ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກສະໜັບສະໜຸນ ພັກຣີພັບບລີກັນ ໃນລັດຈໍເຈຍ ສະແດງໃຫ້ເຫັນວ່າ ພັກພວກຂອງເຂົາ ບໍ່ແມ່ນກຸ່ມທີ່ຍໍ່ຍອມປ່ຽນ


ການກ່າວອ້າງວ່າ ມີການສໍ້ໂກງໃນການເລືອກຕັ້ງຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ເຮັດໃຫ້ເກີດມີຄວາມສົງໄສ ໃນຄວາມຄິດຂອງສະມາຊິກພັກຣີພັບບລີກັນຫລາຍໆຄົນ. ລັດນຶ່ງທີ່ໄດ້ເຫັນວ່າ ມີການນັບຄະແນນສຽງຄືນໃໝ່ ຫຼັງຈາກການເລືອກຕັ້ງຜ່ານໄປແລ້ວ ກໍແມ່ນລັດຈໍເຈຍ ຊຶ່ງເປັນລັດທີ່ໄດ້ລົງຄະແນນສຽງໃຫ້ແກ່ພັກເດໂມແຄຣັດ ເປັນປະທານາທິບໍດີ ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ. ນັກຂ່າວວີໂອເອ ເອລີຊາເບັຕ໌ ລີ ສະແດງໃຫ້ເຫັນວ່າ ມີຫຼາກຫຼາຍຄວາມຄິດເຫັນພາຍໃນບັນດາພັກຣີພັບບລີກັນ ກ່ຽວກັບຜົນທີ່ອອກມາຂອງການເລືອກຕັ້ງປະທານາທິບໍດີ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນະຄອນແອັດແລນຕ້າ ທີ່ມີປະຊາກອນ 5 ແສນຄົນ ແມ່ນເປັນເມືອງໃຫຍ່ທີ່ສຸດໃນລັດຈໍເຈຍ. ທ່ານແບຣນດັນ ນີເວັນສ໌ ໄດ້ຍ້າຍມາຢູ້ທີ່ນີ້ ຈາກນະຄອນແຊນແຟຣນຊິສໂກ ເມື່ອສີ່ປີກ່ອນ ຊຶ່ງລາວເຮັດວຽກໃນອຸດສາຫະກຳດ້ານເທັກໂນໂລຈີ ແລະເຫັນວ່າ ແອັດແລນຕ້າ ເປັນດິນແດນທີ່ມີໂອກາດຊື້ໄດ້ຫຼາຍກວ່າ.

ທ່ານນີເວັນສ໌ ກ່າວວ່າ “ໃນຖານະເປັນຊົນກຸ່ມນ້ອຍ ແລະທັງເປັນ ເຈົ້າກະສິຮູ້ເນາະ ເປັນກະເທີຍ ຂ້ອຍບໍ່ເຄີຍຮູ້ສຶກວ່າ ໄດ້ຖືກໂຈມຕີຢູ່ທີ່ນີ້. ຂ້ອຍບໍ່ເຄີຍຮູ້ສຶກວ່າ ຂ້ອຍຖືກວິຈານ.”

ທ່ານນີເວັນສ໌ ຜູ້ທີ່ໄດ້ລົງຄະແນນສຽງໃຫ້ແກ່ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ຕັດສິນໃຈລົງຄະແນນສຽງໃຫ້ແກ່ ທ່ານທຣຳ ເມື່ອສີ່ປີກ່ອນ ແລະອີກເທື່ອນຶ່ງໃນປີ 2020.

ທ່ານນີເວັນສ໌ ກ່າວວ່າ “ຂ້ອຍເລືອກທ່ານທຣຳເພາະວ່າ ເພິ່ນເປັນຄົນທີ່ກ້າປາກ ກ້າເວົ້າກວ່າໝູ່ຂອງພັັກຣີພັບບລີກັນ. ມັນມີພວກຄົນລຸ້ນນຶ່ງ ຈຳນວນຫຼວງຫຼາຍແລະກຸ່ມຄົນໃນປະເທດນີ້ ທີ່ກຳລັງຖືກປ່ອຍປະລະເລີຍ. ອັນນັ້ນ ເປັນເລື້ອງທີ່ສະທ້ອນໃຫ້ກັບຂ້ອຍແທ້ໆເລີຍ.”

ໃນວີດີໂອຢູທູບຂອງລາຍການ ‘The Fresh Prince of Bel-Air’ ທ່ານທຣຳ ໄດ້ໄປປາກົດໂຕຢູ່ໃນລາຍການດັ່ງກ່າວ ຊຶ່ງທ່ານນີເວັນສ໌ ກ່າວວ່າ “ທ່ານໄດ້ຢູ່ໃນ ‘The Fresh Prince of Bel-Air’ ເຈົ້າຮູ້ບໍ່? ທ່ານໄດ້ຢູ່ໃນພວກນີ້ທັງ ໝົດ ຂ້ອຍຄວນວ່າ ລາຍການຕ່າງໆຂອງຊາວອາເມຣິກັນຜິວດຳ. ແລະສະນັ້ນ ຂ້ອຍບໍ່ເຄີຍເຫັນຟາກທີ່ໄດ້ຫຼິ້ນບົດບາດຄືດຽວນີ້ ເຈົ້າກະຮູ້ ເປັນຄົນຂັບລົດອູເບີ້ທີ່ຢຽດຢາມຄົນຊາດອື່ນ.”

ເມື່ອມາເວົ້າເຖິງເລື້ອງຜົນການເລືອກຕັ້ງແລ້ວ…

ທ່ານນີເວັນສ໌ ກ່າວວ່າ “ຖ້າມີບາງສິ່ງບາງຢ່າງຢູ່ນັ້ນ ເຜີຍແບມັນອອກມາ. ຖ້າບໍ່ມີ, ເຈົ້າກໍຕ້ອງເດີນໜ້າຕໍ່ໄປ.”

ສ່ວນທ່ານນາງເມແກັນ ສມິດຕ໌ ເປັນນາຍຄູຈາກເຂດຊານເມືອງ ຮູ້ສຶກຢ່າງໜັກ ແໜ້ນຫຼາຍກວ່າ ກ່ຽວກັບຜົນການເລືອກຕັ້ງ.

ທ່ານນາງສມິດຕ໌ ກ່າວວ່າ “ຂ້ອຍເຊື່ອວ່າ ມີການສໍ້ໂກງ ໃນການເລືອກຕັ້ງນີ້. ຂ້ອຍຄຶດວ່າ ມີການສໍ້ໂກງໃນທຸກການເລືອກຕັ້ງ ແຕ່ຂ້ອຍຄຶດວ່າ ມັນມີແຜ່ຫຼາຍໃນການເລືອກຕັ້ງນີ້ ຫຼາຍກວ່າໃນເມື່ອກ່ອນອີກ. ແລະຂ້ອຍເຊື່ອວ່າ ມັນສຳຄັນຫຼາຍທີ່ພວກເຮົາຄວນຊອກຫາແຫລ່ງທີ່ມາຂອງອັນນັ້ນ ເພາະວ່າ ແທ້ຈິງແລ້ວ ປາສະຈາກການເລືອກຕັ້ງທີ່ເສລີແລະເປັນທຳແລ້ວ ພວກເຮົາກໍຈະບໍ່ມີຈຸດຢືນຫຼາຍເລີຍ ໃນຖານະເປັນຊາວອາເມຣິກັນ.”

ພວກຄົນຢູ່ໃນການພົບປະກັນຂອງພວກຊາວໜຸ່ມພັກຣີພັບບລີກັນ ກໍເຫັນດີນຳກັນວ່າ ພວກເຂົາເຈົ້າ ບໍ່ແມ່ນກຸ່ມທີ່ຍອມປ່ຽນ ເມື່ອເວົ້າເຖິງທັດສະນະກ່ຽວກັບເລື້ອງຕ່າງໆ ຫຼື ການເລືອກຕັ້ງ.

ທ່ານອາລເລນ ອິງກຣິສ ເຮັດວຽກດ້ານອະສັງຫາລິມະຊັບພານິດ ກ່າວວ່າ “ມີຫຼາກຫຼາຍຜູ້ຄົນທີ່ມີຄວາມເຫັນທີ່ແຕກຕ່າງກັນ. ພວກເຮົາທັງໝົດກໍບໍ່ໄປໃນທິດທາງດຽວກັນດອກ. ດ້ວຍຄວາມຈິງໃຈ ຂ້ອຍຈະເວົ້າວ່າ ພັກແມ່ນແບ່ງແຍກກັນໜ້ອຍນຶ່ງ ກ່ຽວກັບການເລືອກຕັ້ງຄັ້ງນີ້. ຂ້ອຍຈະເວົ້າວ່າ ເຈົ້າເຫັນພວກຄົນເຄິ່ງນຶ່ງ ແມ່ນເດັດດ່ຽວວ່່າ ການເລືອກຕັ້ງນີ້ ຖືກລັກໄປ. ພວກຄົນອີກເຄິ່ງນຶ່ງ ຂ້ອຍຈະເວົ້າວ່າ ແມ່ນເດັດດ່ຽວວ່າ ອັນນີ້ແມ່ນຜົນການເລືອກຕັ້ງທີ່ໄດ້ເກີດຂຶ້ນ.”

ການແຂ່ງຂັນປະທານາທິບໍດີໃນລັດຈໍເຈຍ ທີ່ມີຄະແນນສຽງໃກ້ຄຽງກັນ ສະທ້ອນໃຫ້ເຫັນ ເຖິງການປ່ຽນແປງ ສະພາບການດ້ານການເມືອງ ໂດຍມີພວກຄົນຈາກພາກອື່ນໆຂອງສະຫະລັດຍົກຍ້າຍມາຢູ່ໃນລັດຈໍເຈຍ ຊຶ່ງຈະເຮັດໃຫ້ມີຄວາມຫຼາກຫຼາຍທາງດ້ານການເມືອງຕື່ມອີກ. ທັດສະນະທີ່ແຕກຕ່າງກັນ ກ່ຽວກັບທ່ານທຣຳ ພາຍໃນພັກຣີພັບບລີກັນ ແມ່ນປັດໄຈອີກອັນນຶ່ງ ທີ່ເປັນສາເຫດເຮັດໃຫ້ປະທານາທິບໍດີ ບໍ່ໄດ້ຮັບຄະແນນຫຼາຍ ຕາມຄວາມຄາດໝາຍໃນລັດຈໍເຈຍ ອີງຕາມການກ່າວຂອງນັກລັດຖະສາດ ທ່ານສກອັດຕ໌ ບິວແຄນເນັນ.

ທ່ານບິວແຄນເນັນ ອາຈານສອນລັດຖະສາດ ຢູ່ມະຫາວິທະຍາໄລຈໍເຈຍ ແລະມະຫາວິທະຍາໄລລັດຈໍເຈຍ ກ່າວວ່າ “ມີພວກສະໜັບສະໜຸນພັກຣີພັບບລີກັນ ຜູ້ທີ່ເຖິງຢ່າງໃດກໍຕາມ ລົງຄະແນນສຽງໃຫ້ແກ່ທ່ານໄບເດັນ ຫຼືວ່າ ພວກເຂົາບໍ່ໄດ້ລົງຄະແນນສຽງໃຫ້ປະທານາທິບໍດີ ເພາະວ່າຖ້າບໍ່ດັ່ງນັ້ນແລ້ວ ພັກຣີພັບບລີກັນ ກໍຈະບໍ່ໄດ້ຮັບຜົນດີແບບນີ້ ດັ່ງທີ່ພວກເຂົາໄດ້ປ່ອນບັດລົງ.”

ທ່ານບິວແຄນເນັນ ກ່າວວ່າ ໃນຂະນະທີ່ມັນເປັນຄວາມບໍ່ແນ່ນອນວ່າ ພັກຣີພັບ ບລີກັນ ຈະເບິ່ງເປັນຄືແນວໃດໃນສີ່ປີໜ້າ…ທ່ານດໍໂນລ ທຣຳ ຈະລົງແຂ່ງຂັນອີກເທື່ອນຶ່ງບໍ່? ຂ້າພະເຈົ້າຈະບໍ່ແປກໃຈເລີຍ ທີ່ທ່ານຈະລົງອີກ.”

ທ່ານນີເວັນສ໌ ກ່າວວ່າ ລາວຈະພິຈາລະນາເບິ່ງວ່າ ຈະລົງຄະແນນສຽງໃຫ້ທ່ານອີກຫຼືບໍ່.

ທ່ານແບຣນດັນ ນີເວັນສ໌ ຜູ້ສະໜັບສະໜຸນທ່ານທຣຳ ກ່າວວ່າ “ຖ້າຫາກບໍ່ມີຜູ້ສະໝັກທີ່ດີກວ່າ ໃນຟາກຂອງພັກຣີພັບບລີກັນ ເອີ້ ແນ່ນອນຂ້ອຍກໍຈະເຮັດ. ຂ້ອຍໝາຍຄວາມວ່າ ຂ້ອຍຈະເວົ້າວ່າ ທຣຳ ອາເມຣິກາ ມັນເປັນຄວາມສະນຸກສະໜານອີ່ຫຼີ. ມັນເຮັດໃຫ້ເຈົ້າເດົາໄປເດົາມາ. ແຕ່ໃນເວລາດຽວກັນ ຂ້ອຍໝາຍຄວາມວ່າ ຂ້ອຍຄຶດວ່າ ມັນແມ່ນເວລາສຳລັບຄົນອື່ນໆໃນພັກຣີພັບບລີກັນ ບາງທີ່ ກໍຈະລຸກຢືນຂຶ້ນ.”

ການແຂ່ງຂັນເປັນປະທານາທິບໍດີຄັ້ງຕໍ່ໄປຢູ່ໃນລັດຈໍເຈຍ ແມ່ນຈະໃກ້ຄຽງສູສີກັນຫຼືບໍ່ນັ້ນ ກໍອາດຈະຂຶ້ນຢູ່ກັບວ່າ ຜູ້ໃດແມ່ນຈະຢູ່ໃນບັດເລືອກຕັ້ງ.

XS
SM
MD
LG