ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຈໍເຈຍ ໄດ້ຈັດການໂຮມຊຸມນຸມ ຂະໜາດໃຫຍ່ ເພື່ອຂໍເຂົ້າຮ່ວມ ສະຫະພາບຢູໂຣບ ແລະຮຽກຮ້ອງໃຫ້ລັດຖະບານ ລາອອກ


ພວກປະທ້ວງຖືທຸງຊາດຂອງຈໍເຈຍ ແລະທຸງຂອງສະຫະພາບຢູໂຣບ ໃນລະຫວ່າງການໂຮມຊຸມນຸມ ເພື່ອສະໜັບສະໜຸນສະຫະພາບຢູໂຣບ ແລະຕໍ່ຕ້ານລັດຖະບານ, ຢູ່ຕໍ່ໜ້າຕຶກສະພາແຫ່ງຊາດ ໃນນະຄອນຫຼວງຕະບີລີຊີ ຂອງປະເທດຈໍເຈຍ, ວັນທີ 3 ກໍລະກົດ 2022.
ພວກປະທ້ວງຖືທຸງຊາດຂອງຈໍເຈຍ ແລະທຸງຂອງສະຫະພາບຢູໂຣບ ໃນລະຫວ່າງການໂຮມຊຸມນຸມ ເພື່ອສະໜັບສະໜຸນສະຫະພາບຢູໂຣບ ແລະຕໍ່ຕ້ານລັດຖະບານ, ຢູ່ຕໍ່ໜ້າຕຶກສະພາແຫ່ງຊາດ ໃນນະຄອນຫຼວງຕະບີລີຊີ ຂອງປະເທດຈໍເຈຍ, ວັນທີ 3 ກໍລະກົດ 2022.

ຊາວຈໍເຈຍ ໄດ້ພາກັນຈັດການໂຮມຊຸມນຸມຂະໜາດໃຫຍ່ຄັ້ງໃໝ່ ໃນວັນອາທິດວານນີ້ ທີ່ຮຽກຮ້ອງໃຫ້ລັດຖະບານລາອອກ ຍ້ອນບໍ່ສາມາດຂໍສະໝັກເຂົ້າເປັນສະມາຊິກຂອງສະຫະພາຍຢູໂຣບ ຫຼື ອີຢູ (EU) ຢ່າງເປັນທາງການໄດ້ ອີງຕາມລາຍງານຂອງອົງການຂ່າວ ເອແອັຟພີ.

ປະເທດຢູ່ໃນເຂດທະເລດຳແຫ່ງນີ້ ແມ່ນໄດ້ຕົກຢູ່ພາຍໃຕ້ການປະທ້ວງຂະໜາດໃຫຍ່ ນັບຕັ້ງແຕ່ບັນດາຜູ້ນຳຂອງ EU ໄດ້ຕັດສິນໃຈໃນທ້າຍເດືອນມິຖຸນາ ໃຫ້ເລື່ອນການພິຈາລະນາຄຳຮ້ອງຂໍເປັນສະມາຊິກຂອງຕະບີລີຊີ ເພື່ອລໍຖ້າການປະ ຕິຮູບດ້ານການເມືອງຢ່າງກວ້າງຂວາງເສຍກ່ອນ.

ການປະທ້ວງທີ່ໃຫຍ່ສຸດ ໃນຮອບຫຼາຍທົດສະວັດ ຊຶ່ງມີ​ຜູ້​ເຂົ້າ​ຮ່ວມ ຢ່າງໜ້ອຍ 120,000 ຄົນໄດ້ພາກັນລົງສູ່ຖະໜົນຫົນທາງ ໃນວັນທີ 20 ມິຖຸນານີ້ ຊຶ່ງເປັນການຈັດຂຶ້ນໂດຍກຸ່ມແກນນຳຕ່າງໆທີ່ນິຍົມປະຊາທິປະໄຕ ແລະໄດ້ຮັບການສະໜັບສະໜຸນໂດຍບັນດາພັກຝ່າຍຄ້ານ.

ໃນຕອນແລງວັນອາທິດວານນີ້ ພວກປະທ້ວງຫຼາຍກວ່າ 35,000 ຄົນ ໄດ້ໄປເຕົ້າໂຮມກັນຢູ່ນອກສະພາແຫ່ງຊາດຂອງຈໍເຈຍ ໂດຍກີດກັນການສັນຈອນໃນທ້ອງຖະໜົນຢູ່ໃນເສັ້ນທາງຫຼັກຂອງນະຄອນຫຼວງຕະບີລີຊີຂອງຈໍເຈຍ ອີງຕາມນັກຂ່າວຂອງເອແອັຟພີ ຜູ້ທີ່ຢູ່ໃນເຫດການ.

ພວກຊາວຈໍເຈຍ ໄດ້ໂບກທຸງຊາດ ແລະທຸງຂອງ EU ແລະພວກປະທ້ວງກໍພາ ກັນຮ້ອງເພງຊາດ ໃນຂະນະທີ່ຫຼາຍໆຄົນ ຖືປ້າຍທີ່ອ່ານວ່າ “ພວກເຮົາແມ່ນຢູໂຣບ ຫຼື We are Europe.”

ນຶ່ງໃນຜູ້ຈັດການໂຮມຊຸມນຸມ ຜູ້ທີ່ເປັນນັກຂຽນແລະເປັນນັກເຄື່ອນໄຫວທີ່ມີຊື່ສຽງ ທ່ານລາຊາ ບູກາດຊີ (Lasha Bugadze) ໄດ້ກ່າວຕໍ່ຝຸງຊົນວ່າ “ການເດີນຂະບວນປະທ້ວງຂອງພວກເຮົາ ແມ່ນເພັ່ງເລັງໃສ່ເປົ້າໝາຍປະຫວັດສາດຂອງການເຂົ້າຮ່ວມກັບຢູໂຣບຂອງຈໍເຈຍ.”

ທ່ານເວົ້າວ່າ “ປະຕິກິລິຍາຂອງລັດຖະບານ ຕໍ່ການປະທ້ວງທີ່ສ້າງສັນ ສັນຕິ ແລະປາສະຈາກຄວາມຮຸນແຮງຂອງພວກເຮົາ ແມ່ນບໍ່ໄດ້ຮັບການແກ້ໄຂຢ່າງພຽງພໍທັງນັ້ນ.”

ພັກລັດ​ຖະ​ບານທີ່ປົກຄອງປະເທດໃນປັດຈຸບັນ ໄດ້ກ່າວຫາຝ່າຍຄ້ານໃນ “ການວາງແຜນ ທີ່ຈະໂຄ່ນລົ້ມອຳນາດການປົກຄອງ ດ້ວຍການຈັດການໂຮມຊຸມນຸມຕໍ່ຕ້ານລັດຖະບານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG