ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດລົດເຈີເນໂຣລ ມໍເຕີ ມີ ແຜນຈະເຊົາຂາຍລົດເກງ ແລະລົດບັນທຸກ ເບົາທີ່ແລ່ນດ້ວຍນໍ້າມັນ ພາຍໃນປີ 2035


ປ້າຍຕິດຢູ່ໜ້າໂຮງງານປະກອບລົດ Hamtramck ຂອງບໍລິສັດ General Motors ທີ່ເມືອງ Detroit ລັດມີຊິແກນໃນວັນທີ 16 ຕຸລາ, 2020, ທີ່ບອກວ່າ ບໍລິສັດຈະຫັນປ່ຽນນໄປຜະລິດລົດເກງ, ລົດແບບ SUV ແລະລົດບັນທຸກຂະໜາດເບົາທີ່ບໍ່ໃຊ້ນນໍ້າມັນແລ່ນອີກແລ້ວ
ປ້າຍຕິດຢູ່ໜ້າໂຮງງານປະກອບລົດ Hamtramck ຂອງບໍລິສັດ General Motors ທີ່ເມືອງ Detroit ລັດມີຊິແກນໃນວັນທີ 16 ຕຸລາ, 2020, ທີ່ບອກວ່າ ບໍລິສັດຈະຫັນປ່ຽນນໄປຜະລິດລົດເກງ, ລົດແບບ SUV ແລະລົດບັນທຸກຂະໜາດເບົາທີ່ບໍ່ໃຊ້ນນໍ້າມັນແລ່ນອີກແລ້ວ

ບໍລິສັດເຈີເນີໂຣ ໂມເຕີສ໌ (General Motors) ຫລື GM ກ່າວເມື່ອໄວໆມານີ້ວ່າ ຕົນກຳລັງຕັ້ງເປົ້າໝາຍທີ່ຈະຂາຍລົດເກງ, ລົດ SUV ແລະ ລົດກະບະເບົາລຸ້ນໃໝ່ທັງໝົດ ທີ່ມີການປ່ອຍຄວັນອອກໄປທາງທໍ່ອາຍເສຍທີ່ເທົ່າກັບສູນພາຍໃນປີ 2035, ເຊິ່ງເປັນການຫັນປ່ຽນຢ່າງໃຫຍ່ ໂດຍບໍລິສັດຜະລິດລົດໃຫຍ່ທີ່ສຸດຂອງສະຫະລັດ ໃຫ້ໄກອອກໄປຈາກນໍ້າມັນແອັດຊັງແລະກາຊວນ. ບົວສະຫວັນ ມີລາຍງານເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລາຍງານຂ່າວຂອງອົງການຂ່າວຣອຍເຕີ້ ແຈ້ງວ່າ ບໍລິສັດ General Motors ຫລື GM ຍັງກ່າວອີກວ່າຕົນມີແຜນທີ່ຈະກາຍເປັນຜູ້ເຮັດໃຫ້ການປ່ອຍ ແລະ ການດູດອາຍຄາບອນອອກຈາກອາກາດດຸ່ນດ່ຽງກັນພາຍໃນປີ 2040, ຊຶ່ງໄດ້ມີການປະກາດທີ່ໜ້າຕື່ນເຕັ້ນຢູ່ໃນພຽງແຕ່ນຶ່ງອາທິດ ພາຍຫລັງທີ່ປະທານາທິບໍດີ ໂຈ ໄບເດັນໄດ້ເຂົ້າຮັບຕໍາແໜ່ງໂດຍໃຫ້ຄໍາໝັ້ນສັນຍາວ່າຈະແກ້ໄຂບັນຫາການ ປ່ອຍອາຍພິດເຮືອນແກ້ວແລະເພີ່ມຍອດຂາຍພາຫະນະໄຟຟ້າ (EVs) ໃຫ້ຫຼາຍຕື່ມຂຶ້ນ.

ບໍລິສັດ GM ໄດ້ຂາຍລົດຈຳນວນ 2 ລ້ານ 550 ຄັນໃນສະຫະລັດໃນປີກາຍນີ້, ແຕ່ວ່າມີພຽງແຕ່ປະມານ 20,000 ຄັນເທົ່ານັ້ນ ທີ່ເປັນລົດ EV, ຊຶ່ງເປັນລົດລຸ້ນ Chevy Bolt ທີ່ມີປະຕູຢູ່ທາງທ້າຍລົດ. ບໍລິສັດດັ່ງກ່າວເວົ້າ ໃນເດືອນພະຈິກທີ່ ຜ່ານມາວ່າ ຕົນກຳລັງລົງທຶນ 27 ຕື້ໂດລາ ເຂົ້າໃນການຜະລິດພາຫະນະທີ່ໃຊ້ໄຟຟ້າ ແລະລົດທີ່ບໍ່ມີຄົນຂັບ ໃນໄລຍະ 5 ປີ ຂ້າງໜ້າ, ເຊິ່ງເພີ່ມຂຶ້ນຈາກ 20 ຕື້ໂດລາ ທີ່ໄດ້ວາງແຜນໄວ້ ກ່ອນການແຜ່ລະບາດຂອງໄວຣັສໂຄໂຣນາ.

ຮຸ້ນຂອງບໍລິສັດ GM, ເຊິ່ງເພີ່ມຂຶ້ນສູງຫລາຍເຖິງ 7. 4 ເປີເຊັນ ໃນວັນພະຫັດ ຜ່ານມາ ທີ່ປິດລົງຢູ່ໃນລະດັບ 3.5 ເປີເຊັນ. ຫົວໜ້າອຳນວຍການຂອງບໍລິສັດ, ທ່ານນາງແມຣີ ບາຣາ (Mary Barra) ໄດ້ຊຸກຍູ້ຢ່າງແຮງໃຫ້ບໍລິສັດ GM ສາ ມາດຮັບເອົາພາຫະນະທີ່ໃຊ້ໄຟຟ້າ ແລະຫັນເຫໃຫ້ຫ່າງອອກໄປຈາກຍານພາຫະ ນະທີ່ໃຊ້ນໍ້າມັນ.

ທ່ານນາງໄດ້ກ່າວ ຢູ່ໃນຖະແຫຼງການສະບັບນຶ່ງວ່າ ບໍລິສັດຜະລິດລົດ ໄດ້ເຮັດວຽກຮ່ວມກັບກອງທຶນສະໜັບສະໜູນສິ່ງແວດລ້ອມຫລື EDF, ເຊິ່ງເປັນກຸ່ມສະ ແຫວງຫາການສະໜັບສະໜູນສິ່ງແວດລ້ອມເພື່ອ “ພັດທະນາວິໄສທັດຮ່ວມກັນກ່ຽວກັບອະນາຄົດຂອງການໃຊ້ໄຟຟ້າທັງໝົດ ແລະຄວາມປາດຖະໜາທີ່ຈະກຳ ຈັດການປ່ອຍອາຍເສຍອອກຈາກຍານພາຫະນະລົດຂະໜາດເບົາລຸ້ນໃໝ່ ໃນປີ 2035.”

ທ່ານອາດາມ ໂຈນາສ໌ (Adam Jonas), ນັກວິເຄາະດ້ານລົດຍົນຂອງບໍລິສັດ ມີແກນ ສແຕນລີ (Morgan Stanley) ກ່າວວ່າ ການຕັດສິນໃຈດັ່ງກ່າວ "ໂດຍ ຫລັກການແລ້ວແມ່ນອີງໃສ່ພື້ນຖານເສດຖະກິດ ... GM ຈະຕັດສິນໃຈຫລຸດທຸລະກິດລົງພາຍໃນ 15 ປີນີ້ຢູ່ບໍ ຖ້າຫາກບໍລິສັດດັ່ງກ່າວຮູ້ສຶກແທ້ໆ ວ່າຕົນຈະມີເງິນສົດໝູນວຽນເພີ້ມຂຶ້ນ ແລະໃຫ້ຄຸນຄ່າທາງເສດຖະກິດ ໃນທາງທີ່ບວກ?"

ທ່ານ ໂຈນາສ໌ ກ່າວຕື່ມອີກວ່າ ນັກລົງທຶນຄວນຊອກຫາທາງ "ປະຕິບັດຕາມແບບຢ່າງຂອງ GM ໃຫ້ຫລາຍທີ່ສຸດ" ຖ້າບໍ່ປະຕິບັດຕາມບໍລິສັດຜະລິດລົດຍົນ ທັງໝົດ.

ໃນເດືອນກັນຍາຜ່ານມາ, ຜູ້ປົກຄອງລັດຄາລິຟໍເນຍ, ທ່ານກາວິນ ນີວຊໍາ (Gavin Newsom) ກ່າວວ່າ ລັດຂອງທ່ານວາງແຜນທີ່ຈະຫ້າມການຂາຍລົດເກງແລະລົດບັນທຸກໃໝ່ທີ່ໃຊ້ນໍ້າມັນແລ່ນ ເລີ່ມແຕ່ປີ 2035 ເປັນຕົ້ນໄປ. ຫຼາຍລັດ, ລວມທັງລັດແມັສຊາຈູແຊສ (Massachusetts) ກ່າວວ່າ ພວກເຂົາເຈົ້າ ມີແຜນທີ່ຈະປະຕິບັດຕາມນັ້ນ.

ທ່ານນີວຊໍາ (Newsom) ເອີ້ນການປະກາດຂອງບໍລິສັດ GM ວ່າ ເປັນຜູ້ຄຸມເກມໃຫ້ປ່ຽນໄປ, ແຕ່ຄະນະກຳມະການຊັບພະຍາກອນທາງອາກາດຂອງລັດຄາລີຟໍເນຍກ່າວວ່າ "ຖ້າ GM ມີຄວາມຈິງຈັງໃນການທຳຄວາມສະອາດອາກາດທີ່ເດັກນ້ອຍຂອງພວກເຮົາຫາຍໃຈເອົາໃນທຸກມື້ນີ້ຢ່າງແທ້ຈິງ, ບໍລິສັດນີ້ກໍ່ຈະຕ້ອງລົດລະ ໃນການປົກປ້ອງການຫລຸດມາດຕະຖານຂອງການປ່ອຍອາຍເສຍອອກ ຈາກລົດຂອງລັດຖະບານທ່ານທຣໍາ."

ບໍລິສັດ GM ແລະຜູ້ຜະລິດລົດໃຫຍ່ອື່ນໆໄດ້ເຫັນພ້ອມກັບທ່ານທຣໍາ ໃນປີກາຍ ນີ້ ໃນການທ້າທາຍທາງກົດໝາຍຄັດຄ້ານການຫລຸດມາດຕະຖານປ່ອຍຄວັນລົດ ອອກຂອງລັດຖະບານກາງຈົນຮອດປີ 2026.

ເຖິງຢ່າງໃດກໍ່ຕາມ, ໃນເດືອນພະຈິກຜ່ານມາ, ບໍລິສັດ GM ໄດ້ຖອນຕົວອອກຈາກຄະດີທາງກົດໝາຍອັນຕ່າງຫາກອີກ ເຊິ່ງໃນນັ້ນ ບໍລິສັດໄດ້ເຫັນພ້ອມກັບການດໍາເນີນຄວາມພະຍາຍາມຂອງລັດຖະບານທ່ານທຣໍາ ທີ່ຈະຫ້າມລັດ ຄາລິ ຟໍເນຍ ບໍ່ໃຫ້ຕັ້ງກົດລະບຽບການປ່ອຍຄວັນ ອອກຈາກພາຫະນະຂອງຕົນເອງ.

ອາທິດແລ້ວນີ້, ທ່ານໄບເດັນໄດ້ຊີ້ນຳໃຫ້ອົງການຕ່າງໆ ຂອງສະຫະລັດໃຫ້ພິຈາ ລະນາເບິ່ງຄືນການຍົກເລີກລະບຽບການປ່ອຍອາຍເສຍຂອງທ່ານທຣໍາ ແລະການຍົກເລີກສິດອຳນາດການປ່ອຍອາຍພິດຂອງລັດຄາລິຟໍເນຍ. ບໍລິສັດກ່າວໃນຖະ ແຫຼງການແຍກຕ່າງຫາກວ່າ.

ບໍລິສັດ GM “ກຳລັງເປີດກວ້າງການຮ່ວມມືກັບລັດຄາລິຟໍເນຍ ແລະລັດຖະບານຂອງທ່ານໄບເດັນ ເພື່ອບັນລຸຂໍ້ຕົກລົງກ່ຽວກັບມາດຕະຖານແຫ່ງຊາດແລະນະໂຍ ບາຍເສີມ ເພື່ອເລັ່ງລັດການເຮັດໃຫ້ຂະແໜງການຂົນສົ່ງທີ່ໃຊ້ພາຫະ ນະເບົາໃຫ້ໃຊ້ໄຟຟ້າແລ່ນ,” ນັ້ນຄືຄໍາເວົ້າຂອງບໍລິສັດຢູ່ໃນ ຖະແຫລງການຕ່າງຫາກ ອີກ.

ເຖິງຢ່າງໃດກໍ່ຕາມ, ໃນການປະກາດການປ່ຽນແປງດັ່ງກ່າວ, ບໍລິສັດ GM ໄດ້ຢັ້ງຢືນຄຳໝັ້ນ ສັນຍາໃນການຜະລິດພາຫະນະການທີ່ປ່ອຍອາຍພິດເປັນສູນ.

ທ່ານເດນ ພາກເກີ (Dane Parker), ຫົວໜ້າເຈົ້າໜ້າທີ່ດ້ານຄວາມຍືນຍົງຂອງ ບໍລິສັດຂອງບໍລິສັດ GM ກ່າວວ່າ "ພວກເຮົາກຳລັງດຳເນີນການເພື່ອພວກເຮົາຈະສາມາດກຳຈັດການປ່ອຍອາຍພິດອອກຕາມທໍ່ອາຍເສຍ ພາຍໃນປີ 2035," ນັ້ນຄື ຄໍາເວົ້າຂອງທ່ານເດນ ພາກເກີ (Dane Parker), ເຈົ້າໜ້າທີ່ ດ້ານຄວາມໝັ້ນຄົງຂອງບໍລິສັດ GM ກ່າວຢູ່ກອງປະຊຸມນັກຂ່າວ. ທ່ານກ່າວ ເພີ້ມອີກວ່າ "ການຕັ້ງເປົ້າໝາຍໃຫ້ພວກເຮົາ ໃນ 15 ປີ ຕໍ່ຈາກນີ້ໄປ ແມ່ນສາ ມາດບັນລຸໄດ້ຢ່າງແນ່ນອນ."

ທ່ານ ເຟຣດ ຄຣັບ (Fred Krupp), ປະທານຂອງກອງທຶນ EDF ກ່າວໃນຖະ ແຫຼງການສະບັບນຶ່ງວ່າ "ໂດຍມີບາດກ້າວທີ່ພິເສດທີ່ສຸດອັນນີ້, GM ກຳລັງເຮັດໃຫ້ເປັນທີ່ຈະແຈ້ງທີີສຸດວ່າ ການປະຕິບັດການໃນການລົບລ້າງມົນລະພິດ ທີ່ປ່ອຍອອກມາຈາກພາຫະນະຂະໜາດເບົາທັງໝົດໃນປີ 2035 ແມ່ນເປັນອົງປະກອບທີ່ສຳຄັນໃນແຜນທຸລະກິດຂອງຜູ້ຜະລິດລົດຍົນ."

ບໍລິສັດ GM ຍັງກ່າວອີກວ່າ ຕົນຈະນຳໃຊ້ພະລັງງານທົດແທນ 100 ເປີເຊັນ ເພື່ອສະໜອງໃຫ້ສະຖານທີ່ຕ່າງໆ ຂອງສະຫະລັດ ໃນປີ 2030 ແລະສະຖານ ທີ່ຕ່າງໆຢູ່ທົ່ວໂລກໃນປີ 2035, ກໍຄື 5 ປີ ໄວກວ່າເປົ້າໝາຍທີ່ວາງໄວ້ໃນຂັ້ນ ຕົ້ນ.

ທ່ານເດວິດ ຟຣີດແມນ (David Friedman), ຮອງປະທານ ຢູ່ບໍລິສັດອອກ ບົດລາຍງານການຊົມໃຊ້ ຫລື Consumer Reports ແລະອະດີດນັກອອກ ລະບຽບການ ຄຸ້ມຄອງລົດຂອງລັດຖະບານ ທ່ານໂອບາມາ ກ່າວວ່າ "ຄວາມປາດຖະໜາທີ່ແຮງກ້າແມ່ນສິ່ງທີ່ສຳຄັນ ແລະເປັນແຮງບັນດານໃຈ, ແຕ່ແຜນ ການຜະລິດທີ່ໜັກແໜ້ນ ແລະນະໂຍບາຍທີ່ເຂັ້ມແຂງ ແມ່ນສິ່ງຂັບເຄື່ອນຕະ ຫຼາດ ແລະສະພາບຂອງດິນຟ້າອາກາດ."

ບໍລິສັດ GM ກ່າວວ່າ ຫຼາຍກ່ວາເຄິ່ງນຶ່ງຂອງທີມງານວ່າດ້ວຍການໃຊ້ຈ່າຍ ແລະການພັດທະນາຜະລິດຕະພັນຂອງບໍລິສັດ GM ຈະອຸທິດເຮື່ອແຮງໃສ່ ໂຄງການພະຫະນະທີ່ໃຊ້ໄຟຟ້າ ແລະພາຫະນະບໍ່ມີຄົນຂັບທີ່ໃຊ້ໄຟຟ້າ.

ໃນວັນຈັນຜ່ານມານີ້ ທ່ານໄບເດັນໄດ້ປະຕິຍານວ່າ ຈະທົດແທນກຸ່ມພາະນະຂອງລັດຖະບານສະຫະລັດທີ່ມີປະມານ 650,000 ຄັນ ທີ່ເປັນລຸ້ນໃຊ້ລະບົບໄຟຟ້າ ໃນຂະນະທີ່ລັດຖະບານຊຸດໃໝ່ ກໍາລັງປ່ຽນຈຸດເພັ່ງເລັງໄປໃສ່ພະລັງ ງານສະອາດຢູ່ນີ້.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG