ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ທ້ວງ ທີ່​ເກີດ​ຂຶ້ນ ໃນ​ທົ່ວ​ໂລກ ໃນ​ປີ 2019


ພວກ​ປະ​ທ້ວງ ຮົງ​ກົງ ໃສ່​ໜ້າ​ກາກ ພາ​ກັນ​ຍົກ​ມືຂອງ​ພວກ​ເຂົາ​ເຈົ້າ​ຂຶ້ນ ​ໃນ​ລະ​ຫວ່າງ ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ຢູ່​ທີ່ ສູນ​ການ​ຄ້າ ໂຢ​ໂຮ (Yoho Mall) ໃນ​ເມືອງ​ຢຸນ ລອງ (Yuen Long), ຮົງ​ກົງ, ຈີນ, ວັນ​ທີ 21 ພະ​ຈິກ 2019.
ພວກ​ປະ​ທ້ວງ ຮົງ​ກົງ ໃສ່​ໜ້າ​ກາກ ພາ​ກັນ​ຍົກ​ມືຂອງ​ພວກ​ເຂົາ​ເຈົ້າ​ຂຶ້ນ ​ໃນ​ລະ​ຫວ່າງ ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ຢູ່​ທີ່ ສູນ​ການ​ຄ້າ ໂຢ​ໂຮ (Yoho Mall) ໃນ​ເມືອງ​ຢຸນ ລອງ (Yuen Long), ຮົງ​ກົງ, ຈີນ, ວັນ​ທີ 21 ພະ​ຈິກ 2019.

ການ​ສໍ້​ລາດ​ບັງຫຼວງ ເສດ​ຖະ​ກິດ​ທີ່​ຊຸດ​ໂຊມ ຄວາມ​ເປັນ​ອິດ​ສະ​ຫຼະ​ທາງ​ການ​ເມືອງ ແລະ​ສິດ​ເສ​ລີ​ພາບ​ສ່ວນ​ບຸກ​ຄົນ ແມ່ນ​ຫົວ​ຂໍ້​ບາງ​ສ່ວນ​ໃນຫຼາຍໆ​ເລື້ອງ​ທີ່​ກໍ​ໃຫ້​ເກີດການ​ເດີນ​ຂະ​ບວນ​ປະ​ທ້ວງ​ເພື່ອ​ຮຽກ​ຮ້ອງການ​ປະ​ຕິ​ຮູບ ໃນ​ທົ່ວ​ໂລກດັ່ງ​ຕໍ່​ໄປ​ນີ້.

ເຊັ່ນ​ຢູ່​ໃນ​ປະ​ເທດ ​ອາ​ລ​ຈີ​ເຣຍ ໃນ​ເດືອນ​ກຸມ​ພາ ປີນີ້ ຫຼັງ​ຈາກທີ່ ​ປະ​ທາ​ນາ​ທິ​ບໍ​ດີ ອັບ​ແດວ​ລາ​ຊີ​ສ ບູ​ເທ​ຟ​ຣິ​ກາ ໄດ້​ປະ​ກາດ​ເຈດ​ຕະ​ນາ​ລົມ​ຂອງ​ທ່ານ ທີ່​ຈະ​ລົງ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສະ​ໄໝ​ທີ 5 ກະ​ປະ​ມານ​ໄດ້​ວ່າ ພວກ​ປະ​ທ້ວງ 3 ລ້ານ​ຄົນ​ໃນ​ນະ​ຄອນຫຼວງ ອາ​ລເຈຍ ໄດ້​ຮຽກ​ຮ້ອງ​ໃຫ້ປ່ຽນ​ແປງ​ລະ​ບອບ​ການ​ປົກ​ຄອງ​ຂອງ​ທ່ານ ບູ​ເທ​ຟ​ຣິ​ກາ ​ຢ່າງ​ຮອບ​ດ້ານ. ໃນ​ເດືອນ​ເມ​ສາ ທ່ານ ບູ​ເທ​ຟ​ຣິ​ກາ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ. ການ​ເລືອກ​ຕັ້ງ​ໄດ້​ຖືກ​ກຳ​ນົດ​ໃສ່​ເດືອນ​ທັນ​ວານີ້.

ໃນ​ປະ​ເທດ​ ໂບ​ລີ​ເວຍ ຫຼັງ​ຈາກ​ມີ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ ຊາວ​ໂບ​ລີ​ເວຍ ​ໃນ​ນະ​ຄອນຫຼວງ ລາ ປາ​ສ ໄດ້​ພາ​ກັນ​ການ​ປະ​ທ້ວງ ໂດຍກ່າວ​ອ້າງວ່າ ​ປະ​ທາ​ນາ​ທິ​ບໍ​ດີ ອີ​ໂວ ໂມ​ຣາ​ເລັ​ສ ​ສໍ້​ໂກງການ​ເລືອກ​ຕັ້ງ. ຕົກ​ມາ​ເຖິງ​ເດືອນ​ພະ​ຈິກ ທ່ານ​ໂມ​ຣາ​ເລັ​ສ ໄດ້​ປະ​ກາດ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ ແລະ​ໄດ້​ຫລົບ​ໜີ​ໄປ​ປະ​ເທດ​ເມັກ​ຊິ​ໂກ. ສ່ວນ​ພວກ​ທີ່​ສະ​ໜັບ​ສະ​ໜຸນ ທ່ານ​ໂມ​ຣາ​ເລັ​ສ ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ​ກັບ​ຄືນ​ມາ ແລະ ຢ່າງ​ໜ້ອຍ 31 ຄົນ ໄດ້​ຖືກ​ຂ້າ​ຕາຍ.

ໃນ​ປະ​ເທດ​ຊີ​ເລ ການ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ຕຸ​ລາ ໃນ​ນະ​ຄອນຫຼວງ ແຊນ​ຕີ​ອາ​ໂກ ຍ້ອນ​ການ​ຂຶ້ນ​ລາ​ຄາ​ຂອງປີ້​ລົດ​ໄຟ​ໄຕ້​ດິນ. ​ ​ໃນທັນ​ທີ​ທັນ​ໃດ ການ​ປະ​ທ້ວງກໍໄດ້​ແຜ່​ຂະ​ຫຍາຍ​ອອກ​ໄປ​ໃນ​ທົ່ວ​ປະ​ເທດ ໂດຍ​ທີ່ຊາວ​ຊີ​ເລ ​ຮຽກ​ຮ້ອງ​ໃຫ້ມີ​ຄວາມ​ສະ​ເໝີ​ພາບ​ຂອງ​ລາຍ​ໄດ້ ການຮັກ​ສາ​ສຸ​ຂະ​ພາບ​ທີ່​ດີ​ຂຶ້ນກວ່າ​ເກົ່າ ແລະ​ໃຫ້​ເງິນ​ເພື່ອ​ການ​ສຶກ​ສາຫຼາຍ​ຂຶ້ນ. ຢ່າງ​ໜ້ອຍ 22 ຄົນ ໄດ້​ຖືກ​ຂ້າ​ຕາຍ.

ໃນ​ປະ​ເທດ​ໂຄ​ລອມ​ເບຍ ການ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ພະ​ຈິກ ຍ້ອນ​ບັນ​ຊີ​ຂອງ​ບັນ​ຫາ​ຕ່າງໆ ທີ່​ປະ​ກອບ​ດ້ວຍ ການ​ຂ​າດ​ແຜນ​ການ​ດ້ານ​ເສດ​ຖະ​ກິດແຫ່ງ​ຊາດ ການ​ສໍ້​ລາດ​ບັງຫຼວງ ແລະ​ການ​ຄາດ​ຕະ​ກຳ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ທິ​ມະ​ນຸດ ເປັນ​ຕົ້ນ. ການ​ປະ​ທ້ວງ​ໄດ້​ດຶງ​ດູດປະ​ຊາ​ຊົນ ຫຼາຍກວ່າ 250,000 ຄົນ​ອອກ​ມາ​ຮ່ວມ. ຢ່າງ​ໜ້ອຍ 3 ຄົນ​ໄດ້​ຖືກ​ຂ້າ​ຕາຍ.

ໃນ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ເຊັກ​ສ໌ ໃນ​ເດືອນ​ພະ​ຈິກ ປະ​ຊາ​ຊົນຫຼາຍກວ່າ 200,000 ຄົນ ໃນ​ນະ​ຄອນຫຼວງ ປ​ຣ​າກ ​ໄດ້ຮຽກ​ຮ້ອງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ ອານ​ເດ​ຣ​ຈ໌ ບາ​ບິ​ສ ລາ​ອອກ​ຈາກ​ຕຳ​ແໜ່ງ ຍ້ອນຖືກ​ກ່າວ​ຫາ​ວ່າ ສໍ້​ໂກງ.

ໃນ​ປະ​ເທດ​ເອ​ກົວ​ດໍ ການ​ປະ​ທ້ວງ ແລະ​ການກໍ່​ຈະ​ຈົນ ໄດ້​ລະ​ເບີດ​ຂຶ້ນ​ໃນ​ເດືອນ​ຕຸ​ລາ ຍ້ອນ​ມາດ​ຕະ​ການຄວາມ​ເຂັ້ມ​ງວດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເລ​ນິນ ໂມ​ເຣ​ໂນ ທີ່​ໄດ້​ສະ​ເໜີ​ຍຸ​ຕິ​ໃຫ້​ການ​ອຸດ​ໜຸນນ້ຳ​ມັນ​ເຊື້ອ​ໄຟ ແລະ​ຕັດ​ເງິນ​ສະ​ຫວັດ​ດີ​ການ ແລະ​ເງິນ​ເດືອນ​ຂອງ​ບັນ​ດາ​ພະ​ນັກ​ງານ​ລັດ. ການ​ປະ​ທ້ວງ​ໄດ້​ສິ້ນ​ສຸດ​ລົງຫຼັງ​ຈາກ ກຸ່ມ​ຊົນ​ເຜົາ​ພື້ນ​ເມືອງທັງຫຼາຍ ແລະ​ລັດ​ຖະ​ບານ​ຂອງ​ເອ​ກົວ​ດໍ ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ກັນ.

ໃນ​ປະ​ເທດ​ອີ​ຈິບ ການ​ປະ​ທ້ວງ​ທີ່ບໍ່​ຄ່ອຍ​ມີ ກໍ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ນະ​ຄອນຫຼວງ ໄຄ​ໂຣ ໃນເມືອງ ​ອາ​ແລັກ​ແຊນ​ເດ​ຣຍ ແລະ​ຫົວ​ເມືອງ​ອື່ນໆ ໃນ​ວັນ​ທີ 20 ແລະ 27 ເດືອນ​ກັນ​ຍາ ໂດຍ​ມີ​ການ​ກ່າວ​ຫາ ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ໃຊ້​ກອງ​ທຶນສາ​ທາ​ລະ​ນະ ເປັ​ນ​ຊັບ​ສິນສ່ວນ​ຕົວ. ​ປະ​ຊາ​ຊົນ​ອີ​ຈິບ ຫຼາຍກວ່າ 4,000 ຄົນ ລວມ​ທັງ ນັກ​ຂ່າວ 11 ຄົນ ແລະ ພວກ​ເດັກ​ນ້ອຍ ພ້ອມ​ກັບ​ຊາວ​ຕ່າງ​ປະ​ເທດຫຼາ​ຍກວ່າ 100 ຄົນ ໄດ້​ຖືກ​ຈັບ​ກຸ່ມ. ແລະການ​ປະ​ທ້ວງ​ກໍ​ໄດ້​ເກີດ​ຂຶ້ນ​ຢູ່​ໃນປະ​ເທດ​ອື່ນໆ ​ອີກ​ 9 ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG