ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳປະເທດກຸ່ມຈີ-7 ແນໃສ່ເພື່ອລະດົມທຶນ 600 ຕື້ໂດລາ ໃນການຕ້ານຢັນ ​ໂຄງ​ການນຶ່ງແລວ​ທາງ ແລະນຶ່ງ​ເສັ້ນທາງ ຂອງຈີນ


ບັນດາສະມາຊິກຂອງກຸ່ມ 7 ປະເທດ ທີ່ຮັ່ງມີ ລວມມີ ບັນດາຜູ້ນຳຈາກສະຫະພາບຢູໂຣບ, ຕ່າງກໍຕັ້ງທ່າໃຫ້ຖ່າຍພາບ ຢູ່ທີ່ຣີສອດດ້ານວັດທະນະທຳທີ່ຫຼູຫຼາ ຊໂລສ ແອລມາວ (Schloss Elmau), ຫຼັງຈາກການຮັບປະທານອາຫານຄ່ຳ, ໃນເມືອງແອລມາວ, ເຢຍຣະມັນ, ວັນທີ 26 ມິຖຸນາ 2022.
ບັນດາສະມາຊິກຂອງກຸ່ມ 7 ປະເທດ ທີ່ຮັ່ງມີ ລວມມີ ບັນດາຜູ້ນຳຈາກສະຫະພາບຢູໂຣບ, ຕ່າງກໍຕັ້ງທ່າໃຫ້ຖ່າຍພາບ ຢູ່ທີ່ຣີສອດດ້ານວັດທະນະທຳທີ່ຫຼູຫຼາ ຊໂລສ ແອລມາວ (Schloss Elmau), ຫຼັງຈາກການຮັບປະທານອາຫານຄ່ຳ, ໃນເມືອງແອລມາວ, ເຢຍຣະມັນ, ວັນທີ 26 ມິຖຸນາ 2022.

ບັນດາຜູ້ນຳ ກຸ່ມປະເທດ ຈີ-7 ໃນວັນອາທິດວານນີ້ ໄດ້ປະຕິຍານວ່າຈະລະດົມ ທຶນຈຳນວນ 600 ຕື້ໂດລາ ໃນພາກເອກະຊົນ ແລະສາທາລະນະ ຕະຫຼອດໄລຍະ 5 ປີ ທີ່ຕ້ອງການ ເພື່ອນຳໃຊ້ໃນການສະໜັບສະໜຸນໂຄງການພື້ນຖານໂຄງລ່າງ ໃນປະເທດທີ່ກຳລັງພັດທະນາ ແລະຕ້ານຢັນໂຄງການນຶ່ງແລວທາງນຶ່ງເສັ້ນທາງ ທີ່ເກົ່າແກ່ ມູນຄ່າຫຼາຍຕື້ໂດລາຂອງຈີນນັ້ນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ແລະບັນດາຜູ້ນຳຄົນອື່ນໆ ໃນກຸ່ມປະເທດ ຈີ-7 ໄດ້ເປີດໂຕໂຄງການທີ່ຖືກຕັ້ງຊື່ໃໝ່ ຄື “ຄູ່ຮ່ວມງານສຳລັບພື້ນຖານໂຄງລ່າງແລະການລົງທຶນທົ່ວໂລກ ຫຼື Partnership for Global Infrastructure and Investment” ຄືນອີກຄັ້ງນຶ່ງ ຢູ່ໃນການໂຮມຊຸມນຸມປະຈຳປີຂອງບັນດາຜູ້ນຳທັງຫຼາຍ ທີ່ໄດ້ຈັດຂຶ້ນໃນປີນີ້ ຢູ່ທີ່ ຣີສອດ ຊໂລສ ແອລມາວ (Schloss Elmau) ສະຖານທີ່ພັກຜ່ອນທາງດ້ານວັດທະນະທຳທີ່ຫຼູຫຼາ ໃນເມືອງທາງພາກໃຕ້ຂອງເຢຍຣະມັນ.

ທ່ານໄບເດັນ ໄດ້ກ່າວວ່າ ສະຫະລັດ ຈະລະດົມທຶນ 200 ຕື້ໂດລາ ອັນເປັນທຶນການຊ່ອຍເຫຼືອລ້າ ທຶນຈາກລັດຖະບານກາງ ແລະທຶນການລົງທຶນຂອງເອກະຊົນ ຕະຫຼອດໄລຍະ 5 ປີ ເພື່ອສະໜັບສະໜຸນໂຄງການຕ່າງໆໃນປະ ເທດທີ່ມີລາຍໄດ້ຕ່ຳ ແລະປານກາງ ທີ່ຊ່ອຍໃນການແກ້ໄຂດ້ານການປ່ຽນແປງຂອງດິນຟ້າອາກາດ ພ້ອມກັນນັ້ນ ປັບປຸງດ້ານສາທາລະນະສຸກ ໃນທົ່ວໂລກ ຄວາມສະເໝີພາບລະຫວ່າງຍິງແລະຊາຍ ແລະພື້ນຖານໂຄງລ່າງດ້ານດິຈິໂຕລ.

“ຂ້າພະເຈົ້າ ຢາກໃຫ້ເປັນທີ່ຈະແຈ້ງ. ອັນນີ້ ບໍ່ແມ່ນການຊ່ອຍເຫຼືອຫຼືການກຸສົນ. ມັນເປັນການລົງທຶນທີ່ຈະໄດ້ຮັບຜົນຕອບແທນຄືນມາ ສຳລັບໝົດທຸກຄົນ” ນັ້ນແມ່ນຄຳເວົ້າຂອງທ່ານໄບເດັນ ແລະທ່ານໄດ້ກ່າວຕື່ມອີກວ່າ ມັນຈະອຳນວຍໃຫ້ປະເທດທັງຫຼາຍ “ເຫັນຜົນປະໂຫຍດທີ່ໄດ້ຮັບຢ່າງເປັນຮູບປະທຳ ຂອງການເປັນຄູ່ຮ່ວມງານ ກັບບັນດາປະເທດປະຊາທິປະໄຕ.”

ທ່ານໄບເດັນ ໄດ້ກ່າວວ່າ ຫຼາຍຮ້ອຍພັນລ້ານໂດລາຕື່ມອີກ ອາດມາຈາກທະນາຄານເພື່ອການພັດທະນາຈາກຫຼາຍພາກສ່ວນ ສະຖາບັນການເງິນເພື່ອການພັດທະນາ ກອງທຶນຄວາມໝັ້ນຄົງດ້ານອະທິປະໄຕ ແລະອື່ນໆ.

ບັນດາຜູ້ນຳ ຈາກອີຕາລີ ການາດາ ແລະຍີ່ປຸ່ນ ຍັງໄດ້ກ່າວຖະແຫລງກ່ຽວກັບແຜນການຂອງພວກເພິ່ນ ຊຶ່ງບາງສ່ວນກໍໄດ້ປະກາດໄປແລ້ວຕ່າງຫາກ. ປະ ທານາທິບໍດີ ຝຣັ່ງ ເອັມແມນູແອລ ມາກຣົງ ແລະນາຍົກລັດຖະມົນຕີ ອັງກິດ ບໍຣິສ ຈອນສັນ ບໍ່ໄດ້ມີໜ້າ ແຕ່ປະເທດຂອງພວກເພິ່ນ ຍັງໄດ້ເຂົ້າຮ່ວມໃນກອງປະຊຸມນຳ.

ແຜນການລົງທຶນຂອງຈີນ ກ່ຽວກັບການພັດທະນາ ແລະໂຄງການຕ່າງໆ ໃນ 100 ກວ່າປະເທດ ທີ່ແນໃສ່ການສ້າງເສັ້ນທາງສາຍໄໝຈາກເອເຊຍ ໄປຫາຢູໂຣບ ໃຫ້ເປັນແບບທີ່ທັນສະໄໝ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG