ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫ້ອງວິເຄາະ ເຢຍຣະມັນ ແລະ ສະວີເດັນ ຢືນຢັນວ່າ ທ່ານາວາລນີ ຖືກວາງຢາພິດ ຈາກຣັດເຊຍ


ຜູ້ນຳຝ່າຍຄ້ານທີ່ຕໍານິວັງເຄຣັມລິນ ທ່ານອາເລັກເຊ ນາວາລນີ ໄດ້ຖືກວາງຢາພິດ Novichok ທຳລາຍເສັ້ນປະສາດ ສະໄໝສະຫະພາບໂຊຫວຽດ.
ຜູ້ນຳຝ່າຍຄ້ານທີ່ຕໍານິວັງເຄຣັມລິນ ທ່ານອາເລັກເຊ ນາວາລນີ ໄດ້ຖືກວາງຢາພິດ Novichok ທຳລາຍເສັ້ນປະສາດ ສະໄໝສະຫະພາບໂຊຫວຽດ.

ລັດຖະບານເຢຍຣະມັນກ່າວໃນວັນຈັນວານນີ້ວ່າ ອີກສອງຫ້ອງວິເຄາະຢູ່ທີ່ຝຣັ່ງ ແລະສະວີເດັນ ໄດ້ໃຫ້ການຢືນຢັນຢ່າງເປັນອິດສະຫຼະວ່າ ຜູ້ນຳຝ່າຍຄ້ານທີ່ຕໍານິວັງເຄຣັມລິນ ທ່ານອາເລັກເຊ ນາວາລນີ ໄດ້ຖືກວາງຢາພິດ Novichok ທຳ ທຳລາຍເສັ້ນປະສາດ ສະໄໝສະຫະພາບໂຊຫວຽດ.

ໃນການກ່າວຢູ່ກອງປະຊຸມຖະແຫຼງຂ່າວທີ່ນະຄອນເບີລິນ ໂຄສົກລັດຖະບານ ທ່ານສະແຕັບເຟິນ ເຊເບີດ ກ່າວຕໍ່ບັນດານັກຂ່າວວ່າ ພ້ອມດ້ວຍຫ້ອງວິເຄາະ ຂອງເຢຍຣະມັນ ເວລານີ້ມີສາມຫ້ອງວິເຄາະ ທີ່ເປັນອິດສະຫຼະໄດ້ໃຫ້ການຢືນ ຢັນວ່າ ທ່ານນາວາລນີໄດ້ຖືກວາງຢາພິດ. “ການຊີ້ບອກທັງໝົດເປັນທີ່ແນ່ນອນ ຈະແຈ້ງວ່າເປັນສະພາບການວາງຢາພິດທີ່ໄດ້ເກີດຂຶ້ນຢູ່ໃນຣັດເຊຍ.

ທ່ານເຊເບີດ ກ່າວວ່າ “ຝ່າຍຣັດເຊຍ ບັດນີ້ຂໍຮຽກຮ້ອງທັງສາມຫ້ອງວິເຄາະທີ່ ໃຫ້ການຢືນຢັນ ຜົນການກວດ

ຢ່າງເປັນອິດສະຫຼະນັ້ນ ໃຫ້ປະກາດຕົນເອງ. ເພາະວ່າທ່ານນາວາລນີໄດ້ຮັບການປິ່ນປົວຢູ່ຣັດເຊຍເປັນເວລາ 48 ຊົ່ວໂມງ ກ່ອນຖືກນຳສົ່ງ ແລະຣັດ ເຊຍ ມີໂຕຢ່າງດຽວກັນ ຄືກັບຫ້ອງວິເຄາະອື່ນໆ.

ຣັດເຊຍໄດ້ປະຕິເສດຕໍ່ການກ່າວຫາວ່າ ຕົນບໍ່ມີສ່ວນພົວພັນໃດໆກັບການວາງ ຢາພິດ ແລະກ່າວຫາປະເທດຕາເວັນຕົກວ່າເປັນການໂຄສະນາທັບຖົມ.

ທ່ານນາວາລນີ ອາຍຸ 44 ປີ ໄດ້ລົ້ມປ່ວຍຢູ່ໃນຖ້ຽວບິນພາຍໃນປະເທດຣັດເຊຍ ໃນວັນທີ 20 ສິງຫາ ແລະໄດ້ສົ່ງໄປເຢຍຣະມັນສອງມື້ຕໍ່ມາ ເພື່ອປິ່ນປົວ ໂດຍ ສະເພາະທີ່ໂຮງໝໍ Charite ຂອງນະຄອນເບີລິນ. ເຢຍຣະມັນ ໄດ້ຮຽກຮ້ອງ

ໃຫ້ຣັດເຊຍສືບສວນກໍລະນີດັ່ງກ່າວ. ທ່ານວາລນີ ໄດ້ຖືກຮັກສາຢູ່ໃນອາການທີ່ ບໍ່ຮູ້ສຶກໂຕເປັນເວລາກວ່ານຶ່ງອາທິດ ໃນຂະນະທີ່ໄດ້ຖືກປິ່ນປົວດ້ວຍຢາແກ້ ກ່ອນທີ່ທາງໂຮງໝໍກ່າວ ເມື່ອອາທິດແລ້ວນີ້ວ່າ ສະພາບການຂອງທ່ານດີຂຶ້ນພໍ ທີ່ຈະນຳທ່ານອອກມາກ່າວກ່ຽວກັບເລື້ອງນີ້.

ພວກທ່ານໝໍໄດ້ລະມັດລະວັງ ເຖິງແມ່ນວ່າ ທ່ານໄດ້ມີອາກາດດີຂຶ້ນ ບັນຫາໄລ ຍະຍາວນັ້ນຍັງບອກບໍ່ໄດ້.

The German government said Monday two more laboratories in France and Sweden have independently confirmed that Kremlin critic and opposition leader Alexei Navalny was poisoned with the Soviet-era nerve agent Novichok.

Speaking at a news briefing in Berlin, government spokesman Steffen Seibert told reporters that, along with the German lab analysis, there are now three independent labs that have confirmed how Navalny was poisoned. "All indications are absolutely clear a poisoning situation has occurred in Russia.”

Seibert said, “The Russian side is called upon now that three independent labs confirmed the result to declare themselves. Because Navalny had been treated for 48 hours in Russia before being transferred and the Russians have the same samples as the other labs.”

Russia has denied any involvement with the poisoning and accused the West of a smear campaign.

The 44-year-old Navalny fell ill on a Russian domestic flight on August 20 and was transferred to Germany two days later for specialist treatment at Berlin’s
Charite hospital. Berlin has demanded that Russia investigate the case.

Navalny had been kept in an induced coma for more than a week as he was treated with an antidote before hospital officials said a week ago that his condition had improved enough for him to be brought out of it.

Doctors have cautioned that even though he is recovering well, long-term problems cannot be ruled out.

XS
SM
MD
LG