ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນ ຖືກມອງກັນວ່າ ເປັນຈຸດອ່ອນ ຂອງພັນທະມິດຕາເວັນຕົກ


ທຸງຂອງເຢຍຣະມັນ (ຂວາ), ແລະທຸງຂອງສະຫະພາບຢູໂຣບ ພັດປິວຕາມສາຍລົມ ຢູ່ທີ່ສະຖານທູດເຢຍຣະມັນ ໃນນະຄອນຫຼວງກີຢິບ, ປະເທດຢູເຄຣນ ວັນທີ 24 ມັງກອນ 2022.
ທຸງຂອງເຢຍຣະມັນ (ຂວາ), ແລະທຸງຂອງສະຫະພາບຢູໂຣບ ພັດປິວຕາມສາຍລົມ ຢູ່ທີ່ສະຖານທູດເຢຍຣະມັນ ໃນນະຄອນຫຼວງກີຢິບ, ປະເທດຢູເຄຣນ ວັນທີ 24 ມັງກອນ 2022.

ເຢຍຣະມັນເບິ່ງຄືວ່າ ບໍ່ໄດ້ເຫັນວ່າ ການ​ຂົ່ມ​ກ​ຂູ່​ທາງ​ທະ​ຫານ​ຂອງຣັດເຊຍຕໍ່ຢູເຄຣນ ຄືກັນກັບຄວາມຮູ້ສຶກຮີບດ່ວນເໝືອນດັ່ງກັບສະຫະລັດແລະບາງປະເທດ ໃນຢູໂຣບທີ່ເປັນພັນທະມິດ, ຜູ້ເຊິ່ງຖືກສັງເກດວ່າ ເບີລິນ ເປັນໂຕເຊື່ອມໂຍງທີ່ອ່ອນແອ ໃນພັນທະມິດຕາເວັນຕົກ, ອີງຕາມການກ່າວຂອງນັກການທູດ ແລະນັກວິເຄາະ.

ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດທ່ານໂອລາຟ ໂຊລ໌ສ (Olaf Scholz), ໄດ້ສະແດງຄວາມເຫັນທີ່ເຂັ້ມແຂງຂອງຕົນ ໃນການເຕືອນປະເທດຕາເວັນຕົກ ກ່ຽວກັບຜົນທີ່ຕາມມາອັນໃຫຍ່ຫຼວງ ສໍາລັບຣັດເຊຍ ຖ້າຫາກປະທານາທິບໍດີຂອງຣັດເຊຍ ທ່ານວລາດິເມຍ ປູຕິນ ມີຄໍາສັ່ງໃຫ້ບຸກເຂົ້າໄປໃນຢູເຄຣນ. ແຕ່ວ່າ ເຢຍຣະມັນໄດ້ປະຕິເສດຢູເຄຣນ ໃນການຂໍຄວາມຊ່ວຍເຫຼືອທາງທະຫານ ອັນໄດ້ເຮັດໃຫ້ ລັດຖະບານກີຢິບ ມີຄວາມໂມໂຫຢ່າງຮຸນແຮງ. ເບີລິນ ຍັງໄດ້ຂັດຂວາງບັນດາປະເທດຂົງເຂດທະເລບາລຕິກເຊັ່ນ ລັດເວຍ, ແອັສໂທເນຍ ແລະລີທົວເນຍ ຈາກການສະໜອງອາວຸດຕ່າງໆທີ່ຜະລິດໃນປະເທດເຢຍຣະມັນໃຫ້ແກ່ ກີຢິບ.

ໃນມື້ວັນເສົາທີ່ຜ່ານມາ, ຢູເຄຣນມີຄວາມຜິດຫວັງຫຼາຍຂຶ້ນ​ຕື່ມອີກ ເມື່ອພົນເຮືອໂທຂອງເຢຍຣະມັນທ່ານເຄ-ອະຊິມ ຊອນບັສ (Kay-Achim Schonbach), ໄດ້ກ່າວວ່າ ຄວາມກັງວົນຂອງປະເທດຕາເວັນຕົກຕໍ່ການຮຸກຮານຂອງຣັດເຊຍນັ້ນ ຖືເປັນເລື້ອງທີ່ “ບໍ່ມີເຫດຜົນ,” ແລະຮຽກຮ້ອງວ່າ ທ່ານວລາດິເມຍ ປູຕິນ ຄວນໄດ້ຮັບ “ຄວາມເຄົາລົບ ດັ່ງທີ່ລາວຕ້ອງການ ແລະອາດຈະສົມຄວນໄດ້ຮັບໃນສິ່ງນັ້ນ.” ລັດຖະມົນຕີຄວາມໝັ້ນຄົງຂອງເຢຍຣະມັນໄດ້ຕ້ອງຕິຕໍ່ຄວາມຄິດເຫັນດັ່ງກ່າວ ໃນທັນທີ ແລະໄດ້ຜັກດັນໃຫ້ພົນເຮືອໂທຄົນນັ້ນ ລາອອກ.

ແຕ່ນັ້ນ ບໍ່​ໄດ້​ລະ​ງັບຄວາມໃຈຮ້າຍທີ່ຮຸນແຮງຂອງ ຢູເຄຣ​ນ. ກີຢິບ ເຊື່ອວ່າການເນັ້ນຢໍ້າຂອງພົນເຮືອໂທຄົນດັ່ງກ່າວນັ້ນ ສະທ້ອນໃຫ້ເຫັນເຖິງຄວາມຄິດສ່ວນໃຫຍ່ຂອງລັດຖະບານເຢຍຣະມັນແລະໄດ້ຮຽກຮ້ອງໃຫ້ ເບີລິນ ປ່ຽນທ່າ​ທີຂອງຕົນເອງທັງໝົດ ໃນຄວາມຂັດແຍ້ງທາງພູມສາດການເມືອງ.

ລັດຖະມົນຕີການຕ່າງປະເທດຂອງຢູເຄຣນກ່າວວ່າ “ໃນມື້ນີ້, ຫຼາຍກວ່າສິ່ງອື່ນໃດ ຄວາມເຂັ້ມແຂງ ແລະຄວາມສາມັກຄີພ້ອມພຽງຂອງ ຢູເຄຣນ ແລະປະ ເທດພັນທະມິດ ເປັນສິ່ງສໍາຄັນໃນການຂັດຂວາງການຕັ້ງໃຈທີ່ຈະທໍາລາຍລ້າງຂອງຣັດເຊຍ.”

ເຈົ້າໜ້າທີ່ຂອງ ຢູເຄຣນ ຊີ້ໃຫ້ເຫັນທ່າ​ທີທີ່ໜ້າຜິດຫວັງຂອງເຢຍຣະມັນທ່າມ ກາງຄວາມກັງວົນໃຈ ຂອງປະເທດຕາເວັນຕົກທີ່ວ່າ ສົງຄາມກໍາລັງກໍ່ໂຕຂຶ້ນ.

ພົນເອກມາຣ໌ຕິນ ເຮີເຣັມ (Martin Herem), ຫົວໜ້າດ້ານ​ປ້​ອງ​ກັນ​ປະ​ເທດຂອງແອັສໂທເນຍ ກ່າວວ່າ “ທຸກສິ່ງທຸກຢ່າງກໍາລັງກ້າວໄປສູ່ຄວາມຂັດແຍ້ງຂອງການຕໍ່ສູ້,” ທ່ານ ແລະປະເທດຄູ່ຮ່ວມພັນທະມິດໃນ ຢູໂຣບກາງກໍາລັງຕິດຕາມເບິ່ງສະຖານະການແບບໃກ້ຊິດເພື່ອເບິ່ງວ່າ ຖ້າຫາກຣັດເຊຍ ມີການລະດົມກອງກໍາລັງສະໜັບສະໜຸນຂອງພວກເຂົາ. ພວກເຂົາເຈົ້າຢ້ານວ່າ ທ່ານ ປູຕິນ ເຄີຍເສີມກໍາລັງຂອງຣັດເຊຍ ໃນຊ່ວງສິບປີທີ່ຜ່ານມາໃນສະຖານະການແບບດຽວກັນນີ້, ແລະ ລາວກໍພຽງແຕ່ລໍຖ້າໃຫ້ອາກາດໜາວເຢັນທີ່ສຸດ ເພື່ອເຮັດໃຫ້ພື້ນດິນມີຄວາມແຂງຂຶ້ນ, ດັ່ງນັ້ນ ມັນຈຶ່ງເປັນ​ການງ່າຍຂຶ້ນສໍາລັບລົດຖັງຂອງ ຣັດເຊຍ ໃນການ​ແລ່ນເຂົ້າໄປໃນ ຢູເຄຣນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG