ຜົນສະຫຼຸບບາງສ່ວນ ກ່ອນໜ້ານີ້ ຈາກການສຶກສາການດັດແກ້ກຳມະພັນໃນຈຳພວກ
ຄົນເຈັບ ທີ່ນຳອອກເຜີຍແຜ່ ໃນຕົ້ນສັບປະດານີ້ ໄດ້ໃຫ້ຮ່ອງຮອຍໃນທາງດີວ່າ ການ
ປິ່ນປົວຈະປອດໄພ ແລະຫວັງວ່າຈະມີຜົນດີ, ແຕ່ວ່າ ມັນເປັນການໄວເກີນໄປ ທີ່ຈະຮູ້
ໄດ້ວ່າໃນທີ່ສຸດ ມັນກໍຈະປະສົບຄວາມສຳເລັດ. ວັນນະສອນ ມີລາຍລະອຽດຈາກ
ເຟັທ໌ ລາປີດັຊ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຜູ້ປ່ວຍ ທ້າວໄບຣເອັນ ມາໂດສ໌ (Brian Madeux) ໄວ 45 ປີ ເປັນໂຣກ Hunter
Syndrome ຊຶ່ງແມ່ນໂຣກທີ່ບໍ່ສາມາດເຮັດຫຍັງໄດ້ ຍ້ອນສາເຫດທີ່ຂາດກຳມະພັນ
ຊະນິດນຶ່ງ ທີ່ເຮັດໃຫ້ທາດເອັນຊາມ ທີ່ຈຳເປັນສຳລັບສ່ວນປະສົມຂອງນໍ້າຕານ. ພວກນ້ຳຕານຈະສາມາດກໍ່ຕົວຂຶ້ນຢູ່ຕາມຮ່າງກາຍ ເຊັ່ນດຽວກັນກັບຂອງເສຍທີ່ເປັນ
ພິດນັ້ນ.
ສິ່ງດັ່ງກ່າວ ບໍ່ມີຫຽັງຈະຮັກສາໄດ້, ແຕ່ວ່າ ໃນເດືອນພະຈິກ ປີກາຍນີ້ ທ້າວມາໂດສ໌ ໄດ້ກາຍເປັນຜູ້ທຳອິດ ທີ່ໄດ້ເຂົ້າຮ່ວມໃນການສຶກສາການດັດແກ້ກຳມະພັນ ທີ່ພະຍາ
ຍາມ ຈະປ່ຽນແປງ DNA ຂອງລາວ ທັງຈະປິ່ນປົວລາວໃຫ້ຫາຍດີໄປຕະຫຼອດ.
ທ້າວໄບຣເອັນ ມາໂດສ໌ (Brian Madeax) ກ່າວວ່າ “ຕອນທີ່ພວກເຂົາເຈົ້າທຳການ
ຮັກສານັ້ນ, ຂ້ອຍເກີດມີຄວາມກະວົນກະວາຍຫຼາຍ ທັງຢ້ານກໍປານນັ້ນ.”
ຜ່ານການໃສ່ນ້ຳທະເລ ທ້າວມາໂດສ໌ ໄດ້ຮັບການດັດແປງເຊື້ອກຳມະພັນແລະເຄືອງມື
ແກ້ໄຂກຳມະພັນ ເພື່ອໃຫ້ມັນໄປຢູ່ຖືກຈຸດ ຢູ່ໃນ DNA ຂອງລາວ.
ການດັດແກ້ກຳມະພັນ ແມ່ນກຳມະວິທີ ທີ່ບຳບັດກຳມະພັນທີ່ຖືກຕ້ອງ ກຳຈັດອັນທີ່ບໍ່ດີ
ອອກໄປ ຫຼືບໍ່ ກໍຈັດເອົາອັນດີທີ່ຂາດຫາຍໄປນັ້ນໃສ່ແທນ -- ພວກທ່ານໝໍ ຫວັງວ່າ
ກຳມະວິທີໃໝ່ນີ້ ຈະສາມາດນຳທາງໄປສູ່ພະຍາດຫຼາຍຢ່າງທີ່ຈົນເທົ່າເຖິງປັດຈຸບັນນີ້
ຍັງບໍ່ສາມາດມີການຮັກສາ ໄດ້ຢ່າງມີປະສິດທິຜົນເທື່ອນັ້ນ.
ຜູ້ນຳການສຶກສາທີ່ວ່ານີ້ ຄື ດຣ. ໂຈເຊຟ ມູເອັນເຊີຣ໌ ກ່າວວ່າ ຈຸດປະສົງສຳຄັນຂອງ
ການສຶກສາເພື່ອການປິ່ນປົວແຕ່ຫົວທີ ແມ່ນການທົດສອບເພື່ອຄວາມປອດໄພແຕ່ວ່າ
ພວກນັກຄົ້ນຄ້ວາທັງຫຼາຍກໍແມ່ນຍັງພາກັນຊອກຊ່ອງທາງນຳວ່າການບຳບັດນີ້ ຈະໄດ້
ຜົນບໍ່.
ດຣ. ໂຈເຊຟ ມູເອັນເຊີຣ໌ ຈາກມາຫາວິທະຍາໄລຄາໂຣໄລນາເໜືອ ຈາກສະຖາບັນ
Chapel Hill ກ່າວວ່າ “ມັນຍັງໄວເກີນໄປ ໃນການທົດລອງຢູ່ຄລນິກ ທີ່ຈະຮູ້ໄດ້ວ່າ
ມັນໄດ້ຮັບຜົນ ແຕ່ວ່າໃນເວລາດຽວກັນນັ້ນ ຂ້ຳພະເຈົ້າ ກໍແມ່ນມີກຳລັງໃຈ ຍ້ອນສິ່ງ
ທີ່ໄດ້ເຫັນມາຈົນເທົ່າເຖິງປັດຈຸບັນນີ້.”
ທ້າວມາໂດສ໌ ກັບຜູ້ປ່ວຍອີກຄົນນຶ່ງ ທີ່ໄດ້ຮັບຢາທີ່ມີຄວາມແຮງຕ່ຳ ຫຼື low dose
ແລະບໍ່ເຫັນວ່າມີການປ່ຽນແປງໃດໆໃນລະດັບນ້ຳຕານທີ່ເປັນອັນຕະລາຍ, ແຕ່ວ່າ
ລະດັບນ້ຳຕານແມ່ນຫຼຸດຕ່ຳລົງ ຫຼາຍເຖິງ 51 ເປີເຊັນ ໃນພວກຜູ້ປ່ວຍອີກສອງຄົນ
ພວກຜູ້ປ່ວຍທີ່ໄດ້ຮັບຢາລະດັບປານກາງ ໃນຮອບ 4 ເດືອນ.
ດຣ. ມູເອັນເຊີຣ໌ ກ່າວເພີ້ມຕື່ມວ່າ “ມັນສະແດງໃຫ້ເຫັນວ່າ ມີຄວາມເປັນໄປໄດ້
ທີ່ວ່າ ມັນຈະເຮັດເອັນຊາມອອກມາ ແຕ່ຈະຂຶ້ນຢູ່ກັບເວລາ, ຖ້າພວກເຮົາເຫັນວ່າ
ມັນຫຼຸດລົງແທ້ ມັນກໍຈະມີຄວາມໝາຍຫຼາຍຂຶ້ນ.”
ທ້າວມາເດີສ໌ ກ່າວວ່າ “ຂ້ອຍຫວັງວ່າ ການບຳບັດທາງດ້ານກຳມະພັນນີ້ ຈະບັນເທົາ
ອາການຂອງໂຣກຮັນເຕີ ຊິນດຣົມ ທີ່ຂ້ອຍເປັນ ທັງຈະຊ່ອຍພວກໜຸ່ມນ້ອຍໄດ້ນຳ.”
ໃນຂະນະທີ່ ການສຶກສາຄົ້ນຄ້ວານີ້ ສືບຕໍ່ໄປ ທີ່ກ່ຽວຂ້ອງໃນຮູບແບບອື່ນໆນຳ, ພວກນັກ
ຄົ້ນຄ້ວາ ກໍກ່າວວ່າ ພວກເຂົາເຈົ້າຫວັງວ່າ ຈະມີຄວາມເຂົ້າໃຈເຖິງຜົນສຳເລັດ ຂອງການ
ບຳບັດດັ່ງກ່າວ ໃນຮອບ 6 ເດືອນຂ້າງໜ້າ.