ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັບແຕ່ໜ້າກາກ ‘ສະຫລາດ’ ຈົນເຖິງກະດຸມ ‘ສະຫລາດ’ ເທັກໂນໂລຈີ ສາມາດຊອກຫາວິທີໃໝ່ ເພື່ອໃຊ້ຮັບມືກັບໂຄວິດ ໄດ້


LogOn Pandemic Tech USAGM
please wait

No media source currently available

0:00 0:02:00 0:00

ອຸປະກອນດູແລສຸຂະພາບທີ່ມີສາມາດສວມໃສ່ໄດ້ກໍາລັງມີການຂະຫຍາຍຕົວຫລາຍຂຶ້ນ. ທັງນີ້ກໍເພາະວ່າ ການລະບາດຂອງໂຄວິດ-19 ກຳລັງເຮັດໃຫ້ຄວາມຕ້ອງການຂອງອຸປະກອນເຫລົ່ານີ້ພຸ້ງສູງຂຶ້ນ.

ຕະຫຼາດອຸປະກອນດູແລສຸຂະພາບທີ່ມີສາມາດສວມໃສ່ໄດ້ກໍາລັງມີການຂະຫຍາຍຕົວຫລາຍຂຶ້ນ, ໂດຍສະເພາະຢູ່ໃນບັນດາປະເທດໃນທະວີບອາເມຣິກາ, ຢູໂຣບແລະເອເຊຍ. ການລະບາດຂອງໂຄວິດ-19 ກຳລັງເຮັດໃຫ້ຄວາມຕ້ອງການຂອງອຸປະກອນເຫລົ່ານີ້ພຸ້ງສູງຂຶ້ນ. ນັກຂ່າວຂອງວີໂອເອ Elizabeth Lee ສະແດງໃຫ້ເຫັນຕົວຢ່າງ ຂອງອຸປະກອນສອງຢ່າງທີ່ກຳລັງສະແຫວງຫາຈຸດປະສົງໃນການໃຊ້ໃໝ່ ຢູ່ໃນໄລຍະທີ່ມີການແຜ່ລະບາດ ຂອງພະຍາດຢູ່ນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຈົ່ງລອງວາດພາບເບິ່ງອຸປະກອນທີ່ທ່ານສາມາດສວມໃສ່ ແລ້ວຕິດຕາມສຸຂະ ພາບຂອງທ່ານໄດ້ຕະຫຼອດເວລາ ໂດຍບໍ່ມີສາຍໄຟລຸງລັງ ຫຼື ເຄື່ອງຈັກຂະໜາດໃຫຍ່.

ບໍລິສັດໄບໂອອິນແທລລີເຊັນສ໌ (BioIntelliSense) ໄດ້ສ້າງອຸປະກອນໄບໂອ ບັດຕັນ (BioButton) ແລະ ໄບໂອສຕິກເກີ (Biosticker) ຂຶ້ນມາເພື່ອໃຊ້ໃນຈຸດປະສົງເຊັ່ນນັ້ນ.

ທ່ານຈີມ ເມົາທ໌ (Jim Mault), ຜູ້ກໍ່ຕັ້ງບໍລິສັດໄບໂອອິນແທລລີເຊັນສ໌ (BioIntelliSense) ກ່າວຕໍ່ວີໂອເອຜ່ານທາງ Skype ວ່າ :
"ມັນໃຊ້ກັບສິ່ງຕ່າງໆ ເຊັ່ນວ່າອັດຕາການເຕັ້ນຂອງຫົວໃຈ, ອັດຕາການຫາຍໃຈ, ອຸນຫະພູມ, ຕົວກໍານົດທາງຄລີນິກ ທີ່ແຕກຕ່າງກັນ 12 ອັນ ແມ່ນແຕ່ຄວາມຖີ່ຂອງການໄອອີກດ້ວຍ."

ອຸປະກອນໄບໂອສຕິກເກີ (Biosticker) ທີ່ສາມາດໃຊ້ຄືນໃໝ່ໄດ້ ວັດແທກສັນຍານເຕືອນທີ່ສຳຄັນເຫລົ່ານີ້ ໃນທຸກໆນາທີ.

ຂໍ້ມູນໄດ້ຖືກເຂົ້າລະຫັດ ແລະສົ່ງຜ່ານແອັບໄປຜ່ານທາງສູນເກັບຂໍ້ມູນຄລາວ ໃນທຸກໆ 10 ນາທີ.

ຄົນປ່ວຍ ຈາກນັ້ນກໍໄດ້ຮັບລາຍງານ ກ່ຽວກັບສຸຂະພາບຂອງຕົນ ຢູ່ໃນແອັບ.

ເຄື່ອງໄບໂອບັດຕັນ (BioButton) ກໍຄ້າຍຄືກັນ ແຕ່ວ່າໃຊ້ເທື່ອດຽວ ແລະວັດແທກອັດຕາການເຕັ້ນຂອງຫົວໃຈ ແລະອັດຕາການຫາຍໃຈທີ່ຊ້າລົງໄປ.

ຜູ້ທີ່ຕິດເຊື້ອພະຍາດນີ້ທີ່ບໍ່ຮູ້ສຶກວ່າຕົນມີອາການ ແຕ່ທີ່ຈິງແລ້ວ ອາດຈະມີການປ່ຽນແປງໃນຮ່າງກາຍຂອງຕົນນັ້ນ ຕົວເຊັນເຊີກໍສາມາດກວດພົບມັນໄດ້.

ດຣ. ຣີຊາດ ເຊນ (Richard Zane) ກ່າວວ່າ ອຸປະກອນດັ່ງກ່າວ ແມ່ນຖືກນຳໃຊ້ຢູ່ໂຮງໝໍຢູຊີແຮລດ໌ (UC Health) ໃນລັດໂຄໂຣລາໂດ.

ດຣ. ເຊນ (Zane) ຫົວໜ້າເຈົ້າໜ້າທີ່ຝ່າຍນະວັດຕະກໍາຂອງໂຮງໝໍຢູຊີແຮລດ໌ (UC Health) ກ່າວວ່າ:
"ສິ່ງທີ່ພວກເຮົາໄດ້ເຫັນໃນຜູ້ປ່ວຍເປັນພະຍາດໂຄວິດ ກໍຄືວ່າ ມັນມີການປ່ຽນ ແປງລັກສະນະນີ້ ຫຼື ເກືອບໝົດທຸກຮູບແບບ ໃນທາງດ້ານອຸນຫະພູມ, ດ້ານອັດຕາການຫາຍໃຈ, ການເຕັ້ນຂອງຊີບພະຈອນທີ່ແຕກຕ່າງໄປກ່ອນຈະມີອາ ການທີ່ສະແດງອອກມາພາຍນອກຢ່າງແທ້ຈິງ. "

ໃນໂຮງໝໍ UC Health ໃນລັດໂຄໂລຣາໂດ, ນັກລົງທຶນຂອງບໍລິສັດ BioIntelliSense ໃຊ້ອຸປະກອນນີ້ ເພື່ອຊ່ວຍໃຫ້ຄົນເຈັບສາມາດອອກໂຮງໝໍໄດ້ໄວຂຶ້ນ. ອຸປະກອນດັ່ງກ່າວ ຍັງຊ່ວຍໃຫ້ທ່ານໝໍຕິດຕາມກວດກາສຸຂະພາບຂອງຄົນເຈັບ... ... ແລະຜູ້ທີ່ໄດ້ຮັບການສັກຢາປ້ອງກັນໂຄວິດ ຈາກບ່ອນທີ່ຢູ່ ຫ່າງໄກ ໄດ້.

ດຣ. ຣີຊາດ ເຊນ (Richard Zane), ຫົວໜ້າພະແນກນະວັດຕະກຳເວົ້າວ່າ:
“ອຸປະກອນນີ້ບໍ່ມີຈຸດປະສົງທີ່ຈະໃຊ້ສໍາລັບໂຄວິດ. ແຕ່ມັນບັງເອີນມີຄວາມເໝາະສົມທີ່ດີສຸດສໍາລັບໃຊ້ກັບໂຄວິດ.”

ອຸປະກອນທີ່ສວມໃສ່ໄດ້ອີກແບບນຶ່ງ ທີ່ບໍ່ມີຈຸດປະສົງໃນເບື້ອງຕົ້ນສຳລັບໃຊ້ກັບໂຄວິດ ກໍຄືຫນ້າກາກແບບມີຊ່ອງລົມ ຫລື ແອພັອບ (AirPop) ທີ່ຍື່ນອອກມາ ແລະ ສະຫລາດອັນນີ້.
"... ເຄື່ອງຕິດຊິລິຄອນເຊື່ອມເຂົ້າມາໃນທີ່ນີ້ ... "

ໜ້າກາກສະຫລາດອັນນີ້ ຖືກສ້າງຂຶ້ນໃນເບື້ອງຕົ້ນແມ່ນເພື່ອກັ່ນຕອງມົນລະພິດໃນອາກາດ.

ເຄື່ອງກອງທີ່ຖອດອອກໄດ້ ແມ່ນສາມາດກັນທາດແຫຼວ ແລະສາມາດແຂ່ງຂັນກັບໜ້າກາກ N-95 ໄດ້ ... ນັ້ນຄືຄໍາເວົ້າຂອງທ່ານຄຣິສ ຮອສເມີ (Chris Hosmer), ຜູ້ຮ່ວມກໍ່ຕັ້ງບໍລິສັດ AirPop ທີ່ກ່າວຢູ່ໃນການໃຫ້ສໍາພາດຜ່ານທາງ ສໄກພ໌.

ທ່ານກ່າວອີກວ່າ: "ພວກເຮົາສາມາດສະກັດກັ້ນ 99 ເປີເຊັນຂອງອະນຸພາກ ທີ່ມີຂະໜາດດຽວກັນນີ້."

ເຊັນເຊີ ຮາໂລ (Halo) ນີ້ອ່ານ ແລະວິເຄາະພຶດຕິກຳການຫາຍໃຈຂອງຜູ້ໃຊ້ໄດ້.

ທ່ານ ຮອມສເມີກ່າວຕໍ່ໄປວ່າ:
“ພວກເຮົາເຂົ້າໃຈການຫາຍໃຈຂອງທ່ານ, ແລະພວກເຮົາເຂົ້າໃຈເຖິງຄຸນນະ ພາບຂອງອາກາດໃນທ້ອງຖິ່ນຂອງທ່ານ.”

ທ່ານຮອສເມີ (Hosmer) ກ່າວມ້ວນທ້າຍວ່າ:
"ພວກເຮົາສາມາດບອກທ່ານໄດ້ວ່າ ເວລາໃດທ່ານຄວນປ່ຽນເຄື່ອງກອງນັ້ນດ້ວຍຄວາມແມ້ນຢໍາໃນລະດັບສູງ ... "

ນັບແຕ່ຂໍ້ມູນກ່ຽວກັບໜ້າກາກຂອງທ່ານຈົນເຖິງ ... …ສັນຍານເຕືອນສຳຄັນຂອງທ່ານ… ທັງຫມົດນີ້ ສາມາດເຂົ້າເຖິງໄດ້ງ່າຍໆ ໂດຍຜ່ານແອັບ…..

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້

The wearable health care device market has been growing, especially in the Americas, Europe and Asia. COVID-19 is causing a boost in demand for these devices.

Imagine a device you can wear that monitors your health at all times without wires or bulky machines.

The company BioIntelliSense created the BioButton and Biosticker to do just that. Jim Mault is the company’s founder. He spoke to VOA over Skype.

Jim Mault, BioIntelliSense Founder:
“Things like heart rate, respiratory rate, temperature, 12 different clinical parameters even coughing frequency.”

This reusable BioSticker measures these vital signs every minute.

The data is encrypted and transmitted through an app to the cloud every 10 minutes. The patient then receives a health report on the app.

The BioButton is similar but is single use and measures the heart rate and respiratory rates less frequently.

Infected people who don’t feel symptoms may actually have changes in their bodies a sensor can detect.

Doctor Richard Zane says the devices are being used at UC Health in Colorado.

Richard Zane, UC Health Chief Innovation Officer:
“What we've seen in COVID patients is that there's this characteristic alteration or almost pattern in temperature differential, respiratory rate differential, pulse that precedes actual outward symptoms.”

UC Health in Colorado, an investor in BioIntelliSense, uses this device so patients can leave the hospital sooner. The device also allows doctors to remotely monitor the health of patients... ...and people who have received the COVID vaccine.

Richard Zane, UC Health Chief Innovation Officer:
“The device is not meant for COVID. It happens to be ideal for COVID. ”

Another wearable that was not originally meant for COVID is this AirPop Active+ smart mask.
"...silicon seal that's welded in here..."

This smart mask was first created to filter out air pollution.

The removable filter resists liquids and can compete against an N-95 mask.

...says co-founder Chris Hosmer in a Skype interview

Chris Hosmer, AirPop Co-Founder:
“We block over 99 percent of particulate of the same size.”

This Halo sensor reads and analyses the user’s breathing behavior.

Chris Hosmer, AirPop Co-Founder:
“We understand your breathing, and we understand your local air quality.

Chris Hosmer, AirPop Co-Founder:

"We're able to tell you when to change that filter with a high degree... " "...of accuracy."
From data about your mask to… …your vital signs... – all easily accessible through an app.

XS
SM
MD
LG