ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຮ່າ​ຝົນດາວ​ຫາງ ​ເຈມເ​ມີ​ໄນດ໌ ​ຈະປາກົດ ໃຫ້ເຫັນ ໃນຄ່ຳ​​ຄືນ​ວັນ ​ພະ​ຫັດ ​ສຸກ ແລະ ອາທິດ ນີ້


​ຮ່າ​ຝົນດາວ​ຫາງເຈີມີ​ໄນ ທີ່​ວາງ​ສະ​ແດງໃຫ້​ເຫັນ​ຢ່າ​ງົດ​ງາມຢູ່​ທ້ອງ​ຟ້າ ໃນ​ເຂດພູ​ເຂົາ​ໄຟ​ເມັກ​ຊິ​ໂກ ໃນວັນທີ 13 ທັນ​ວາ 2014
​ຮ່າ​ຝົນດາວ​ຫາງເຈີມີ​ໄນ ທີ່​ວາງ​ສະ​ແດງໃຫ້​ເຫັນ​ຢ່າ​ງົດ​ງາມຢູ່​ທ້ອງ​ຟ້າ ໃນ​ເຂດພູ​ເຂົາ​ໄຟ​ເມັກ​ຊິ​ໂກ ໃນວັນທີ 13 ທັນ​ວາ 2014

ເກືອບ​ທຸກໆປີ, ເດືອນ​ທັນ​ວາ​ໄດ້ນຳ​ມາ ແຫ່ງ​ແສງສະ​ຫວ່າງ​ສະ​ໄຫວ ງົດ​ງາມ​ ທີ່ສະ​ແດງ
​ໃຫ້​ເຫັນຢູ່​ເທິງທ້ອງ​ຟ້າ ຊຶ່ງ​ເປັນ​ທີ່ຮູ້​ກັນ​ດີ​ໃນ​ກຸ່ມ​ທີ່​ມີ​ຄວາມ​ຄິດ​ກະ​ຕື​ລື​ລົ້ນ​ດ້ານ​ດາ​ຣາ​
ສາດນັ້ນວ່າ​ເປັນ​ຮ່າ​ຝົນ​ດາວ​ຫາງທີ່​ຊື່​ວ່າ​ເຈມເມີໄ​ນດ໌.

ປີ​ນີ້​ການ​ສະ​ແດງ​ອະ​ພິ​ນິ​ຫານ​ທີ່ຈະ​ເກີດ​ຂື້ນ​ໃນ​ຕອນ​ຂ້າມ​ຄືນຂອງ​ວັນ​ພະ​ຫັດຫາ​ວັນ​ສຸກ,
ມື້ນີ້ ຈະຕິດ​ຕາ​ມ​ໄປ​ດ້ວຍ​ການ​ປິດການ​ສະ​ແດງດ້ວຍ​ການ​ປາ​ກົດ​ໃຫ້​ເຫັນ​ເປັນ​ພິດ​ເສດ
ໃນ​ວັນ​ອາ​ທິດນີ້ ໂດຍ​ການມາຢ້ຽມເ​ຢືອນຂອງ​ດາວ 46P/Wirtanen ທີ່​ເປັນ​ດາວ​ຫາງ
ທີ່​ແຈ້ງ​ທີ່​ສຸດ​ປະ​ຈຳ​ປີ.

ດາວຫາງ​ນີ້ຈະສາ​ມາດ​ເຫັນ​ດ້ວ​ຍ​ຕາ​ເປົ່າ​ເມື່ອ​ມັນ​ບິນ​ຜ່ານ​ໂລກໄປໃນ​ວັນ​ວັນ​ອາ​ທິດ
​ຈະ​ມາ​ເຖິງນີ້. ອີງ​ຕາມນິ​ຕິຍ​ະ​ສານ​ທ້ອງ​ຟ້າ ແລະ​ກ້ອງ​ສ່ອງຈຸນ​ລະ​ທັດ ດາວນີ້ມັນ​ຍັງ
​ຈະ​ຮວມ​ຢູ່​ໃນ​ດາວ​ຫາງ​ 10 ດວງ ​ທີ່​ເຂົ້າ​ມາໃກ້​ກັບ​ໜ່ວຍໂລກ​ ນັບ​ແຕ່​ປີ 1950 ແລະ​
ເປັນ​ດາວ​ຫາງ​ດວງທີ 20 ທີ່​ເຂົ້າ​ໃກ້ໂລກ​ທີ່ສຸດ ນັບ​ແຕ່ສັດ​ຕະ​ວັດ​ທີເກົ້າເປັນ​ຕົ້ນ​ມາ.

ດາວ​ຫາງ​ໄດ້ພົບ​ເຫັນ​ເທື່ອ​ທຳ​ອິດ​ໃນ​ປີ 1948 ໂດຍ​ນັກ​ດາ​ຣາ​ສາດ ຄາ​ຣ​ລ ເວີ​ຣ​ຕາ​ນັນ
ຈາກ​ລັດ​ວິ​ສ​ຄອນ​ຊິ​ນ.

ໃນ​ຂະ​ນະ​ທີ່​ຮ່າ​ຝົນ​ຂອງ​ດາວ​ຕົກ​ໃນ​ເດືອນ​ສິ​ງ​ຫ​າຊຶ່ງເປັນ​ທີ່​ຮູ້​ກັນ​ດີ​ຫຼາຍກວ່າ ພວກ​
ນັກ​ດາຣາ​ສາດ​ກ່າວ​ວ່າ ດາວເຈມ​ເ​ມີ​ໄນ​ດ໌ ໄດ້​ສະ​ແດງ​ໃຫ້​ເຫັນໄດ້ດີກວ່າ​ໂດຍ​ການ
​ສະ​ແດງ​ທີ່​ປ່ອຍ​ດາວພູ້ງ​ອອກ​ມາ​ທີ່​ດີ​ທີ່​ສຸດ.

ດາວ​ຫາງ​ເຈມ​ເມີ​ໄນດ໌ ຈະ​ເບິ່ງ​ເຫັນ​ໄດ້​ຢູ່​ທັງ​ສອງຊີກ​ໂລກ​ເໜືອ ແລະ​ຊິກ​ໂລກ​ໃຕ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG