ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຢຍຣະມັນ ສັ່ງໃຫ້ໂຮງແຮມ Berlin Hostel ຍົກເລີກ ສັນຍາເຊົ່າກັບ ເກົາຫຼີເໜືອ


ພາບທາງເຂົ້າຂອງໂຮງແຮມ City Hostel Berlin ຕັ້ງຢູ່ໃນ
ບໍລິເວນຂອງສະຖານທູດ ເກົາຫຼີເໜືອ ໃນນະຄອນຫຼວງ ເບີລິນ.
10 ພຶດສະພາ, 2017.
ພາບທາງເຂົ້າຂອງໂຮງແຮມ City Hostel Berlin ຕັ້ງຢູ່ໃນ ບໍລິເວນຂອງສະຖານທູດ ເກົາຫຼີເໜືອ ໃນນະຄອນຫຼວງ ເບີລິນ. 10 ພຶດສະພາ, 2017.

ໃນຂະນະທີ່ ເຢຍຣະມັນ ໄດ້ເຄື່ອນໄຫວເພື່ອປະຕິບັດມາດຕະການລົງໂທດຕໍ່ໂຄງການ
ອາວຸດນິວເຄລຍຂອງ ເກົາຫຼີເໜືອ ນັ້ນ, ຄວາມພະຍາຍາມຂອງເຂົາເຈົ້າແມ່ນເບິ່ງຄືວ່າ
ຈະຂັດແຍ້ງກັນກັບທຸລະກິດເອກະຊົນໃນນະຄອນຫຼວງ Berlin.

ໃນການກຽມພ້ອມເພື່ອທຳການກົດດັນທາງການເງິນ ຕໍ່ລະບອບການປົກຄອງທີ່ໄດ້
ສ້າງຄວາມກ້າວໜ້າຢ່າງມັ້ນຄົງຕໍ່ ລູກສອນໄຟຕິຫົວລະເບີດນິວເຄລຍ ທີ່ສາມາດສ້າງ
ໄພຂົ່ມຂູ່ໃຫ້ແຜ່ນດິນໃຫຍ່ຂອງ ສະຫະລັດ ນັ້ນ, ອົງການສະຫະປະຊາຊາດໄດ້ຮັບຜ່ານ
ມະຕິໃນເດືອນພະຈິກ ປີ 2016 ທີ່ຜ່ານມາ, ເຊິ່ງເປັນຄັ້ງທຳອິດທີ່ໄດ້ລວມເອົາການ
ຫ້າມນຳໃຊ້ທີ່ດິນໃດໆທີ່ ເກົາຫຼີເໜືອ ເປັນເຈົ້າຂອງ ຫຼື ກຳລັງເຊົ່າຢູ່ ເພື່ອຈຸດປະສົງ
ຕ່າງໆ ນອກຈາກການເຄື່ອນໄຫວທາງການທູດ.

5 ເດືອນຫຼັງຈາກການຮັບຜ່ານມະຕິດັ່ງກ່າວນັ້ນ, ເຢຍຣະມັນ ໄດ້ກ່າວໃນລາຍງານການ
ປະຕິບັດການທີ່ໄດ້ສົ່ງໃຫ້ອົງການສະຫະປະຊາຊາດວ່າ ເຂົາເຈົ້າໄດ້ເລີ່ມປະຕິບັດມາດ
ຕະການ ການຫ້າມແລ້ວ.

ຜູ້ທີ່ໄດ້ປະເຊີນໜ້າກັບການປະຕິບັດມາດຕະການລົງໂທດທີ່ຮຸນແຮງຂອງ ເຢຍຣະມັນ
ນັ້ນກໍແມ່ນໂຮງແຮມຮັບຮອງເຍົາວະຊົນແຫ່ງນຶ່ງ ຕັ້ງຢູ່ໃນບໍລິເວນສະຖານທີ່ຂອງສະ
ຖານທູດ ເກົາຫຼີເໜືອ ໃນນະຄອນຫຼວງ ເບີລິນ. ກະຊວງການຕ່າງປະເທດ ເຢຍຣະມັນ,
ເຊິ່ງໄດ້ກົດດັນສະຖານທູດ ເກົາຫຼີເໜືອ ໃຫ້ຍົກເລີກສັນຍາເຊົ່າໂຮງແຮມດັ່ງກ່າວນັ້ນ,
ຕອນນີ້ໄດ້ກົດດັນໃຫ້ເຈົ້າຂອງໂຮງແຮມດັ່ງກ່າວ ຢຸດການປະຕິບັດການທີ່ໃຫ້ຜົນປະ
ໂຫຍດໂດຍກົງຕໍ່ລະບອບການປົກຄອງ ຄິມ ຈອງ ອຶນ.

ໂຮມແຮມເຍົາວະຊົນ City Hostel Berlin, ເຊິ່ງໄດ້ຕ້ອນຮັບນັກທ່ອງທ່ຽວເປັນເວລາ
ຫຼາຍປີ, ຖືກລາຍງານວ່າ ໄດ້ຈ່າຍເງິນເຖິງ 38,000 ຢູໂຣ ຫຼື 45,000 ໂດລາຕໍ່ເດືອນໃນ
ຄ່າເຊົ່າສຳລັບ ເກົາຫຼີເໜືອ.

ໃນການຕອບສະໜອງຕໍ່ຄຳຮຽກຮ້ອງຂອງວີໂອເອ ພາສາ ເກົາຫຼີ ກ່ຽວກັບການຍົກເລີກ
ຂໍ້ຕົກລົງການເຊົ່ານັ້ນ, ເຈົ້າໜ້າທີ່ທີ່ບໍ່ປະສົງອອກຊື່ ຈາກຫ້ອງການ ການຕ່າງປະເທດ
ຂອງລັດຖະບານກາງ ເຢຍຣະມັນ ໄດ້ກ່າວວ່າ “ຫ້ອງການໄດ້ຮຽກຮ້ອງສະຖານທູດ
ເກົາຫຼີເໜືອ ຢຸດທຸກໆການລ່ວງລະເມີດ ຂອງມາດຕະການລົງໂທດອົງການສະຫະປະ
ຊາຊາດ ແລະ ສະຫະພາບ ຢູໂຣບ ຢ່າງຕໍ່ເນື່ອງ. ຕອນນີ້ສະຖານທູດ ເກົາຫຼີເໜືອ ໄດ້
ຍົກເລີກສັນຍາເຊົ່າດັ່ງກ່າວແລ້ວ. ນີ້ແມ່ນບາດກ້າວໃໝ່ໃນການສິ້ນສຸດຕໍ່ການປະຕິບັດ
ດັ່ງກ່າວນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG