ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບັນດາຜູ້ນໍາ ກຸ່ມ G-7 ປະຕິຍານວ່າ ຈະສະໜອງຢາວັກຊີນ ກັນໂຄວິດ ຫຼາຍກວ່າ 1 ຕື້ໂດສ ໃຫ້ແກ່ປະເທດທີ່ທຸກຍາກ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ເຂົ້າຮ່ວມໃນການກ່າວ ຕໍ່ກອງປະຊຸມຖະແຫລງຂ່າວ ໃນມື້ສຸດທ້າຍຂອງກອງປະຊຸມສຸດຍອດ G7 ຢູ່ທີ່ສະໜາມບິນໃນເມືອງ Newquay ຂອງເຂດ Cornwall, ວັນທີ 13 ມິຖຸນາ 2021. (Photo by Brendan Smialowski / AFP)
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ເຂົ້າຮ່ວມໃນການກ່າວ ຕໍ່ກອງປະຊຸມຖະແຫລງຂ່າວ ໃນມື້ສຸດທ້າຍຂອງກອງປະຊຸມສຸດຍອດ G7 ຢູ່ທີ່ສະໜາມບິນໃນເມືອງ Newquay ຂອງເຂດ Cornwall, ວັນທີ 13 ມິຖຸນາ 2021. (Photo by Brendan Smialowski / AFP)

ບັນດາຜູ້ນຳປະເທດທີ່ຈະເລີນທາງດ້ານອຸດສາຫະກຳ G-7 ໄດ້ມ້ວນທ້າຍກອງປະຊຸມສຸດຍອດຂອງພວກເພິ່ນ ຢູ່ໃນອ່າວຄາຣບິສຂອງອັງກິດ ໂດຍໄດ້ປະຕິຍານວ່າ ຈະສະໜອງຢາວັກຊີນ ກັນໂຄວິດ-19 ໃຫ້ແກ່ປະເທດທີ່ທຸກຍາກທັງຫຼາຍ ຫຼາຍກວ່າ 1 ຕື້ໂດສ ແລະໄດ້ຍົກເອົາປະເດັນຕ່າງໆກ່ຽວກັບຈີນຂຶ້ນມາປຶກສາຫາລືກັນນຳດ້ວຍ.

ນາຍົກລັດຖະມົນຕີອັງກິດທ່ານບໍຣິສ ຈອນສັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ພວກຢາວັກຊີນດັ່ງກ່າວ ຈະໃຫ້ທັງໂດຍກົງແລະຜ່ານໂຄງການ COVAX ຊຶ່ງເປັນໂຄງການທີ່ສະໜັບສະໜຸນໂດຍອົງການສະຫະປະຊາຊາດ ໃນການນຳສົ່ງ ຢາວັກຊີນໄປໃຫ້ບັນດາປະເທດທີມີລາຍໄດ້ຕ່ຳຫາປານກາງ.

ຖະແຫລງການທີ່ເປັນທາງການ ໄດ້ນໍາອອກເຜີຍແຜ່ ເມື່ອຕອນທ້າຍຂອງກອງປະຊຸມສຸດຍອດນັ້ນ ໄດ້ກ່າວວ່າ ບັນດາຜູ້ນຳກຸ່ມປະເທດ G-7 “ຈະສົ່ງເສີມຄຸນນະທຳຂອງພວກເຮົາ ລວມທັງການຮຽກຮ້ອງຕໍ່ຈີນ ໃຫ້ເຄົາລົບນັບຖືສິດທິມະນຸດ ແລະສິດເສລີພາບຂັ້ນພື້ນຖານ ໂດຍສະເພາະໃນສ່ວນທີ່ກ່ຽວຂ້ອງກັບເຂດຊິນຈຽງ ແລະສິດທິເສລີພາບທັງຫຼາຍເຫຼົ່ານັ້ນ ແລະການປົກຄອງຕົນເອງໃນລະດັບ ທີ່ສູງ ສຳລັບຮົງກົງທີ່ໄດ້ຖືກບັນທຶກໄວ້ຢູ່ໃນການປະກາດຮ່ວມກັນ ລະຫວ່າງຈີນແລະອັງກິດ.”

ປັກກິ່ງໄດ້ຖືກກ່າວຫາໃນການລະເມີດສິດທິມະນຸດຢ່າງຮ້າຍແຮງຕໍ່ພວກຊົນກຸ່ມນ້ອຍວີເກີ ໃນເຂດຊິນຈຽງ ພ້ອມກັບການລະເມີດຢູ່ໃນຮົງກົງນຳດ້ວຍ.

ເປັນເວລາຫຼາຍປີຜ່ານມາ ປັກກິ່ງ ໄດ້ຖືກນານາຊາດຕ້ອງຕິຢ່າງແຮງ ທັງຈາກປະເທດຕາເວັນຕົກແລະບັນດາຊາວມຸສລິມ ສຳລັບການປະພຶດຕໍ່ພວກຊາວວີເກີຂອງຕົນນັ້ນ ທີ່ລວມມີການສອດແນມຂອງລັດຖະບານຢ່າງແຜ່ຫຼາຍ ແລະການລະເມີດຕ່າງໆ ທີ່ລວມມີການບັງຄັບໃຫ້ເຮັດໝັນເພື່ອຄວບຄຸມການກຳເນີດ. ບັນດາກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ຈີນໄດ້ສົ່ງພວກຊາວວີເກີຫຼາຍລ້ານຄົນໄປຍັງຄ້າຍກັກຂັງແຫ່ງຕ່າງໆ. ຈີນກ່າວວ່າ ສະຖານທີ່ທັງຫຼາຍນັ້ນ ເປັນ “ສູນກາງສິດສອນວິຊາອາຊີບ” ທີ່ມີຈຸດປະສົງເພື່ອຢຸດຢັ້ງການເຜີຍແຜ່ສາສະໜາຫົວຮຸນແຮງ ແລະການໂຈມຕີກໍ່ການຮ້າຍ.

ນອກຈາກນັ້ນແລ້ວ ປັກກິ່ງຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດຕາເວັນຕົກຈົ່ງຢຸດການແຊກແຊງເຂົ້າໃນອັັນທີ່ຕົນຖືວ່າ ເປັນກິດຈະການພາຍໃນຂອງຮົງກົງ. ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ໄດ້ມີຜົນບັງຄັບໃຊ້ເມື່ອເດືອນມິຖຸນາ ປີ 2020 ຢູ່ໃນຮົງກົງ ພາຍຫຼັງຈາກມີການປະທ້ວງເພື່ອປະຊາທິປະໄຕຫຼາຍຄັ້ງໃນປີ 2019.

ບັນດາຜູ້ນຳກຸ່ມ G-7 ຍັງໄດ້ຮຽກຮ້ອງໃຫ້ທຳການສືບສວນສອບສວນຫຼາຍຂຶ້ນ ກ່ຽວກັບຕົ້ນກຳເນີດຂອງໂຄວິດ-19 ທີ່ເປັນພະຍາດເກີດມາຈາກໄວຣັສໂຄໂຣນານັ້ນ.

ອ້ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG