ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ຈໍ​ເຈຍ ພາກັນລົງ​ຄະ​ແນນ​ສຽງ ໃນ​ກາ​ນ​ເລືອກ​ຕັ້ງ​ໂດຍ​ກົງ ເປັນ​ຄັ້ງ​ສຸດ​ທ້າຍ


ປະ​ຊາ​ຊົນ​ລົງ​ຄະ​ແນນ​ສຽງ​ຢູ່​ໜ່ວຍ​ເລືອກ​ຕັ້ງ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ທບິ​ລິ​ຊີ (Tbilisi), ປະ​ເທດ ຈ​ໍ​ເຈຍ. 28 ຕຸ​ລາ, 2018.
ປະ​ຊາ​ຊົນ​ລົງ​ຄະ​ແນນ​ສຽງ​ຢູ່​ໜ່ວຍ​ເລືອກ​ຕັ້ງ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ທບິ​ລິ​ຊີ (Tbilisi), ປະ​ເທດ ຈ​ໍ​ເຈຍ. 28 ຕຸ​ລາ, 2018.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ອະ​ດີດ​ສະ​ຫະ​ພາບ ໂຊວຽດ, ປະ​ເທດສາ​ທາ​ລະ​ນະ​ລັດ
ຈໍເຈຍ ໄດ້ພາກັນໄປສະຖານທີ່ປ່ອນບັດໃນວັນອາທິດມື້ນີ້ ເພື່ອໃຊ້ສິດຂອງເຂົາເຈົ້າ
ໃນການເລືອກເອົາປະທານາທິບໍດີ.

ຜູ້​ລົງ​ແຂ່ງ​ຂັນ 25 ຄົນ​ແມ່ນ​ກຳ​ລັງ​ແຂ່ງ​ຂັນ​ກັນ​ເອົາ​ຕຳ​ແໜ່ງ​ດັ່ງ​ກ່າວ. ຖ້າບໍ່​ມີ​ຄົນ​ໃດ​
ໄດ້ຮັບຄະແນນຫຼາຍກວ່າ 50 ເປີເຊັນເພື່ອຊະນະການໄດ້ເປັນປະທານາທິບໍດີນັ້ນ, ກໍ
ຈະມີການປ່ອນບັດຂັ້ນຊີ້ຂາດ ລະຫວ່າງຜູ້ລົງແຂ່ງຂັນທີ່ໄດ້ຄະແນນສູງສຸດສອງຄົນ
ເຊິ່ງຈະຖືກຈັດຂຶ້ນບໍ່ໃຫ້ກາຍວັນທີ 1 ທັນວາ.

ປະ​ເທດ​ທີ່​ຕັ້ງ​ຢູ່​ໃກ້​ກັບ​ທະ​ເລ​ດຳ​ນັ້ນ ແມ່ນ​ກຳ​ລັງ​ຫັນ​ປ່ຽນ​ເປັນ​ລັດ​ຖະ​ບານ​ທີ່​ມີ​ຮູບ​ແບບ​
ສະພາແຫ່ງຊາດ. ການລົງຄະແນນສຽງໃນວັນອາທິດມື້ນີ້ ແລະ ອາດເປັນໄປໄດ້ວ່າ
ຈະມີການແຂ່ງຂັນຂັ້ນຊີ້ຂາດນັ້ນ ຈະເປັນຄັ້ງສຸດທ້າຍ ທີ່ປະຊາຊົນ ຈໍເຈຍ ຈະໄດ້ລົງ
ຄະແນນສຽງໂດຍກົງ ເພື່ອເລືອກເອົາປະທານາທິບໍດີ.

ປະ​ທາ​ນາ​ທິ​ບໍ​ດີຂອງ ຈໍ​ເຈຍ ຄົນ​ຕໍ່​ໄປ​ຈະ​ຖືກ​ເລືອກ​ເອົາ​ໃນ​ປີ 2024 ໂດຍ​ສະ​ມາ​ຊິກ​
ຂອງຄະນະກຳມະການເລືອກຕັ້ງ 300 ຄົນ, ພ້ອມກັບ ນາຍົກລັດຖະມົນຕີຈະກາຍ
ເປັນນັກການເມືອງທີ່ມີອຳນາດຫຼາຍທີ່ສຸດ.

ການ​ເລືອກ​ຕັ້ງ​ຂອງວັນ​ອາ​ທິດມື້ນີ້ ໄດ້​ຖືກ​ພິ​ຈາ​ລະ​ນາ​ວ່າ ເປັນ​ການ​ແຂ່ງ​ຂັນ​ລະ​ຫວ່າງ​
ຜູ້ສະໝັກສາມຄົນຄື ທ່ານ ຊາໂລມ ຊູຣາບິສວິລີ (Salome Surabishbili), ທ່ານ
ກຣິໂກລ ວາຊັດເຊ (Grigol Vashadze) ແລະ ທ່ານ ເດວິດ ບາຄຣັດເຊ (David Bakradze). ທັງສາມທ່ານເຄີຍເປັນລັດຖະມົນຕີການຕ່າງປະເທດ ໃນລະຫວ່າງ
ການປົກຄອງຂອງອະດີດປະທານາທິບໍດີ ທ່ານ ມິເຄລ ຊາຄາສວິລີ ທີ່ຕອນນີ້ອາໄສຢູ່
ຕ່າງປະເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG