ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ນັກການເມືອງ ສຫລ ບອກໃຫ້ Google ແລະ Facebook ບໍ່ໃຫ້ກວດ ຂໍ້ຄວາມ ຄົນຫວຽດນາມ


ພາບຂອງກາ Google ທີ່ເຫັນຢູ່ໃນກອງປະຊຸມສຸດຍອດ ການເລີ້ມຕັ້ງບໍລິສັດ Viva Tech ແລະເທັກໂນໂລຈີ ທີ່ນະຄອນຫລວງປາຣີ ຂອງຝຣັ່ງໃນວັນທີ 25 ພຶດສະພາ 2018

ນັກການເມືອງສະຫະລັ​ດແມ່ນຄົນຫຼ້າສຸດທີ່ຕໍາໜິກົດໝາຍອິນເຕີແນັດໃໝ່ຂອງຫວຽດ
ນາມໂດຍໄດ້ຮ້ອງຂໍຢ່າງເປີດ​ເຜີຍ ໃຫ້ບໍລິສັດກູໂກລ (Google) ແລະ ເຟັສບຸກ
(Facebook) ປະຕິເສດ ຕໍ່ພາກສ່ວນ ຂອງມາດຕະການດັ່ງກ່າວ ທີ່ພວກເພິ່ນກ່າວວ່າ ສະໜັບສະໜູນຕໍ່ການກວດກາໃນຂະນະທີ່ຮາໂນ່ຍກໍາລັງເອົາຄົນສັນຊາດອາເມຣິກັນ
ຂຶ້ນດໍາເນີນຄະດີ ພາຍຫລັງທີ່ລາວໄດ້ເຂົ້າຮ່ວມການປະທ້ວງນັ້ນ.

ສອງບໍລິສັດທັງສອງ ​ກໍາລັງຕົກຢູ່ໃນສະພາບທີ່ສ່ຽງ ຕໍ່ການສົ່ງເສີມໃຫ້ກົດໝາຍສະບັບນຶ່ງ ທີ່ເຮັດໃຫ້ຫວຽດສາມາດນາມລຶບເນື້ອໄນຄໍາ​ເວົ້າຢູ່ ໃນເວັບໄຊທ໌ຖິ້ມໄດ້, “ການເຂົ້າເຖິງ
ຂໍ້ມູນສ່ວນຕົວ, ການສອດແນມເບິ່ງຄົນໃຊ້ເວັບໄຊທ໌ ແລະການຈໍາກັດເສລີພາບໃນການ
ປາກເວົ້າ ຢູ່ອິນເຕີແນັດຂອງ​ຊາວ​ຫວຽດນາມທີ່ມີຂອບ​ເຂດຈໍາກັດຢູ່ນັ້ນ ຖືກຮັດແຄບເພີ້ມ
ໄປອີກ,” ອີງຕາມຈົດໝາຍສອງສະບັບທີ່ພິມເຜີຍແຜ່ ໃນວັນອັງຄານຜ່ານມານີ້.

ສະມາຊິກສະພາຕໍ່າສະຫະລັດ 17 ຄົນ ໄດ້ພາກັນເຊັນຈົດໝາຍສະບັບນຶ່ງ. ສ່ວນຈົດໝາຍ
ອີກສະບັບນຶ່ງ ແມ່ນເຊັນໂດຍ ທ່ານມາໂກ ຣູບີໂອ (Marco Rubio), ບັອບ ເມເນັນເດັສ
(Bob Menendez), ແລະ ຣອນ ວາຍເດັນ (Ron Wyden).

ກຸ່ມສະມາຊິກລັດຖະສະພາຈາກທັງສອງພັກບອກ​ເຟັສບຸກ (Facebook) ແລະ ກູ​ໂກລ
(Google) ວ່າໃຫ້ຫລີກລ້ຽງ "ການເກັບຮັກສາຂໍ້ມູນຂອງຜູ້ຊົມໃຊ້ອິນ​ເຕີ​ແນັດໄວ້ຢູ່ໃນ
ຫວຽດນາມ ຖ້າຫາກ​ວ່າການເຮັດແນວນັ້ນ ກໍໝາຍຄວາມວ່າ ຂໍ້ມູນດັ່ງກ່າວ ສາມາດ
ຖືກລັດຖະບານຫວຽດນາມຢຶດເອົາ ຕອນໃດກໍໄດ້."

ກາ Facebook ທີ່ເຫັນເປັນເງົາຢູ່ໃນແຫວ່ນຕາຂອງແມ່ຍິງຄົນນຶ່ງ ໃນພາບທີ່ຖ່າຍຢູ່ໃນວັນທີ 3 ມິຖຸນາ 2018
ກາ Facebook ທີ່ເຫັນເປັນເງົາຢູ່ໃນແຫວ່ນຕາຂອງແມ່ຍິງຄົນນຶ່ງ ໃນພາບທີ່ຖ່າຍຢູ່ໃນວັນທີ 3 ມິຖຸນາ 2018

ການເຮັດເຊັ່ນນັ້ນເປັນທີ່ຈະແຈ້ງວ່າ ບໍ່ສອດຄ່ອງກັບກົດໝາຍຄວາມໝັ້ນຄົງທາງອິນ
ເຕີແນັດທີ່ຮຽກຮ້ອງໃຫ້ບໍລິສັດທຸລະກິດຕ່າງໆ ຮັກສາຂໍ້ມູນຂອງຄົນໃຊ້ເວັບໄຊທ໌ທີ່ເປັນ
ຄົນຫວຽດນາມຢູ່ພາຍປະເທດທີ່ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນ.

ກະຊວງການຕ່າງປະເທດຫວຽດນາມ ກ່າວຕໍ່ອົງການຂ່າວຣອຍເຕີວ່າ ມາດຕະ ການ
ໃໝ່ນີ້ ແມ່ນສ້າງຂຶ້ນມາເພື່ອປົກປ້ອງສິດໃນການໃຊ້ອິນເຕີແນັດ ແລະສ້າງ “ບ່ອນໃຊ້
ອິນເຕີແນັດທີ່ປອດໄພ ແລະມີຄວາມສົມບູນດີ.”

ພວກນັກການເມືອງສະຫະລັດ ມີວິທີແກ້ໄຂບັນຫາທີ່ຂ້ອນຂ້າງແປກຕ່າງ​ໄປ ທີ່ເປັນ
ຫ່ວງວ່າບໍລິສັດ Google ແລະ Facebook ອາດສົ່ງຂໍ້ມູນ ໄປໃຫ້ຮາໂນ່ຍຫລາຍເກີນ
ໄປ ແທນທີ່​ຈະ​ສົ່ງ​ໄປ​ທີ່​ນັ້ນ ບອກໃຫ້ສົ່ງມາຫາວໍຊິງຕັນ​.

ໃນຈົດໝາຍສະບັບນຶ່ງທີ່ສົ່ງໄປຫາບໍລິສັດ Google ແລະ Facebook ໃນມື້ທີ່ຜູ້ຕາງ
ໜ້າ ຂອງສອງບໍລິສັດໄປໃຫ້ການ ຢູ່ລັດຖະສະພາ ກ່ຽວກັບວິທີການກັ່ນກອງຂໍ້ມູນທົ່ວ
ໄປ ຂອງພວກເຂົາເຈົ້ານັ້ນ ຂຽນວ່າ "ຈົ່ງເອົາຄໍາຮ້ອງຂອງເຈົ້າໜ້າທີ່ຫວຽດນາມທີ່ຂໍ
ຂໍ້ມູນຂອງຜູ້ຊົມໃຊ້ອິນເຕີແນັດ ໃຫ້ແກ່ຄະນະກໍາມະການທີ່ເໝາະສົມຢ່າງວ່ອງໄວ
ແລະ​ແບບປິດລັບ ແລະໃຫ້ບົ່ງບອກວ່າພວກເຮົາໄດ້ເຮັດຖືກຕ້ອງຕາມຂໍ້ໃດຂອງກົດ
ໝາຍ​ດັ່ງກ່າວ​ນີ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG