ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສໍ້ລາດບັງຫຼວງ ໃນທົ່ວໂລກ ກໍາລັງເພີ້ມຂຶ້ນ ທ່າມກາງຄວາມເຊື່ອມໂຊມລົງຂອງລະບອບປະຊາທິປະໄຕ


Global Corruption Seen Rising Amid ‘Democratic Decline’
please wait

No media source currently available

0:00 0:02:53 0:00

ບົດລາຍງານ ກ່ຽວກັບການສໍ້ລາດບັງຫຼວງໃນທົ່ວໂລກກໍາລັງເພີ້ມຂຶ້ນ ທ່າມກາງຄວາມຊຸດໂຊມລົງ ຂອງລະບອບປະຊາທິປະໄຕ

ການຕໍ່ຕ້ານການສໍ້ລາດບັງຫຼວງໄດ້ລະງັບໄປ ທ່າມກາງການລະເມີດສິດ ທິມະນຸດ ແລະການເຊື່ອມໂຊມລົງຂອງລະບອບປະຊາທິປະໄຕ ຢູ່ໃນທຸກໆພູມີ ພາກຂອງໂລກ, ອີງຕາມການວິເຄາະ ຂອງກຸ່ມຄວາມໂປ່ງໃສສາກົນ. ເຮັນຣີ ຣິດຈ໌ແວລ (Henry Ridgwell) ມີລາຍງານກ່ຽວກັບເລື້ອງນີ້ຈາກນະຄອນຫຼວງລອນດອນ ເຊິ່ງ ທິບສຸດາ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ດັດຊະນີການຮັບຮູ້ ການສໍ້ລາດບັງຫຼວງຈັດອັນດັບ 180 ປະເທດ ຕາມລໍາດັບຂອງການສັງເກດເຫັນໃນການສໍ້ລາດບັງຫຼວງຂອງພາກສາ​ທາ​ລະ​ນະ​ຊົນ, ໂດຍ ນໍາໃຊ້ຂໍ້ມູນຈາກແຫຼ່ງຂໍ້ມູນຕ່າງໆ ເຊິ່ງລວມເຖິງຂໍ້ມູນຈາກທະນາຄານໂລກ.

ລາຍງານປີ 2021 ໄດ້ສະແດງໃຫ້ເຫັນວ່າໃນ 86 ເປີເຊັນ ຂອງປະເທດຕ່າງໆໄດ້ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນພຽງເລັກນ້ອຍ ຫຼືບໍ່ມີເລີຍ ໃນຊ່ວງທົດສະວັດທີ່ຜ່ານມາ. ມີພຽງ 25 ປະເທດທົ່ວໂລກທີ່ຕໍ່ສູ້ກັບການສໍ້ລາດບັງຫຼວງຢ່າງມີຄວາມສໍາຄັນ ແລະຄືບໜ້າ ພ້ອມທັງ​ມີລະດັບ​ສູງ​ຂຶ້ນ ​ຢູ່​ໃນດັດຊະນີຂອງປະເທດ.

ທ່ານໂຣເບີໂຕ ກູກຸດທ໌ສກາ (Roberto Kukutschka), ຈາກໜ່ວຍງານຄວາມໂປ່ງໃສສາກົນກ່າວຜ່ານທາງທີມວ່າ:

“ມີພຽງບ່ອນດຽວທີ່ພວກເຮົາບໍ່ເຫັນມີ​ການ​ປັບ​ປຸ​ງ​ທີ່ສໍາຄັນ​ໃຫ້​ດີ​ຂຶ້ນເລີຍ ນັ້ນກໍຄື ປະເທດໃນເຂດ​ພາກ​ຕາ​ເວັນ​ອອກກາງ ແລະອາຟຣິກາເໜືອ.”

​ປະ​ເທດປະຊາທິປະໄຕຕາເວັນຕົກຫຼາຍ​ປະ​ເທດ ໄດ້ຫຼຸດລະດັບລົງ ລວມເຖິງສະຫະລັດ, ການາດາ ແລະອອສເຕຣເລຍ.

ທ່ານໂຣເບີໂຕ ກູກຸດທ໌ສກາ ກ່າວວ່າ: “ນີ້ເປັນການປຸກລະດົມຮຽກຮ້ອງ ໃຫ້ຫຼາຍໆປະເທດ ທີ່ຢູ່ໃນລະດັບຕົ້ນຂອງຂໍ້ມູນວ່າ ພວກເຂົາເຈົ້າຕ້ອງເບິ່ງແຍງໜ່ວຍງານຕ່າງໆຂອງພວກເຂົາເຈົ້າ, ພວກເຂົາເຈົ້າຕ້ອງເອົາໃຈໃສ່ໃນບັນຫາການສໍ້ລາດບັງຫຼວງ ເນື່ອງຈາກຂ້າພະເຈົ້າຄິດວ່າ ມັນຈະຍາກກວ່າຫຼາຍທີ່ພວກເຂົາເຈົ້າຈະສ້າງມັນກັບຄືນມາໃນສິ່ງທີ່ພວກເຂົາເຈົ້າສູນເສຍໄປ ຫຼາຍກວ່າການຮັກສາໄວ້ໃນສິ່ງທີ່ພວກເຂົາເຈົ້າມີ ແລະປັບປຸງຈາກຈຸດນັ້ນ. ນອກນັ້ນ ພວກເຮົາຍັງມີການຂະຫຍາຍດັດຊະນີທີ່ບິດເບືອນຄວາມຈິງ ແລະຂ່າວສານທີ່ບໍ່ໜ້າເຊື່ອຖື, ເຊິ່ງຂ້າພະເຈົ້າຄິດວ່າ ໄດ້ຫຼຸດຄວາມໜ້າເຊື່ອຖືຂອງນຶ່ງໃນຜູ້ເຝົ້າສັງເກດການ ເພື່ອຕໍ່ຕ້ານການສໍ້ລາດບັງຫຼວງນັ້ນລົງ, ນັ້ນແມ່ນ ສື່ມວນຊົນ ແລະຂ່າວສານ.”

ບັນດາປະເທດສະມາຊິກສະຫະພາບຢູໂຣບເຊັ່ນ ໂປແລນ ແລະ ຮັງກາຣີ ກໍ່ໄດ້ເຫັນການຫຼຸດລົງຢ່າງໄວວາເຊັ່ນກັນ.

ທ່ານໂຣເບີໂຕ ກູກຸດທ໌ສກາ ກ່າວວ່າ “ພວກເຮົາເຫັນການຈໍາກັດອິດສະຫຼະພາບໃນການນໍາສະເໜີຂ່າວສານ, ນອກນັ້ນ ພວກເຮົາຍັງໄດ້ເຫັນການຈໍາກັດໃນທາງວິຊາການເຊັ່ນກັນ ເຖິງຂັ້ນທີ່ວ່າ ບາງມະຫາວິທະຍາໄລ ຕ້ອງໄດ້ຍຸບອອກຈາກປະເທດໄປ.”

ປະເທດ ໂຊມາເລຍ, ຊີເຣຍ ແລະປະເທດຊູດານໃຕ້ ທີ່​ເຕັມ​ໄປ​ດ້ວຍຄວາມຂັດແຍ້ງນັ້ນ ແມ່ນຍັງຄົງຢູ່ອັນດັບຕໍ່າສຸດຂອງດັດຊະນີ.

ໃນຂະນະທີ່ປະເທດມາລີ ຮັບຮູ້ເຖິງການສໍ້ລາດບັງຫຼວງທີ່ເພີ້ມຂຶ້ນ ລຸນຫຼັງການເຮັດລັດຖະປະຫານຢ່າງຕໍ່ເນື່ອງຂອງພວກທະຫານ.

ປະເທດຟີລິບປິນ ພາຍໃຕ້ການປົກຄອງຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ (Rodrigo Duterte) ກໍເຫັນການເພີ້ມຂຶ້ນຂອງການສໍ້ລາດບັງຫຼວງ ຂະໜາດໃຫຍ່ເຊັ່ນກັນ ໂດຍຄວບຄູ່ໄປກັບການຈໍາກັດອິດສະຫຼະພາບໃນການນໍາສະເໜີຂໍ້ມູນຂ່າວສານ.

ໃນກໍລະນີທີ່ຄ້າຍຄືກັນ, ການຮັບຮູ້ເຖິງການສໍ້ລາດບັງຫຼວງໃນເວເນຊູເອລາ ເພີ້ມຂຶ້ນຢ່າງໄວວາພາຍໃຕ້ການປົກຄອງຂອງປະທານາທິບໍດີ ນິໂຄລາສ ມາດູໂຣ (Nicolás Maduro).

ແຕ່ວ່າ ມີການປັບປຸງໃຫ້​ດີ​ຂຶ້ນບາງອັນ ໃນປະ​ເທດ​ເຂດ​ທະ​ເລບາລຕິກ (Baltic) ແອັສໂທເນຍ, ລັດເວຍ ແລະປະເທດອາເມເນຍ.

ທ່ານໂຣເບີໂຕ ກູກຸດທ໌ສກາ ກ່າວວ່າ “ເຊິ່ງລັດຖະບານຊຸດເກົ່າໄດ້ຖືກຢຶດອໍານາດໂດຍກຸ່ມປະທ້ວງພົນລະເຮືອນເມື່ອສອງສາມປີທີ່ຜ່ານມາ, ແລະປັດຈຸບັນນີ້ ພວກເຮົາມີການປະຕິຮູບລັດຖະບານຫຼາຍຂຶ້ນ ທີ່ມຸ້ງໝັັ້ນຈະຕໍ່ສູ້ເພື່ອຕໍ່ຕ້ານການສໍ້ລາດບັງຫຼວງຢ່າງຈິງຈັງ.”

ກຸ່ມຄວາມໂປ່ງໃສສາກົນ ໄດ້ຈໍາແນກຮູບແບບຂອງຂໍ້ມູນຢ່າງແຈ່ມແຈ້ງ ເຊັ່ນການເຊື່ອມລົງທາງດ້ານສິດທິ ແລະເສລີພາບ, ລວມທັງການຊຸດ​ໂຊມ​ລົງ​ຂອງ ລະບອບປະຊາທິປະໄຕ, ລັດທິ​ຜະ​ເດັດ​ການເຂົ້າມາແທນທີ່ ອັນນໍາໄປສູ່ລໍາດັບຂອງການສໍ້ລາດບັງຫຼວງ ທີ່ເພີ້ມສູງຂຶ້ນ.

The fight against corruption has stagnated amid human rights abuses and democratic declines in all regions of the world, according to an analysis by the group Transparency International. Henry Ridgwell has details from London.

The Corruption Perception Index ranks 180 countries by their perceived levels of public sector corruption, using data from dozens of sources including the World Bank.

The 2021 report shows that in 86 per cent of countries, there has been little or no improvement over the past decade. Across the world, 25 countries made significant progress in fighting corruption and rose up the index.

Roberto Kukutschka, Transparency International (Teams)

“The only place where we do not see any significant improvement however is in the Middle East and North Africa.”

Several Western democracies have slipped down the rankings – including the United States, Canada, and Australia.

Roberto Kukutschka, Transparency International

“This is a wake-up call for many of the countries at the top of the index that they need to take care of their institutions, they need to pay attention to the issue of corruption because I think it is much harder to build back what you lost than to preserve what you have and improve from there. We have also had the spread of disinformation and of fake news, which weakened I think the credibility of one of the most important watchdogs for anti-corruption, which is the media and the press.”

EU member states such as Poland and Hungary have also seen sharp declines.

Roberto Kukutschka, Transparency International

“We have seen a clampdown on press freedom, we have seen also a clampdown on academic freedom, even with some universities having to leave the country.”

Somalia, Syria and South Sudan – countries riven by conflict - remain at the bottom of the index.

While in Mali, perceived corruption has increased following successive military coups.

The Philippines under President Rodrigo Duterte also has seen a big increase in corruption alongside a crackdown on freedom of expression.

Similarly, perceived corruption in Venezuela has sharply increased under President Nicolás Maduro.

But there are some improvements – most notably in the Baltic states of Estonia and Latvia, and in Armenia.

Roberto Kukutschka, Transparency International

“Where the old government was ousted by civil protests a few years ago, and now we have a more reformist government that is really committing to the fight against corruption.”

Transparency International identified a clear pattern in the data: as rights and freedoms erode and democracy declines, authoritarianism takes its place, contributing to even higher levels of corruption.

XS
SM
MD
LG