ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ນຳ​ກຸ່ມ G-7 ພາ​ກັນ​ຮຽກ​ຮ້ອງ ​ໃຫ້​ສາ​​​ມັກ​ຄີ​ກັນ ຕ້ານ​ການ​ບຸກ​ລຸກ​ຢູ​ເຄ​ຣນ ​ໂດຍ​ທ່ານ​ປູ​ຕິນ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ກ່າວ​ຄຳ​ປາ​ໄສ​ໂດຍ​ມີທ່ານ Fumio Kishida, ນາ​ຍົກ​ຂອງ​ຍີ່​ປຸ່ນ ແລະທ່ານ Justin Trudeau, ນາ​ຍົກ​ກາ​ນາ​ດາ ໃນມື້​ທີ 1 ຂອງກອງ​ປະ​ຊຸມສຸດຍອດ​ຂອງ​ຜູ້​ນຳ​ກຸ່ມ G7 ໃນ​ປາສາດ Schloss Elmau ຂອງ​ເມືອງ Bavaria, ປະ​ເທດ​ເຢຍ​ຣະ​ມັນ, ວັນ​ທີ 26 ມິ​ຖຸ​ນາ, 2022.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ກ່າວ​ຄຳ​ປາ​ໄສ​ໂດຍ​ມີທ່ານ Fumio Kishida, ນາ​ຍົກ​ຂອງ​ຍີ່​ປຸ່ນ ແລະທ່ານ Justin Trudeau, ນາ​ຍົກ​ກາ​ນາ​ດາ ໃນມື້​ທີ 1 ຂອງກອງ​ປະ​ຊຸມສຸດຍອດ​ຂອງ​ຜູ້​ນຳ​ກຸ່ມ G7 ໃນ​ປາສາດ Schloss Elmau ຂອງ​ເມືອງ Bavaria, ປະ​ເທດ​ເຢຍ​ຣະ​ມັນ, ວັນ​ທີ 26 ມິ​ຖຸ​ນາ, 2022.

ຜູ້ນຳຂອງກຸ່ມເສດຖະກິດ 7 ປະເທດ ຫລື G-7 ໄດ້ພົບປະກັນທີ່ເມືອງບາ​ແວ​ຣຽນ ອາລ​ບ​ສ໌ (Bavarian Alps) ຂອງເຢຍຣະມັນ ໃນວັນອາທິດວານນີ້, ເພື່ອສະແດງໃຫ້ເຫັນວ່າ ພວກເຂົາເຈົ້າມີຄວາມສາມັກຄີກັນ ຕ້ານການບຸກ​ລຸກຂອງປະທານາທິບໍດີຣັດເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນໃນຢູເຄຣນ ໃນຂະນະທີ່ປຶກສາຫາລືກັນ ກ່ຽວກັບວິທີຫຼຸດຜ່ອນຜົນກະທົບຂອງສົງຄາມ ຕໍ່ການເພີ່ມຂຶ້ນຂອງລາຄາອາຫານ ແລະພະລັງງານຂອງໂລກ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບ​ເດັນ ແລະນາຍົກລັດຖະມົນຕີເຢຍຣະ ມັນ ທ່ານໂອ​ລາ​ຟ ໂ​ຊ​ລ​ຊ໌ (Olaf Scholz) ໄດ້ພົບປະກັນກ່ອນກອງ​ປະ​ຊຸມ ຢ່າງເປັນທາງການຈັດ​ຂຶ້ນ ເຊິ່ງລວມມີບັນດາຜູ້ນຳຂອງອັງກິດ, ຝຣັ່ງ, ການາ ດາ, ອີຕາລີ, ຍີ່ປຸ່ນ ແລະສະຫະພາບຢູ​ໂຣ​ບ.

ທ່ານໂ​ຊ​ລ​ຊ໌ (Scholz) ກ່າວວ່າ "ເຢຍຣະມັນ ແລະສະຫະລັດຈະປະຕິບັດ​ງານຮ່ວມກັນສະເຫມີ ເມື່ອມີຄໍາຖາມກ່ຽວກັບຄວາມໝັ້ນ​ຄົງຂອງຢູເຄຣນ, ແລະ ພວກເຮົາໄດ້ເຮັດໃຫ້​ເຫັນຢ່າງຈະແຈ້ງອີກເທື່ອນຶ່ງ."

ທ່ານໂ​ຊ​ລ​ຊ໌ ກ່າວ​ຕໍ່​ສະພາ​ແຫ່ງ​ຊາດ​ເຢຍຣະ​ມັນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ “ກອງ​ປະຊຸມ​ສຸດ​ຍອດ​ຕ້ອງ​ສົ່ງ​ຂໍ້​ຄວາມເພື່ອບໍ່​ພຽງ​ແຕ່​ໃຫ້​ຮູ້ວ່າ ເນ​ໂຕ້ ​ແລະ G-7 ​ມີ​ຄວາມ​ສາ​ມັກ​ຄີ​ກັນ​ແບບບໍ່​ເຄີຍ​ມີມາກ່ອນ ​ເທົ່າ​ນັ້ນ, ​ແຕ່​ຍັງ​ໃຫ້ຮູ້​ອີກວ່າ ​ບັນດາ​ປະ​ເທດປະຊາທິປະ​ໄຕ​ຂອງ​ໂລກ​ຢືນ​ຢູ່​ຮ່ວມ​ກັນ​ຕ້ານ​ລັດທິ​ຈັກກະພັດຂອງ​ປູ​ຕິນ ​ຊຶ່ງກໍ​ເປັນແບບ​ດຽວ​ກັນກັບສິ່ງ​ທີ່​ພວກ​ເຂົາ​ເຈົ້າ ເຮັດໃນ​ການຕໍ່ສູ້ກັບໄພອຶດຫິວ ແລະຄວາມທຸກຍາກ.”

​ໃນ​ການ​ສະ​ແດງ​ກຳລັງ​ໃຫ້​ເຫັນ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດນັ້ນ ຣັດ​ເຊຍ​ໄດ້​ຍິງ​ລູກ​ສອນ​ໄຟ​ຄັ້ງ​ໃໝ່ ​ໃນ​ວັນ​ອາທິດ​ວານ​ ນີ້​ໃສ່​ສອງ​ຕົວ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ຢູ​ເຄຣນ ຄື​ນະຄອນຫຼວງກີ​ຢິບ ​ແລະຄາ​ກິບ ​ແມ່ນແຕ່​ວ່າພວກ​ຜູ້ນຳ​ກຸ່ມ G-7 ​ໄດ້​ຈັດການ​ພົບ​ປະ​ເພື່ອ​ກຳນົດ​ວິທີ​ໃໝ່​ໃນ​ການເຮັດ​ໃຫ້​ມົ​ສ​ກູ​ຖືກໂດ​ດດ່ຽວກໍ​ຕາມ.

ຕໍ່ມາ, ນາຍົກລັດຖະມົນຕີອັງກິດ, ທ່ານບໍ​ຣິ​ສ ຈອນ​ສັນກ່າວຕໍ່ອົງ​ການ​ຂ່າວ CNN ກ່ຽວ​ກັບ "ການ​ຖະ​ແຫລງ​ຕໍ່​ສະ​ພາ ແລະ​ປະ​ເທດ​ຊາດ" ຂອງ​ອັງ​ກິດ ທີ່ສະແດງໃຫ້ເຫັນວ່າ ບັນດາປະເທດຕາເວັນຕົກບໍ່ສາມາດຍອມແພ້ຕໍ່ ຄວາມອິດເມື່ອຍໃນການຕໍ່ສູ້ຕ້ານກັບຣັດເຊຍແລະ "ຕ້ອງກ້າວຂຶ້ນໄປສູ່ເສລີພາບ ແລະປະຊາທິປະໄຕ."

ທ່ານໄບ​ເດັນປະກາດວ່າ ບັນດາປະເທດ G-7 ຈະຫ້າມການນຳເຂົ້າຄຳຂອງຣັດເຊຍຊຸດໃໝ່, ເຊິ່ງເປັນຄັ້ງຫລ້າ ສຸດໃນບັນ​ດາ​ມາດ​ຕະ​ການ​ລົງ​ໂທດທີ່ບັນດາປະເທດຕາເວັນຕົກ ໄດ້ວາງອອກ​ມາຕໍ່ຣັດເຊຍ ໃນຄວາມພະຍາຍາມ ທີ່​ຈະລົງໂທດປະ​ເທດ​ດັ່ງ​ກ່າວ​ຍ້ອນ​ການບຸກລຸກຢູເຄ​ຣນຂອງທ່ານປູ​ຕິນ, ຊຶ່ງ​ຕອນນີ້​ແມ່ນດຳ​ເນີນ​ມາເປັນເດືອນທີ 5 ແລ້ວ.

G-7 Summit to Address Global Threats
please wait

No media source currently available

0:00 0:03:11 0:00

ຂະນະ​ທີ່ພວກ​ເພິ່ນ​ໄປ​ເຕົ້າ​ໂຮມ​ກັນ​ໃນ​ການ​ຮັບ​ປະທານ​ອາຫານ​ທ່ຽງທີ່ເປັນ​ການ​ເຮັດ​ວຽກໄປ​ນຳ ​ແລະຖ່າຍ​ຮູບລວມ​ນັ້ນ, ທ່ານຈອນ​ສັນ ​ແລະ​ນາຍົກລັດຖະມົນ ຕີກາ​ນາ​ດາ, ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ​ ໄດ້​ເວົ້າ​ຕະຫຼົກ​ກ່ຽວ​ກັບ​ວິທີ​ທີ່​ເຂົາ​ເຈົ້າສາ​ມາດເຮັດ​ໄດ້ໃຫ້​ເບິ່ງ​ຄື​ວ່າ​ແຂງ​ແກ່ນກວ່າທ່ານ​ປູ​ຕິນ​ຜູ້​ທີ່​ຖືກ​ເຂ່ຍ​ອອກ​ຈາກສິ່ງ​ທີ່​ເມື່ອ​ກ່ອນເຄີຍ​ເປັນ G-8 ຫຼັງ ຈາກ​ທ່ານ​ໄດ້​ຍຶດ​ເອົາ​ແຫຼມໄຄ​ຣ​ເມຍຂອງ​ຢູ​ເຄຣນ​ໃນ​ປີ 2014 ນັ້ນ​ອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG