ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະດີດ ປະທານາທິບໍດີ ສຫລ ທ່ານຈອຣຈ໌ ເອດສ໌ ດັບເປີລຢູ ບຸຊ ເຂົ້າໂຮງໝໍ ຍ້ອນເລືອດຕິດເຊື້ອ


ອະດີດປະທານາທິບໍດີ ສຫລ ທ່ານຈອຣຈ໌ ເອດສ໌ ດັບເປີລຢູ ບຸຊ.
ອະດີດປະທານາທິບໍດີ ສຫລ ທ່ານຈອຣຈ໌ ເອດສ໌ ດັບເປີລຢູ ບຸຊ.

ອະດີດປະທານາທິບໍດີສະຫະລັດ ທ່ານຈອຣຈ໌ ເອດສ໌ ດັບເບີລຢູ ບຸຊ ໄດ້ຕອບຮັບເປັນ
ຢ່າງດີຕໍ່ການປິ່ນປົວ ຫລັງຈາກໄດ້ປະເຊີນກັບອາການເລືອດຕິດເຊື້ອຫຼືອັກເສບທີ່ອາດ
ເປັນໄພເຖິງຊີວິດ ອີງຕາມຄຳເວົ້າຂອງໂຄສົກຄອບຄົວ.

ທ່ານບຸຊ ຜູ້ເປັນພໍ່ ທີ່ມີອາຍຸ 93 ປີ ໄດ້ເຂົ້າໂຮງໝໍເມໂທດິດຮິວສຕັນ ໃນຕອນເຊົ້າວັນ
ອາທິດທີ່ຜ່ານມາ ແລະໄດ້ຮັບການປິ່ນປົວຢູ່ຫ້ອງສຸກເສີນ.

ຖະແຫຼງການຂອງຄອບຄົວກ່າວວ່າ ທ່ານບຸຊ “ແມ່ນຕອບຮັບເປັນຢ່າງດີຕໍ່ການປິ່ນປົວ
ແລະປາກົດວ່າພວມມີອາການດີຂຶ້ນ.”

ກ່ອນຖືກສົ່ງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ທ່ານບຸຊ ໃນມື້ວັນເສົາແລ້ວ ໄດ້ໄປຮ່ວມພິທີ
ສົ່ງສະການ ໃຫ້ແກ່ທ່ານນາງບາບາຣາ ພັນລະຍາຂອງທ່ານ​ ທີ່ໄດ້ເຖິງແກ່ມໍລະນະກຳ
ໃນອາທິດແລ້ວຮວມອາຍຸໄດ້ 92 ປີ. ສາມີພັນລະຍາຄູ່ນີ້ແຕ່ງງານກັນມາໄດ້ 73 ປີແລ້ວ.

ອະດີດປະທານາທິບໍດີບຸຊ ເຄີຍເຂົ້າຮັບຕຳແໜ່ງ ນຶ່ງສະໄໝ ແຕ່ປີ 1989 ຫາ 1993.
ທ່ານໄດ້ໃຊ້ລໍ້ເລື່ອນ ທີ່ຂັບເຄື່ອນດ້ວຍໄຟຟ້າ ເພື່ອໄປຫັ້ນມາໜີ້ ຫລັງຈາກໄດ້ເປັນພະ
ຍາດພາກກິງສັນແລະໄດ້ເຂົ້າໂຮງໝໍຫຼາຍເທື່ອມາແລ້ວໃນໄລຍະສອງສາມປີຜ່ານມານີ້ ເພື່ອຮັບການປິ່ນປົວກ່ຽວກັບບັນຫາລະບົບຫາຍໃຈທີ່ຮວມທັງເປັນປອດບວມນຳດ້ວຍ.

ອະດີດປະທານາທິບໍດີສະຫະລັດ ທ່ານຈອຣຈ໌ ດັບເບີລຢູ ບຸຊ ແລະພໍ່ຂອງທ່ານ ຈອຣຈ໌ ເອດສ໌ ດັບເບີລຢູ ບຸຊ ອະດີດປະທານາທິບໍດີສະຫະລັດ ແລະຄອບຄົວກຳລັງຄຳນັບສົບ ອະດີດສັດຕີໝາຍແລກນຶ່ງ ທ່ານນາງບາບາຣາ ບຸຊ
ອະດີດປະທານາທິບໍດີສະຫະລັດ ທ່ານຈອຣຈ໌ ດັບເບີລຢູ ບຸຊ ແລະພໍ່ຂອງທ່ານ ຈອຣຈ໌ ເອດສ໌ ດັບເບີລຢູ ບຸຊ ອະດີດປະທານາທິບໍດີສະຫະລັດ ແລະຄອບຄົວກຳລັງຄຳນັບສົບ ອະດີດສັດຕີໝາຍແລກນຶ່ງ ທ່ານນາງບາບາຣາ ບຸຊ



Former U.S. President George H. W. Bush is responding well to treatment after suffering a potentially life threatening blood infection, said a spokesman for the family.

The 93-year-old elder Bush was admitted to the Houston Methodist Hospital Sunday morning and has been placed in intensive care.

A statement on behalf of the family said Bush is "responding to treatments and appears to be recovering."

Before being hospitalized, Bush on Saturday attended the funeral of his wife Barbara, who died last week at the age of 92. The couple was married for 73 years.

The former president served one term from 1989 to 1993. He uses a wheelchair and an electric scooter to get around after developing a form of Parkinson's disease, and has been hospitalized several times in recent years in order to be treated for respiratory problems, including pneumonia.

Bush Hospitalized
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG