ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຫລຸດ​ຜ່ອນ​ຄວາມ​ຍາກ​ຈົນ ຢູ່ແຂວງ​ສະ​ຫວັນ​ນະ​ເຂດ ບໍ່​ໄດ້ບັນ​ລຸ ​ເປົ້າ​ໝາຍ


​ໂຮງ​ງານ​ປະ​ກອບ​ລົດ​ຂະ​ໜາດ​ນ້ອຍ ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ-ເຊ​ໂນ
​ໂຮງ​ງານ​ປະ​ກອບ​ລົດ​ຂະ​ໜາດ​ນ້ອຍ ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ-ເຊ​ໂນ

ການເຕີບໂຕທາງເສດຖະກິດ ແລະການຫລຸດຜ່ອນບັນຫາຄວາມຍາກຈົນຂອງປະຊາ
ຊົນ ລາວໃນແຂວງສະຫວັນນະເຂດ ຍັງຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການ ແລະ
ເປົ້າໝາຍ ທີ່ວາງໄວ້ໃນປີ 2018.

ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງ ແລະເລຂາພັກແຂວງສະຫວັນນະເຂດຖະ​ແຫຼງ
ຍອມ​ຮັບ​ວ່າ ການ​ເຕີບ​ໂຕ​ທາງເສດ​ຖະ​ກິດ ແລະ​ການ​ຫລຸດ​ຜ່ອນ​ບັນ​ຫາ​ຄວາມ​ຍາກ​ຈົນ​
ປະ​ຊາ​ຊົນ​ລາວ​ໃນ​ແຂວງ​ສະ​ຫວັນ​ນະ​ເຂດໃນປີ 2018 ຈັດຕັ້ງປະຕິດບັດໄດ້ຕໍ່າກວ່າ
ແຜນການ ແລະ ເປົ້າໝາຍທີ່ວາງໄວ້ ຄືເສດຖະກິດຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະ
ເລ່ຍ 9.82 ເປີເຊັນ ໃນຂະນະທີ່ແຜນການໄດ້ວາງໄວ້ ທີ່ອັດຕາສະເລ່ຍບໍ່ຫລຸດ 10.7
ເປີເຊັນ ທຽບໃສ່ປີ 2017 ໂດຍມີສາເຫດມາຈາກສະພາບ​ບັນ​ຫາທັງພາຍໃນ ແລະພາຍ
ນອກປະເທດ ດັ່ງທີ່ທ່ານສັນຕິພາບ ຢືນຢັນວ່າ

ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ, ​ເຈົ້າ​ແຂວງ ແລະ​ເລ​ຂາ​ພັກ ແຂວງ​ສະ​ຫວັນ​ນະ​ເຂດ
ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ, ​ເຈົ້າ​ແຂວງ ແລະ​ເລ​ຂາ​ພັກ ແຂວງ​ສະ​ຫວັນ​ນະ​ເຂດ

“ຜົນກະທົບຈາກສະພາບການພາຍນອກ ແລະພາຍໃນໄດ້ສົ່ງຜົນໃຫ້ອັດຕາການ ຂະຫຍາຍໂຕຂອງເສດຖະກິດຂອງແຂວງ ປະຕິບັດໄດ້ພຽງແຕ່ 9.82 ເປີເຊັນ ຖືວ່າ
ຫລຸດແຜນການ 0.88 ເປີເຊັນ ມູນຄ່າ
ຜະລິດພາຍໃນ 17,189 ຕື້ກີບ ລາຍຮັບ
ສະເລ່ຍໃສ່ຫົວຄົນໄດ້ທີ່ 2,023 ໂດລາ ຕໍ່ຄົນຕໍ່ປີ ໃນນັ້ນຂະແໜງສຶກສາຂະຫຍາຍ
ໂຕ 4.51 ເປີເຊັນ ກວາມເອົາ 29.21 ເປີ
ເຊັນ ດ້ານອຸດສາຫະກໍາ ຂະຫຍາຍໂຕ 12.50 ເປີເຊັນ ກວາມເອົາ 36.19 ເປີເຊັນ ແລະດ້ານບໍລິການຂະຫຍາຍໂຕ 10.18 ເປີເຊັນ ກວມເອົາ 34.60 ເປີເຊັນ.”

ສ່ວນກ່ຽວກັບການແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນໃນແຂວງສະວັນນະ
ເຂດນັ້ນ ທ່ານສັນຕິພາບ ຢືນຢັນວ່າໃນປີ 2018 ສາມາດລົບລ້າງບັນຫາ​ຄວາມຍາກ
ຈົນໄດ້ 952ຄອບຄົວ ແລະປະກາດໃຫ້ 9 ບ້ານຫລຸດພົ້ນຈາກບັນຫາຍາກຈົນ​ຈຶ່ງຍັງ
ເຫຼືອ 7,018 ຄອບຄົວ ແລະ 98 ບ້ານທີ່ຈະຕ້ອງດຳເນີນການມນທຸກວິທີທາງ ເພື່ອ
ເຮັດໃຫ້ຫລຸດພົ້ນຈາກບັນຫາ ຍາກຈົນໃຫ້ໄດ້ໃນປີ 2020.

ທາງດ້ານເຈົ້າໜ້າທີ່ທະນາຄານໂລກປະຈຳລາວ ເປີດເຜີຍວ່າ ກອງທຶນລົບລ້າງຄວາມ
ທຸກ ຍາກໃນລາວ ໄດ້ຮັບການສະໜັບສະໜຸນງົບປະມານ​ຄຶດເປັນມູນຄ່າລວມ 54
ລ້ານໂດລາ ສຳລັບນຳໃຊ້ໃນການຈັດຕັ້ງປະຕິບັດວຽກການພັດທະນາພື້ນຖານໃນ
ໂຄງຫລ່າງ ເພື່ອແກ້
ໄຂບັນຫາຄວາມຍາກຈົນຂອງປະຊາຊົນໃນເຂດຊົນນະບົດໃນຊ່ວງປີ 2017-2019
ໃນນີ້ ລັດຖະບານລາວໄດ້ປະກອບສ່ວນພຽງ 6 ລ້ານໂດລາ.ສ່ວນທີ່ເຫຼືອກໍກູ້ຢືມຈາກ
ທະນາຄານ ໂລກ 30 ລ້ານໂດລາ ແລະລັດຖະບານສະວິດເຊີແລນ ຊ່ວຍເຫຼືອ 18
ລ້ານໂດລາ.

ພາຍໃຕ້ສະະພາບການທີ່ມີງົບປະມານຢ່າງຈຳກັດດັ່ງກ່າວຍັງເຮັດໃຫ້ການຈັດຕັ້ງປະ
ຕິບັດວຽກງານຕ່າງໆ ຂອງກອງທຶນຫລຸດຜ່ອນຄວາມທຸກມຍາກໃນລາວ ສາມາດຳເນີນ
ການໄດ້ ຢ່າງຈຳກັດອີກດ້ວຍ ໂດຍຈະເຫັນໄດ້ຈາກການທີ່ລັດຖະບານລາວສາມາດ
ແກ້ໄຂບັນຫາຍາກ ຈົນຂອງປະຊາຊົນໄດ້ຈຳນວນ 12,011 ຄອບຄົວ, ລົບລ້າງຄວາມ
ຍາກຈົນໄດ້ຢ່າງສິ້ນເຊີງໃນ 200 ບ້ານ ແລະສ້າງຕັ້ງ ບ້ານພັດທະນາ ໄດ້ເພີ້ມຂຶ້ນ 561
ບ້ານ ຊຶ່ງເຮັດໃຫ້ໃນທົ່ວປະເທດ ມີບ້ານພັດທະນາແລ້ວ 4,138 ບ້ານ ແລະ ມີບ້ານໃຫຍ່
ທີ່ກາຍເປັນຕົວເມືອງຂະ​ໜາດນ້ອຍ ໃນຊົນນະບົດເພີ້ມຂຶ້ນຈາກ 45 ເປັນ 56 ເມືອງ.

ແຕ່ຢ່າງໃດກໍຕາມ ຍັງມີຄອບຄົວທີ່ຍາກຈົນເຫຼືອຢູ່ເຖິງ 64,593 ຄອບຄົວ, ບ້ານທຸກ
ຍາກອີກ 1,536 ບ້ານ ທີ່ລັດຖະບານລາວຈະຕ້ອງດຳເນີນມາດຕະການ ເພື່ອລົບລ້າງ
ບັນຫາຍາກຈົນ ໃຫ້ໄດ້ຢ່າງສິ້ນເຊີງຕາມເປົ້າໝາຍທີ່ວາງໄວ້ ໃນປີ 2020. ຫາກແຕ່ໃນ
ໄລຍະຜ່ານມາ ລັດຖະບານລາວ ກັບຍັງສາມາດແກ້ໄຂບັນຫາຍາກຈົນຂອງປະຊາຊົນ
ໄດ້ຕໍ່າກວ່າເປົ້າໝາຍ ຄືສາ ມາດລົບລ້າງ ຄວາມຍາກຈົນໄດ້ບໍ່ເຖິງ 2 ເປີເຊັນໃນທົ່ວ
ປະເທດ.

ສ່ວນອັດຕາການເຂົ້າເຖິງຫລັກປະກັນໃນດ້ານສຸຂະພາບຂອງປະຊາຊົນ ກໍສາມາດ
ຈັດຕັ້ງ ປະຕິບັດໄດ້ພຽງແຕ່ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ເຖິງ
51 ເປີເຊັນຂອງຈຳນວນປະຊາກອນ​ລາວທັງປະເທດ.

ສ່ວນສະພາບເສດຖະກິດ ແລະສັງຄົມແຫ່ງສະຫະປະຊາຊາດ ຄາດໝາຍໄວ້ວ່າ ລາວ
ຈະຫລຸດ ພົ້ນຈາກສະພາບດ້ອຍພັດທະນາໃນປີ 2024 ເພາະລັດຖະບານລາວປະຕິ
ບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ ຄືຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ຕ້ອງບໍ່
ຫລຸດ 1,242ໂດ​ລາ ຕໍ່ຄົນ ຊຶ່ງ ລັດຖະບານລາວ ປະຕິບັດໄດ້ທີ່ລະດັບ 1,996 ໂດລາ
ຕໍ່ຄົນໃນປີ 2015. ສ່ວນດັດຊະນີ (HAI) ຕ້ອງເຖິງອັດຕາສະເລ່ຍ 66 ເປີເຊັນ ໂດຍ
ລັດຖະບານລາວປະຕິບັດໄດ້ທີ່ລະດັບ 72.8 ເປີເຊັນ ໃນປີ 2015 ຈຶ່ງຍັງເຫຼືອພຽງແຕ່
ດັດຊະນີຄວາມອ່ອນໄຫວ ທາງເສດຖະກິດ (EVI) ທີ່ຕ້ອງຕໍ່າກວ່າ 32 ເປີເຊັນ ແຕ່
ລັດຖະບານລາວ ຍັງຈັດຕັ້ງໄດ້​ທີ່ລະດັບ 33.7 ເປີເຊັນ.

XS
SM
MD
LG