ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕາຕໍ້ ດັບມອດສາຍຕາ ແລະເປັນສາເຫດໃຫຍ່ ພາໃຫ້ຕາບອດ ໃນໂລກ (ວີດິໂອ)


ພະຍາດຕາເຂົ້າເຝື້ອ
ພະຍາດຕາເຂົ້າເຝື້ອ
ພະຍາດຕາຕໍ້ ແມ່ນເປັນໂຕການໃຫຍ່ທີ່ພາໃຫ້ຕາບອດຢູ່ໃນທົ່ວ
ໂລກ ແຕ່ມັກມີຫລາຍທີ່ສຸດ ຢູ່ໃນບັນດາປະເທດກໍາລັງພັດທະນາ.
ອົງການອະນາໄມໂລກ ຫລື WHO ເວົ້າວ່າຕາຕໍ້ ແມ່ນເປັນບັນ
ຫາທ້າທາຍ ຕໍ່ຂະແໜງສາທາລະນະສຸກທີ່ໃຫຍ່ກວ່າຕາເຂົ້າເຝື້ອ ຫຼືພະຍາດເປັນຕໍ້ໃສ່ແກ້ວຕາ ເພາະວ່າ ອາການຕາບອດ ທີ່ເກີດ
ຈາກພະຍາດຕາຕໍ້ນີ້ແມ່ນຖາວອນ ຫລືປົວບໍ່ໄດ້.

ຖ້າຫາກທ່ານຄິດວ່າ ທ່ານບໍ່ມີຄວາມສ່ຽງຕໍ່ການເປັນພະຍາດຕາ
ຕໍ້ແມ່ນໃຫ້ ຄິດຄືນອີກ. ຕາຕໍ້ເປັນພະຍາດທີ່ດັບມອດສາຍຕາ
ຂອງຄົນໃນທົ່ວໂລກ ແລະ ພວກເຂົາເຈົ້າຮອດບໍ່ຮູ້ຈັກຊໍ້າວ່າ ຕົນ
ເອງເປັນພະຍາດນີ້ ຈົນກວ່າວ່າ ມັນໄດ້ ທໍາລາຍສາຍຕາໄປຢ່າງ
ໜ້ອຍ 40% ແລ້ວ. ດຣ. ອາລັນ ຣອບບິນ (Alan Robin) ທີ່ຊ່ຽວ ຊານໃນການປິ່ນປົວພະຍາດຕາຕໍ້ ກ່າວວ່າ:

ພະຍາດນີ້ເປັນສາເຫດອັນດັບນຶ່ງ ທີ່ພາໃຫ້ຄົນຕາບອດຢູ່ໃນສະຫະລັດ. ແລະຢູ່ ໃນກຸ່ມຄົນອາເມຣິກັນເຊື້ອສາຍສະເປນ ແລະອາຟຣິກາ ພະຍາດນີ້ເປັນສາເຫດ ໃຫຍ່ທີສອງ ທີ່ພາໃຫ້ຄົນຕາບອດ.”

ສ່ວນຢູ່ຈີນ ແລະອິນເດຍນັ້ນ ພະຍາດຕາຕໍ້ ເປັນສາເຫດໃຫຍ່ອັນດັບສອງ ທີ່ພາໃຫ້ຄົນຕາ ບອດ. ດຣ. ອາລານ ຣອບບິນກ່າວຕໍ່ໄປວ່າ:
“ທ່ານຈະເຫັນວ່າ ພະຍາດຕາຕໍ້ຂອງຄົນຢູ່ເຂດໃຕ້ທະເລຊາຍຊາຮາຣາ ຍິ່ງເປັນ ບັນຫາຮ້າຍແຮງກວ່ານັ້ນອີກ ມັນເປັນພະຍາດທີ່ພາໃຫ້ຄົນຕາບອດ ຫລາຍກວ່າ ພະຍາດຕາຕໍ້ ທີ່ພວກເຮົາເຫັນຢູ່ໃນກຸ່ມຄົນອາເມຣິກັນ ຫລື ແມ່ນກະທັ້ງ ໃນຊາວ ອາເຣິກັນເຊື້ອສາຍອາຟຣິກາ ຢູ່ໃນສະຫະລັດ ອີກດ້ວຍ.”

ຕໍ່ບັນຫາຄວາມແຕກຕ່າງກັນ ໃນການເປັນພະຍາດນີ້ ລະຫວ່າງເຊື້ອຊາດ ທີ່ຕ່າງກັນ ຢູ່ ສູນກາງ Medstar ຂອງໂຮງໝໍ ລັດວໍຊິງຕັນ ດຣ. ເອຣິກ ຟລີເຊີ (Eric Fleischer) ໃຫ້ ຄໍາເຫັນວ່າ:

ການກວດຕາເພື່ອປ້ອງກັນການເປັນຕາຕໍ້
ການກວດຕາເພື່ອປ້ອງກັນການເປັນຕາຕໍ້

ຜູ້ໃດກໍຕາມທີ່ມີເຊື້ອສາຍອາຟຣິກາຂ້ອນຂ້າງວ່າຈະມີ ໂອກາດຫລາຍຂຶ້ນ ໃນ ການທີ່ຈະເປັນພະຍາດຕາຕໍ້.”

ອາຍຸຫລາຍກໍເປັນອີກປະເດັນນຶ່ງ ທີ່ພາໃຫ້ເປັນພະຍາດຕາຕໍ້
ເຖິງແມ່ນວ່າ ຜູ້ຄົນໃນທຸກໄວສາມາດເປັນພະຍາດຕາຕໍ້ໄດ້ກໍຕາມ.
ດັ່ງດຣ. ເອຣິກ ຟລີເຊີ ອະທິບາຍວ່າ ມັນເປັນກຸ່ມພະຍາດອັນນຶ່ງ
ທີ່ມັກສ້າງຄວາມກົດດັນຢູ່ໃນຕາ. Dr. Eric Fleischer ອະທິບາຍວ່າ:
"ຕາກໍຄ້າຍຄືກັນກັບໂມງ. ແລະຢູ່ຂ້າງ ຫລັງຂອງ ໜ້າໂມງ ທີ່ມີຕົວເລກຢູ່ນັ້ນ ແມ່ນຜະລິດທາດແຫລວ. ມັນໄຫລຜ່ານຊ່ອງຕາດຳຂອງທ່ານ ແລະໄຫລເຂົ້າ ໄປທາງໜ້າຂອງໂມງ ຢູ່ລະຫວ່າງກາງຂອງນໍ້າເບີ ຫລືໜ້າ ແລະແກ້ວໃສໆ. ມີເຂດທີ່ຢູ່ອ້ອມຂອບຂອງຕານັ້ນ ເປັນຮ່ອງລະບາຍ ທາດແຫລວອອກ.”

ເມື່ອຮ່ອງລະບາຍນັ້ນຖືກຕັນ ທາດແຫລວກໍບໍ່ສາມາດທີ່ຈະໄຫລອອກຈາກຕາ ໄວທັນກັບ ຈໍານວນທີ່ມັນຜະລິດອອກມາ. ຄວາມກົດດັນຢູ່ໃນຕາທີ່ມີເພີ້ມຂຶ້ນ ຈະທໍາລາຍ ແລະໃນທີ່ ສຸດ ກໍຈະເຮັດໃຫ້ເສັ້ນປະສາດຂອງແກ້ວຕາຕາຍໄປ. ຜົນຂອງມັນກໍຄືຕາບອດ. ຂະບວນ ຂັ້ນຕອນອັນນີ້ ສ່ວນຫລາຍແມ່ນບໍ່ຮູ້ສຶກເຈັບປວດແຕ່ຢ່າງໃດ ແລະ ເປັນໄປຢ່າງລັບໆ ຊຶ່ງ ຜູ້ຄົນບໍ່ຄ່ອຍສັງເກດ. ດຣ. ເອຣິກ ຟລີເຊີ ເວົ້າວ່າ:
“ປົກກະຕິແລ້ວ ຜູ້ຄົນຈະຮູ້ກໍຕໍ່ເມື່ອວ່າ ເຂົາເຈົ້າໄປຕໍາຂອບປະຕູ ເພາະວ່າ ພວກ ເຂົາເຈົ້າເສຍສາຍຕາຢູ່ຂອບນອກຕາ ຫລືພວກເຂົາເຈົ້າຈະເລີ້ມມີອຸປະຕິເຫດ ທາງລົດ ເພາະວ່າເຂົາເຈົ້າບໍ່ເຫັນລົດຂ້າງໃດ ຫລືຂ້າງນຶ່ງ.”

ໂຊກດີທີ່ວ່າ ພະຍາດຕາຕໍ້ແມ່ນວິນິດໄສພົບໄດ້ງ່າຍ. ການກວດທີ່ງ່າຍທີ່ສຸດ ແມ່ນການ ວັດແທກສາຍຕາຂອບນອກ. ທັງນີ້ກໍເພາະວ່າ ຜູ້ມີພະຍາດຕາຕໍ້ ສາຍຕາທາງຂ້າງຈະ ເສຍໄປກ່ອນໝູ່.

ຂ່າວດີກໍຄືວ່າ ຖ້າຫາກກວດພົບໄວ ພະຍາດຕາຕໍ້ສາມາດຄວບຄຸມໄດ້. ດຣ. ອາລານ ຣອບບິນ ກ່າວມ້ວນທ້າຍວ່າ:
“ມັນເປັນພະຍາດທີ່ບໍ່ສາມາດປ້ອງກັນໄດ້ ແຕ່ກໍສາມາດປົວໄດ້."

ພະຍາດຕາຕໍ້ ເປັນພະຍາດທີ່ບໍ່ສາມາດຕ່າວປີ້ນໃຫ້ກັບຄືນມາເປັນຕາດີໄດ້ ແຕ່ໃນຂະນະ ທີ່ພວກນັກຄົ້ນຄວ້າຮຽນຮູ້ກ່ຽວກັບມັນເພີ້ມຂຶ້ນ ພວກເຂົາເຈົ້າ ກໍມີຄວາມຫວັງເພີ້ມຂຶ້ນວ່າ ວັນນຶ່ງຂ້າງໜ້າ ພະຍາດດັ່ງກ່າວນີ້ ຈະສາມາດ ປົວໃຫ້ຫາຍດີໄດ້ ຫລືກະທັ້ງວ່າ ສາມາດ ປ້ອງກັນໄດ້ອີກ.

ເບິ່ງວີດິໂອພາສາອັງກິດກ່ຽວກັບເລື້ອງນີ້
Glaucoma, A Stealth Disease And Major Cause of Blindness
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ
XS
SM
MD
LG