ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ ໂຊ​ລ​ສ໌ ກ່າວ​ວ່າ ເຢຍ​ຣະ​ມັນ ຈະ​ບໍ່​ສົ່ງ​ເຮືອ​ບິນ​ລົບ​ ໄປໃຫ້ ຢູ​ເຄ​ຣນ


ຮູບ​ຈາກ​ແຟ້ມ​ທີ່​ຖືກ​ຖ່າຍ​ໃນ​ວັນ​ທີ 20 ສິງ​ຫາ 2020, ສະ​ແດງ​ໃຫ້​ເຫັນ​ຜູ້​ຊາຍ​ຄົນ​ນຶ່ງ ​ຖ່າຍ​ຮູບ​ເຮື​ອ​ບິນ​ລົບ Eurofighter ຂອງກອງ​ທັບ​ອາ​ກາດ ເຢຍ​ຣ​ະ​ມັນ ຢູ່​ທາງ​ແລ່ນ​ເຮື​ອ​ບິນ​ຂອງ​ຖານ​ທັບ​ອາ​ກາດ ກອງ​ທັບ​ອາ​ກາດ ເຢຍ​ຣະ​ມັນ, ເມືອງ ໂນ​ເອີ​ເວີ​ນິ​ດ​ຈ໌, ເຢຍ​ຣະ​ມັນ.
ຮູບ​ຈາກ​ແຟ້ມ​ທີ່​ຖືກ​ຖ່າຍ​ໃນ​ວັນ​ທີ 20 ສິງ​ຫາ 2020, ສະ​ແດງ​ໃຫ້​ເຫັນ​ຜູ້​ຊາຍ​ຄົນ​ນຶ່ງ ​ຖ່າຍ​ຮູບ​ເຮື​ອ​ບິນ​ລົບ Eurofighter ຂອງກອງ​ທັບ​ອາ​ກາດ ເຢຍ​ຣ​ະ​ມັນ ຢູ່​ທາງ​ແລ່ນ​ເຮື​ອ​ບິນ​ຂອງ​ຖານ​ທັບ​ອາ​ກາດ ກອງ​ທັບ​ອາ​ກາດ ເຢຍ​ຣະ​ມັນ, ເມືອງ ໂນ​ເອີ​ເວີ​ນິ​ດ​ຈ໌, ເຢຍ​ຣະ​ມັນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌ ໄດ້​ກ່າວ​ຢ້ຳ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ ເຢຍ​ຣະ​ມັນ ຈະ​ບໍ່​ສົ່ງ​ເຮືອ​ບິນ​ລົບ ​ໄປ​ຢູ​ເຄ​ຣນ, ໃນ​ຂະ​ນະ​ທີ່​ກີ​ຢິບ ຂະ​ຫຍາຍ​ການ​ຮຽກ​ຮ້ອງ​ ສຳ​ລັບ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ເພີ່ມ​ເຕີມ​ຈາກ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ເພື່ອ​ຊ່ວຍ​ເຫຼືອ​ໃນ​ການ​ຂັບ​ໄລ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ.

ທ່ານ ໂຊ​ລ​ສ໌ ​ມີແຕ່​ໄດ້​ຕົກ​ລົງ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ເພື່ອ​ສົ່ງ​ລົດ​ຖັງ ລຽວ​ປາດ 2, 14 ຄັນ​ໄປ​ໃຫ້​ຢູ​ເຄ​ຣນ ແລະ ເພື່ອ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ສົ່ງ​ຂອງ​ເຂົາ​ເຈົ້າ​ໄປ​ເທົ່າ​ນັ້ນ, ຫຼັງ​ຈາກຫຼາຍ​ອາ​ທິດ​ ຂອງ​ການ​ໂຕ້​ຖຽງ ​ທີ່​ເຄັ່ງ​ຕຶງ ແລະ ຄວາມ​ກົດ​ດັນຫຼາຍກວ່າ​ເກົ່າ​ຈາກ​ບັນ​ດາ​ພັນ​ທະ​ມິດ.

ທ່ານ ໂຊ​ລ​ສ໌ ໄດ້​ກ່າວ​ໃນ​ການ​ສັບ​ພາດ​ກັບ​ໜັງ​ສື​ພິມ ທາ​ເກັ​ສ​ສ​ປີ​ແກ​ລ໌ (Tagesspiegel) ວ່າ “ຂ້າ​ພະ​ເຈົ້າ​ມີ​ແຕ່​ໄດ້​ຊີ້​ນຳ ​ຕໍ່​ການ​ເຂົ້າ​ໄປ​ໃນ​ສະ​ຖາ​ນະ​ການ​ສົງ​ຄາມ​ ເວ​ລາ​ທີ່​ເວົ້າ​ເຖິງ​ລະ​ບົບ​ອາ​ວຸດ.”

ທ່ານ​ເວົ້າ​ວ່າ “ຖ້າ, ຕາບ​ໃດ​ທີ່​ມີ​ການ​ຕັດ​ສິນ​ໃຈ ກ່ຽວ​ກັບ ລົດ​ຖັງ, ການ​ໂຕ້​ຖຽງ​ຄັ້ງ​ຕໍ່​ໄປ​ຈະ​ເລີ່ມ​ຂຶ້ນ​ໃນ ເຢຍ​ຣະ​ມັນ, ທີ່​ຈະ​ບໍ່​ເຮັດ​ໃຫ້ມັນເປັນ​ສິ່ງ​ທີ່​ຮ້າຍ​ແຮງ ແລະ ທຳ​ລາຍ​ຄວາມ​ໝັ້ນ​ໃຈ​ຂອງ​ປະ​ຊາ​ຊົນ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ.”

ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ໂຊ​ລ​ສ໌ ເພື່​ອ​ໃຫ້​ໄຟ​ຂຽວ​ຕໍ່​ການ​ສົ່ງ​ລົງ​ຖັງ​ແມ່ນມາ​ພ້ອມ​ກັບ​ການ​ປະ​ກາດ​ຂອງ ສະ​ຫະ​ລັດ ວ່າ ​ເຂົາ​ເຈົ້າ​ຈະ​ສົ່ງ​ລົ​ດ​ຖັງ ເອ​ແບ​ຣມ​ສ໌ 31 ຄັນ​ຂອງ​ເຂົາ​ເຈົ້າ​ໄປ​.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ໄດ້​ຂອບ​ໃຈ​ລັດ​ຖະ​ບານ ເບີ​ລິນ ແລະ ວໍ​ຊິງ​ຕັນ ສຳ​ລັບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ, ເຊິ່ງ​ຖືກ​ພິ​ຈາ​ລະ​ນາວ່າ ເປັນ​ຄວາມ​ສຳ​ເລັດ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ປະ​ເທດ​ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ​ນັ້ນ.

​ການ​ສຳ​ພາດ​ຕໍ່ຂອງ ທ່ານ ໂຊ​ລ​ສ໌ ທີ່​ໄດ້​ເຕືອນຕໍ່​ການ “ຂະ​ຫຍາຍ​ຄວາມ​ສ່ຽງຄວາມ​ຂັດ​ແຍ້ງ,” ກັບ ມົ​ສ​ກູ ແມ່ນ​ໄດ້ການ​ກ່າວ​ປະ​ນາມ​ຕໍ່​ສັນ​ຍາ​ລົດ​ຖັງ​ຢ່າງ​ຮຸນ​ແຮງ​ແລ້ວ.

ທ່ານ​ໄດ້​ກ່າວ​ວ່າ “ມັນ​ບໍ່​ໄດ້​ມີ​ສົງ​ຄາມ​ລະ​ຫວ່າງ NATO ກັບ ຣັດ​ເຊຍ. ພວກ​ເຮົາ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ຂະ​ຫຍາຍ​ຄວາມ​ຂັດ​ແຍ້ງ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ກ່າວ​ຕື່ມ​ວ່າ ມັນ “ມີ​ຄວາມ​ຈຳ​ເປັນ​” ທີ່​ຈະ​ສືບ​ຕໍ່​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ, ທ່ານ ວ​ລາ​ດິ​ເມຍ ປູ​ຕິນ. ການ​ລົບ​ໂທ​ລະ​ສັບ​ຄັ້ງ​ສຸດ​ທ້າຍ​ລະ​ຫວ່າງ​ຜູ້​ທຳ​ດັ່ງ​ກ່າວ ​ແມ່ນ​ໃນ​ຕົ້ນ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG