ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສ້າງລາຍຮັບໃຫ້ຄອບຄົວຈາກຮ້ານຂາຍຍ່ອຍ ເຖິງແມ່ນຈະມີຜົນກະທົບ ຈາກຄວາມຫຍຸ້ງຍາກຂອງເສດຖະກິດພາຍໃນປະເທດ


ຂອງກິນສຸກ ທີ່ຂາຍຕາມແຄມຖະໜົນ.
ຂອງກິນສຸກ ທີ່ຂາຍຕາມແຄມຖະໜົນ.

ເນື່ອງຈາກສະພາບການຂອງເສດຖະກິດໃນທຸກມື້ນີ້ ຫຼາຍຄົນຫຼາຍອາຊີບ ພາກັນຕໍ່ສູ້ເພື່ອຄວາມຢູ່ລອດ ແຕ່ຫຼາຍຄົນກໍມອງເຫັນຊ່ອງທາງ ແລະໂອກາດຈາກການຄ້າຂາຍ ໂດຍສະເພາະແມ່ນຂອງກິນ ທີ່ຜູ້ຄົນພາກັນກິນ ຢູ່ໃນແຕ່ລະວັນ. ທິບສຸດາ ມີລາຍງານກ່ຽວກັບຜູ້ປະກອບກາ ຮ້ານຂາຍເຄື່ອງຍ່ອຍ ໃນນະ ຄອນຫຼວງວຽງຈັນ ມາສະເໜີທ່ານ.

ສະພາບການໃນທຸກມື້ນີ້ ບໍ່ພຽງແຕ່ໃຜຜູ້ນຶ່ງເທົ່ານັ້ນທີ່ໄດ້ຮັບຜົນກະທົບ, ທຸກໆຄົນແມ່ນໄດ້ຮັບຜົນກະທົບດັ່ງກ່າວນີ້ໂດຍກົງຄືກັນ, ແຕ່ການຕໍ່ສູ້ເພື່ອຄວາມຢູ່ລອດ ຄືເປົ້າໝາຍທີ່ພວກເຂົາເຈົ້າກໍາລັງມອງຫາຊ່ອງທາງຢູ່. ເອື້ອຍແກ້ວ ກໍເປັນຜູ້ນຶ່ງທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນມາຫຼາຍກວ່າ 20 ປີແລ້ວ, ເພິ່ນປະກອບອາຊີບຂາຍເຄື່ອງຍ່ອຍ ດ້ວຍການລົງທຶນຂັ້ນຕໍ່າໃນແຕ່ລະມື້ປະມານ 1.5 ລ້ານກີບ ໂດຍເພິ່ນຈະຊື້ຜັກຢູ່ຕະຫຼາດສົດໃນແຕ່ລະເຊົ້າ ແລ້ວເອົາມາຈັດ ແລະແບ່ງຂາຍ ເຊິ່ງກໍຂາຍໝົດໃນທຸກໆແລງຂອງແຕ່ລະມື້, ເຊິ່ງເພິ່ນກ່າວວ່າ ຕ້ອງມີເທັກນິກ ແລະວິທີເຮັດໃຫ້ລູກຄ້າກັບມາຊື້ອີກ:

“ເຮົາເວົ້ານໍາລູກຄ້າ ນຶ່ງມາເຮົາເວົ້ານໍາລູກຄ້າ, ສອງມາເຮົາກະຕື່ມເຂົາຫັ້ນເດະ ເອື້ອຍລະເປັນຄົນມັກຕື່ມ ຄົນກະເຮົາຮູ້ຈັກ ຂາປະຈໍາຫຍັງເຮົາ ຄົນກະມາຊື້ນໍາເຮົາຕະຫຼອດເພາະວ່າໃຈໃຫຍ່ຈັງຊີ້ຊະ, ສົມມຸດວ່າໝາກເຜັດໂລລະແສນ ໝູ່ວ່າຕື່ມແນ່ສອງສາມໜ່ວຍ ເຮົາກະໄດ້ຕື່ມຈັງຊີ້ໜາ ເຖິງບໍ່ໄດ້ເຮົາກໍຕ້ອງໄດ້ໃຫ້ເພື່ອບໍ່ໃຫ້ເສຍນໍ້າໃຈຫັ້ນໜາ, ເຮືອນຫັ້ນມີສອງຫ້ອງ ບາດນີ້ຫ້ອງນຶ່ງຫັ້ນແບ່ງເປັນຂາຍເຄື່ອງແຫ່ງ ກັບເຄື່ອງຍ່ອຍ ກັບຜັກ, ບາດຫ້ອງນຶ່ງຂາຍເປັນປະເພດອາ ຫານ.”

ນອກຈາກຮ້ານຂາຍຜັກຍ່ອຍທີ່ເພິ່ນຂາຍແບບນີ້ມາຫຼາຍກວ່າ 20 ປີແລ້ວ, ເພິ່ນຍັງໄດ້ເພີ້ມເຄື່ອງຂາຍເຂົ້າມາຕື່ມເຊັ່ນ ປະເພດອາຫານແຫ້ງ ແລະປະເພດອາຫານປີ້ງຈີ່ ເຊັ່ນ: ປີ້ງເປັດ, ປີ້ງຫູໝູ, ເຊິ່ງແຕ່ລະຢ່າງ ເພິ່ນຈະຈັດຂາຍເປັນຊຸດ ຕົວຢ່າງປີ້ງໝູນຶ່ງຊຸດ ປະກອບມີຜັກ ນໍ້າຈີ້ມ ແລະເຂົ້າປຸ້ນ ຂາຍໃນລາຄາ 45 ພັນ, ສ່ວນປີ້ງເປັດນຶ່ງຊຸດ ປະກອບມີຜັກ ແລະນໍ້າຈີ້ມລວມເຂົ້ານໍາ ລາຄາ 25 ພັນ, ເພິ່ນກ່າວວ່າ ເຄື່ອງທີ່ຂາຍດີກວ່າໝູ່ໃນໄລຍະນີ້ກໍມີຜັກ ແລະປະເພດປີ້ງຈີ່. ແນວໃດກໍຕາມ ເມື່ອສົມທຽບໃສ່ແຕ່ກ່ອນກໍຖືວ່າໜ້ອຍຫຼາຍ ເພາະຂາຍໄດ້ບໍ່ຮອດແນວລະສິບໂລ, ແຕ່ກໍຍັງດີກວ່າບໍ່ໄດ້ຂາຍເລີຍ.

ເພິ່ນຍັງກ່າວຕື່ມວ່າ ການຄ້າຂາຍຂອງເພິ່ນໃນທຸກມື້ນີ້ ແມ່ນຫຼຸດລົງຫຼາຍ ເນື່ອງຈາກບັນຫາທາງເສດຖະກິດ ໂດຍສະເພາະແມ່ນບັນຫາເລື້ອງເງິນເຟີ້, ແຕ່ກໍຍັງໂຊກດີ ອາຊີບທີ່ເພິ່ນປະກອບຢູ່ເປັນການຄ້າຂາຍຂອງກິນ ເຊິ່ງຄົນກໍກິນໃນແຕ່ລະມື້, ແລະເຄື່ອງຂອງທີ່ຂາຍ ກໍຂາຍໄປຕາມລາຄາທົ່ວໄປ ໃນເມື່ອຕົ້ນທຶນເພີ້ມສູງຂຶ້ນ ເຄື່ອງຂອງທີ່ຂາຍກໍສູງຂຶ້ນນໍາ, ເພິ່ນກ່າວໃຫ້ຟັງວ່າ:

“ດຽວນີ້ມັນຫາເງິນຍາກໃດ ບໍ່ຄືແຕ່ກີ້ ຫາເງິນບໍ່ຄືເກົ່າວ່າຊັ້ນສາ, ຄົນອຶດຢາກລົງຫັ້ນນະ ເງິນເຟີ້ຫຼາຍ, ກະພໍໄດ້ ແຕ່ວ່າຊິໃຫ້ຮັ່ງໃຫ້ມີຄືແຕ່ກີ້ຫັ້ນ ມັນບໍ່ມີແລ້ວ ພໍແຕ່ໄດ້ກິນວ່າຊີ້ຊະ, ເປັນນໍາເສດຖະກິດມັນເນາະ, ບາດນີ້ເງິນເຟີ້ຄືສົມມຸດວ່າ ລາບຊຸດນຶ່ງ ປີ້ງແບ້ຊຸດນຶ່ງກະ 50 ພັນເນາະ ຄົນຊິມີເງິນມາກິນເຮົາບໍ ເຈົ້າວ່າແມ່ນເບາະ, ເງິນເດືອນເຂົາເຈົ້າກະໄດ້ແຕ່ລ້ານປາຍໜ້ອຍໆຈັງຊີ້ນະ ບໍ່ຄືແຕ່ກີ້ໃດ ລາບຊຸດນຶ່ງ 25 ພັນຕໍ່ເງິນເດືອນຄົນລ້ານປາຍ ກະພໍຢູ່ພໍກິນແມ່ນບໍ ໃຊ້ຈ່າຍຊໍາບາຍ, ດຽວນີ້ 3 ລ້ານ 4 ລ້ານ ກະເອົາບໍ່ຢູ່ ເພາະເສດຖະກິດເປັນຈັງຊີ້ເດ ເງິນເຟີ້ ຄົນຫາເງິນຍາກ. ເງິນເດືອນເດບໍຂຶ້ນ ບາດຄ່າຄອງຊີບວ່າຊັ້ນ ແລ່ນຂຶ້ນທຸກມື້. ແຕ່ກີ້ເງິນບໍ່ເຟີ້ ຄືພວກເຮົາລົງທຶນໄປ 5 ແສນ ເຄື່ອງກະເຕັມຮ້ານພຸ້ນແລ ຂອງແນວລະ 1,000, 2,000 ແຕ່ກີ້ຫັ້ນເນາະ, ມັນຂາຍເຮົາກະຊິໄດ້ທົບເຄິ່ງພຸ້ນແລ.”

ສະຫຼຸບແລ້ວ, ເຖິງແມ່ນສະພາບການເສດຖະກິດພາຍໃນປະເທດຈະມີການເໜັງຕີງ ແລະດ້ວຍສະພາບຂອງເງິນທີ່ອ່ອນຄ່າລົງຢ່າງຮຸນແຮງ, ການຄ້າຂາຍດັ່ງທີ່ເອື້ອຍແກ້ວປະກອບຢູ່ນີ້ ກໍຖືວ່າຍັງບໍ່ມີຄວາມສ່ຽງຫຼາຍ ເນື່ອງຈາກເປັນການຂາຍອາຫານ ເຊິ່ງຄົນຍັງມາຫາຊື້ເພື່ອບໍລິໂພກ, ແຕ່ຖ້າຂ້າຍບໍ່ໝົດ ທາງຄອບ ຄົວຂອງເພິ່ນກໍຍັງສາມາດເອົາໄປປຸງແຕ່ງອາຫານພາຍໃນຄົວເຮືອນໄດ້. ດັ່ງນັ້ນ ຖ້າຜູ້ໃດຫາກມອງຫາການລົງທຶນ ໂດຍບໍ່ຕ້ອງໃຊ້ຕົ້ນທຶນສູງຫຼາຍ ກໍຍັງສາມາດ ນໍາໃຊ້ວິທີ ດັ່ງຜູ້ປະກອບການທ່ານດັ່ງກ່າວນີ້ ໄດ້ເຊັ່ນກັນ.

XS
SM
MD
LG