ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ປະເທດ ໃນກຸ່ມ G7 ແລະ ອ່າວເປີເຊຍ ຈະ​ບໍລິຈາກເງິນ 1​.8 ຕື້​ໂດ​ລາ ​​​​ໃຫ້ ສປຊ


ຊາຍຊີເຣຍຄົນນຶ່ງ ອຸ້ມລູກສອງຄົນ ຂະນະທີ່ ລູກອີກສອງຄົນ ຍ່າງຕາມຫຼັງລາວ ຫຼັງຈາກເດີນທາງໄປເຖິງ ເມືອງທ່າ Piraeus ຂອງນະຄອນຫຼວງເອເທັນ ຈາກເກາະ Lesbos ຂອງກຣິສ ເມື່ອວັນພຸດ ທີ 30 ກັນຍາ 2015.

ຜູ້ນຳ​ຂອງ 7 ປະ​ເທດ​ທີ່​ພັດທະນາ​ແລ້ວ​ຂອງ​ໂລກ ພ້ອມ​ກັນ​ກັບ
ບັນດາປະ​ເທດ​ ໃນ​ເຂດ​ອ່າວ​ເປີ​ເຊຍ ​ໄດ້​ສັນຍາ​ວ່າ ຈະ​ບໍລິຈາກ
ເງິນ 1​.8 ຕື້​ໂດ​ລາ ໃຫ້ອົງການ​ຊ່ວຍ​ເຫຼືອຕ່າງໆ ຂອງ​ອົງການ
ສະຫະ​ປະຊາ​ຊາດ ​ເພື່ອ​ຊ່ວຍຮັບມື ກັບວິ​ກິດ​ການອົບ​ພະຍົບ
ທີ່​ຮ້າຍ​ແຮງ​ທີ່​ສຸດຂອງ​ໂລກ ນັບ​ຕັ້ງ​ແຕ່ສົງຄາມ​ໂລກ​ຄັ້ງທີສອງ
ເປັນຕົ້ນມາ.

ການ​ປະກາດ​ດັ່ງກ່າວມີ​ຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ຫຼັງຈາກກອງ​
ປະຊຸມຂອງກຸ່ມ G7 ຢູ່​ນອກ​ຂອງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ອົງ
ການ​ສະຫະ​ປະຊາ​ຊາດ ​ທີ່​ນະຄອນ New York. ຜູ້​ທີ່​ເຂົ້າຮ່ວມ
​ກອງ​ປະຊຸມ ຍັງ​ມີບັນດາ​ຜູ້ນຳ​ຈາກ​ປະ​ເທດ ​ໃນ​ເຂດ​ອ່າວ​ເປີ​ເຊຍ
​ແລະພ້ອມ​ດ້ວຍ ບັນດາ​ຜູ້ນຳ​ບາງ​ສ່ວນ ຈາກປະເທດ​ຢູ​ໂຣບ ທີ່​ກຳລັງຮັບ​ມື​ ກັບ​ການ​ຫລັ່ງ
ໄຫລ ​ເຂົ້າປະ​ເທດ ຂອງພວກ​ອົບພະຍົບ.

​ລັດຖະມົນຕີ​ຕ່າງປະ​ເທດ ເ​ຢຍຣະມັນ ທ່ານ Frank-Walter Steinmeier ກ່າວ​ຕໍ່​ບັນດາ​
ນັກ​ຂ່າ​ວ ວ່າ ເງິນ​ດັ່ງກ່າວ ສ່ວນ​ໃຫຍ່​ແມ່ນ​ມີ​ຈຸດປະສົງ​ທີ່​ຈະ​ໃຫ້​ອົງການ​ອົບ​ພະຍົບ ຂອງ​
ສະຫະ​ປະຊາ​ຊາດ ​ແລະໂຄງການ​ອາຫານ​ໂລກ. ​ຍັງ​ບໍ່ເປັນທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ເງິນ​ຈຳນວນ
1.8 ຕື້ນີ້ ​ແມ່ນ​ລວມ​ກັບ​ສັນຍາ ໃນການ​ໃຫ້ຄວາມຊ່ວຍ​ເຫຼືອກ່ອນ​ໜ້າ​ນີ້ ຫຼືບໍ່.

ໃນອີກດ້ານນຶ່ງ​ນັ້ນ​ ຍີ່ປຸ່ນ​ກໍໄດ້​ປະກາດ​ວ່າ ຕົນ​ຈະ​ໃຫ້ເງິນ 810 ລ້ານ​ໂດ​ລາ ​ເພື່ອ​ຊ່ວຍ
ພວກອົບ​ພະຍົບ ຈາກ ​ແລະຢູ່ພາຍ​ໃນ ​ຊີ​ເຣຍ ​ແລະ​ອີຣັກ ອັນ​ເປັນ​ແຫ​ລ່ງ​ທີ່ມາສຳຄັນຂອງ
ພວກອົບພະຍົບ ​ແລະຈະ​ອີກ 750 ລ້ານໂດ​ລາ ​ເພື່ອ​ນຳ​ໃຊ້ໃນການສ້າງ​ສັນຕິພາບ ຢູ່​ໃນ
ພາກຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຣິກາ.

​ໃນ​ວັນ​ພຸດ​ມື້​ນີ້ ​ເລຂາທິການ​ໃຫຍ່ ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ມີ​ກຳ​ນົດຈະ
ຖະ​ແຫລ​ງ ຢູ່​ທີ່ສອງກອງ​ປະຊຸມລະດັບ​ສູງ ເພື່ອ​ຮັບ​ມື​ກັບຄວາມວຸ້ນວາຍ ໃນໂລກ. ທຳອິດ
ທ່ານ​ຈະຖະແຫຼງຕໍ່ກອງປະຊຸມ ສະພາຄວາມໝັ້ນຄົງ ຫາລືກ່ຽວກັບການແກ້ໄຂ ບັນຫາຂັດ​
ແຍ້​ງຢູ່​ໃນ​ພາກຕາ​ເວັນ​ອອກ​ກາງ ​ແລະອາ​ຟຣິກາ​ເໜືອ ຊຶ່ງ​ເປັນ​ບ່ອນ​ທີ່ອົບ​ພະຍົບ ຈຳນວນ
ຫຼວງຫຼາຍ ພາກັນ​ຫລົບໜີມາ​ນັ້ນ. ​ແລະຕໍ່​ຈາກ​ນັ້ນ ທ່ານ​ຈະເປັນ​ເຈົ້າພາບ​ ຈັດກອງ​ປະຊຸມ​
ລະດັບ​ສູງ ​ທີ່ແນ​ໃສ່ເພື່ອ​ຈັດຕັ້ງໜ່ວຍງານ​ຮັບ​ມືກັບພວກ​ອົບ​ພະຍົບ ທີ່ພວມຫລັ່ງໄຫລ​ ເຂົ້າ​
ໄປ​ຢູ​ໂຣບ ເປັນຈຳນວນ ຫຼວງຫລາຍນັ້ນ.

ບັນດາ​ເຈົ້າໜ້າ​ທີ່ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ U.N. ​ແມ່ນ​ໄດ້​ເຮັດເກີນຂີດຈຳ​ກັດ
ຂອງ​ຕົນ​ ໃນຂະນະ​ທີ່​ຕົນບຸກບືນ​ເພື່ອ​ຊ່ວຍ​ເຫຼືອຜູ້ຄົນ ​ຈຳນວນ 60 ລ້ານ​ຄົນ ທີ່ຕ້ອງອົບພະຍົບ
ຫລົບໄພຍ້ອນບັນຫາ​ຂັດ​ແຍ້​ງ ຊຶ່ງ​ເປັນຈຳນວນທີ່ຫຼາຍທີ່ສຸດ ນັບ​ຕັ້ງ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີສອງ
ເປັນຕົ້ນມາ.

Europe Migrants
please wait
Embed

No media source currently available

0:00 0:02:54 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG