ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມ G-7 ໃຫ້ຄໍາໝັ້ນທີ່ຈະຊ່ວຍເຫຼືອ ຢູເຄຣນ ແລະເຮັດໃຫ້ ຣັດເຊຍ ເຈັບປວດ, ໃນຂະນະທີ່ ຣັດເຊຍ ແນເປົ້າໝາຍໃສ່ປະຊາຊົນຊາວຢູເຄຣນ


G-7 Assures Aid to Ukraine, Pain to Russia, as Russia Strikes Ukrainian Targets
please wait

No media source currently available

0:00 0:02:48 0:00

ລາຍງານກ່ຽວກັບ ການໃຫ້ຄໍາໝັ້ນທີ່ຈະຊ່ວຍເຫຼືອ ຢູເຄຣນ ຂອງກຸ່ມ G-7, ໃນຂະນະທີ່ ຣັດເຊຍ ແນເປົ້າໝາຍການໂຈມຕີໃສ່ປະຊາຊົນຊາວຢູເຄຣນ.

ດ້ວຍການໃຫ້ຄວາມຊ່ວຍເຫຼືອແກ່ຢູເຄຣນ ແລະສ້າງຄວາມເຈັບປວດໃຫ້ແກ່ ວລາດິເມຍ ປູຕິນ, ສິ່ງເຫຼົ່ານັ້ນເປັນມາດຕະການ ຂອງຜູ້ນໍາບັນດາປະເທດທີ່ມີປະຊາທິປະໄຕ ເສລີນິຍົມ ທີ່ຮັ່ງມີທີ່ສຸດໃນໂລກ ໄດ້ວາງຈຸດມຸ້ງຫມາຍໄວ້ໃນມື້ວັນຈັນແລ້ວນີ້ ເມື່ອໄດ້ຍິນຄໍາຮຽກຮ້ອງຂໍ ການຊ່ວຍເຫຼືອທີ່ຮີບດ່ວນ ຈາກປະທານາທິບໍດີ ຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ. ບັນດາທ່ານຜູ້ນໍາຕ່າງໆກໍາລັງພິຈາລະນາ ກ່ຽວກັບການ​ກຳ​ນົດລາຄານໍ້າມັນຂອງ ຣັດເຊຍ, ທ່າມກາງການເຄື່ອນໄຫວທາງດ້ານເສດຖະກິດ​ອື່ນໆ ເຊິ່ງມີເປົ້າໝາຍ ທີ່ຈະຍຸຕິ​ກົງ​ຈັກສົງຄາມຂອງຣັດເຊຍ. ນັກຂ່າວ VOA ແອນນິຕາ ພາວ (Anita Powell) ປະຈໍາທໍານຽບຂາວ ມີລາຍງານຈາກເມືອງເທລຟ໌ (Telfs), ປະເທດອອສເຕຣຍ. ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຜູ້ນໍາກຸ່ມ G-7, ໄດ້ເປີດກອງປະຊຸມສຸດຍອດ ຂອງພວກເຂົາເຈົ້າ ໃນມື້ວັນຈັນແລ້ວນີ້ ໃຫ້​ບັນ​ດາ​ປະ​ເທດເສດຖະກິດ​ພຸ່ງ​ພົ້ນ​ໃໝ່​, ໂດຍໄດ້ເຊີນຜູ້ນໍາ ຈາກປະ ເທດອາເຈັນຕິນາ, ອິນເດຍ, ອິນໂດເນເຊຍ, ອາຟຣິກາໃຕ້, ອົງການການຄ້າໂລກ ແລະອື່ນໆ ເຂົ້າຮ່ວມກັບພວກເຂົາເຈົ້າ ເພື່ອການປະເຊີນໜ້າກັບບັນ​ຫາທ້າທາຍທີ່ໃຫຍ່ທີ່ສຸດໃນໂລກ, ຕົ້ນ​ຕໍ​ແລ້ວແມ່ນການໂຈມຕີຢູເຄຣນທີ່ໜັກໜ່ວງຂຶ້ນຂອງຣັດເຊຍ ແລະຜົນກະທົບຕ່າງໆຢູ່ໃນທົ່ວໂລກ. ການໂຈມຕີຂອງຣັດເຊຍ ຍິ່ງເພີ້ມທະວີຂຶ້ນ ເມື່ອບັນດາຜູ້ນໍາຂອງກຸ່ມ G-7 ພົບປະກັນ ໂດຍການຍິງລູກສອນໄຟໃສ່ຝູງຊົນຈໍານວນຫຼາຍຢູ່ສູນການຄ້າແຫ່ງນຶ່ງ ໃຈກາງປະເທດຢູເຄຣນ ໃນມື້ວັນຈັນແລ້ວນີ້.

ເຈົ້າພາບຈັດການປະຊຸມໃນຄັ້ງນີ້, ນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ (Olaf Scholz) ໄດ້ກ່າວຕ້ອງຕິຕໍ່ພຶດຕິກໍາຂອງ ຣັດເຊຍ, ໂດຍທ່ານເວົ້າວ່າ:

“ໃນກ່ອນໜ້ານີ້, ຂ້າພະເຈົ້າໄດ້ຮ້ອງຈຸດປ່ຽນນີ້ຢ່າງມີສະຕິຫຼາຍ ເນື່ອງຈາກການໂຈມຕີ ຢູເຄຣນ ຂອງ ຣັດເຊຍ, ກົດລະບຽບທັງໝົດ, ແລະຂໍ້ຕົກລົງທັງໝົດ ທີ່ພວກເຮົາໄດ້ລົງມື ປະຕິບັດຮ່ວມກັນ ກ່ຽວກັບເສັ້ນທາງດັ່ງກ່າວ, ການຮ່ວມມືລະ ຫວ່າງລັດຖະບານຕ່າງໆໄດ້ພັງທະລາຍລົງ. ໂດຍສະເພາະຢ່າງຍິ່ງ ຄວາມເຂົ້າ ໃຈທີ່ວ່າ ຂອບເຂດຊາຍແດນຕ່າງໆບໍ່ຄວນມີການຍ້າຍ​ດ້ວຍ​ກຳ​ລັງທະຫານ.”

ແຟ້ມຮູບ-ທ່ານເດນີສ ຊມີຮາລ (Denys Shmyhal), ນາຍົກລັດຖະມົນຕີຂອງປະເທດຢູເຄຣນ ເຊິ່ງປາກົດໂຕຢູ່ຈໍວີດີໂອ ໃນລະຫວ່າງການປະຊຸມລັດຖະມົນຕີການເງິນຂອງກຸ່ມ G-7 ໃກ້ໆກັບເມືອງ ບອນ (Bonn), ປະເທດເຢຍຣະມັນ, ເມື່ອວັນທີ 19 ພຶດສະພາ 2022.
ແຟ້ມຮູບ-ທ່ານເດນີສ ຊມີຮາລ (Denys Shmyhal), ນາຍົກລັດຖະມົນຕີຂອງປະເທດຢູເຄຣນ ເຊິ່ງປາກົດໂຕຢູ່ຈໍວີດີໂອ ໃນລະຫວ່າງການປະຊຸມລັດຖະມົນຕີການເງິນຂອງກຸ່ມ G-7 ໃກ້ໆກັບເມືອງ ບອນ (Bonn), ປະເທດເຢຍຣະມັນ, ເມື່ອວັນທີ 19 ພຶດສະພາ 2022.

ປະທານາທິບໍດີຂອງຢູເຄຣນ ໄດ້ໂອ້ລົມທາງອອນລາຍ ກັບຜູ້ນໍາທັງ 7 ປະເທດໃນຕອນເຊົ້າຂອງມື້ວັນຈັນແລ້ວນີ້, ແລະໄດ້ຮ້ອງຂໍການຊ່ວຍເຫຼືອທາງດ້ານການທະຫານ ແລະດ້ານການພັດທະນາເພີ້ມເຕີມ.

ທ່ານໂວໂລດີເມຍ ເຊເລັນສກີ ໄດ້ກ່າວເຖິງຄວາມກັງວົນຂອງທ່ານ ກ່ຽວກັບຄວາມຂັດແຍ້ງທີ່ເພີ້ມຂຶ້ນ ແລະມີຄວາມເປັນໄປໄດ້ທີ່ຈະແຜ່ຂະຫຍາຍອອກໄປອີກ.

ທ່ານໂວໂລດີເມຍ ເຊເລັນສກີ, ປະທານາທິບໍດີຂອງປະເທດຢູເຄຣນ ກ່າວວ່າ:

“ຂ້າພະເຈົ້າຕ້ອງການເວົ້າກັບປະຊາຊົນຊາວເບລາຣຸສ, ທັງພົນລະເຮືອນ ແລະຜູ້ທີ່ຢູ່ໃນເຄື່ອງແບບເຫຼົ່ານັ້ນ, ພວກເຈົ້າກໍາລັງຖືກແກ່ດຶງເຂົ້າຮ່ວມໃນສົງຄາມ. ຍິ່ງເປັນການດໍາເນີນການທີ່ຫຼາຍກວ່າ ໃນຊ່ວງເດືອນກຸມພາ ແລະລະດູໃບໄມ້ປົ່ງ ພວກເຂົາໄດ້ຕັດສິນໃຈທຸກໆຢ່າງແທນພວກເຈົ້າຢູ່ໃນວັງເຄຣມລິນ, ຊີວິດຂອງພວກເຈົ້າທັງຫຼາຍບໍ່ໄດ້ມີຄວາມໝາຍໃດໆສໍາລັບພວກເຂົາເລີຍ, ແຕ່ພວກເຈົ້າ ບໍ່ແມ່ນທາດ ຫຼືທະຫານທີ່ເປັນເຫຍື່ອຂອງສົງຄາມ.”

ຜູ້ນໍາຕ່າງໆຂອງບັນດາປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກ ກ່າວວ່າ ພວກເຂົາເຈົ້າຍັງຄົງຕ້ອງການປະສົມປະສານຄວາມເຈັບປວດທາງເສດຖະກິດໃຫ້ແກ່ ຣັດເຊຍ. ຄວາມຄິດອັນນຶ່ງກໍຄື ພວກເຂົາເຈົ້າໄດ້ປ່ອຍໃຫ້ລາຄານໍ້າມັນຂອງຣັດເຊຍ ລອຍໂຕ. ໂດຍສະເພາະຢ່າງຍິ່ງ, ພວກເຂົາຈະປະຕິເສດໃນການຈ່າຍລາຄາທີ່ສູງກວ່າຄວາມເປັນຈິງ.

ກອງປະຊຸມສຸດຍອດຂອງກຸ່ມ G-7 ໃນປະເທດເຢຍຣະມັນ.
ກອງປະຊຸມສຸດຍອດຂອງກຸ່ມ G-7 ໃນປະເທດເຢຍຣະມັນ.

ນັກວິເຄາະກ່າວວ່າ ມັນຍັງບໍ່ເປັນທີ່ແນ່ນອນເທື່ອວ່າ ແນວຄວາມຄິດດັ່ງກ່າວຈະດໍາເນີນງານໄປໄດ້ ໂດຍປາສະຈາກການຮ່ວມມື ກັບ ອິນເດຍ ຫຼືບໍ່, ເຊິ່ງໄດ້ມີການຊື້ນໍ້າມັນ ທີ່ຫຼຸດລາຄາຈາກ ຣັດເຊຍ ເມື່ອໄວໆມານີ້.

ທ່ານແດນ ຮາມີລຕັນ (Dan Hamilton), ສາດສະດາຈານແຫ່ງມະຫາວິທະ ຍາໄລຈອນສ໌ ຮອປກິນສ໌ ແລະເປັນສະມາຊິກອາວຸໂສທີ່ບໍ່ໄດ້ປະຈໍາການຢູ່ສະຖາບັນບຣຸກຄິງສ໌ (Brookings) ກ່າວວ່າ:

“ເພື່ອໃຫ້ທຸກຢ່າງມີປະສິດທິພາບຢ່າງແທ້ຈິງນັ້ນ, ພວກເຈົ້າຕ້ອງລວມເອົາຜູ້ຊື້ທັງໝົດເຂົ້າຮ່ວມໃນສະໂມສອນ. ໃນລະຫວ່າງທີ່ມີຄວາມສາມັກຄີຢ່າງຫຼວງຫຼາຍຢູ່ໃນກຸ່ມ G-7 ແລະໃນຈໍານວນຫຼາຍໆປະເທດ ໂດຍສະເພາະຢ່າງຍິ່ງ ອິນເດຍ ແລະຈີນ ເຊິ່ງປະເທດທັງສອງ ມີເຂດດິນແດນທີ່ກວ້າງໃຫຍ່ ມີການຊື້ນໍ້າມັນຈາກ ຣັດເຊຍ ເນື່ອງຈາກພວກເຂົາເຈົ້າສາມາດຊື້ໄດ້ນະເວລານີ້. ໃນຄວາມຄິດສ່ວນໂຕຂອງຂ້າພະເຈົ້າ ມັນເບິ່ງຄືວ່າເປັນໄປບໍ່ໄດ້ທີ່ ຈີນ ຈະເຂົ້າຮ່ວມໃນສະ ໂມສອນດັ່ງກ່າວນີ້ເລີຍ, ເຊິ່ງຕາມທີ່ຮູ້ມາ ຈີນ ແມ່ນຜູ້ທີ່ສະໜັບສະໜຸນຣັດເຊຍ ໂດຍພື້ນຖານຢູ່ແລ້ວ ຫຼື ມີທ່າທີເປັນກາງຢູ່ໃນສົງຄາມ. ດັ່ງນັ້ນ ມັນຈະບໍ່ເຂັ້ມ ແຂງໄດ້ເລີຍ, ແຕ່ ຖ້າສະໂມສອນຫາກຕັດ ຈີນ ອອກດ້ວຍຕົນເອງແລ້ວ ຈະສ້າງຄວາມເສຍຫາຍຕໍ່ກະແສການເງິນຂອງ ຣັດເຊຍ ຢ່າງຫຼວງຫຼາຍ.”

ຄວາມຂັດແຍ້ງ ແລະບັນຫາດັ່ງກ່າວນີ້ ມີທ່າອ່ຽງທີ່ຈະຄອບງໍາ ເມື່ອຜູ້ນໍາໃດນຶ່ງຍ້າຍຈາກການປະຊຸມໃນກຸ່ມ G-7 ໄປຮ່ວມກອງປະຊຸມສຸດຍອດຂອງອົງການ NATO ເຊິ່ງໄດ້ຈັດຂຶ້ນໃນວັນພຸດມື້ນີ້ ທີ່ນະ​ຄອນມາດຣີດ (Madrid) ປະ​ເທດ​ສະ​ເປນ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຍ່າງຢູ່ເທິງທາງລາດຢາງຂອງເດີ່ນບິນ ກ່ອນໄປຂຶ້ນເຮືອບິນ Air Force One ຢູ່ທີ່ເດີ່ນບິນສາກົນມູນິສ, ປະເທດເຢຍຣະມັນ, ທີ 28 ມິຖຸນາ 2022. ທ່ານ ໄບເດັນ ອອກເດີນທາງຈາກ ເຢຍຣະມັນ ລຸນຫຼັງທີ່ທ່ານເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ 7 ປະເທດ ແລະກໍາລັງເດີນທາງໄປປະເທດສະເປນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການ NATO.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຍ່າງຢູ່ເທິງທາງລາດຢາງຂອງເດີ່ນບິນ ກ່ອນໄປຂຶ້ນເຮືອບິນ Air Force One ຢູ່ທີ່ເດີ່ນບິນສາກົນມູນິສ, ປະເທດເຢຍຣະມັນ, ທີ 28 ມິຖຸນາ 2022. ທ່ານ ໄບເດັນ ອອກເດີນທາງຈາກ ເຢຍຣະມັນ ລຸນຫຼັງທີ່ທ່ານເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ 7 ປະເທດ ແລະກໍາລັງເດີນທາງໄປປະເທດສະເປນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການ NATO.

Giving aid to Ukraine and pain to Vladimir Putin – those are the measures leaders of the world’s wealthiest liberal democracies zeroed in on Monday as they listened to impassioned pleas from Ukraine’s president for more help. Leaders are considering a price cap on Russian oil, among other economic moves intended to stop the Russian war machine. VOA White House correspondent Anita Powell reports from Telfs, Austria.

G-7 leaders opened up their summit Monday to emerging economies, inviting the leaders of Argentina, India, Indonesia, South Africa and the World Trade Organization – among others –

to join them in confronting some of the world’s biggest challenges: primarily, Russia’s intensifying onslaught on Ukraine and its global impact. Russian strikes spiked as G-7 leaders met, with a missile slamming into a crowded mall on Monday in central Ukraine.

Summit host German Chancellor Olaf Scholz condemned Russia’s behavior.

Olaf Scholz, German Chancellor

“Earlier, I very consciously called this a turning point, because of Russia's attack on Ukraine, all the rules, all the agreements that we have made with each other about the way, the cooperation of states have been broken. Especially the understanding that borders should not be moved by force."

Ukraine’s president virtually addressed the seven leaders Monday morning, and asked for more military and development assistance.

Volodymyr Zelenskyy has said he’s concerned about the conflict’s escalation and possible spread.

Volodymyr Zelenskyy, Ukrainian President

"I want to address the citizens of Belarus, both civilians and those in uniform, you are being pulled into war. Even more actively than in February and the spring months. They have decided everything for you in the Kremlin. Your lives mean nothing to them. But you are not slaves or cannon fodder.”

The leaders of the world’s largest economies say they also want to compound the economic pain on Russia. One idea they floated is price caps on Russian oil – essentially, they will refuse to pay above a certain price.

Analysts say it’s unclear whether that idea will work without the cooperation of India, which has recently bought discounted oil from Russia.

Dan Hamilton is a professor at Johns Hopkins University and a nonresident senior fellow at the Brookings Institution.

“In order to be truly effective, you have to get all the oil buyers into the club. And while there's great unity among the G-7 and in a number of other countries, India, in particular, and China are two big outliers that are buying up Russian oil because they can right now. It's unlikely in my mind that China is going to join in a club like this, given that it's basically adopted a pro-Russia, or neutral, stance on the war. So there will always be leakage, but a club minus China itself would do serious damage to Russia's financial flows.”

This conflict – and this issue – are likely to dominate as some of these same leaders move from the G-7 to the NATO summit, which starts Wednesday in Madrid.

XS
SM
MD
LG