ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

20 ປີ ຫຼັງຈາກສ້າງຕັ້ງຂຶ້ນມາ ໂຄງການພັນທຸກໍາ ໄດ້ກາຍເປັນພະລັງ ຜັກດັນໃຫ້ມີການຄົ້ນຄວ້າ ກ່ຽວກັບ ໂຄວິດ-19


DNA ທີ່ມີໃບຫູ 2 ອັນໄດ້ພົບເຫັນຢູ່ໃນພາບຂອງນັກແຕ້ມ ທີ່ເຜີຍແຜ່ອອກມາໂດຍສະຖາບັນຄົ້ນຄວ້າກ່ຽວກັບພັນທຸກໍາມະນຸດແຫ່ງຊາດຂອງສະຫະລັດ
DNA ທີ່ມີໃບຫູ 2 ອັນໄດ້ພົບເຫັນຢູ່ໃນພາບຂອງນັກແຕ້ມ ທີ່ເຜີຍແຜ່ອອກມາໂດຍສະຖາບັນຄົ້ນຄວ້າກ່ຽວກັບພັນທຸກໍາມະນຸດແຫ່ງຊາດຂອງສະຫະລັດ

ກ່ອນເດືອນມີນາຜ່ານມານີ້ ເຄື່ອງຈັກຢູ່ສະຖານບັນໂບຣດ ຫລື Broad Institute ໃນລັດແມສຊາຈູແຊັສ ເຄີຍໄດ້ຖອດລະຫັດທີ່ເທົ່າກັນກັບພັນທຸກໍາ ຫລື ຈີໂນມ ຂອງມະນຸດທັງໝົດເລີຍ ໃນທຸກໆ 10 ນາທີ.

ສະຖານທີ່ລຽງລໍາດັບເດີເອນເອ (DNA) ແບບອັດຕະໂນມັດນີ້ ແມ່ນຫ້ອງທົດ ລອງໃຫຍ່ທີ່ສຸດຂອງໂລກ. ເທັກໂນໂລຈີຂອງມັນ ແມ່ນສືບທອດມາຈາກວິທີ ທີ່ຜະລິດ ຮ່າງຈີໂນມຂອງມະນຸດ ທີ່ໃຊ້ການໄດ້ໃນ 20 ປີກ່ອນໜ້ານັ້ນ.

ເມື່ອພະຍາດໂຄວິດ-19 ໄດ້ເລີ້ມເກີດຂຶ້ນໃນສະຫະລັດ, ພວກນັກວິທະຍາສາດ ຢູ່ສະຖາບັນດັ່ງກ່າວ ທີ່ມີການເຊື່ອມໂຍງ ກັບມະຫາວິທະຍາໄລຮາວາດ (Harvard) ແລະສະຖາບັນດ້ານເທັກໂນໂລຈີຂອງລັດແມສຊາຈູແຊັສເຫັນວ່າ ເຄື່ອງຈັກອ່ານພັນທຸກໍາຂອງຕົນອາດຈະສາມາດຖືກຫັນເອົາໄປຮັບໃຊ້ຈຸດປະສົງ ອື່ນ ເພື່ອກວດ ຕົວຢ່າງຂອງຄົນປ່ວຍໃນການຊອກຫາໄວຣັສໂຄໂຣນາທີ່ພາໃຫ້ ເກີດພະຍາດນີ້ ໄດ້.

ພາຍໃນໄລຍະສອງອາທິດໃນເດືອນມີນາຜ່ານມານີ້ ຫ້ອງທົດລອງດັ່ງກ່າວໄດ້ ປະກອບເຄື່ອງມືໃໝ່. ມີໄລຍະນຶ່ງ ເມື່ອການກວດຫາເຊື້ອໄວຣັສໄດ້ ເຮັດໃຫ້ ສະຫະລັດ ບໍ່ສາມາດຮັບມືກັບການແຜ່ລະບາດ ຂອງພະຍາດນີ້ໄດ້ຢ່າງໜັກ, ສະຖານບັນໂບຣດເວົ້າວ່າ ດຽວນີ້ມັນມີຄວາມສາມາດທີ່ຈະດໍາເນີນການກວດ ພະຍາດໄດ້ 35,000 ເທື່ອຕໍ່ມື້.

ສະຖານບັນໂບຣດເປັນຫ້ອງທົດລອງດ້ານພັນທຸກໍາແຫ່ງນຶ່ງໃນຈໍານວນຫລາຍໆ ແຫ່ງຢູ່ທົ່ວປະເທດ ທີ່ໄດ້ມີການປະດິດຕົນເອງຄືນໃໝ່ ໃຫ້ເປັນສູນກາງທໍາການ ກວດຫາພະຍາດໂຄວິດ-19. ເຄື່ອງຈັກຕ່າງໆ ທີ່ໄດ້ຖອດລະຫັດໂຕໜັງສື 3 ຕື້ໂຕ ທີ່ປະກອບເປັນແຜນແມ່ນບົດທາງພັນທຸກໍາຂອງຄົນຜູ້ນຶ່ງເປັນປະຈໍາຢູ່ນັ້ນ ໄດ້ຖືກ ນໍາມາໃຊ້ເຮັດວຽກກັບພັນທຸກໍາທີ່ມີໂຕໜັງສື 30,000 ໂຕຂອງໄວຣັສ ໂຄໂຣນາ.

“ມັນກໍເປັນພຽງການປັບປ່ຽນຂັ້ນຕອນຂອງຫ້ອງທົດລອງເທົ່ານັ້ນ,” ນັ້ນຄືຄໍາເວົ້າ ຂອງທ່ານ ເອີຣິກ ກຣີນ (Eric Green), ອໍານວຍການສະຖາບັນຄົ້ນຄວ້າດ້ານ ພັນທຸກໍາຂອງມະນຸດແຫ່ງຊາດ ທີ່ໃຫ້ທຶນແກ່ຫ້ອງທົດລອງຫລາຍໆແຫ່ງ. ທ່ານ ກ່າວຕໍ່ໄປວ່າ ເຄື່ອງຈັກອັນດຽວກັນນີ້ ໄດ້ວິໄຈ "ພັນທຸກໍາທີ່ນ້ອຍກວ່ານີ້ຫລາຍ ແຕ່ວ່າ ໃນປະລິມານທີ່ຫລາຍກວ່ານີ້ຫລາຍ."

ໃນ 20 ປີກ່ອນໃນຕອນທີ່ໂຄງການພັນທຸກໍາຂອງມະນຸດ ໄດ້ຜະລິດຮ່າງທີ່ໃຊ້ ການໄດ້ຂອງຕົນນັ້ນ ການອ່ານລະຫັດພັນທຸກໍາຢ່າງເຕັມສ່ວນຂອງສິ່ງທີ່ມີຊີວິດ ໄດ້ປ່ຽນໄປຈາກການເຮັດໄດ້ໃນທັນທີທັນໃດຄັ້ງດຽວ ໄປເປັນການເຮັດເປັນວຽກ ທໍາມະດາປະຈໍາທຸກວັນ.

ໃນພິທີ່ທີ່ຈັດຂຶ້ນໃນທໍານຽບຂາວໃນວັນທີ 26 ມິຖຸນາ, 2000 ນັ້ນ ປະທານາທິ ບໍດີບີລ ຄລິນຕັນ ເອີ້ນຮ່າງອັນນັ້ນວ່າ “ເປັນແຜນທີ່ ທີ່ສໍາຄັນທີ່ສຸດ ທີ່ມະຫັດ ສະຈັນ ທີ່ສຸດເທົ່າທີ່ມະນຸດເຄີຍໄດ້ສ້າງຂຶ້ນມາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG