ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ປ່ອນບັດໃນລັດຈໍເຈຍ ຈະກໍານົດ ຄວາມເປັນໄປໄດ້ ສໍາລັບວຽກງານ ປະທານາທິບໍດີຂອງທ່ານໄບເດັນ


ລິງໂດຍກົງ

ການເລືອກຕັ້ງເອົາສະມາຊິກສະພາສູງ ສຫລ ຮອບສອງຢູ່ລັດຈໍເຈຍ

ການລົງຄະແນນສຽງຢູ່ໃນລັດຈໍເຈຍ, ພາກໃຕ້ຂອງສະຫະລັດໄດ້ສິ້ນສຸດລົງໃນວັນອັງຄານວານນີ້, ບ່ອນທີ່ການເລືອກຕັ້ງຮອບສອງຂອງສອງຄູ່ທີ່ສຳຄັນຈະກຳນົດວ່າພັກໃດຈະເປັນພັກກໍາສຽງສ່ວນຫລາຍໃນສະພາສູງຂອງສະຫະລັດ. ຜູ້ສື່ຂ່າວວີໂອເອປະຈໍາລັດຖະສະພາ Katherine Gypson ມີລາຍງານມາຈາກເມືອງແອັດແລນຕາ, ລັດຈໍເຈຍ, ບ່ອນທີ່ຄາດວ່າການແຂ່ງຂັນຈະມີຄະແນນສູສີກັນນັ້ນ ຊຶ່ງບົວສະຫວັນຈະນໍາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ້າມກາງການແຜ່ລະບາດຂອງພະຍາດຢູ່ນີ້, ຜູ້ມີສິດເລືອກຕັ້ງໃນລັດຈໍເຈຍໄດ້ເດີນທາງໄປບ່ອນປ່ອນບັດໃນວັນອັງຄານວານນີ້ເພື່ອເລືອກເອົາສະມາຊິກສະພາສູງສອງທ່ານ - ແຕ່ການປ່ອນບັດຂອງພວກເຂົາເຈົ້າຈະມີຜົນກະທົບທາງການເມືອງຫຼາຍກວ່າເກົ່າຫລາຍ - ໃນການຕັດສິນຄວາມກໍ້າເກິ່ງຂອງອຳນາດທາງການເມືອງໃນສະຫະລັດ.

ນາງ ບຣິດທານີ ເທມສ໌ (Brittany Thames) ຜູ້ປ່ອນບັດເລືອກຕັ້ງຜູ້ນຶ່ງ ໃນລັດຈໍເຈຍກ່າວວ່າ ນາງຮູ້ຈັກດີວ່າ ຕາຂອງຄົນທັງປະເທດ ແມ່ນຈ້ອງມອງເບິ່ງລັດຈໍເຈຍ.
ນາງກ່າວດັ່ງນີ້:
“ມັນເປັນຕາຢ້ານຫຼາຍ. ຂ້ອຍຫວັງວ່າຂ້ອຍຈະບໍ່ຕັດສິນໃຈຜິດ. ແຕ່ຂ້ອຍຮູ້ສຶກວ່າ ເປັນຄັ້ງທຳອິດໃນຫລາຍປີມານີ້ທີ່ພວກເຮົາມີໂອກາດທີ່ຈະສ້າງອະນາຄົດທີ່ພວກເຮົາຢາກໃຫ້ເປັນ.”

ໃນການເລືອກຕັ້ງສະມາຊິກສະພາສູງສອງຄູ່ທີ່ບໍ່ທຳມະດາຫລາຍນີ້ ຜູ້ມີສິດເລືອກຕັ້ງຈະເປັນຜູ້ກຳນົດການຄວບຄຸມສະພາສູງຂອງສະຫະລັດ -ຊຶ່ງປັດຈຸບັນແມ່ນຢູ່ໃນກຳມືຂອງພັກຣີພັບບລິກັນ -ເປັນການເລືອກເອົາລະຫວ່າງຜູ້ທີ່ດໍາລົງຕໍາແໜ່ງທີ່ຢູ່ນີ້ທີ່ມາຈາກພັກຣີພັບບລິກັນ, ທ່ານເດວິດ ເພີດູ (David Perdue) ແລະທ່ານນາງ ແຄລລີ ໂລເອເຟລີ (Kelly Loeffler) ... …ຫລືຈະເລືອກເອົາຄູ່ແຂງຂອງພວກເຂົາເຈົ້າທີ່ມາຈາກພັກເດໂມແຄຣັດ, ທ່ານ ຈອນ ອອສຊັອຟ (Jon Ossoff) ແລະອາຈານສອນສາສະໜາຣັຟເຟແອລ ວານອກ (Raphael Warnock) …

ຖ້າວ່າພັກເດໂມແຄຣັດໄດ້ຮັບທັງສອງທີ່ນັ່ງ ແລ້ວຮອງປະທານາທິບໍດີຄາມາລາ ແຮຣີສ (Kamala Harris) ກໍຈະສາມາດລົງຄະແນນສຽງສໍາລັບນິຕິກໍາໃດໆທີ່ໄດ້ຮັບຄະແນນສຽງ ສະເໝີກັນ ທີ່ປະທານາທິບໍດີເລືອກໃໝ່, ທ່ານໂຈ ໄບເດັນ ຢາກໃຫ້ຜ່ານໃນສອງປີທຳອິດທີ່ທ່ານດໍາລົງຕຳແໜ່ງຢູ່. ແຕ່ຜູ້ມີສິດປ່ອນບັດບາງຄົນຢູ່ໜີ້ກ່າວວ່າ ໂດຍທີ່ມີສະພາຕໍ່າທີ່ຖືກຄວບຄຸມໂດຍພັກເດໂມແຄຣັດແລ້ວ, ມັນຈະເປັນການດີກວ່າທີ່ຈະມີລັດຖະບານທີ່ອຳນາດທາງການເມືອງທີ່ແບ່ງແຍກກັນ.

ທ່ານລອນ ສເພີຣີ (Lon Sperry), ຊາວຈໍເຈຍທີ່ລົງຄະແນນສຽງໃຫ້ທ່ານນາງ ໂລເອເຟລີ (Loeffler) ແລະ ເພີດູ (Perdue) ກ່າວວ່າ:
"ຂ້າພະເຈົ້າບໍ່ເຊື່ອດອກວ່າຖ້າພັກນຶ່ງກຳລັງຄວບຄຸມລັດຖະສະພາໝົດເລີຍ ແລະເປັນປະທານາທິບໍດີອີກ ແລ້ວພວກເຮົາຈະເຫັນວ່າທຸກຄົນມີຜູ້ເປັນຕົວແທນໃຫ້ຕົນຢ່າງເຕັມສ່ວນໄດ້."

ການກ່າວອ້າງຂອງທ່ານປະທານາທິບໍດີ ດໍໂນລ ທຣໍາ ກ່ຽວກັບການສໍ້ໂກງການເລືອກຕັ້ງບໍ່ໄດ້ເຮັດໃຫ້ຜູ້ສະໜັບສະໜູນຂອງທ່ານຈໍານວນນຶ່ງບໍ່ອອກໄປປ່ອນບັດເລືອກຕັ້ງເລີຍ, ໂດຍກ່າວວ່າ ຜົນຕາມມາຂອງການສູນເສຍແມ່ນສູງເກີນໄປ.

ຜູ້ລົງຄະແນນສຽງຈາກພັກຣີພັບບລີກັນ, ທ່ານຣີຊາດ ວິດນີ (Richard Whitney) ກ່າວວ່າ:
“ຂ້າພະເຈົ້າບໍ່ຢາກໃຫ້ພັກເດໂມແຄຣັດມີອຳນາດຫຼາຍເກີນໄປໃນລັດຖະສະພາສະຫະລັດ. ເຫດຜົນຕົ້ນຕໍກໍແມ່ນຍ້ອນວ່າ ວິທີການຂອງລັດຖະບານພວກເຮົາໃນທຸກວັນນີ້, ມັນບໍ່ແມ່ນພວກເຮົາປະຊາຊົນອີກແລ້ວ ມັນແມ່ນພວກເຮົາ ລັດຖະບານ."

ແຕ່ບັນດາຜູ້ສັງກັດພັກຣີພັບບລີກັນໄດ້ສູນເສຍພື້ນທີ່ເຫຼົ່ານີ້ໃນເຂດຊານເມືອງແອັດແລນຕາ, ເຊິ່ງໄດ້ມອບລັດໃຫ້ແກ່ທ່ານໄບເດັນໃນເດືອນພະຈິກຜ່ານມາ. ຜູ້ປ່ອນບັດສັງກັດພັກເດໂມແຄຣັດກ່າວວ່າ ປະທານາທິບໍດີຄົນໃໝ່ຕ້ອງການການສະໜັບສະໜູນຈາກສະພາສູງເພື່ອຈະໃຫ້ເຮັດວຽກໄດ້…

ຜູ້ປ່ອນບັດລົງຄະແນນສຽງສັງກັດພັກເດໂມແຄຣັດ, ທ່ານ ແອນດີ ໄນເນີ (Andy Neiner) ກ່າວວ່າ:
“ການຈັດການກັບໂຣກລະບາດ. ຂ້າພະເຈົ້າຄິດວ່າມັນເປັນສິ່ງທີ່ໜັກໜາສາຫັດຢູ່ໃນເວລານີ້ - ຖ້າພວກເຮົາຫາກເອົາໃຈໄປເລັງໃສ່ຕໍ່ເລື້ອງນັ້ນ ແລະກັງວົນເລື້ອງອື່ນພາຍຫລັງ."

ໃນຂະນະທີ່ພັນລະຍາຂອງທ່ານ, ຄືທ່ານນາງ ແຄດເທີຣິນ ໄນເນີ (Catherine Neiner) ກ່າວວ່າ ທ່ານນາງມີຄວາມເຊື່ອໝັ້ນໃນລະບົບເຖິງແມ່ນວ່າຈະມີການໂຈມຕີຂອງທ່ານທຣໍາ ກໍຕາມ. ແລະກ່າວວ່າພວກເຂົາເຈົ້າມີຄວາມເຊື່ອໃນລະບົບການເລືອກຕັ້ງ, ເຖິງແມ່ນວ່າ ຈະມີການໂຈມຕີຂອງທ່ານທຣໍາ.

ທ່ານນາງໄນເນີກ່າວດັ່ງນີ້:
"ໂດຍບໍ່ຕ້ອງສົງໃສຫຍັງເລີຍ ສໍາລັບການລົງຄະແນນສຽງຂອງຂ້າພະເຈົ້າຢູ່ໜີ້ ໃນການນັບບັດຂອງລັດຈໍເຈຍ. ຂ້າພະເຈົ້າຄິດວ່າມັນເປັນການດູໝິ່ນຕໍ່ຄົນຈຳນວນຫລວງຫລາຍ, ຫລາຍຄົນທີ່ໄດ້ເຮັດວຽກຢູ່ສະຖານທີ່ປ່ອນບັດ, ຜູ້ທີ່ໄດ້ວາງແຜນຮ່ວມກັນສຳລັບການລົງຄະແນນສຽງຂອງພວກເຮົາໃນລັດຈໍເຈຍ. ແມ່ນແຕ່ພັກຂອງເພິ່ນເອງກໍ່ຍັງເວົ້າວ່າການປ່ອນບັດລົງຄະແນນສຽງແມ່ນຖືກຕ້ອງ.”

ມີຊາວຈໍເຈຍ 3 ລ້ານຄົນໄດ້ອອກໄປປ່ອນຢ່າງເປັນປະຫວັດການ ໃນຫລາຍອາທິດມໍ່ໆມານີ້ ຢູ່ໃນການປ່ອນບັດກ່ອນວັນເລືອກຕັ້ງ ແລະການໄປຮ່ວມປ່ອນບັດແມ່ນສູງຫລາຍຢູ່ໃນວັນເລືອກຕັ້ງ.

ທ່ານ ແຮັງ ເອດມັນສັນ (Hank Edmondson), ຈາກມະຫາວິທະຍາໄລລັດຈໍເຈຍກ່າວຜ່ານທາງ SKYPE ວ່າ:
"ມັນເບິ່ງຄືວ່າການໄປປ່ອນບັດຂອງພວກສັງກັດພັກເດໂມແຄຣັດແມ່ນດີກ່ວາພວກສັງກັດພັກຣີພັບບລິກັນ, ເຊິ່ງມັນອາດຈະແມ່ນການປ່ຽນປີ້ນຂອງສິ່ງທີ່ເຄີຍເປັນມາໃນການແຂ່ງຂັນຮອບສອງໃນລັດຈໍເຈຍ. ຂ້າພະເຈົ້າຈະຄິດວ່າ, ຖ້າຈະມີຫຍັງໃຫ້ຄິດ ກໍແມ່ນວ່າການຈ້ອງມອງຂອງຄົນທັງຊາດຈະເຮັດໃຫ້ພວກພັກຣີພັບບລິກັນຢາກອອກໄປປ່ອນບັດ.”

ການລົງຄະແນນສຽງສໍາລັບການແຂ່ງຂັນຂອງທັງສອງຄູ່ແມ່ນຍັງມີຄະແນນສູສີກັນຢ່າງໜ້າເຫລືອເຊື່ອ ແລະຫລັງຈາກມີການກ່າວຫາຂອງປະທານາທິບໍດີ ທຣໍາກ່ຽວກັບການສໍ້ໂກງການເລືອກຕັ້ງແລ້ວ ເຈົ້າໜ້າທີ່ຢູ່ທີ່ນີ້ຄາດວ່າຈະໃຊ້ເວລາໃນການນັບບັດລົງຄະແນນສຽງທຸກບັດເລີຍ.

ອ່ານແລະເເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG