ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​​ນາຍົກລັດຖະມົນຕີ ຈໍ​ເຈຍ ຕັດສິນ​ໃຈ ລາ​ອອກ


​​ນາຍົກລັດຖະມົນຕີຈໍ​ເຈຍ ທ່ານຈໍ​ຣ໌ຈີ ຄວີຣີກາ​ສວີ​ລີ (Giorgi Kvirikashvili) ກ່າວໃນກອງປະຊຸມຖະແຫຼງຂ່າວຮ່ວມ ກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ທີ່ກະຊວງການຕ່າງປະເທດສະຫະລັດ, ວັນທີ 21 ພຶດສະພາ 2018, ໃນນະຄອນຫຼວງວໍຊີງຕັນ.
​​ນາຍົກລັດຖະມົນຕີຈໍ​ເຈຍ ທ່ານຈໍ​ຣ໌ຈີ ຄວີຣີກາ​ສວີ​ລີ (Giorgi Kvirikashvili) ກ່າວໃນກອງປະຊຸມຖະແຫຼງຂ່າວຮ່ວມ ກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ທີ່ກະຊວງການຕ່າງປະເທດສະຫະລັດ, ວັນທີ 21 ພຶດສະພາ 2018, ໃນນະຄອນຫຼວງວໍຊີງຕັນ.

ນາຍົກລັດຖະມົນຕີຈໍ​ເຈຍ ທ່ານຈໍ​ຣ໌ຈີ ຄວີຣີກາ​ສວີ​ລີ (Giorgi Kvirikashvili) ກ່າ​ວ
ວ່າ ທ່ານ​ໄດ້ຕັດສິນ​ໃຈ ທີ່​ຈະລາ​ອອກ ຫຼັງ​ຈາກ​ໄດ້ເກີດການຂັດແຍ້ງກັບ​ຜູ້ນຳ​ຂອງ
​ພັກ​ຄວາມຝັນ ຂອງຊາວ​ຈໍ​ເຈຍ, ຄືມະຫາ​ເສດຖີພັນລ້ານ ທ່ານບິດ​ຊີ​ນາ ອີ​ວາ​ນິສວີ​ລີ
(Bidzina Ivanishvili) ຊຶ່ງເປັນບຸກຄົນ​ທີ່​ຮັ່ງມີ​ທີ່​ສຸດ​ໃນ​ປະ​ເທດດັ່ງກ່າວ.

ທ່ານຄວີຣີກາ​ສວີ​ລີ ໄດ້​ກ່າວ​ຢູ່ໃນ​ຖະ​ແຫຼ​ງຂ່າວທາງ​ໂທລະພາບ ໃນ​ວັນ​ພຸດ​ວານ​ນີ້ວ່າ
“ພວກ​ເຮົາ ມີ​ການ​ບໍ່​ລົງ​ຮອຍ​ກັນ​ໃນ​ບາງ​ເລື້ອງ ກັບ​ຜູ້ນຳ ຂອງພັກ​ລັດຖະບານ ທີ່ປົກ ຄອງປະເທດ ຢູ່ໃນເວລານີ້. ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ແມ່ນ​ເວລາ​ແລ້ວ ກໍ​ຄື ດຽວ​ນີ້
ທີ່​ຜູ້ນຳ​ຂອງພັກ​ການ​ເມືອງ​ທີ່​ຜູ້ນຳຂອງພັກລັດຖະບານ ຄວນ​ໄດ້ຮັບໂອກາດ​ໃຫ້​
ແຕ່ງຕັ້ງຄະນະ​ລັດຖະບານຊຸດໃໝ່.”

ອີງ​ຕາມ​ລັດຖະທຳ​ມະນູນ​ຂອງ​ຈໍ​ເຈຍ ຄະນະລັດຖະບານທັງໝົດ ​ແມ່ນ​ຈຳ​ເປັນ​ທີ່​ຈະ
​ຕ້ອງລາ​ອອກ​ຈາກ​ຕຳ​ແໜ່​ງ ​ພ້ອມ​ກັບ​ນາຍົກລັດຖະມົນຕີ.

ທ່ານ ຄວີຣີກາ​ສວີ​ລີ ​ໄດ້​ກ່າວ ບັນ​ຫາ​ເລັກ​ໆນ້ອຍໆ ​ແມ່ນ​ມາ​ຈາກ​ ເລື້​ອງ​ເສດຖະກິດ.

ທ່ານອີ​ວາ​ນິສວີ​ລີ ​ໄດ້​ລົງ​ຈາກ​ຕຳ​ແໜ່​ງນາຍົກລັດຖະມົນຕີ ໃນ​ປີ 2013 ຫຼັງ​ຈາກໄດ້
ເຂົ້າຮັບຕຳແໜ່ງ ພຽງ​ແຕ່​ນຶ່ງ​ປີ, ​ແຕ່​ນັບ​ຕັ້ງ​ແຕ່​ນັ້ນ​ມາ ທ່ານ​ແມ່ນ​ເຊື່ອກັນ​ວ່າ​ເປັນ​ຜູ້​
ທີ່​ນຳພາ​ປະ​ເທດ. ທ່ານ​ໄດ້​ມີ​ອຳນາດ​ທາງ​ການ​ເມືອງຄືນອີກ ​ໃນ​ເດືອນ​ພຶດ​ສະພາ
ໂດຍເຂົ້າຮັບຕຳແໜ່ງເປັນ​ປະທານ​ພັກ​ຄວາມ​ຝັນ​ຂອງຊາວ​ຈໍ​ເຈຍ.

ພວກ​ນັກ​ຊ່ຽວຊານ ກ່າວ​ວ່າ ການ​ລາ​ອອກ​ຂອງທ່ານຄວີຣີກາ​ສວີ​ລີ ບໍ່ແມ່ນ​ເລື້ອງ​ແປກ.

ມະຫາ​ເສດຖີພັນລ້ານ ທ່ານບິດ​ຊີ​ນາ ອີ​ວາ​ນິສວີ​ລີ (Bidzina Ivanishvili) ທັກທາຍ ພວກທີ່ສໜັບສະໜຸນທ່ານ ໃນນະຄອນຕະບີລິຊີ, ຈໍເຈຍ, 8 ຕຸລາ 2016
ມະຫາ​ເສດຖີພັນລ້ານ ທ່ານບິດ​ຊີ​ນາ ອີ​ວາ​ນິສວີ​ລີ (Bidzina Ivanishvili) ທັກທາຍ ພວກທີ່ສໜັບສະໜຸນທ່ານ ໃນນະຄອນຕະບີລິຊີ, ຈໍເຈຍ, 8 ຕຸລາ 2016

“ມັນ​ແມ່ນ​ໄດ້​ເກີດການ​ຂັດ​ແຍ້ງ ລະຫວ່າງ ອະດີດ​ນາຍົກລັດຖະມົນຕີ ​ໃນ​ປັດຈຸບັນ​ນີ້
ກັບ​ທ່ານອີ​ວາ​ນິສວີ​ລີ ມາ​ເປັນ​ເວລາ​ດົນ​ເຕີບ​ແລ້ວ,”
ນັ້ນຄືຄຳເວົ້າຂອງທ່ານ​ພອລ
ສ​ໂຕຣນສກີ, ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ ຂອງ​ໂຄງການຣັດ​ເຊຍ​ແລະ​ຢູໂຣບເອ​ເຊຍ ຂອງ​ອົງ ການກອງທຶນຄາ​ເນກີ ເພື່ອສັນຕິພາບ​ນາໆ​ຊາດ ​ໄດ້​ກ່າວຕໍ່​ວີ​ໂອ​ເອ ພະ​ແນ​ກພາ​ສາ​ຈໍ​ເຈຍ. ​
ແລະ​ທ່ານ​ຍັງກ່າວຕໍ່​ໄປ​ວ່າ “​ໃນ​ຄື້ນຟອງ​ຂອງ​ການປະ​ທ້ວງ​ທີ່ນະຄອນຕະບີ​ລິ​ຊີ
(Tbilisi) ໃນ​ຮອບ​ຫຼາຍໆ​ເດືອນຜ່ານມານີ້ ສະແດງ​ໃຫ້​ເຫັນວ່າ ​ມີ​ຜູ້​ຄົນສ່ວນ​ໃຫຍ່
ບໍ່​ຄ່ອຍ​ຈະ​ດີໃຈ ກ່ຽວກັບສະຖານະ​ການ​ທີ່ເປັນຢູ່ໃນເວລານີ້.”

​ທ່ານ​ເດ​ວິດ ​ແຄຣມ​ເມີ ອາຈານ​ສອນ​ທີ່​ມະຫາວິທະຍາ​ໄລ​ລັດ​ຟລໍ​ຣີດາ ​ໄດ້​ບອກ​ກັບ​ວີ​ໂອ
​ເອວ່າ “ທ່ານຄວີຣີກາ​ສວີ​ລີ ​ແມ່ນ​ເປັນ​ບຸກຄົນທີ່ເໝາະສົມ ຜູ້​ທີ່ໄດ້​ເຮັດ​ດີທີ່ສຸດ
ເພື່ອຈະໃຫ້​ຈໍ​ເຈຍ​ ກ້າວ​ເດີນ​ຕໍ່​ໄປ. ແຕ່​ວ່າ ​ເພິ່ນແມ່ນໄດ້ຮັບ​ພາລະ​ໜັກ ທີ່​ຈຳ​ຕ້ອງ​ຫຼຽວ​
ຫຼັງ ເພື່ອໃຫ້ໄດ້ຮັບການອະນຸມັດ​ ຈາກ​ທ່ານອີ​ວາ​ນິສວີ​ລີ. ສະພາບ​ການ​ແບບ​ນັ້ນ​ແມ່ນ​
ຈະບໍ່​ຍືນ​ຍົງ​ໄດ້ດອກ.”

ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະ​ຈຳ​ການ​ທີ່​ປະ​ເທດ​ຈໍ​ເຈຍ ທ່ານ ​ເຄັນ​ແນັຕ
ຢາ​ໂລ​ວິສ (Kenneth Yalowitz) ​ໄດ້​ກ່າວ​ວ່າ ທ່ານ​ເປັນ​ຫ່ວງ​ເປັນໃຍ ກ່ຽວ​ກັບ​ເລື້ອງ​
ທີ່​ວ່າ “​ລັດຖະບານ​ແມ່ນເບິ່ງ​ຄື​ວ່າ ​ໄດ້​ຖືກ​ບົງ​ການ​ຈາກ​ພາຍ​ນອກ.”

​ທ່ານຢາ​ໂລ​ວິສ ກ່າວວ່າ “ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ​ທ່ານອີ​ວາ​ນິສວີ​ລີ ແມ່ນມີ​ຄວາມ​ຕັ້ງ​ໃຈ​
ທີ່​ດີ ​ແລະ​ມີຄວາມ​ຄິດ​ທີ່​ດີ ແຕ່​ວ່າ ​ເພິ່ນ​ບໍ່​ໄດ້​ເປັນ​ນາຍົກລັດຖະມົນຕີ ​ແລະ​ເພິ່ນ​ກໍ​ບໍ່​ໄດ້​
ຢູ່ເໜືອ​ຂັ້ນ​ຕອນ ​ແລະ​ນັ້ນ​ຄືສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ທີ່​ນີ້.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG