ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໃຊ້ຈ່າຍ ທາງດ້ານທະຫານ ກໍາລັງ ຖີບຕົວສູງຂຶ້ນ ສູ່ລະດັບໃໝ່ ໃນທົ່ວໂລກ


Global Military Spending on the Rise
please wait

No media source currently available

0:00 0:03:26 0:00

ໃນວັນທີ 11 ເດືອນກັນຍາ ຜ່ານ​ມານີ້ ປະເທດຊາດ ພາກັນລຳລຶກ ເຖິງຊີວິດທັງຫຼາຍ
ທີ່ໄດ້ສູນຫາຍຕາຍຈາກໄປ ໃນການໂຈມຕີກໍ່ການຮ້າຍທີ່ຮ້າຍແຮງທີ່ສຸດ ໃນດິນແດນ
ຂອງອາເມຣິກາ. ປະທານາທິບໍດີ ຮອງປະທານາທິບໍດີ ແລະບັນດາເຈົ້າໜ້າທີ່ຄົນອື່ນໆ
ທີ່ມາຮ່ວມໃນພິທີເພື່ອໄວ​ອາ​ໄລ​ໃຫ້ ແດ່ຜູ້ທີ່ໄດ້ເສຍ​ຊີ​ວິດ ເກືອບ 3,000 ຄົນ ເມື່ອພວກ
ກຸ່ມກໍ່ການຮ້າຍ ອາລ-ກາອີດາ ໄດ້ ຢຶດເອົາເຮືອບິນໂດຍສານສີ່ລຳ ໃນຂະນະບິນຢູ່ເທິງ
ອາກາດ. ສອງລຳບິນເຂົ້າ ໄປຕຳຕຶກ World Trade Center ໃນນະຄອນນິວຢອກ
ລຳທີສາມບິນເຂົ້າ ໄປຕຳທຳນຽບຫ້າແຈ. ສ່ວນລຳທີສີ່ ບິນຕົກລົງໃສ່ທົ່ງແຫ່ງນຶ່ງ ໃນ
ລັດເພັນຊີລເວເນຍ ຫຼັງຈາກພວກຜູ້ໂດຍສານ ທີ່ກ້າຫານຈຳນວນນຶ່ງ ໄດ້ພະຍາຍາມ
ຕໍ່ສູ້ກັບພວກກໍ່ການຮ້າຍເພື່ອເຂົ້າຄວບຄຸມເຮືອບິນຄືນ. ໃນ​ໄລ​ຍະ 18 ປີ ຕໍ່ມາ​ຫຼັງ
​ຈາກນັ້ນແລະງົບປະມານຄ່າໃຊ້ຈ່າຍດ້ານການທະຫານຂອງໂລກແມ່ນຢູ່ໃນລະດັບ
ທີ່ສູງເປັນປະຫວັັດການ. ອັນນັ້ນ ແມ່ນອີງໃສ່ຂໍ້ມູນຈາກ ສະຖາບັນຄົ້ນຄວ້າສັນຕິພາບ
ລະຫວ່າງປະເທດ ໃນສະຕັອກໂຮມ ທີ່ໄດ້ຕິດຕາມເບິ່ງ ການໃຊ້ຈ່າຍດ້ານການທະຫານ
ນັບຕັ້ງແຕ່ປີ 1988 ເປັນຕົ້ນມາ. ຄາຣລາ ບາບ ນັກຂ່າວວີໂອເອ ປະຈຳທຳນຽບຫ້າແຈ
ຈະມາໄຈ້ແຍກວ່າຍ້ອນຫຍັງ ແລະ ແມ່ນຫຍັງ ຄື​ເຫດ​ຜົນ​ ທີ່​ພາ​ໃຫ້​ມີ​ການ​ໃຊ້​ຈ່າຍ​ດັ່ງ​ກ່າວ
ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ການໃຊ້ຈ່າຍດ້ານການທະຫານ ກໍາລັງຖີບຕົວສູງຂຶ້ນສູ່ລະດັບໃໝ່ ໂດຍມີ ມູນຄ່າ 1 ພັນ
8 ຮ້ອຍຕື້ ໂດລາ ສຳລັບປີ 2018 ເທົ່ານັ້ນ.

ທ່ານພີເຕີ ເວສແມັນ ຈາກສະຖາບັນຄົ້ນຄວ້າສັນຕິພາບລະຫວ່າງປະເທດ ໃນນະຄອນ
ສະຕັອກໂຮມ ກ່າວວ່າ “ພວກເຮົາຕ້ອງເບິ່ງວ່າ ອັນນັ້ນ ເປັນສັນຍານເຕືອນໄພ ກໍບໍ່ຈຳ
ເປັນວ່າ ຈະນຳໄປສູ່ສົງຄາມດອກ ແຕ່ສິ່ງນັ້ນ ກໍຕ້ອງໄດ້ເອົາ ໃຈໃສ່ຢ່າງໃກ້ຊິດແທ້ໆ.”

ການໃຊ້ຈ່າຍທາງດ້ານທະຫານ ໄດ້ຕົກລົງສູ່ລະດັບຕ່ຳສຸດ ຫຼັງສົງຄາມເຢັນ ໃນປີ 1998
ແຕ່ຕໍ່ມາ ການໂຈມຕີໃນວັນທີ 11 ເດືອນ 9 ຫຼືທີ່ເອີ້ນກັນວ່າ 9-11 ນັ້ນ ກໍໄດ້ເກີດຂຶ້ນ.

ສົງຄາມສູ້ລົບຕໍ່ຕ້ານການກໍ່ການຮ້າຍຢູ່ໃນທົ່ວໂລກ ຢູ່ໃນອັຟການິສຖານ ແລະ ອີຣັກ
ໄດ້ກາຍເປັນແຮງຊຸກຍູ້ ສົ່ງຜົນເຮັດໃຫ້ ການໃຊ້ຈ່າຍທາງດ້ານທະຫານໂດຍສະຫະລັດ
ແລະບັນດາປະເທດພັນທະມິດ ເພີ້ມສູງຂຶ້ນເລື້ອຍໆ ຈົນກວ່າວ່າ ລັດຖະບານ ທ່ານ
ໂອບາມາ ໄດ້ເລີ້ມຕັດງົບປະມານ ທາງດ້ານທະຫານລົງ.

ປັດຈຸບັນນີ້ ການໃຊ້ຈ່າຍດ້ານທະຫານ ແມ່ນກຳລັງສູງຂຶ້ນອີກຄັ້ງນຶ່ງ ອັນນັ້ນ ກໍເປັນຍ້ອນ
ຣັດເຊຍ ແລະ ຈີນ.

ທ່ານ ອາຣ ຄຣອກ ຄູບເປີ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຮັບຜິດ
ຊອບດ້ານການເມືອງແລະການທະຫານຂອງສະຫະລັດ ກ່າວວ່າ “ພວກເຮົາມີ ສອງ
ມະຫາອຳນາດລັດທິແກ້ທີ່ພວກເຂົາຢາກຈະຢູ່ໃນບ່ອນທີ່ພວກເຂົາເຈົ້າ ຍັງໄປບໍ່ເຖິງ
ຈຸດນັ້ນເທື່ອ. ແນ່ນອນ ພວກເຮົາບໍ່ຕ້ອງການໃຫ້ສິ່ງນັ້ນ ເກີດຂຶ້ນ ບໍ່ພຽງແຕ່ຍ້ອນຜົນ
ປະໂຫຍດຂອງສະຫະລັດເທົ່ານັ້ນ ແຕ່ຍັງໃນນາມຂອງບັນດາຄູ່ພາຄີ ແລະບັນດາ
ພັນທະມິດຂອງພວກເຮົານຳດ້ວຍ.”

ການໃຊ້ຈ່າຍທາງດ້ານທະຫານ ຂອງສະຫະລັດ ແມ່ນມີສັດສ່ວນ ປະກອບເປັນຫຼາຍ
ກວ່າ 1 ສ່ວນ 3 ຂອງການໃຊ້ຈ່າຍທາງດ້ານທະຫານທັງໝົດຂອງໂລກ.

ສະຫະລັດ ມີກຳປັ່ນບັນທຸກເຮືອບິນ ເຖິງ 11 ລຳ ມີຄັງອາວຸດນິວເຄລຍທີ່ມີອະນຸພາບ
ຮ້າຍແຮງ ມີເຮືອບິນລົບອາຍພົ່ນທີ່ລ້ຳຍຸກ ແລະມີກຳລັງທະຫານ 2 ລ້ານ 1 ແສນຄົນ.
ບັນດານັກຊ່ຽວຊານ ເຫັນພ້ອມນໍາກັນວ່າ ກໍາລັງທະຫານຂອງສະຫະລັດ ຍັງຄົງເປັນ
ກຳລັງທີ່ມີອິດທິພົນຄອບງຳ ເໜືອກວ່າປະເທດໃດໆ.

ທ່ານແບຣດລີ ບາວແມັນ ຢູ່ທີ່ອົງການມູນນິທິເພື່ອປົກປ້ອງປະຊາທິປະໄຕ ກ່າວວ່າ
“ຂ້າພະເຈົ້າຄຶດວ່າ ບາງຄັ້ງບາງຄາວ ມີແນວໂນ້ມທີ່ເຮັດໃຫ້ ຣັດເຊຍແລະ ຈີນ ຮູ້ສຶກ
ວ່າ ຕົນສູງຂຶ້ນເຖິງ 30 ຟິດ ແລະພວກເຂົາເຈົ້າບໍ່ໄດ້ເປັນຈັ່ງຊັ້ນເລີຍ. ມັນກໍມີຈຸດອ່ອນຢູ່
ທີ່ພວກເຮົາອາດສາມາດສວຍໃຊ້ ໃນການມີບັນຫາຂັດແຍ້ງ ແຕ່ມັນກໍຍັງມີຫຼາຍບ່ອນຢູ່
ທີ່ພວກເຂົາເຈົ້າ ມີຄວາມກ້າວໜ້າຫຼາຍກວ່າພວກເຮົາ.”

ຈີນ ດຽວນີ້ ເປັນປະເທດທີ່ໃຊ້ຈ່າຍໃນດ້ານທະຫານ ທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງ
ໂລກ ຊຶ່ງເພີ້ມຂຶ້ນ ຈາກພຽງ 2 ເປີເຊັນ ໃນການໃຊ້ຈ່າຍທາງດ້ານທະຫານຂອງໂລກ ໃນ
ປີ 1990 ມາເປັນ 14 ເປີເຊັນ ໃນປັດຈຸບັນນີ້.

ທ່ານບາວແມັນ ກ່າວອີກວ່າ “ບັນດາພັນທະມິດ ແລະບັນດາຄູ່ພາຄີຂອງພວກເຮົາ ກຳລັງ
ສິ້ງຊອມເບິ່ງອັນນີ້ຢູ່ ຜູ້ທີ່ກຳລັງຮ່ວມມືກັບພວກເຮົານັ້ນບໍ່ຄວນເຂົ້າ ໃຈຜິດພາດວ່າ ຈີນ
ໄດ້ພະຍາຍາມປັບປຸງກອງທັບຂອງພວກເຂົາເຈົ້າ ໃຫ້ທັນສະໄໝຮອບດ້ານ ເພື່ອທີ່ພວກ
ເຂົາເຈົ້າຈະສາມາດບັງຄັບ ແລະເອົາຊະນະພວກເຮົາ ແລະບັນດາພັນທະມິດຂອງເຮົາ
ໄດ້ ໃນບັນຫາຂັດແຍ້ງ ໃນອະນາຄົດ.”

ຈີນ ໄດ້ສ້າງກຳປັ່ນບັນທຸກເຮືອບິນສອງລຳ ໃນລະຫວ່າງຮອບ 10 ປີຜ່ານມານີ້ ແລະລຳ
ທີສາມ ແມ່ນກຳລັງຢູ່ໃນລະຫວ່າງການກໍ່ສ້າງ. ຈີນ ໄດ້ພັດທະນາ ເຮືອ ບິນລົບອາຍພົ່ນ
ທີ່ທັນສະໄໝ ແລະ ກຳລັງທະຫານ ໄດ້ເພີ້ມຂຶ້ນ ຫຼາຍກວ່າ 2 ລ້ານ 5 ແສນຄົນແລ້ວ ແລະ
ຈີນ ແມ່ນໄດ້ລົງທຶນ ໃນເທັກໂນໂລຈີຕ່າງໆ ຮວມທັງ ອາວຸດຕ່າງໆທີ່ບິນໄວກວ່າສຽງ
ຊຶ່ງຈະສາມາດບິນໄດ້ໄວກວ່າສຽງເຖິງ 5 ເທົ່າ.

ສ່ວນທ່ານເວສແມັນ ກໍໃຫ້ຄຳເຫັນວ່າ “ອັນນັ້ນ ຈະມີການມອງເຫັນວ່າເປັນໄພຂົ່ມຂູ່
ໂດຍບັນດາປະເທດເພື່ອນບ້ານຂອງຈີນ. ແລະພວກປະເທດເພື່ອນບ້ານເຫຼົ່ານັ້ນ ກໍຈະ
ມີປະຕິກິລິຍາຕໍ່ຕ້ານການກະທຳດັ່ງກ່າວນັ້ນ.”

ຍົກຕົວຢ່າງ ອິນເດຍ ໄດ້ເພີ້ມການໃຊ້ຈ່າຍທາງດ້ານທະຫານຂອງຕົນຂຶ້ນ ຫຼາຍກວ່າ
11 ຕື້ໂດລາ ພາຍໃນພຽງເວລາ 3 ປີເທົ່ານັ້ນ ຊຶ່ງດຽວນີ້ອິນເດຍ ຕິດອັນດັບ ທີ 4
ໂດຍລວມ.

ເຖິງແມ່ນວ່າ ຣັດເຊຍ ໄດ້ຕົກຈາກ ການເປັນ 5 ປະເທດຊັ້ນນຳທີ່ໃຊ້ຈ່າຍຫຼາຍທີ່ສຸດ ໃນ
ປີ 2018 ກໍຕາມ ແຕ່ຣັດເຊຍກໍຍັງເປັນປະເທດ ທີ່ອົງການເນໂຕ້ຈັບຕາເບິ່ງ ຫຼັງຈາກ
ຣັດເຊຍ ໄດ້ຮຸກຮານປະເທດຈໍເຈຍ ໃນປີ 2008 ແລະບຽດຢຶດເອົາພາກສ່ວນນຶ່ງຂອງ
ຢູເຄຣນ ໃນປີ 2014.

29 ປະເທດທີ່ເປັນສະມາຊິກ ຂອງອົງການເນໂຕ້ ໄດ້ໃຊ້ຈ່າຍ 963 ຕື້ໂດລາ ຄິດສະເລ່ຍ
ເປັນ 53 ເປີເຊັນ ໃນການໃຊ້ຈ່າຍທາງດ້ານທະຫານຂອງໂລກໃນ ປີ 2018. ແລະຈຳ
ນວນດັ່ງກ່າວ ແມ່ນມີແນວໂນ້ມຈະເພີ້ມຂຶ້ນ ໃນຂະນະທີ່ ສະຫະລັດ ສືບຕໍ່ກົດດັນ ບັນດາ
ປະເທດພັນທະມິດໃຫ້ໃຊ້ຈ່າຍ 2 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ ໃສ່
ການປ້ອງກັນປະເທດ.

ທ່ານມາກຄ໌ ແອັສເປີ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ກ່າວວ່າ “ພວກເຮົາບໍ່
ສາມາດປ່ອຍປະເທດເຫຼົ່ານັ້ນໄປ ໂດຍບໍ່ປະຕິບັດພັນທະຂອງຕົນ. ທ່ານບໍ່ສາມາດທີ່
ຈະທົດແທນໄດ້ຢ່າງງ່າຍດາຍ ແລະກ່າວວ່າ ຄັນຊັ້ນ 2 ເປີເຊັນ ຂອງຂ້າພະເຈົ້າ ແມ່ນ
ຈະໃຊ້ຈ່າຍ ໃນດ້ານເທັກໂນໂລຈີ ຫຼື ຂ້າພະເຈົ້າຈະກໍ່ສ້າງພື້ນຖານໂຄງລ່າງ. ຂ້າພະ
ເຈົ້າ ບໍ່ສາມາດສະກັດກັ້ນ ກອງພົນທະຫານຂອງຣັດເຊຍ ດ້ວຍເສັ້ນທາງ. ພວກເຮົາ
ຕ້ອງການຄວາມສາມາດທີ່ແທ້ຈິງ.”

ໃນຂະນະທີ່ປະເທດຕ່າງໆ ກຽມຮັບມືກັບສະພາບການທີ່ຮ້າຍແຮງທີ່ສຸດ ຢູ່ນັ້ນ ບັນດາ
ປະເທດມະຫາອຳນາດທັງຫຼາຍ ກໍຮັບຊາບຢ່າງເຕັມສ່ວນວ່າ ບັນຫາຂັດແຍ້ງໃດໆ
ທີ່ອາດເກີດຂຶ້ນ ພາຍໃນກຸ່ມມະຫາອຳນາດນັ້ນ ກໍຈະກາຍເປັນໄພຫາຍະນະ.

On September 11 the nation remembers the lives lost in the deadliest terror attack on American soil. The president, vice president and others are attending ceremonies to honor the nearly 3,000 people killed when al-Qaida terrorists hijacked four planes, ramming two into the World Trade Center buildings in New York and one into the Pentagon. A fourth went down in a field in Pennsylvania after heroic passengers attempted to overtake the hijackers.Fast-forward 18 years later, and the world's military spending is at an all-time high. That's according to data from the Stockholm International Peace Research Institute that's been tracking military spending since 1988. VOA Pentagon Correspondent Carla Babb breaks down the reasons why and what's at stake.

Military spending is soaring to new heights --- with $1.8 trillion spent in 2018 alone.

(Pieter Wezeman, Stockholm International Peace Research Institute)
"We have to see that as a warning signal, not necessarily something which will lead to war, but something which needs very close attention."

Military spending hit a post-Cold War low in 1998.

Then 9-11 happened.

Fueled by fighting a Global War on Terror in Afghanistan and Iraq, military spending by the United States and its allies shot up until the Obama administration began making military budget cuts.

Now military spending is on the rise again --- thanks to Russia and China.

(R. Clarke Cooper, Assistant Secretary of State for Political-Military Affairs)
"We have two revisionist powers that would like to be in a place where they're not at. We certainly don't want that to happen, not only for US interests, but also on behalf of our partners and allies."

The United States accounts for more than a third of global military spending.

It boasts 11 aircraft carriers, a powerful nuclear arsenal, new elite fighter jets and about 2.1 million troops. Experts agree its military remains the dominant force.

(Bradley Bowman, Foundation for Defense of Democracies)
"I think sometimes there's a tendency to make Russia and China 30 feet tall, and they're not. There are real vulnerabilities there that we could exploit in a conflict, but they're also areas where they're more advanced than we are."

China is now the world's second biggest military spender --- going from just two percent of the world's military budget in 1990 to 14% now.

(Bradley Bowman, Foundation for Defense of Democracies)
"Our allies and partners watching this who work with us should have no illusions that China has undertaken a comprehensive effort to modernize their military so that they can coerce and defeat us and our allies in a future conflict."

China built two aircraft carriers in the past decade, and a third is under construction. It has developed its own elite fighter jets and troop numbers have swelled to more than 2.5 million. And China is investing in new technologies including hypersonics - weapons that would fly five times the speed of sound.

(Pieter Wezeman, Stockholm International Peace Research Institute)
"That will be perceived as a threat by its neighbors. And those neighbors will also then react to that."

For example, India upped its military spending more than $11 billion in just three years ---

Now ranking fourth overall.

Although Russia slipped from the top five spending countries in 2018, it still has NATO's attention after invading Georgia in 2008 and annexing part of Ukraine in 2014.

The 29 NATO countries spent $963billion, 53 percent of world military spending in 2018.

And that number is likely to increase as the U.S. continues to pressure allies to spend 2% of their Gross Domestic Product on defense.

(Mark Esper, U.S. Defense Secretary)
"We can't let countries off the hook.//"You can't simply substitute and say, well, my 2% is going to go to technology or I'm going to build infrastructure. I can't deter a Russian brigade with a road. We need real capability."

As nations prepare for worst-case scenarios, world powers are fully aware that any potential conflict among them would be catastrophic.

XS
SM
MD
LG