ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈ​ໍ​ເຈຍ ຍົກ​ເລີກ ຮ່າງ​ກົດ​ໝາຍໂຕ​ແທນ​ຕ່າງ​ປະ​ເທດ


ຜູ້​ຊາຍ​ຄົນ​ນຶ່ງ ຖຶ​ໄມ້​ຄ້ອນ​ຢູ່​ມື​ຂອງ​ລາວ ຍ່າງ​ຜ່ານ​ລົດ​ຕຳ​ຫລວດ​ ທີ່​ຖືກ​ໄຟ​ໄໝ້ ຢູ່​ຕຶກ​ສະ​ພາ​ຈໍ​ເຈຍ ໃນ​ນ​ະຄອນ​ຕະປີ​ລີຊີ ປະ​ເທດ​ຈ​ໍເຈຍ ວັນ​ທີ 9 ມີ​ນາ 2023
ຜູ້​ຊາຍ​ຄົນ​ນຶ່ງ ຖຶ​ໄມ້​ຄ້ອນ​ຢູ່​ມື​ຂອງ​ລາວ ຍ່າງ​ຜ່ານ​ລົດ​ຕຳ​ຫລວດ​ ທີ່​ຖືກ​ໄຟ​ໄໝ້ ຢູ່​ຕຶກ​ສະ​ພາ​ຈໍ​ເຈຍ ໃນ​ນ​ະຄອນ​ຕະປີ​ລີຊີ ປະ​ເທດ​ຈ​ໍເຈຍ ວັນ​ທີ 9 ມີ​ນາ 2023

ພັກ​ລັດ​ຖະ​ບານຂອງປະ​ເທດຈໍ​ເຈຍ ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ​ຕົນ​ກຳ​ລັງຖອນຂໍ້ຮ່າງ​ກົດ​ໝາຍຕົວ​ແທນ​ຕ່າງ​ປະ​ເທດ ຫລັງ​ຈາກ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ​ໄດ້​ກໍ່​ໃຫ້ເກີດ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ເປັນ​ເວ​ລາ​ສອງວັນ.

​ມາດ​ຕະ​ການ​ນີ້​ ຈະ​ບັງ​ຄັບ​ໃຫ້​ອົງ​ການ​ສື່ມວນ​ຊົນ ແລະ​ບັນ​ດາ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານທີ່ຮັບ​ທຶນ​ຂອງ​ເຂົາ​ເຈົ້າ​ຫລາຍກວ່າ 20 ເປີ​ເຊັນ ​ຈາກຕ່າງ​ປະ​ເທດໃຫ້​ລົງ​ທະ​ບຽນ​ວ່າ “ເປັນຜູ້​ຕາງ​ໜ້າ​ທີ່​ໄດ້​ຮັບອິດທິ​ພົນຂອງ​ຕ່າງ​ປະ​ເທດ.”

ພວກ​ຝ່າຍ​ຄ້ານຕໍ່​ຮ່າງ​ກົດ​ໝາຍ ໄດ້​ປຽບ​ທຽບ​ໃສ່​ກົດ​ໝາຍ​ຣັດ​ເຊຍ ປີ 2012 ທີ່​ໄດ້​ໃຊ້​ກົດ​ດັນ ຫລືປິດ​ບັນ​ດາ​ອົງ​ການ​ຈັດ​ຕັ້​ງ​ ທີ່​ຕ້ອງ​ຕິ​ລັດ​ຖະ​ບານ​ຣັດ​ເຊຍ.

​ພັກ​ລັດ​ຖະ​ບານ ​ຄວາມ​ຝັນ​ຂອງ​ຊາວຈໍ​ເຈຍ ກ່າວໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ຮ່າງ​ກົດ​ໝາຍ​ໄດ້​ຖືກ​ນຳ​ສະ​ເໜີ​ໃນ​ທາງ​ລົບ ແລະບາງ​ສ່ວນຂອງ​ສາ​ທາ​ລະ​ນະຊົນໄດ້​ນຳ​ພາ​ໄປ​ໃນທາງ​ທີ່​ບໍ່​ຖືກ​ຕ້ອງ.

ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ​ຈໍ​ເຈຍ ທ່ານ​ນາງໂຊ​ໂລມ ຊູ​ຣາ​ບິ​ສວິ​ລີ ໄດ້​ກ່າວ​ວ່າ ​ທ່ານ​ນາງ​ຈະ​ຢັບ​ຢັ້ງ​ຮ່າງ​ກົດ​ໝາຍ ຖ້າ​ຫາກ​ໄປເຖິງ​ໂຕະ​ຂອງ​ທ່ານ​ນາງ ໃນ​ຂະ​ນະ​ທີ່​ບັນ​ດາ​ຝ່າ​ຍ​ຄ້ານ​ອື່ນໆ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ມາດ​ຕະ​ການ​ຈະ​ເປັນ​ຜົນ​ກະ​ທົບ​ຕໍ່ຄວາມ​ຫວັງ​ຂອງ​ຈໍ​ເຈຍ ທີ່​ຈະ​ເຂົ້າ​ຮ່ວມ​ສະ​ຫະ​ພາບ​ຢູ​ໂຣ​ບ.

​ຫລາຍ​ສິບ​ພັນ​ຄົນ​ໄດ້​ພາ​ກັນ​ປະ​ທ້ວງຕໍ່ຕ້ານ​ຂໍ້​ສະ​ເໜີ ຢູ່ນອກສະ​ພາ​ໃນ​ວັນ​ອັງ​ຄານ ແລະ​ວັນ​ພຸດ​ທີ່​ຜ່ານ​ມານີ້.

​ພວກ​ປະ​ທ້ວງ​ຈຳ​ນວນ​ນຶ່ງໄດ້​ແກວ່ງ​ສິ່ງ​ຂອງ​ໃສ່​ຕຳ​ຫລວດ ໃນ​ຂະ​ນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່ຂັບໄລ່​ຝູງ​ຊົນດ້ວຍ​ແກັ​ສ​ນ້ຳ​ຕາ ລະ​ເບີດ​ທີ່​ເຮັດ​ໃຫ້​ເກີດ​ສຽງ​ດັງ ແລະ​ທໍ່​ສີດ​ນ້ຳ​ຂະ​ໜາດ​ແຮງ.

Georgia’s ruling party announced Thursday it is withdrawing a proposed foreign agent law after the legislation sparked two days of massive protests.

The measure would have required media and nongovernmental organizations receiving more than 20% of their funding from foreign sources to register as “agents of foreign influence.”

Opponents of the bill compared it to a 2012 Russian law that has been used to suppress or shut down organizations critical of the Russian government.

ພວກ​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ກີດ​ກິດ ທີ​ມີ​ລົ​ຕຳ​ຫລວດ​ຖືກ​ໄຟ​ໄໝ້ ບໍ່​ຫ່າງ​ໄກ​ຈາກ​ຕຶກສະ​ພາຈະ​ເຈຍ ຢູ່​ນະ​ຄອນ​ຕະປີ​ລີ​ຊີ ປະ​ເທດ​ຈໍ​ເຈຍ ວັນ​ທີ 9, 2023
ພວກ​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ກີດ​ກິດ ທີ​ມີ​ລົ​ຕຳ​ຫລວດ​ຖືກ​ໄຟ​ໄໝ້ ບໍ່​ຫ່າງ​ໄກ​ຈາກ​ຕຶກສະ​ພາຈະ​ເຈຍ ຢູ່​ນະ​ຄອນ​ຕະປີ​ລີ​ຊີ ປະ​ເທດ​ຈໍ​ເຈຍ ວັນ​ທີ 9, 2023

The ruling Georgian Dream party said Thursday the bill was presented in a negative way and that a portion of the public was misled.

Georgia’s President Salome Zurabishvili had said she would veto the bill if it reached her desk, while other opponents expressed concerns that the measure would affect Georgia’s hopes of joining the European Union.

Tens of thousands of people protested against the proposal outside the parliament on Tuesday and Wednesday.

Some demonstrators threw objects at police, while officers dispersed crowds with tear gas, stun grenades and water cannons.

XS
SM
MD
LG