ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາ ໄດ້ຮັບຢາວັກຊີນ ກັນໂຄວິດ-19 ຊຸດທຳອິດ ໂດຍຜ່ານໂຄງການແບ່ງປັນຢາວັກຊີນຂອງໂລກ


ພວກຄົນງານຂັບລົດທີ່ບັນທຸກຫີບຢາວັກຊີນຂອງ AstraZeneca/Oxford ໃນຂະນະທີ່ ການາ ໄດ້ຮັບຢາວັກຊີນກັນໄວຣັສໂຄໂຣນາ ທີ່ເຮັດໃຫ້ເປັນພະຍາດ COVID-19 ຊຸດທຳອິດ ພາຍໃຕ້ໂຄງການ COVAX, ໃນນະຄອນຫຼວງອັກກຣາ.
ພວກຄົນງານຂັບລົດທີ່ບັນທຸກຫີບຢາວັກຊີນຂອງ AstraZeneca/Oxford ໃນຂະນະທີ່ ການາ ໄດ້ຮັບຢາວັກຊີນກັນໄວຣັສໂຄໂຣນາ ທີ່ເຮັດໃຫ້ເປັນພະຍາດ COVID-19 ຊຸດທຳອິດ ພາຍໃຕ້ໂຄງການ COVAX, ໃນນະຄອນຫຼວງອັກກຣາ.

ການາໄດ້ຮັບການນຳສົ່ງຢາວັກຊີນກັນໂຄວິດ-19 ຊຸດທຳອິດໂດຍຜ່ານໂຄງການແບ່ງປັນຢາວັກຊີນໃນທົ່ວໂລກຂອງອົງການອະນາໄມໂລກ ຫຼື WHO.

ຖ້ຽວບິນທີ່ບັນຈຸ ຢາວັກຊີນຂອງອາສຕຣາຊີເນກາແລະມະຫາວິທະຍາໄລ ອັອກ-ສຟອດ 600,000 ໂດສ ໄດ້ເດີນທາງໄປຮອດນະຄອນຫຼວງອັກກຣາ ໃນວັນພຸດວານນີ້ ອີງຕາມຖະແຫລງການຮ່ວມ ຈາກອົງການ WHO ແລະອົງການກອງທຶນເດັກຂອງສະຫະປະຊາຊາດ ຫຼື UNICEF, ດ້ວຍກອງທຶນສຸກເສີນຂອງອົງການ UNICEF. ຢາວັກຊີນນີ້ ໄດ້ຜະລິດໂດຍ ສະຖາບັນຊີຣໍາຂອງອິນເດຍ ທີ່ເປັນຜູ້ຜະລິດຢາວັກຊີນລາຍໃຫຍ່ທີ່ສຸດຂອງໂລກ.

ຢາວັກຊີນດັ່ງກ່າວ ໄດ້ສົ່ງໄປໃຫ້ການາທີ່ໄດ້ຈັດຊື້ໂດຍຜ່ານສະຖານໃນການເຂົ້າ ເຖິງຢາວັກຊີນກັນໂຄວິດ-19 ຫຼື COVAX ອັນເປັນໂຄງການລິເລີ້ມຈັດຕັ້ງຂຶ້ນໂດຍອົງການ WHO ດ້ວຍການຮ່ວມໄມ້ຮ່ວມມືກັບກຸ່ມພັນທະມິດເພື່ອນະວັດຕະກຳໃນການກຽມພ້ອມຮັບໂຣກລະບາດ ແລະ ກາວີ (Gavi), ກຸ່ມພັນທະມິດຢາວັກຊີນ (Vaccine Alliance) ເປັນອົງການທີ່ຈັດຕັ້ງຂຶ້ນ ໂດຍທ່ານບີລ ແລະທ່ານນາງເມີລິນດາ ເກັດສ໌ ຜູ້ໃຈບຸນທັງສອງທ່ານນີ້ ເພື່ອສັກຢາວັກຊີນໃຫ້ແກ່ພວກເດັກນ້ອຍໃນບັນດາປະເທດທີ່ທຸກຍາກທີ່ສຸດຂອງໂລກ.

ໂຄງການຈັດຊື້ຢາວັກຊີນໂດຍການຊ່ອຍເຫຼືອຂອງບັນດາປະເທດທີ່ຮັ່ງມີ ແລະແຈກຢາຍພວກຢາວັກຊີນຢ່າງເທົ່າທຽມກັນແກ່ທຸກປະເທດທັງໝົດ. ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ປະຕິຍານໃຫ້ທຶນ 4 ຕື້ໂດລາ ແກ່ໂຄງການ COVAX ເມື່ອອາທິດແລ້ວນີ້.

ອົງການ WHO ໄດ້ປະກາດໃນເດືອນທັນວາ ປີກາຍນີ້ວ່າ ໂຄງການ COVAX ໄດ້ເຮັດຂໍ້ຕົກລົງຫຼາຍສະບັບເພື່ອໃຫ້ໄດ້ມາຊຶ່ງຢາວັກຊີນເກືອບ 2 ຕື້ໂດສ ຈາກບັນດາບໍລິສັດຢາວັກຊີນທັງຫຼາຍ ທີ່ເຫັນວ່າ “ມີຄວາມຫວັງສູງ” ນັ້ນ.

ການສະໜອງຢາວັກຊີນດັ່ງກ່າວ ຄາດໝາຍກັນວ່າ ແມ່ນຈະເພີ້ມຂຶ້ນຫຼັງຈາກທີ່ສະຫະລັດ ໄດ້ລະບຸວ່າ ຢາວັກຊີນກັນໂຄວິດ-19 ທີ່ສັກເຂັມດຽວ ຜະລິດໂດຍບໍລິສັດຈອນສັນແລະຈອນສັນ ນັ້ນ ແມ່ນປາກົດວ່າປອດໄພ ແລະປ້ອງກັນ ພະ ຍາດດັ່ງກ່າວໄດ້.

ໃນການວິໄຈອັນນຶ່ງ ທີ່ໄດ້ເປີດເຜີຍໃນວັນພຸດວານນີ້ ອົງການອາຫານແລະຢາຂອງສະຫະລັດ ໄດ້ຢັ້ງຢືນວ່າ ຢາວັກຊີນນັ້ນ ມີປະສິດທິພາບປະມານ 60 ເປີ ເຊັນ ໃນລະຫວ່າງການທົດລອງຢູ່ໃນທົ່ວໂລກ ໃນການປ້ອງກັນກໍລະນີ ທີ່ມີອາ ການປ່ວຍປານກາງ ຈົນເຖິງໜັກຍ້ອນໂຄວິດ-19.

ບໍລິສັດຂອງສະຫະລັດ ໄດ້ກ່າວຕໍ່ລັດຖະສະພາເມື່ອຕົ້ນສັບປະດານີ້ວ່າ ຕົນຫວັງວ່າ ຈະສະໜອງຢາວັກຊີນ 20 ລ້ານໂດສ ໃນສະຫະລັດ ພາຍໃນທ້າຍເດືອນ ໜ້າ ແລະ 100 ລ້ານໂດສ ພາຍໃນລະດູຮ້ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG