ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກຊ່ຽວຊານດ້ານສາທາລະນະສຸກ ວ່າ ການຕໍ່ສູ້ຕ້ານວັນນະໂຣກ ໃນທົ່ວໂລກ ຫລຸດນ້ອຍຖອຍລົງ ມາໄດ້ຫຼາຍປີ ຍ້ອນພະຍາດໂຄວິດ-19


ຍາດພີ່ນ້ອງຂອງຄົນປ່ວຍເປັນວັນນະໂຣກ ປັບໜ້າກາກຫາຍໃຈອົກຊີເຈັນ ຢູ່ທີ່ໂຮງໝໍປົວວັນນະໂຣກ ໃນມື້ວັນແຫ່ງວັນນະໂຣກຂອງໂລກ, ຢູ່ທີ່ເມືອງໄຮເດີຣາບາດ ຂອງອິນເດຍ, ວັນທີ 24 ມີນາ 2018.
ຍາດພີ່ນ້ອງຂອງຄົນປ່ວຍເປັນວັນນະໂຣກ ປັບໜ້າກາກຫາຍໃຈອົກຊີເຈັນ ຢູ່ທີ່ໂຮງໝໍປົວວັນນະໂຣກ ໃນມື້ວັນແຫ່ງວັນນະໂຣກຂອງໂລກ, ຢູ່ທີ່ເມືອງໄຮເດີຣາບາດ ຂອງອິນເດຍ, ວັນທີ 24 ມີນາ 2018.

ໃນຂະນະທີ່ໂລກ ພວມແນມຫາການຍຸຕິຂອງໂຣກລະບາດໂຄວິດ-19 ດ້ວຍຄວາມກະວົນກະວາຍຢູ່ນີ້ ກໍມີການແຜ່ລະບາດຂອງໂຣກອີກຊະນິດນຶ່ງທີ່ບໍ່ຍອມລົດ​ລະ ກໍຄືວັນນະໂຣກ ທີ່ໄດ້ມີກຳລັງແຮງຂຶ້ນໃໝ່ ແລະເປັນໄພຂົ່ມຂູ່ຕໍ່ປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ ອີງຕາມການກ່າວຂອງບັນດານັກຊ່ຽວຊານ.

ດ້ວຍການມີທຶນທີ່ຕ່ຳ ສຳລັບການກວດໂຣກ ແລະໂຄງການເພື່ອຮັກສາໂຣກດັ່ງ ກ່າວ ແລະການເສຍຊີວິດຍ້ອນໂຣກນີ້ຫຼາຍຂຶ້ນອີກ ການຕໍ່ສູ້ຕ້ານວັນນະໂຣກໃນທົ່ວໂລກ ໄດ້ເຫັນວ່າ ຫລຸດນ້ອຍຖອຍລົງ.

ທ່ານເດວິດ ດາວດີ (David Dowdy) ນັກຊ່ຽວຊານດ້ານພະຍາດລະບາດ ຢູ່ທີ່ ຈອນສ໌ ຮັອບກິນສ໌ ໂຮງຮຽນດ້ານສາທາລະນະສຸກຂອງບລູມເບີກ ໄດ້ກ່າວຕໍ່ວີໂອເອ ວ່າ “ພວກເຮົາໄດ້ສູນເສຍຫ້າປີຂອງຄວາມກ້າວໜ້າ ຫຼືຫຼາຍກວ່ານັ້ນ ໃນການຕໍ່ສູ້ຕ້ານວັນນະໂຣກ ກໍຍ້ອນການລົບກວນຂອງການລະບາດພະຍາດໂຄວິດ-19.”

ການປະເມີນຜົນຂອງທ່ານດາວດີນັ້ນ ກໍເປັນສຽງສະທ້ອນດຽວກັນຈາກອົງການອະນາໄມໂລກ ຫຼື WHO. ທ່ານນາງອຳນາ ສມອລເບໂກວິກ (Amna Smallbegovic) ໂຄສົກຂອງ WHO ໄດ້ກ່າວວ່າ “ການລະບາດຂອງໂຄວິດ-19 ໄດ້ຕ່າວປີ້ນຄືນຫຼາຍປີຂອງຄວາມຄືບໜ້າໃນການຮັບມືກັບວັນນະໂຣກຢູ່ໃນທົ່ວໂລກ ແລະເປັນຄັ້ງທຳອິດໃນຕະຫຼອດໄລຍະນຶ່ງທົດສະວັດຜ່ານມາ.”

ຄົນປ່ວຍເປັນວັນນະໂຣກ ຖືຊອງຢາ ຢູ່ທີ່ໂຮງໝໍ Lal Bahadur Shastri ຂອງລັດຖະບານ ໃນຄຸ້ມ ຣາມ ນາກາ ເມືອງວາຣານາສີ ຂອງອິນເດຍ, ວັນທີ 13 ມີນາ 2018.
ຄົນປ່ວຍເປັນວັນນະໂຣກ ຖືຊອງຢາ ຢູ່ທີ່ໂຮງໝໍ Lal Bahadur Shastri ຂອງລັດຖະບານ ໃນຄຸ້ມ ຣາມ ນາກາ ເມືອງວາຣານາສີ ຂອງອິນເດຍ, ວັນທີ 13 ມີນາ 2018.

ຊີວິດຂອງຄົນຫຼາຍກວ່າ 66 ລ້ານ ໄດ້ຖືກຊ່ອຍໄວ້ໄດ້ໂດຍຜ່ານໂຄງການຮັກສາປິ່ນປົວວັນນະໂຣກ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ແລະອົງການ WHO ໄດ້ຄາດໝາຍວ່າ ຈະຮັກສາພວກທີ່ເປັນວັນນະໂຣກ 40 ລ້ານຄົນ ໃນລະຫວ່າງ ປີ 2018 ແລະ 2022, ໂດຍຈະຕັດການເສຍຊີວິດລົງເຖິງເຄິ່ງນຶ່ງ ຕະຫຼອດໄລຍະ 10 ປີ ທີ່ຈະສິ້ນສຸດລົງໃນປີ 2025.

ບັນດານັກຊ່ຽວຊານ ກ່າວວ່າ ບໍ່ພຽງແຕ່ເປົ້າໝາຍເຫຼົ່ານີ້ ທີ່ໄດ້ຖືກເລື່ອນກັບຄືນໄປຫຼາຍປີເທົ່ານັ້ນ ແຕ່ພວກເຂົາຈະສາມາດບັນລຸເປົ້າໝາຍໄດ້ຫຼືບໍ່ນັ້ນ ຂຶ້ນຢູ່ກັບວິທີການ ແລະເມື່ອໃດທີ່ໂລກຍຸຕິໂຣກລະບາດ ຂອງພະຍາດໂຄວິດ-19 ໄດ້.

ທ່ານນາງສມອລເບໂກວິກ ໄດ້ເວົ້າວ່າ “ສະຖານະການຍັງສືບຕໍ່ເບິ່ງຄືວ່າ ບໍ່ຄ່ອຍດີ ອີງຕາມຂໍ້ມູນທີ່ໄດ້ຖືກລາຍງານໃນແຕ່ລະເດືອນ ຈາກ 90 ປະເທດ.” ແລະກ່າວຕໍ່ໄປວ່າ “ມີຄວາມຄືບໜ້າບໍ່ພຽງພໍໃນການປິດຊ່ອງຫວ່າງຂອງການກວດຫາກໍລະນີຕິດໂຣກ ໂດຍຍັງມີການກວດພົບຄົນທີ່ຕິດໂຣກໜ້ອຍເກີນໄປ ແລະໄດ້ຮັບການປິ່ນປົວ ຫຼືການໄດ້ຮັບວິທີປ້ອງກັນວັນນະໂຣກ ເມື່ອທຽບໃສ່ກັບປີ 2019 ກ່ອນໜ້າມີການແຜ່ລະບາດຂອງພະຍາດໂຄວິດ-19. ຍັງມີການຂາດ ແຄນເຖິງ 13 ເປີເຊັນໃນການແຈ້ງເຕືອນຂອງພວກຄົນທີ່ເປັນວັນນະໂຣກ ເມື່ອທຽບກັບ ກ່ອນໜ້າການເລີ້ມຕົນ ຂອງໂຣກລະບາດນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG