງານ​ກູ​ເກີ​ລ ພ​າ​ກັນ​ຍ່າງ​ອອກ​ຈາກ​ຫ້ອງ​ການ ເພື່ອ​ປະ​ທ້ວງຜູ້​ບໍ​ລິ​ຫານ ທີ່​ຖືກ​ກ່າ​ວຫາລວນ​ລາມທາງ​ເພດ ​ວັນ​ທີ 1, 2018 ໃນ​ນ​ະ​ຄອນ​ນິວຢອກ.
ພວກ​ພະ​ນັກ​ງານ​ກູ​ເກີ​ລ ພ​າ​ກັນ​ຍ່າງ​ອອກ​ຈາກ​ຫ້ອງ​ການ ເພື່ອ​ປະ​ທ້ວງຜູ້​ບໍ​ລິ​ຫານ ທີ່​ຖືກ​ກ່າ​ວຫາລວນ​ລາມທາງ​ເພດ ​ວັນ​ທີ 1, 2018 ໃນ​ນ​ະ​ຄອນ​ນິວຢອກ.

ພວກ​ຈັດ​ຕັ້ງ​ການ​ປະ​ທ້ວງ​ກ່າວ​ຢູ່​ໃນ​ລາຍ​ງານ​ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່​ຢູ່​ນິ​ຕິ​ຍະ​ສານ​ອິນ​
ເຕີ​ແນັດ The Cut ວ່າ “ພວກ​ເຮົາ​ເປັນ​ພາກ​ສ່ວນ​ນ້ອຍໆ​ ຂອງ​ການ​ເຄື່ອນ​ໄຫວ​ໃຫຍ່ ທີ່​
ໄດ້​ເຕີບ​ໂຕ​ເປັນ​ເວ​ລາຍາວ​ນານ. ພວກ​ເຮົາ​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ໂດຍ​ທຸກ​ຄົນ ຈາກ​ພວກ
​ແມ່​ຍິງ ໃນ​ບ່ອນ​ເຮັດ​ອາ​ຫານ ຜູ້​ທີ່​ໄດ້​ນຳ​ພາການ​ເອົາ​ມາດ​ຕະ​ການຕໍ່​ຕ້ານ​ການ​ລວນ
​ລາມ​ທາງ​ເພດ ໄປ​ສູ່​ພວກ​ແມ່​ຍິງ​ຫຼາຍ​ພັນ​ຄົນ​ຢູ່​ໃນ​ຂະບ​ວນ​ການ #ຂ້ອຍ​ຄື​ກັນ ຜູ້​ທີ່​ໄດ້
​ເລີ້ມ​ຕົ້ນ​ຂອງ​ການ​ສິ້ນ​ສຸດ​ໃນການ​ທຳ​ຮ້າຍ​ດັ່ງ​ກ່າວ.”

ບັນ​ດາ​ຜູ້​ນຳປະ​ທ້ວງ​ໄດ້​ອອກ​ຄຳ​ຮ​ຽກ​ຮ້ອງຈຳ​ນວນ​ນຶ່ງຮວ​ມ​ທັງ​ໃຫ້​ໜ່ວຍ​ງານ​ອາ​ລ​ຟາ
​ເ​ບັຕ ​ເພີ້ມ​ຜູ້​ຕາງ​ໜ້າ​ພະ​ນັກ​ງານ​ຄົນ​ນຶ່ງ​ຢູ່​ໃນ​ຄະ​ນະສະ​ພາ​ອຳ​ນວຍ​ການ ແລະໃຫ້ບໍ​ລິ
​ສັດ​ເປີດ​ເຜີຍ​ຂໍ້​ມູນ ກ່ຽວ​ກັບການ​ຈ່າຍ​ແບບເທົ່າ​ທຽມ​ກັນຢູ່​ພາຍ​ໃນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG