ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ​ມ​ບານ​ບ້ວງ Golden State Warriors ໄດ້​ຊະ​ນະ​ທີມ Boston Celtics ໃນ​ການ​ແຂ່ງ​ຂັນ​ບານ​ບ້ວງ​ແຫ່ງ​ຊາດ ຮອບ​ສຸດ​ທ້າຍ


ທີ​ມ Golden State Warriors ໃນຕຳແໜ່ງປ້ອງ​ກັນ ທ້າວ Stephen Curry ເບີ 30 ຕົບມື​ກັບ ຜູ້​ປ້ອງ​ກັນທີ​ມ Golden State Warriors ທ້າວ Gary Payton II ເບີ 0 ໃນລະ​ຫວ່າງ ເກ​ມ​ທີ 6 ບານ​ບ້ວງຮອບສຸດ​ທທ້າຍ (NBA) ສູ້​ກັຍ​ທິມ Boston Celtics ວັນ​ທີ 16 ມິ​ຖຸ​ນາ 2022 ໃນ​ນະ​ຄອນບອ​ສ​ເຕີນ
ທີ​ມ Golden State Warriors ໃນຕຳແໜ່ງປ້ອງ​ກັນ ທ້າວ Stephen Curry ເບີ 30 ຕົບມື​ກັບ ຜູ້​ປ້ອງ​ກັນທີ​ມ Golden State Warriors ທ້າວ Gary Payton II ເບີ 0 ໃນລະ​ຫວ່າງ ເກ​ມ​ທີ 6 ບານ​ບ້ວງຮອບສຸດ​ທທ້າຍ (NBA) ສູ້​ກັຍ​ທິມ Boston Celtics ວັນ​ທີ 16 ມິ​ຖຸ​ນາ 2022 ໃນ​ນະ​ຄອນບອ​ສ​ເຕີນ

ທີ​ມ​ບ​ານ​ບ້ວງ ສະ​ຫະ​ລັດ The Golden State Warriors ໄດ້​ຊະ​ນະ​ທິມ Boston Celtics ໃນ​ວັນ​ພະ​ຫັດ​ວານ​ນີ້ ດ້​ວຍ​ຄະ​ແນນ 103 ຕໍ່ 90 ໃນ​ເກ​ມ​ທີຫົກ ຂອງ​ ກິ​ລາ​ບານ​ບ້​ວງ ຫຼື (NBA) ​ຮອບ​ສຸດ​ທ້າຍ ທີ່​ໄດ້ເຮັດ​ໃຫ້​ທີມ Warriors ໄດ້​ຂັນຊະ​ນະເລີດ​ ເຖິງ​ສີ່​ເທື່ອ ໃນ​ຮອບ​ແປດ​ປີ​ທີ່​ຜ່ານ​ມາ.

​ໄຊ​ຊະ​ນະ​ຂອງ​ທີມ Warriors ໄດ້​ເກີດ​ຂຶ້ນ​ພຽງ​ສອງ​ລະ​ດູການ ຫ​ລັງ​ຈ​າກທີ່​ໄດ້​ຢູ່​ລຸ່​ມ​ສຸດ​ຂອງ​ສາຍ ພາຍຫຼັງທີ່ດາ​ຣາ​ນັກ​ຫ​ລິ້ນບານບ້ວງຂອງທີມ ທ້າວສະ​ແຕັບ​ເຟິນ ເຄີ​ຣີ (Stephen Curry) ແລະ ທ້າວ ຄ​ເລ ທອ​ມ​ສັນ (Klay Thompson) ​ໄດ້​ຮັບ​ບາດ​ເຈັບ​.

ທ້າວ​ເຄີ​ຣີ ແລະ​ທ້າວ​ທອ​ມ​ສັນ ໄດ້​ຢູ່ຈຸດ​ສູງ​ສຸດໃນ​ການຫຼິນເກມ​ຂອງ​ເຂົາ​ເຈົ້າ​ ໃນວັນ​ພະ​ຫັດ​ວານ​ນີ້ ເຖິງ​ຢ່າງ​ໃດ​ກໍ​ດີ ທ້າວ​ເຄີ​ຣີ ໄດ້ທຳແຕ້ມ​ 34 ຄະ​ແນນ ໃນ​ຄະ​ນະ​ທີ່​ທ້າວ​ທອ​ມ​ສັນ ເຮັດແຕ້ມໄດ້​ 12 ຄະ​ແນນ ໂດຍການໂຍນເຂົ້າ 5 ຄັ້ງໃນ 20 ເທື່ອ ທີ່ພະຍາຍາມທຳຄະແນນ ໃນເກມ​ແຊ​ມ​ປ້ຽນ​ຮອບ​ສຸດ​ທ້າຍ. ​ນັກ​ກິ​ລາ​ທັງ​ສອງ​ຄົນ​ກອດ​ກັນ ໃນເວລາ​ຕອນ​ສຽງລະ​ຄັງ​ໝົດ​ເວ​ລາ ດັງ​ຂຶ້ນ.

​ທ້າວ​ເດ​ຣມອນ ກ​ຣິນ (Draymond Green) ຍັງເຮັດ​ຄະ​ແນນ​ໃຫ້​ແກ່​ທິມ Warriors ໄດ້ຊະ​ນະ ດ້ວຍ 12 ຄະ​ແນນ ແລະໄດ້ຍາດເອົາບານມາໄດ້ 12 ເທື່ອ ​ເມື່ອບານບໍ່ເຂົ້າບ້ວງ​ ແລະ​ແປດ​ເທຶ່ອ​ ຈາກ​ການ​ຊ່ວຍ​ສົ່ງ​ບານ​ໃຫ້ເພື່ອນຮ່ວມທີມ.

​ທ້າວ ເຈເລນ ບຣາວ (Jaylen Brown) ຂອງທີມ Celtics ເຮັດຄະແນນໄດ້ 34 ຄະ​ແນນ ແລະ​ເພື່ອນ​ຮ່ວມ​ທີມ ທ້າວ​ ອາ​ລ ຮໍ​ຝອດ (Al Horford) ໄດ້ຍິງ​ເຂົ້າ 19 ຄະ​ແນນ ແລະຍາດເອົາ​ບານ​ຄືນມາໄດ້ 14 ເທື່ອ. ໃນ​ຂະ​ນະ​ດຽວ​ກັນສະ​ມາ​ຊິກ​ທີມ Celtics ຂອງ​ເຂົາ​ເຈົ້າ ທ້າວ​ເຈ​ສັນ ຕາ​ຕຳ (Jayson Tatum) ໂຍນເຂົ້າ​ 13 ຄະ​ແນ ໃນການໂຍນເຂົ້າ 6 ຄັ້ງ ໃນ 18 ຄັ້ງທີ່ໄດ້ຍິງໄປ.

ທີ​ມ Celtics ໄດ້​ຊະ​ນະ​ເລີດ​ບານ​ບ້ວງ​ແຫ່ງ​ຊາດ (NBA) ຄັ້ງສຸດທ້າຍ ໃນ​ປີ 2008.

The Golden State Warriors triumphed over the Boston Celtics on Thursday with a 103-90 victory in Game Six of the NBA Finals in Boston, marking the fourth time the Warriors have won the trophy in eight years.

The Warriors' victory came just two seasons after finishing at the bottom of the league, following injuries to star players Stephen Curry and Klay Thompson.

Curry and Thompson were at the top of their game Thursday, however, with Curry scoring 34 points, while Thompson scored 12 points on 5 of 20 shooting in the championship finale. The two players hugged each other at the final bell.

Draymond Green also contributed to the Warriors win with 12 points, 12 rebounds and eight assists.

The Celtics Jaylen Brown scored 34 points and teammate Al Horford scored 19 with 14 rebounds. Meanwhile, their Celtics teammate Jayson Tatum was held to 13 points on 6 of 18 shooting.

The Celtics last won the NBA title in 2008.

XS
SM
MD
LG