ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

GoEnglish.Me: Greeting Friends, Pt. 3


ນັກສຶກສາມະຫາວິທະຍາໄລ ນັ່ງລົມກັນ.
ນັກສຶກສາມະຫາວິທະຍາໄລ ນັ່ງລົມກັນ.
ລິງໂດຍກົງ

LESSON THREE: Greeting Friends: Advanced

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ ບົດຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາ ລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດຄົນລາວ​ອາ​ເມຣິກັນ ເພື່ອອະທິບາຍ
ຄໍາສັບ ແລະສໍານວນຕ່າງໆ.
Music up…and under…..

ດາຣາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາ ອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີວິທະຍຸ ແຫ່ງຊາດລາວ. ມື້ນີ້ ເຮົາ​ຈະພາທ່ານຮຽນ​ຕອນທີສາມຂອງບົດຮຽນ Greeting Friends ຫລືການ​ໂອ້​ລົມຖາມ​ຂ່າວຄາວໝູ່​ເກົ່າ ທີ່ມາພົບກັນ ຫລັງຈາກທີ່ບໍ່ໄດ້ ເຫັນກັນດົນແລ້ວ. ​ໃນ​ບົດ​ນີ້ Winnie ຫລື Winnifred ຜູ້ດໍາເນີນລາຍການ ກັບ Professor Bowman ອາຈານ ຂອງນາງ ຈະພາ
ທ່ານໄປຟັງບົດສົນທະນາ ກັນຕໍ່ ລະຫວ່າງໝູ່ເກົ່າສອງຄົນ ຄືນາງ Jen ຫລື Jennifer ກັບ ທ້າວ Lawrence ທີ່ບໍ່ໄດ້ພໍ້ກັນ ດົນແລ້ວ. ​ເຊີນ​ເຂົ້າ​ສູ່​ລາຍການ​ໄດ້​ເລີຍ.
Music up…and under….


MC: Today we’re learning some advanced words for talking about
consoling a friend.
ມື້​ນີ້ ​ເຮົາ​ຈະ​ມາ​ຮຽນ​ປະ​ໂຫຍ​ກ​ແລະ​ສໍານວນ​ທີ່​ຍາກ​ໜ້ອຍ​ນຶ່ງ
ສໍາລັບ​ໃຊ້​ໃນ​ການ​ປອບ​ໃຈ​ໝູ່​ເພື່ອນ. ໃນ​ຕອນ​ທີ​ແລ້ວ​ນີ້ ລໍ​ເຣິນສ໌​ໄດ້ຕົກລົງ​ຈະ​ແນະ​ນໍາ​
ໃຫ້​ແຈນ ພົບ​ກັບໝູ່​ຂອງ​ລາວ ທີ່​ຊື່ ວິລລ່ຽມ ​ເພາະ​ລາວ​ຄິດ​ວ່າ ທັງສອງ​ຄົນ​ອາດ​ຈະ​ເປັນ​
ຄູ່​ກັນ​ໄດ້​ດີ ​ແຕ່​ມັນ​ກໍ​ບໍ່ work out. ທ່ານ​ນັກຮຽນຈື່​ໄດ້​ບໍ່ ສໍານວນ​ working out ທີ່​ເຮົາ​
ໄດ້​ຮຽນ​ໃນ​ບົດຮຽນ​ທໍາ​ອິດ? ທີ່​ແປ​ວ່າ ມັນ​ບໍ່​ໄດ້ຜົນ ຫລື​ໄປ​ກັນ​ບໍ່​ໄດ້. It did not work
out for Jen and Lawrence’s friend ມັນ​ບໍ່​ໄດ້ຜົນ ສໍາ​ລັດ​ແຈນ ກັບ​ໝູ່​ຂອງ​ລໍເຣິນສ໌.
​ໄປຕິດຕາມ​ກັນ​ເບິ່ງ​ວ່າ ​ເປັນ​ຫຍັງມັນ​ຈຶ່ງ​ບໍ່ work out?

Professor: Today Lawrence and Jen have met for coffee to talk about
how Jen’s date with William went.
ມື້​ນີ້ ລໍ​ເຣິນສ໌ກັບ​ແຈນ ມາ​ກິນ​ກາ​ເຟນໍາ​ກັນ ​
ແລະ​ລົມ​ກັນ​ກ່ຽວ​ກັບ​ວ່າ ການ​ອອກ​ເດດ​ຂອງ​ແຈນກັບ​ວິລລ່ຽມ ​ເປັນໄປ​ແ​ນວ​ໃດ. ​

Lawrence: So Jen, what did you think of William? Did you guys have
a nice time on your first date?
Jen: Oh yeah, it was great! He took me to an Italian restaurant and we
had an amazing conversation. I told him about how many kids I want,
and how my parents will be so excited to meet him.
Lawrence: You said all that on the first date? Alright … Well are you
two going out again?
Jen: Yeah! I called him after I got home to arrange our next date, but unfortunately his grandma is sick so he has been busy every night
visiting her in the hospital.

MC: ຕ໊າຍ.. ອອກເດດເທື່ອທໍາອິດ ກໍບອກເຂົາໂລດວ່າ ຢາກມີລູກຈັກຄົນ I told him
about how many kids I want, ​ແຈນຄົງ​ຈະ​ຕິດ​ໃຈ ວິລລ່ຽມ ຄິດ​ວ່າ​ລາວ​ເປັນ a
great catch ​ຕາມ​ທີ່​ລໍ​ເຣິນສ໌​ໂຄສະນາ​ໄວ້​ ເນາະອາຈານ ​ໂບ​ເມິ​ນ? ​

Professor: (Judging from my personal experience,) That’s very possible.
Did you hear that William’s grandmother got sick right after his date with
Jen? That’s a little odd. ເປັນ​ໄປ​ໄດ້​ຫລາຍ ​ແຕ່​ເຈົ້າ​ໄດ້​ຍິນ​ບໍ່​ວ່າ ແມ່ຕູ້​ຂອງ​ວິລລ່ຽມ
ບໍ່ສະບາຍ ຫລັງ​ຈາກ​ທີ່​ລາວ​ໄປ​ອອກ​ເດດ​ກັບ ​ແຈ​ນ​ແລ້ວ. ​ມັນ​ແປກ​ໜ້ອຍ​ນຶ່ງ​ໄດ໋​ ວ່າ​ບໍ່?

MC: ແມ່ຕູ້​ຂອງ​ວິລລ່ຽມ ບໍ່​ສະບາຍ ຫລັງ​ຈາກ​ທີ່​ລາວ​ໄປ​ອອກ​ເດດ​ກັບ​ແຈນຊັ້ນ​ວະ? ໜ້າ​
ແປກ​ເນາະ that’s strange! Do you think William’s grandmother is really sick
ອາຈານ​ຄິດ​ວ່າ ​ແມ່ຕູ້​ຂອງ​ລາວ​ບໍ່​ສະບາຍອີ່​ຫລີ​ບໍ່ or is he just making an excuse
because he doesn’t want to go out with Jen again?
ຫລື​ວ່າ​ລາວ​ພຽງ​ແຕ່ເວົ້າ
​ອ້າງ​ຊື່ໆ ​ເພາະວ່າ​ລາວ​ບໍ່​ຢາກ​ອອກ​ເດດກັບ​ແຈ​ນອີກ? ຂະ​ນ້ອຍ​ຄິດ​ວ່າ​ເປັນ​ໄປ​ໄດ້ເພາະ
ວ່າ in my experience, talking about really serious subjects like children
and meeting parents with a guy
on the first date will definitely freak
them out.
ຕາມປະ​ສົບການ​ຂອງ​ຂະ​ນ້ອຍຫັ້ນ ການ​ເວົ້າ​ເຖິງເລື້ອງໃຫຍ່ໆ ​ເຊັ່ນເລື້ອງ
​ລູກ ຫລື​ເລື້ອງ​ການໄປພົບພໍ່ແມ່ ກັບຜູ້​ຊາຍ​ທີ່​ເຮົາ​ອອກ​ເດດ​ນໍາເທື່ອ​ທໍາ​ອິດ ​ແມ່ນ​ຈະ​ເຮັດ​
ໃຫ້​ເຂົາ​ເຈົ້າ​ຕົກ​ໃຈຢ່າງແນ່ນອນ. ຂະ​ນ້ອຍເດົາ​ວ່າ ນັ້ນ​ແມ່ນມີ​ສ່ວນ​ກັບ​ເລື້ອງ​ນີ້ I’m
guessing that has something to do with it.
​ ໄປ​ຟັງ​ເຂົາເຈົ້າລົມ​ກັນອີກ​ເບິ່ງ
ພ້ອມ​ກັບ​ຄໍາ​ແປ: ​ ​

Lawrence: So Jen, what did you think of William? Did you guys have a
nice time on your first date? ເປັນ​ແນວ​ໃດ ​ແຈນ ​ເຈົ້າ​ຄິດ​ແນວ​ໃດ​ກັບ​ວິລລ່ຽມ?
ມ່ວນ​ບໍ່ ​ໄປ​ເດດ​ນໍາ​ກັນ ​ເທື່ອ​ທໍາ​ອິດ? ​
Jen: Oh yeah, it was great! He took me to an Italian restaurant and we
had an amazing conversation. I told him about how many kids I want,
and how my parents will be so excited to meet him. ໂອ້ ມ່ວນ​ຫລາຍ! ລາວ​
ພາ​ຂ້ອຍ​ໄປ​ກິນ​ເຂົ້າ​ຢູ້ຮ້ານ​ອາຫານ​ອີ​ຕາ​ລີ ​ແລະ​ພວກ​ເຮົາ​ກໍລົມ​ກັນຢ່າງ​ສະນຸກ​ສະໜາ​ນ
ຈົນ​ບໍ່​ໜ້າ​ເຊື່ອ. ຂ້ອຍ​ເວົ້າ​ສູ່​ລາວ​ຟັງ​ວ່າ ຂ້ອຍ​ຢາກ​ໄດ້​ລູກ​ຈັກ​ຄົນ ​ແລະ​ພໍ່​ແມ່​ຂ້ອຍ​ຈະ​ຕື່ນ​
ເຕ້ນ​ຫລາຍສໍ່າໃດ ທີ່​ຈະ​ໄດ້​ພົບ​ລາວ.
Lawrence: You said all that on the first date? Alright … Well are you
two going out again? ເຈົ້າ​ເວົ້າ​ທັງ​ໝົດ​ນັ້ນ ​ໃນ​ເວລາ​ອອກ​ເດດ​ເທື່ອ​ທໍາ​ອິດວະ? ​
ໂອ​ເຄ໋..​ແລ້ວ​ພວກ​ເຈົ້າຈະ​ອອກ​ໄປ​ນໍາ​ກັນ​ອີກ​ບໍ່? ​
Jen: Yeah! I called him after I got home to arrange our next date, but unfortunately his grandma is sick so he has been busy every night
visiting her in the hospital. ໂອ້ ​ແທ້. ຂ້ອຍ​ໂທລະສັບ​ຫາ​ລາວ ຫລັງ​ຈາກກັບ​ມາ
​ຮອດ​ເຮືອນບ້ານ​ແລ້ວ ​ເພື່ອ​ຈັດ​ແຈງ​ເລື້ອງ​ໄປ​ເດດ​ນໍາ​ກັນ​ຄັ້ງ​ຕໍ່​ໄປ ​ແຕ່​ໜ້າ​ເສຍດາຍ​ທີ່​
ແມ່ຕູ້​ຂອງ​ລາວ​ບໍ່​ສະບາຍ ລາວ​ກໍ​ເລີຍ​ຫຍຸ້ງ​ຢູ່​ນໍາ​ການ​ໄປເບິ່ງ​ແມ່ຕູ້ ຢູ່​ໂຮງໝໍທຸກໆ​ຄືນ.

​Lawrence: William told you that his grandmother is sick, huh? What
exactly did he say?
Jen: He said his grandmother got cancer and has only a few weeks
left to live. It’s really so sad! But when I talked to him on the phone, it sounded like he was holding up really well.
Lawrence: It didn’t sound like he was too upset, huh? What did you
tell him?
Jen: I asked if there was anything I could do to help his family, and I told
him that I could be a shoulder for him to cry on.
Lawrence: Well I hate to tell you this Jen, but both of William’s grandmothers passed away more than five years ago.

MC: Wait a minute professor, Lawrence says that William’s grandmothers “passed away” more than five years ago. Doesn’t “pass away” mean die?
ບຸດ​ນຶ່ງ ອາຈານ ລໍ​ເຣິນສ໌​ເວົ້າ​ວ່າ ພວກ​ແມ່ຕູ້​ຂອງ​ວິລລ່ຽມ “passed away” ດົນກ່ວາຫ້າ​ປີ
​ມາ​ແລ້ວ. To “pass away” ​ແປ​ວ່າ ຕາຍ ບໍ່​ແມ່ນ​ຫວາ?

Professor: Exactly. Sometimes people say that someone “passed away”
because it sounds nicer than saying “died.” You may also hear people talk
about someone’s “passing,” which means “death.”
ຖືກຕ້ອງ. ບາງ​ເທື່ອ ​ເຮົາ​ກໍເວົ້າ
ວ່າຜູ້​ໃດ​ຜູ້​ນຶ່ງ “passed away” ​ເພາະມັນ​ຟັງ​ສຸພາບ​ກ່ວາ​ໃຊ້​ຄໍາວ່າ “died.” ​ເຈົ້າ​ກໍ​ອາດຈະ
ໄດ້ຍິນ​ຄື​ກັນ ​ເວລາ​ຄົນ​ເວົ້າ​ເຖິງ​ການ​ຕາຍ​ຫລື​ການ​ເສຍ​ຊີວິດ​ຂອງ​ໃຜ​ຜູ້​ນຶ່ງ ​ໂດຍ​ການ​ໃຊ້ຄໍາ
​ວ່າ “passing” ແທນ​ຄໍາ​ວ່າ “death.”

MC: ຄວາມ​ຈິງ​ເປີດ​ເຜີຍ​ອອກ​ມາ​ແລ້ວ​ເນາະ! William just made up a story about
a sick grandmother
ວິລລ່ຽມ​ແຕ່ງ​ເລື້ອງ​ຂຶ້ນ​ມາ​ເອງ ກ່ຽວ​ກັບ​ແມ່​ຕູ້​ທີ່​ບໍ່​ສະບາຍ ​ as an
excuse not to go out with Jen.
ເພື່ອ​ເປັນ​ຂໍ້​ອ້າງ ​ຈະ​ບໍ່​ຕ້ອງ​ໄດ້ໄປ​ອອກ​ເດດ​ກັບ​ແຈ​ນອີກ.
No wonder he was “holding up” so well: ສໍ່າ​ພໍ ​ລາວຈຶ່ງ​ “holding up” so well
ຫລືຮູ້ສຶກ​ມີ​ກໍາລັງ​ໃຈດີຫລາຍ ບໍ່​ມີ​ທ່າ​ທີໂສກ​ເສົ້າ​ເສຍ​ໃຈ​ຫຍັງ​ເລີຍ ​ເພາະ​ວ່າ​ແມ່ຕູ້​ຂອງ​ລາວ​ບໍ່​ໄດ້​ປ່ວຍ​ ຈັກ​ດີ້! his grandmother isn’t sick at all! ແຕ່ລາວເວົ້າວ່າ ​ແມ່ຕູ້​ຂອງ​ລາວ​ເປັນ​ໂຣກມະ​ເຮັງ He said his grandmother got cancer ​ແລະ​ຈະ​ມີຊີວິດ​ຢູ່ລອດ​ ​ອີກ​ພຽງ​ບໍ່​ເທົ່າ​ໃດ​ອາທິດ​ເທົ່າ​ນັ້ນ and has only a few weeks left to live! ແຈນກໍຊື່ຊື່ເນາະ ຍັງໄປປອບໃຈເຂົາອີກວ່າ I could be a shoulder for you to cry on. ຂ້ອຍ​ສາມາດ​ເປັນ​ບ່າ​ໄຫລ່ ​ໃຫ້​ເຈົ້າ​ຊົບ ​ຮ້ອງ​ໄຫ້ເຊັດນໍ້າຕາ​ໄດ້. ລໍເຣິນສ໌ເວົ້າແນວໃດເກາະ ຕອນບອກຄວາມຈິງ
ກັບແຈນ. ລາວບໍ່ໄດ້ເວົ້າວ່າ I don’t want ຫລື I don’t like to tell you this ແຕ່ເວົ້າວ່າ
I hate to tell you this ເພື່ອເນ້ນວ່າ ບໍ່ມັກຢ່າງແຮງ ເວລາທ່ານເວົ້າວ່າ I hate to do that
or do this. ໄປ​ຟັງບົດ​ສົນທະນາ​ນັ້ນ​ອີກ ພ້ອມ​ກັບ​ຄໍາ​ແປ ແລ້ວກໍຟັງເຂົາເຈົ້າລົມກັນຕໍ່:

Lawrence: William told you that his grandmother is sick, huh? What
exactly did he say?
ວິລລ່ຽມ​ບອກ​ເຈົ້າ​ວ່າ ​ແມ່ຕູ້​ຂອງ​ລາວບໍ່​ສະບາຍ ​ຊັ້ນ​ວະ? ລາວ​ເວົ້າ​ຈັ່ງ​ໃດ​ ແທ້ໆ​ເກາະ?
Jen: He said his grandmother got cancer and has only a few weeks left to live. It’s really so sad! But when I talked to him on the phone, it sounded like he was holding up really well.
ລາວ​ເວົ້າ​ວ່າ ​ແມ່ຕູ້​ຂອງ​ລາວ​ເປັນ​ໂຣກມະ​ເຮັງ ​ແລະ​ຈະ​ມີຊີວິດ​ຢູ່ລອດ​ ​ອີກ​ພຽງ​ບໍ່​ເທົ່າ​ໃດ​ອາທິດ​ເທົ່າ​ນັ້ນ. ມັນ​ໜ້າ​ເສົ້າ​ໃຈ​ຫລາຍ​ແທ້ໆ! ​ແຕ່​ວ່າ​ຕອນ​ຂ້ອຍ​ລົມ​ກັບ​ລາວ​ທາງ​ໂທລະສັບ​ຫັ້ນ ຟັງ​ເບິ່ງ ລາວ​ຄື​ມີ​ກໍາລັງ​ໃຈ ​ດີ​ຫລາຍ​ຢູ່.
Lawrence: It didn’t sound like he was too upset, huh? What did you tell him? ບໍ່​ຮູ້ສຶກ​ວ່າ ລາວມີ​ນໍ້າ​ສຽງ​ເສຍ​ໃຈ​ຫລາຍ​ເກີນ​ໄປ​ ແມ່ນ​ບໍ່? ​ແລ້ວ​ເຈົ້າ​ເວົ້າ​ແນວ​ໃດ ​ກັບ​ລາວ?
Jen: I asked if there was anything I could do to help his family, and I told him that I could be a shoulder for him to cry on. ຂ້ອຍ​ກ​ະຖາມ​ວ່າ ມີ​ສິ່ງ​ໃດ​ທີ່​ຂ້ອຍ​ສາມາດ​ເຮັດ​ໄດ້​ບໍ່ ​ເພື່ອ​ຊ່ວຍ​ເຫລືອ​ຄອບຄົວ​ຂອງ​ລາວ ​ແລະ​ຂ້ອຍກະບອກ​ວ່າ ຂ້ອຍ​ສາມາດ​ເປັນ​ບ່າ​ໄຫລ່ ​ໃຫ້​ລາວ​ຊົບ ​ຮ້ອງ​ໄຫ້​ໃສ່​ໄດ້.
Lawrence: Well I hate to tell you this Jen, but both of William’s grandmothers passed away more than five years ago. ​ໂອຍ...ຂ້ອຍ​ບໍ່​ຢາກ​ບອກ​ເລື້ອງ​ນີ້​ກັບ​ເຈົ້າ​ເລີຍ ​ແຈນ ​ແຕ່​ວ່າ ແມ່ຕູ້​ທັງ​ສອງ​ຄົນຂອງ​ວິລລ່ຽມ ​ເສຍ​ຊີວິດ​ໄປ​ໄດ້​ຫ້າ​ປີ​ກ່ວາແລ້ວ.

Jen: What do you mean his grandmothers are already dead? Wait a minute, you don’t think he’s avoiding me, do you?
Lawrence: Well you know, claiming that your grandmother is sick is
the classic excuse used to get out of doing something.
Jen: Oh man, I hate rejection. It really makes you feel terrible, especially when you really liked the person.
Lawrence: Is there anything I can do to help? Just remember that I’m there for you if you want to talk about it.

MC: ໃນ​ທີ່​ສຸດ ​ແຈນກໍ​ຮູ້​ຄວາມ​ຈິງ​ເນາະວ່າ ​ພວກ​ແມ່ຕູ້​ຂອງ​ວິລລ່ຽມ​ຕາຍ​ແລ້ວ William’s
grandmothers are already dead. ພວກ​ເພິ່ນ​ເສຍ​ຊີວິດ​ໄປ​ໄດ້ ຫ້າ​ປີ​ກ່ວາ​ແລ້ວ. They
passed away more than five years ago. ແຕ່​ວ່າ ອາຈານ ​ ເປັນ​ຫຍັງ​ຍາມ​ໃດ ຄົນ​ອາ​
ເມຣິກັນ​ ກໍ​ພາກັນ​ເວົ້າເລື້ອງ “being there for somebody” ຫລື​ ຢູ່​ຫັ້ນ​ສໍາລັບ​ໃຜ​ຜູ້ນຶ່ງ? ​
ມັນໝາຍຄວາມວ່າແນວໃດ?

Professor: “Being there for someone” is staying close to him and giving him
support when he is going through a difficult period. For example, “When I
was in the hospital, all my friends came to visit me. It’s nice that they’re
always there for me.”
“Being there for someone” “ຢູ່​ຫັ້ນ​ສໍາລັບໃຜ​ຜູ້​ນຶ່ງ” ໝາຍ​
ຄວາມວ່າຢູ່​ໃກ້ຊິດ​ກັບ​ຜູ້ກ່ຽວ​ ເປັນ​ກໍາລັງ​ໃຈ​ໃຫ້ແລະ​ໃຫ້ການ​ສະໜັບສະໜຸນ​ລາວ ​ໃນ​ເວລາ
​ທີ່ລາວ​ກໍາລັງ​ຜ່ານ​ຜ່າ​ຊ່ວງ​ເວລາ​ອັນ​ຫຍຸ້ງຍາກ. ​ໂຕ​ຢ່າງ​ ປະ​ໂຫຍກນີ້ “When I was in
the hospital, all my friends came to visit me. It’s nice that they’re always
there for me.”
ແປ​ວ່າ “ຕອນ​ຂ້ອຍ​ນອນ​ໂຮງໝໍ​ຫັ້ນ ໝູ່​ຂ້ອຍ​ທຸກໆ​ຄົນ​ຕ່າງ​ກໍ​ມາ​ຢ້ຽມຂ້ອຍ.
ມັນດີ​ຫລາຍ​ທີ່​ຍາມ​ໃດ ພວກ​ເຂົາ​ເຈົ້າ​ກໍ​ພາກັນ​ມາສະ​ໜັບສະ​ໜຸນ​ຂ້ອຍ ມາ​ເປັນ​ກໍາລັງໃຈ​
ໃຫ້​ຂ້ອຍ.”

MC: ໂອ ​ແປ​ວ່າ ​ເປັນ​ກໍາລັງ​ໃຈ​ໃຫ້. ໄປ​ຟັງບົດ​ສົນທະນາ​ນັ້ນ​ອີກ ພ້ອມ​ກັບ​ຄໍາ​ແປ:

Jen: What do you mean his grandmothers are already dead? Wait a minute, you don’t think he’s avoiding me, do you?
ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ ​ແມ່ຕູ້​ຂອງ​ລາວ​ຕາຍ​ໝົດ​ແລ້ວ? ຢ່າ​ຟ້າວ ​ເຈົ້າ​ບໍ່​ຄິດ​ວ່າ ລາວ​ກໍາລັງ​ຫາ​ທາງ​ຫລີກ​ລ່ຽງຂ້ອຍ​ຢູ່ ​ແມ່ນ​ບໍ່? ​
Lawrence: Well you know, claiming that your grandmother is sick is
the classic excuse used to get out of doing something.
ເອີ່ ​ເຈົ້າ​ກະ​ຮູ້​ຕົ່ວະວ່າ ການ​ອ້າງ​ວ່າ​ແມ່ຕູ້​ບໍ່​ສະບາຍ ​ແມ່ນຂໍ້​ອ້າງ​ທີ່​ມັກ​ໃຊ້​ກັນເປັນ​ປະ​ເພນີ ​
ເພື່ອ​ຫລີກ​ລ່ຽງ ບໍ່​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ. ​
Jen: Oh man, I hate rejection. It really makes you feel terrible, especially when you really liked the person.
ໂອຍ ຈັ່ງ​ແມ່ນ​ເນາະ! ຂ້ອຍ​ຊັງ​ການ​ຖືກ​ປະຕິ​ເສດ. ມັນ​ເຮັດ​ໃຫ້ຂ້ອຍ​ຮູ້ສຶກ​ຢາກຮ້າຍ ຜິດ​ຫວັງ​ແທ້ໆ ​ໂດຍ​ສະ​ເພາະ​ເວລາ​ທີ່​ຂ້ອຍມັກ​ຄົນ​ຜູ້​ນັ້ນ ​ອີ່​ຫລີ.
Lawrence: Is there anything I can do to help? Just remember that I’m there for you if you want to talk about it.
ມີ​ຫຍັງ​ໃຫ້​ຂ້ອຍ​ເຮັດ ​ເພື່ອ​ຊ່ວຍ​ເຈົ້າ​ບໍ່? ຈື່​ໄວ້​ວ່າ ຂ້ອຍ​ເປັນ​ກໍາລັງ​ໃຈ​ໃຫ້ ​ແລະ​ພ້ອມ​ຈະ​ຮັບ​ຟັງ ຖ້າ​ເຈົ້າ​ຢາກ​ຈະ​ລົມ​ກ່ຽວ​ກັບ​ເລື້ອງ​ນີ້.

MC: ໜ້າ​ອິຕົນແຈນ​ເນາະ ທີ່​ຖືກປະຕິ​ເສດ ຫລື rejected ​ແບບ​ນັ້ນ ​ແລະ​ກໍ​ບໍ່​ໜ້າ​ແປກ​ທີ່​ລາວ​ຈະ​ຮູ້ສຶກ terrible​. ຄໍາ​ນີ້​ t-e-r-r-i-b-l-e terrible ແປ​ໄດ້​ຫລາຍ​ຢ່າງ ​ແຕ່​ມັນ​ກໍ​ໝາຍເຖິງ​ສິ່ງ​
ທີ່​ບໍ່​ດີ​ທັງ​ນັ້ນ. ​ໂຕ​ຢ່າງ ​ໃນ​ບົດຮຽນ​ທີ່​ແລ້ວ​ນີ້ ​ເຮົາ​ກໍ​ໄດ້​ຍິນ​ແຈນ​ເວົ້າ​ວ່າ her social life is terrible ຊີວິດ​ສັງຄົມ​ລາວ​ຂີ້ຮ້າຍ​ຫລາຍ. ມາ​ເທື່ອ​ນີ້ ລາວ​ເວົ້າ​ວ່າ it makes her feel terrible ມັນ​ເຮັດ​ໃຫ້​ລາວ​ຮູ້ສຶກ​ບໍ່​ດີ​ຫລາຍ ລາວ​ຄົງທັງ​ເສຍ​ໃຈ ຜິດ​ຫວັງ​ແລະ​ໂມ​ໂຫທີ່​ຖືກ​ປະຕິ​ເສດ ​ແຕ່​ລໍ​ເຣິນສ໌ກໍ​ເປັນ​ໝູ່​ທີ່​ດີ​ ທັງ​ປອບ​ໃຈ​ແຈນ​ແລະເປັນ​ກໍາລັງ​ໃຈ​ໃຫ້ ​ໂດຍບອກ​ລາວ​ວ່າ Just remember that I’m there for you if you want to talk about it. ຈື່​ໄວ້​ວ່າ ຂ້ອຍ​ເປັນ​ກໍາລັງ​ໃຈ​ໃຫ້ ​ແລະ​ພ້ອມ​ຈະ​ຮັບ​ຟັງ ຖ້າ​ເຈົ້າ​ຢາກ​ຈະ​ລົມ​ກ່ຽວ​ກັບ​ເລື້ອງ​ນີ້. ໄປຟັງ​ເບິ່ງ​ວ່າ ​ແຈນ
ຕອບ​ລາວ​ວ່າແນວ​ໃດ ​ແລະ​ເຂົາ​ເຈົ້າ​ລົມ​ກັນ​ຫຍັງ​ຕໍ່:

Jen: Thanks. You know, sometimes talking with a friend is a great way to get over something. Do you mind if I vent a little bit?
Lawrence: Of course not. If you’re feeling bad and want to let your emotions out, you can just say whatever you want to me.
Jen: Great, because I am really mad at William. I mean, what kind of an idiot wouldn’t be able to appreciate a smart, beautiful woman like me? Anybody who would be friends with that guy has to be really dumb.
Lawrence: Uh Jen … you know I’m friends with William.
Jen: Oh right … present company excluded, of course!

MC: ​ເຫັນ​ບໍ່ ​ແຈນ​ໂມ​ໂຫອີ່​ຫລີ she is really mad at William ​ ລາວ​ຄຽດ​ຫລື​ໂມ​ໂຫ​ໃຫ້​ວິລລ່ຽມຫລາຍ ຈົນເວົ້າ​ວ່າ what kind of an idiot wouldn’t be able to appreciate
a smart, beautiful woman like me? ​ລາວແມ່ນ​ຄົນ​ໂງ່​ຈ້າ​ແນວ​ໃດ ຈຶ່ງ​ບໍ່​ມັກ​ຜູ້ຍິງ​ທີ່​ສະ
ຫລາດ​ແລະ​ງາມ​ຄື​ຂ້ອຍ? ​ແຈນ​ໂມ​ໂຫ​ແຮງ ຈົນ​ຂໍ​ລະບາຍ​ອາລົມ​ໃສ່​ລໍ​ເຣິນສ໌. ລາວ​ຖາມ​ວ່າ
Do you mind if I vent a little bit? ​ເຈົ້າ​ຈະ​ວ່າ​ຫຍັງ​ບໍ່ ຖ້າ​ຂ້ອຍ​ຈະ​ຂໍ​ vent ກໍ​ຄືລະບາຍ​
ອາລົມໜ້ອຍ​ນຶ່ງ? ​ແຈນຄິດ​ວ່າ sometimes talking with a friend is a great way
to get over something ບາງ​ເທື່ອ​ການ​ທີ່​ເຮົາ​ໄດ້​ເວົ້າ​ລົມ​ກັບ​ໝູ່ ກໍ​ເປັນ​ວິທີ​ທີ່ດີຫລາຍ ​
ເພື່ອ​ໃຫ້ຫາ​ຍ​ເຊົາ​ຈາກ​ສິ່ງ​ໃດ​ສິ່ງ​ນຶ່ງ ຫລື​ຜ່ານ​ພົ້ນ​ສິ່ງ​ທີ່​ບໍ່​ດີ​ໄປ. To get over something ​
ແປ​ວ່າ ຫາ​ຍ​ເຊົາ​ຈາກ​ສິ່ງ​ໃດ​ສິ່ງ​ນຶ່ງ ຫລື​ຜ່ານ​ພົ້ນ​ສິ່ງ​ທີ່​ບໍ່​ດີ​ໄປ ​ໂຕ​ຢ່າງ ​ປະ​ໂຫຍ​ກນີ້ I hope
you get over your cold soon ​ແປ​ວ່າ ​ຂ້ອຍ​ຫວັງ​ວ່າ ​ເຈົ້າ​ຈະ​ຫາຍດີ​ຈາກ​ການ​ເປັນ​ຫວັດ​ໃນ​ໄວໆ. ​ແລະ​ທ່ານ​ກໍ​ອາດ​ຈະ​ເຄີຍ​ໄດ້​ຍິນ​ປະ​ໂຫຍ​ກນີ້ ​ໃນ​ເພງ​ອັງກິດ​ເພງ​ນຶ່ງ I can’t get over you ແປ​ວ່າ ຂ້ອຍ​ບໍ່​ສາມາດ​ເຊົາ​ຮັກ​ເຈົ້າ​ເຊົາຄິດຮອດເຈົ້າໄດ້. ພໍແຈນຖາມຂໍ​ລະ
ບາຍ​ອາລົມ​ໃສ່​ລາວ ລໍເຣິນສ໌ຕອບ​ວ່າ you can just say whatever you want
to me. ເຈົ້າຢາກ​ເວົ້າ​ຫຍັງ​ກັບ​ຂ້ອຍ​ກໍ​ໄດ້ ​ເວົ້າ​ໂລດ. ບາງ​ເທື່ອ ສິ່ງ​ທີ່​ດີ​ທີ່​ສຸດທີ່​ເພື່ອນ​ຄົນ​
ນຶ່ງ​ສາມາດ​ເຮັດ​ໃຫ້ໝູ່ໄດ້ເວລາ​ທີ່​ໝູ່​ມີ​ບັນຫາ ກໍ​ຄື​ພຽງ​ແຕ່​ຮັບຟັງ​ ແລະ​ປ່ອຍ​ໃຫ້ໝູ່​ຄົນ​ນັ້ນ
​ລະບາຍ​ອາລົມ​ ຫລື vent ອອກ​ມາ. ​ແຕ່​ວ່າ ອາຈານ ​ແຈນໝາຍ​ຄວາມ​ວ່າ​ແນວ​ໃດ ​
ເວລາລາວ​ຕອບ​ລໍ​ເຣິນສ໌ວ່າ ​ “present company excluded.”

Professor: When you criticize a group of people that the person you are
talking to belongs to, you can say “present company excluded,” which means the person you are talking to is excepted from that criticism.

ເວລາ​ເຈົ້າ​ເວົ້າ​ຕິຕຽນ​ຄົນ​ກຸ່ມ​ນຶ່ງ ທີ່ໝູ່​ຫລື​ຜູ້​ທີ່​ເຈົ້າ​ກໍາລັງລົມ​ຢູ່​ນໍາ​ ​ເປັນ​ສະມາຊິກ​ຮ່ວມ​ຢູ່ໃນ
​ກຸ່ມ​ນັ້ນ ​ເຈົ້າ​ກໍ​ຄວນ​ຈະ​ເວົ້າ​ວ່າ “present company excluded,” ຊຶ່ງ​ໝາຍ​ຄວາມ​ວ່າ
ຜູ້​ທີ່​ເຈົ້າ​ກໍາລັງ​ລົມ​ຢູ່​ນັ້ນ ຖືກ​ຍົກ​ເວົ້ນຈາກຄໍາ​ຕິຕຽນ ກໍ​ຄື​ເຈົ້າ​ບໍ່​ໄດ້​ໝາຍ​ເຖິງ​ລາວ​ນໍາ. ​

MC: ໂອ ​ເຂົ້າ​ໃຈ​ແລ້ວ. company ​ໃນ​ທີ່​ນີ້ ບໍ່​ໄດ້​ໝາຍ​ເຖິງ​ບໍລິສັດ​ການ​ຄ້າ ​ແຕ່ໝາຍ​ເຖິງຜູ້​
ທີ່ຢູ່​ເປັນ​ເພື່ອນ​ເຮົາ present company ກໍ​ຄື​ຜູ້​ທີ່​ກໍາລັງເວົ້າ​ລົມ​ຢູ່ກັບ​ເຮົາ ສ່ວນ excluded
ກໍ​ແປ​ວ່າ​ ຖືກຍົກ​ເວ້ນ. ​ແຕ່​ວ່າ ອາ​ຈານ ສໍາລັບ​ຂະ​ນ້ອຍ​ແລ້ວ ບົດຮຽນ​ບົດ​ນີ້ ສະ​ແດງ​ໃຫ້​
ເຫັນ​ວ່າ ຜູ້​ຊາຍ​ທຸກ​ຄົນ​ບໍ່​ດີ​ຫລາຍ All men are terrible!

Professor: Ahem?? ອະແຮ້ມ!

MC: Oh sorry… present company excluded! ໂອ ຂໍ​ໂທດ ຍົກ​ເວ້ນ​ຜູ້​ທີ່ຢູ່​ນີ່ເດີ້!
ໄປ​ຟັງບົດ​ ສົນທະນາ​ບັ້ນ​ສຸດ​ທ້າ​ຍ ລະຫວ່າງ ​ແຈນ ກັບ ລໍ​ເຣິນສ໌ ອີກ​ເທື່ອ​ນຶ່ງ ພ້ອມ​ກັບ​ຄໍາ​ແປ:

Jen: Thanks. You know, sometimes talking with a friend is a great way to get over something. Do you mind if I vent a little bit? ຂອບ​ໃຈ. ​ເຈົ້າ​ຮູ້​ບໍ່ ບາງ​ເທື່ອ​ການ​ທີ່​ເຮົາ​ໄດ້​ເວົ້າ​ລົມ​ກັບ​ໝູ່ ກໍ​ແມ່ນ​ວິທີທີ່​ດີ​ຫລາຍ ສໍາລັບ​ໃຫ້ຫາ​ຍ​ເຊົາ​ຈາກ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ບໍ່​ດີ​. ເຈົ້າ​ຈະ​ວ່າ​ຫຍັງ​ບໍ່ ຖ້າ​ຂ້ອຍ​ຈະ​ຂໍ​ລະບາຍ​ອາລົມ ​ໜ້ອຍ​ນຶ່ງ?
Lawrence: Of course not. If you’re feeling bad and want to let your emotions out, you can just say whatever you want to me. ບໍ່​ເລີຍ. ຖ້າ​ເຈົ້າ​ຮູ້​ສຶກບໍ່​ດີ ​ແລະ​ຢາກ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ ​ເຈົ້າຢາກ​ເວົ້າ​ຫຍັງ​ກັບ​ຂ້ອຍ​ກໍ​ໄດ້ ​ເວົ້າ​ໂລດ.
Jen: Great, because I am really mad at William. I mean, what kind of an idiot wouldn’t be able to appreciate a smart, beautiful woman like me? Anybody who would be friends with that guy has to be really dumb. ດີ​ຫລາຍ ​ເພາະວ່າ​ຂ້ອຍ​ໂມ​ໂຫ​ໃຫ້​ວິລລ່ຽມແຮງ​ແທ້ໆ. ຂ້ອຍ​ໝາຍ​ຄວາມ​ວ່າ ລາວແມ່ນ​ຄົນ​ໂງ່​ຈ້າ​ແນວ​ໃດ ຈຶ່ງ​ບໍ່​ມັກ​ຜູ້ຍິງ​ທີ່​ສະຫລາດ​ແລະ​ງາມ​ຄື​ຂ້ອຍ? ​ໃຜ​ທີ່​ເປັນ​ໝູ່​ກັບ​ຜູ້​ຊາຍ​ຄົນ​ນັ້ນ ກໍ​ຕ້ອງ​ໂງ່​ຈ້າ​ອີ​ຫລີ​ແຫລະ. ​
Lawrence: Uh Jen … you know I’m friends with William.
ເອີ ​ແຈນ...​ເຈົ້າ​ກະ​ຮູ້ຕົ໋ວ ຂ້ອຍ​ເປັນ​ໝູ່​ກັບ​ວິລລ່ຽມ​. ​
Jen: Oh right … present company excluded, of course!
ໂອ ​ແມ່ນເນາະ ​ແນ່ນອນ ຍົກ​ເວ້ນ​ຜູ້​ຢູ່​ນີ່!

Music… up and under…
Closing: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີ ວິທະຍຸແຫ່ງຊາດລາວ ຮ່ວມກັບວີໂອເອພາກພາສາລາວ ຈັດມາສະເໜີທ່ານ ທາງສະຖານີ
ແຫ່ງນີ້ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈ
ທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.
Music… up and out.
XS
SM
MD
LG