ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການນິລະໂທດກຳ ເຕືອນວ່າ ເສລີພາບ ແລະ ສິດທິ ມະນຸດ ກຳລັງຖືກຄຸກຄາມ ຢູ່ທົ່ວໂລກ


Freedoms, Human Rights Under Global Assault, Amnesty Warns
please wait

No media source currently available

0:00 0:02:24 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ອົງການນິລະໂທດກຳສາກົນ ກ່າວວ່າ ສະຖະນະພາບສຳລັບສິດ ທິມະນຸດທົ່ວໂລກ ໄດ້ຊຸດໂຊມລົງໃນປີ 2015 ພ້ອມກັບລະບົບ ຕ່າງໆທີ່ໄດ້ອອກແບບມາເພື່ອປົກປ້ອງການມີສິດທິພື້ນຖານນັ້ນ ກໍໄດ້ຖືກໂຈມຕີໂດຍຫຼາຍລັດຖະບານ. ການປະເມີນຜົນໄດ້ເກີດ ຂຶ້ນໃນບົດລາຍງານປະຈຳປີຂອງອົງການນິລະໂທດ ກຳສາກົນ, ໃນຂະນະທີ່ນັກຂ່າວວີ​ໂອ​ເອ Henry Ridgwell ລາຍງານຈາກ ນະຄອນຫຼວງ ລອນດອນ. ພຸດທະສອນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ.

ອົງການນິລະໂທດກຳສາກົນ ກ່າວວ່າ ສົງຄາມກາງເມືອງທີ່ໂຫດຮ້າຍຢູ່​ໃນ ຊີເຣຍ ຍັງຄົງເປັນ ວິກິດການທີ່ສຸກເສີນທີ່ສຸດຢູ່.

ທ່ານນາງ Tirana Hassan ຈາກອົງການນິລະໂທດກຳສາກົນ ເມື່ອບໍ່ດົນມານີ້ໄດ້ເດີນທາງ ໄປຢ້ຽມຢາມເຂດຊາຍແດນ ເທີກີ ທີ່​ຕິດ​ກັບ ຊີເຣຍ ທີ່ເມືອງ Kilis ບ່ອນທີ່ຊາວອົບພະຍົບບໍ່ມີ ທີ່ຢູ່ອາໄສກຸ່ມໃໝ່ 58,000​ ຄົນ ໄດ້ເຕົ້າໂຮມກັນເພື່ອລໍຖ້າຂ້າມເຂດຊາຍແດນເຂົ້າປະເທດ ເທີກີ.

ທ່ານນາງ Tirana Hassan ກ່າວວ່າ “ໂດຍພື້ນຖານແລ້ວແມ່ນຜູ້ທີ່ໄດ້ຫຼົບໜີຈາກການໂຈມ ຕີທາງອາກາດຂອງ ກອງກຳລັງ ຣັດເຊຍ ແລະ ຊີເຣຍ ຢ່າງບໍ່ມີຄວາມປານີ ແລະ ພວກເຮົາ ໄດ້ບັນທຶກຫຼາຍກໍລະນີຂອງການໂຈມຕີທາງອາກາດຕໍ່ໂຮງຮຽນ, ຕໍ່ໂຮງໝໍ, ແລະ ຕໍ່ບ້ານ ເຮືອນຂອງພົນລະເຮືອນ. ຣັດເຊຍ ແລະ ຊີເຣຍ ແມ່ນກຳລັງເພັ່ງເລັງໃສ່ພົນລະເຮືອນ ແລະ ເປົ້າໝາຍທາງພົນລະເຮືອນ ແລະວ່າແນ່ນອນທີ່ສຸດ ແມ່ນການ​ກໍ່ອາຊະຍາກຳສົງຄາມ.”

ປະເທດ ເທີກີ ໄດ້ປະຕິເສດທີ່ຈະເປີດດ່ານຊາຍແດນຂອງພວກເຂົາເຈົ້າ. ປະເທດດັ່ງກ່າວໄດ້ ຮັບເອົາອົບພະຍົບຈະນວນຫຼາຍກວ່າ 1 ລ້ານ 5 ແສນກວ່າຄົນແລ້ວ. ອົງການນິລະໂທດກຳ ສາກົນກ່າວວ່າ ທະວີບ ຢູໂຣບ ຕ້ອງດຳເນີນການເພີ່ມເຕີມ.

ທ່ານນາງ Tirana Hassan ກ່າວວ່າ “ຢູໂຣບ ໂດຍພື້ນຖານແລ້ວໄດ້ພະຍາຍາມທີ່ຈະເຮັດ ໃຫ້ປະເທດ ເທີກີ ເປັນທີ່ຄຸ້ມກັນເຂດຊາຍແດນຂອງພວກເຂົາເຈົ້າ, ແລະ ມັນກໍບໍ່ໄດ້ຜົນ. ຄົນຜູ້ທີ່ຢູ່ເຂດຊາຍແດນ ເທີກີ ໃນຕອນນີ້ ໝົດຫວັງຢ່າງແຮງ ແລະ ພວກເຂົາເຈົ້າກໍກຳລັງ ຊອກຫາເສັ້ນທາງ​ ທີ່ນຳໃຊ້ໃນການລັກລອບຂົນສົ່ງ​ທີ່ຜິດກົດໝາຍ. ແລະ ພວກເຮົາກໍ ໄດ້ບັນທຶກຫຼາຍກໍລະນີ ບ່ອນທີ່ທະຫານຍາມເຂດຊາຍແດນ ເທີກີ ໄດ້ຍິງປືນ​ໃສ່ພວກອົບ ພະຍົບ.”

ວິກິດການ​ໃນປະເທດ ຊີເຣຍ ແມ່ນ​ເກີດ​ຂຶ້ນຢູ່​ຖ້າມກາງສະຖານະການດ້ານສິດທິມະນຸດທີ່ ພວມຊຸດໂຊມລົງຢູ້ໃນທົ່ວໂລກ, ອີງຕາມການລາຍງານຫຼ້າສຸດຂອງອົງການນິລະໂທດກຳສາ ກົນ.

ທ້າວ Salil Shetty ເລຂາທິການໃຫຍ່ອົງການ ນິລະໂທດກຳສາກົນກ່າວວ່າ “ສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ ແລະ ອົງການທີ່ເອີິ້ນວ່າ ປະຊາຄົມນານາຊາດໄດ້ສືບຕໍ່ທີ່ຈະ ສັງເກດເບິ່ງຢ່າງ​ໄຮ້​ຄວາມ ຫວັງ ໃນຂະນະທີ່ ຊີເຣຍ ໄດ້ປະເຊີນໜ້າກັບການພັງລະລາຍ ຢ່າງສົມບູນ. ແຕ່ວ່າມັນບໍ່ມີພຽງແຕ່ປະເທດ ຊີເຣຍ ເທົ່ານັ້ນ. ອີຣັກ, ເຢເມນ, ລີເບຍ, ບູຣຸນ ດີ, ເກົາຫຼີເໜືອ ທັງໝົດທີ່ກ່າວມານີ້ແມ່ນຕົກຢູ່ໃນສະຖານະພາບທີ່ບໍ່ໝັ້ນຄົງເຊັ່ນກັນ.”

ຫົວໜ້າອົງການນິລະໂທດກຳສາກົນໄດ້ສືບຕໍ່ຕັກເຕືອນວ່າ ລະບົບຕ່າງໆທີ່ໄດ້ຖືກອອກແບບ ມາເພື່ອປົກປ້ອງສິດທິມະນຸດ ແມ່ນກຳລັງຖືກ ໂຈມຕີ.

ທ່ານ Salil Shetty ກ່າວວ່າ “ບັນດາປະເທດທີ່ໄດ້ລົງນາມໃນສົນທິສັນຍາອົບພະຍົບແມ່ນ ກຳລັງເຍາະເຍີ້ຍມັນຢ່າງໜ້າບໍ່ອາຍ ໃສ່ໜ້າຂອງອົບພະຍົບຫຼາຍລ້ານຄົນທີ່ກຳລັງຫຼົບໜີ ຈາກສົງຄາມ ແລະ ການບຽດບຽນ. ຫຼາຍປະເທດໃນທະວີບ ອາຟຣິກາ ໄດ້ຮ່ວມກັນ, ໂດຍ ຂົ່ມຂູ່ທີ່ຈະຍ່າງອອກຈາກສານອາຍາສາກົນ. ຢູ່ໃນລະດັບພາກພື້ນ, ລະບົບຄຸ້ມຄອງສິດທິ ມະນຸດຂອງທະວີບ ຢູໂຣບ ແມ່ນກຳລັງຕົກຢູ່ພາຍໃຕ້ໄພຂົ່ມຂູ່.”

ລາຍງານຂອງອົງການນິລະໂທດກຳສາກົນໄດ້ກ່າວເນັ້ນເຖິງຄວາມສຳເລັດ ບາງຢ່າງໃນປີ 2015 ລວມທັງການປ່ອຍຕົວນັກຂ່າວ Al Jazeera 3 ຄົນທີ່ໄດ້ຖືກກັກຂັງໃນປະເທດ ອີຈິບ, ແລະ ການເປີດການສືບສວນສອບສວນຂອງສານຍຸດຕິທຳສາກົນ ກ່ຽວກັບ ສະຖານະການ ໃນເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ ​ຈໍ​ແດັນ ​ຫຼື West Bank ແລະ ​ໃນ​ເຂດ Gaza.

XS
SM
MD
LG