ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບ ສະຫຼອງ ຄົບຮອບ 70 ປີ ທີ່ສົງຄາມໂລກ ຄັ້ງທີ II ຍຸດຕິລົງ ແຕ່ຍັງບໍ່ລືມບົດຮຽນ (ວີດີໂອ ພາສາລາວ)


Lessons for Germany, Europe Remain on Anniversary of WWII's End
please wait

No media source currently available

0:00 0:02:57 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບ ເລື່ອງນີ້

ໄດ້ມີ​ການ​ຈັດ ພິທີສະຫຼອງ ຫລື​ຂີດ​ໝາຍ ວັນ​ຄົບຮອບ​ 70 ປີ ຂອງການ​ສິ້ນ​ສຸດ​ລົງ​ຂອງສົງຄາມ​ໂລກ​ຄັ້ງ​ທີ 2 ​ ຂຶ້ນໃນ​ທຸກປະ​ເທ​ດ​ໃນ​ພາກ​ພື້ນ​ຢູ​ໂຣບ ​ເມື່ອ​ທ້າຍ​ສັບປະດາ​ທີ່​ຜ່ານ​ມາ ຄື​ໃນວັນ​ທີ 8 ​ແລະ 9 ​ເດືອນພຶ​ດສະພານີ້ ຍົກ​ເວັ້ນ ຢູ່​ໃນປະ​ເທດ​ ເຢຍລະ​ມັນ, ເຊິ່ງ​ເປັນ​ຜູ້​ປະລາໄຊໃນ​ສົງຄາມໂລກນັ້ນ. Al Pessin ນັກ​ຂ່າວ VOA ໄດ້​ໄປ​ຢ້ຽມຢາມປະ​ເທດ​ ​ເຢຍລະ​ມັນ ​ເພື່ອ​ລາຍ​ງານ​ຂໍ້​ຄິ​ດ​ເຫັນ ກ່ຽວ​ກັບ ສົງ​ຄາມ ​ແລະ ຜົນ​ກະທົບ​ທີ່ຍັງ​ມີ​ຢູ່​ຂອງ​ມັນ ​ເຊິ່ງພຸດທະ​ສອນ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ເບິ່ງວີດິໂອ ພາສາລາວ:

ອະ​ນຸສອນ​ສະຖານອັນກວ້າງໃຫຍ່ ທີ່​ມີ​ລັກສະນະ​ຄື​ກັນ​ກັບ​ເປັນ​ປ່າຊ້າ​ ມີ​ໂຮງ​ສົບ​ຫີນ ຢາຍລຽງ​ກັນ​ຢູ່ ສ້າງ​ຂຶ້ນມາເພື່ອລະ​ລຶກເຖິງ ຊາວຢິວຈຳນວນ 6 ລ້ານ​ຄົນ ທີ່​ຖືກ​ຂ້າ​ຕາຍ
ໂດຍພວກ​ນາ​ຊີ​ ແມ່ນກວມເນຶ້ອທີ່ ​ບໍ​ລິ​ເວ​ນກວ້າງຂວາງ​ໃນໃ ກາງນະຄອນ​ ເບີ​ລິນ. ມັນຖື​ກ
ສ້າງ​ຂຶ້ນ​ພຽງເມື່ອ 10 ປີກ່ອນ ທ່າມກາງຄວາມຂັດແຍ່ງກັນຢ່າງ​ໃຫຍ່​ຫຼວງ ​ແມ່ນ​ແຕ່​ໃນ​ເວລາ​ນັ້ນ. ຫ່າງ​ອອກ​ໄປ 200 ​ແມັດ​, ເຊິ່ງມີ​ຕົ້ນ​ໄມ້​ບັງ​ຢູ່​ນັ້ນ, ​ແມ່ນ​ປ້​ອມຫຼົບ​ໄພ ​ທີ່ Adolf Hitler ​ໃຊ້​ເພື່ອ​ອອກ​ຄຳ​ສັ່ງ​ບັນຊາ​ສົງຄາມ, ​ແລະ ​ເຊື່ອ​ວ່າເປັນ​ບ່ອນ​ທີ່​ລາວ​ຂ້າໂຕຕາຍ.

​ຕ​ອນນີ້ ບໍລິ​ເວນ​ດັ່ງກ່າວ​ໄດ້​ກາຍ​ມາ​ເປັນ​ບ່ອນ​ຈອດ​ລົດ​ ທີ່ບໍ່ມີ​ຫຍັງ​ເຫຼື​ອ​ໃຫ້​ເຫັນ ອີກແລ້ວ​, ​ແຕ່​ສຳລັບ​ນາງ Tina ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ອັງກິດ​, ບົດຮຽນ​ ແມ່​ນຍັງ​ຄົງ​ເຫຼືອ​ຢູ່​ຄື​ເກົ່າ.

ນາງ Tina ກ່າວ​ວ່າ “ແມ່ນ​ກະ​ທັ້ງມື້​ນີ້, ​ໃນ​ປະ​ເທດ​ຂອງ​ເຮົາ​ເອງ, ກໍຍັງ​ມີ​ກຸ່ມພວກ
ຫົວ​ຮຸນ​ແຮງ​ ​ໂຜ່​ໂຕຂື້ນມາ​ຢູ່. ​ແລະ ຂ້​ອຍກໍ່​ກຳລັງ​ຄິດ​ວ່າ ​ຖ້າ​ພວກ​ເຮົາ ຄົນ​ທີ່​ດີໆ
​ທຳ​ມະ​ດາ​ສາມັນບໍ່ພາກັນເຮັດ​ຫຍັງ​ແລ້ວ, ມັນ​ກໍ່​ຈະມີ​ໂອ​ກາດວ່າ​ປະຫວັດສາດ​
ຈະຊ້ຳຮອຍ
ມັນ​ເອງ.”

​ແລະ ນັ້ນ​ກໍ່​ແມ່ນ​ຂໍ້ຄວາມ​ທີ່​ແນ​ໃສ່​ຊາວເບີ​ລິນ​ ຜ່ານ​ທາງ ວິດີໂອ ​ແລະ ຮູບ​ພາບທີ່ນຳອອກ
ສາຍ ແລະ ວາງສະແດງ ຢູ່ໃນ​ຫຼາ​ຍໆ​ເຂດຂອງ​ເມືອງ ​ເຊິ່ງ​ເທື່ອ​ໜຶ່ງ​ເຄີຍຖືກ​ແບ່ງ​ອອກ​ເປັນ​ສອງ​ຝ່າຍ​ນັ້ນ.

ທ່ານ Bjoern Weigel ​ແມ່ນຜູ້​ກຳກັບດູ​ແລ ອະນຸສອນະ​ຖານ​ແຫ່ງ​ນີ້.

ທ່ານ Weigel ກ່າວ​ວ່າ “ບ່ອນນີ້​ແມ່ນ​ໂຕ​ແທນ​ຂອງ​ 70 ປີກ່ອນ​, ​ແຕ່ວ່າ​ໃນ​
ພາກສ່ວນອື່ນ​ໆຂອງ​ໂລກ, ​ແລະ ​ແມ່ນແຕ່ໃນ​ພາກສ່ວນ​ອື່ນ​ໆຂອງຢູ​ໂຣບ,
ມັນ​ແມ່ນຊີວິດ ປະຈຳ​ວັນ”

ບັນດານັກທ່ອງທ່ຽວຊາວຢູ​ໂຣບ ທີ່​ໄປ​ທ່ຽວນະຄອນ ​ເບີ​ລິນ ​ເຂົ້າ​ໃຈດີ​ເຖິງ​ເນື້ອ​ໃນ​ຈິດ​ໃຈ ຂອງ​ອະນຸສອນ​ສະຖານ​ແຫ່ງ​ນີ້ ​ເພາະວ່າພວກເຂົາ​ເຈົ້າ​ຮູ້​ດີ​ວ່າ ​ເດືອນ​ພຶ​ດສະພາ ປີ 1945 ນັ້ນ ບໍ່​ແມ່ນ​ວັນສິ້ນ​ສຸດ​ລົງ ຂອງ​ບັນຫາ​ຕ່າງໆຂອງ​ທະວີບ.

ທ້າວ Julian ນັກ​ສຶກສາຈາກ​ໂປ​ແລນ ກ່າວ​ວ່າ “ສຳລັບ​ພວກ​ເຮົາ, ຄົນ​ໂປ​ແລນ,
ມັນ​ໝາຍ​ເຖິງ​ວັນອາ​ວະສາ​ນຂ​ອງການ​ທຳລາຍ​ປະ​ເທດຂອງ​ພວກ​ເຮົາ, ​ແຕ່​ວ່າ
ໃນຕອນ​ນັ້ນ ​ພວກ​ເຮົາ​ຢູ່​ໃຕ້​ການ​ຄວບ​ຄຸມຂອງໂຊ​ວຽດ, ​ດັ່ງ​ນັ້ນ​ ມັນ​ກໍ່​ບໍ່ຄ່ອຍ​ມີ
​ຄວາມ​ໝາຍ​ກັບ​ເຮົາ​ຫຼາຍ​ປານ​ໃດ. ​ແຕ່​ພວກເຮົາກໍ່​ສະ​ເຫຼີ​ມສະຫຼອງ ​ຢູ່ດີ.”


Frank ນາຍຄູ​ຈາກ​ຝຣັ່ງ ກ່າວ​ວ່າ “ພວກ​ເຮົາ​ບໍ່​ຮູ້​ວ່າ​ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ ຖ້າ​ວ່າ
​ມັນ​ບໍ່​ເປັນ​ໄປ​ແນວ​ນັ້ນ. ບາງ​ເທື່ອ ມັນ​ອາດຈະ​ມີອີກ​ໂລກ​ໜຶ່ງ​ຢູ່​ນີ້, ​ໃນ​ເຢຍລະ​
ມັນ, ​ໃນຝຣັ່ງ, ​ໃນ​ທົ່ວ​ຢູ​ໂຣບ.”

​Gerd Appenzeller ​ເປັນ​ສະມາຊິກ​ກອງ​ບັນນາທິການ​ຂອງ ໜັງສືພິມ Tagegesspeigel ຂອງ​ ​ເບີ​ລິນ ​ແລະ​ເຄີຍ​ເປັນຜູ້​ຈັດ​ພິມໜັງສືພິມສະບັບ​ນີ້.

ທ່ານ Appenzeller ກ່າວ​ວ່າ “ສຳ​ລັບ​ຄົນ​ເຢຍລະ​ມັນ, ​ແລະ ສຳລັບ​ຂ້ອຍເອງ,
ມັນ​ເປັນ​ມື້ໜຶ່ງ​ທີ່​ຈະ​ບໍ່​ມີ​ວັນ​ລື​ມ​ໄດ້… ​ບໍ່​ສາມາດ​ທີ່​ຈະ​ລືມ​ໄດ້.”

ທ່ານ Appenzeller ເປັນ​ຫ່ວງ​ວ່າ ​ຄວາມ​ເປັນພາຄີກັນ​ຫຼັງ​ສົງຄາມຂອງ​ບັນດາ ​ປະ​ເທ​ດ ທີ່​ໄດ້​ຊ່ວຍເຮັດໃຫ້ເຢຍລະມັນປອດໄພ ແລະ ຮວມຕົວ​ກັນ​ໃໝ່ນັ້ນ ກຳລັງຈະ​ປ່ຽນ​ແປງ​ໄປ ​ໃນຂະນະ​ທີ່ປະ​ເທດ ຣັດເຊ​ຍ ​ເອົາ​ບົດ​ບາດຢືນຢັນ​ອຳນາດ​ຂອງ​ຕົນ​ຫຼາຍ​ຂຶ້ນ ​ແລະ ຄົນ​
ເຢຍລະ​ມັນ​ລຸ້ນ​ໃໝ່​ຖື​ວ່າ​ ສັນ​ຕິ​ພາບ​ເປັນ​ສິ່ງ​ທີ່​ພວກ​ເຂົາ​ສົມຄວນຕ້ອງ​ມີ.

ທ່ານ Appenzeller ກ່າວ​ວ່າ “ຄົນ​ເຮົາ​ສ່ວນໃຫຍ່ແມ່ນ​ຮູ້ສຶກ​ເພິ​ງພໍ​ໃຈ​ກັບ
​ເສລີພາບ. ພວກ​ເຂົາບໍ່​ຄິດ​ຫຼື​ໃສ່​ໃຈ​ເລີຍ ກັບ​ຂໍ້ເທັດຈິງວ່າ ເສລີ​ພາບ​ນີ້​ແມ່ນ
​ຕົກ ຢູ່​ໃນ​ອັນຕະລາຍ​ຢ່າງ​ຕໍ່​ເນື່ອງ. ​ປະເທດອາ​ເມ​ຣິ​ກາ ​ກຳລັງປ່ຽນແປງ​ໄປ,
ສາຍ​ພົວພັນ​ທົ່ວ​ໂລກ​ກໍ່​ກຳລັງມີການ​ປ່ຽນແປງ, ​ແລະ ຄົນເຢຍລະ​ມັນທັງ
ຫຼາຍ ​ກັບ ຄົນ​ຢູ​ໂຣບ ກໍ່​ຕ້ອງ​ມາ​ໂຮມກັນ, ແລະ ຢູ່​ນຳ​ກັນ, ​ເພື່ອສືບ​ຕໍ່​ເປັນ
​ຄູ່​ຮ່ວມ​ມືທີ່​ສຳຄັນ​ ສຳລັບ ສະຫະລັດ ອາ​ເມ​ຣິກາ.”

ສະຖານທູດ ​ສະຫະລັດ​ແຫ່ງໃໝ່ ໃນ​ກຸງ​ເບີ​ລິນ​ ເບິ່ງ​ຄື​ວ່າ​ຈະເນັ້ນເຖິງຄວາມ ເປັນພັນທະມິດ
ດັ່ງກ່າວ​ນັ້ນ. ມັນ​ຖືກສ້າງຢູ່ຕິດ​ກັບ​ປະຕູໂຂງ Brandenberng, ​ເຊິ່ງເປັນໜຶ່ງ​ໃນ​ສັນຍາລັກ
ແຫ່ງ​ຊາດຂອງເຢຍລະ​ມັນ, ​ແລະ ຄັ້ງ​ໜຶ່ງ​ເຄີ​ຍ​ເປັນ​ສັນຍາ​ລັກ​ຂອງ​ເສັ້ນ​ແບ່ງ​ແຍກ​ ລະ​ຫວ່າງ ເຢຍລະມັນຕາ​ເວັນ​ອອກ ​ແລະຕາ​ເວັນຕົກ.

The 70th anniversary of the end of World War Two will be marked in all European countries (this) next week (Eds. May 8 and 9), except Germany, which lost the war. VOA's Al Pessin visited Berlin to report on how the war is viewed and the impact it is still having.]]

((NARRATOR))
The stark and extensive memorial to the six million Jews killed by the Nazis takes up a large area in central Berlin. It was built just 10 years ago, even then amid considerable controversy. Two hundred meters away, behind those trees, sat the bunker where Adolf Hitler directed the war effort, and is believed to have committed suicide.

There is nothing left now under this parking lot, but for visitors like Tina from Britain, the lessons remain.

((TINA, RETIRED JOURNALIST FROM BRITAIN))
"Even today, in our own country, there are extremist groups cropping up. And I am thinking that if ordinary, decent people do not do anything, there is always a chance of history repeating itself."

((NARRATOR))
And that is the message aimed at Berliners through a video and photo exhibit on display in several parts of this once-divided city.

Bjoern Weigel is the curator.

((BJOERN WEIGEL, EXHIBIT CURATOR))
"This was 70 years ago, but in other parts of the world, and even in other parts of Europe, this is everyday life."

((NARRATOR))
The theme is not lost on Europeans visiting Berlin, who know well that May 1945 was not the end of the continent's troubles.

((JULIAN, STUDENT FROM POLAND (man in English) ))
"For us, for Polish people, it means the end of destroying of our country, but we were controlled by Soviets, so it is not very meaningful for us. But we celebrate it."

((FRANK, TEACHER FROM FRANCE (man in English) ))
"We do not know what would be happening if it had not gone like that. Maybe (there would be) another world here, in Germany, in France, in all of Europe."

((GERD APPENZELLER, FORMER PUBLISHER, TAGEGESSPIEGEL NEWSPAPER (in German) ))
"For Germans, and for me, it is a day that will not be forgotten, that cannot be forgotten."

((NARRATOR))
Gerd Appenzeller is a member of the editorial board at Berlin's Tagesspeigel Newspaper, and its former publisher. He worries that the post-War alliances that secured and reunited Germany are shifting, just as Russia is becoming more assertive and a new generation of Germans is taking peace for granted.

((GERD APPENZELLER, FORMER PUBLISHER, TAGEGESSPIEGEL NEWSPAPER (in German) ))
"The vast majority have gotten comfortable with freedom. They give little thought to the fact that this freedom is constantly in danger. America is changing, global relations are changing, and the Germans and Europeans have to unite, and stay together, just to remain a relevant partner for the United States."

((NARRATOR))
The new U.S. embassy in Berlin seems to underscore that partnership, standing right next to the Brandenburg Gate, one of Germany's national symbols, and once a symbol of the East-West divide. ((AL PESSIN, VOA NEWS, BERLIN))

XS
SM
MD
LG